ນັກຮຽນຕ່າງແຂວງລໍາບາກຕ້ອງ ເສັງໃໝ່

ສິດນີ
2016.09.16
F-NUL ມະຫາວິທຍາໄລ ແຫ່ງຊາດ ສປປ ລາວ
RFA/LX

ນັກສຶກສາລາວ ທີ່ເສັງເຂົ້າ ມະຫາວິທຍາລັຍ ແຫ່ງຊາດ ໃນ GROUP B ປີນີ້ ບໍ່ພໍໃຈ ແລະວ່າບໍ່ ຍຸຕິທັມ ຫລັງຈາກ ທີ່ ຄນະ ກັມມະການ ສອບເສັງ ໄດ້ປະກາດ ໃຫ້ ຂະເຈົ້າ ເສັງໃຫມ່ ໃນວັນທີ 20 ກັນຍາ ນີ້, ຍ້ອນພົບວ່າ ຂໍ້ສອບຮົ່ວ ແລະ ມີນັກຮຽນ ຈຳນວນຫຼາຍ ເສັງໄດ້ ຄະແນນສູງ ຜິດ ປົກກະຕິ ນັກສຶກສາ ນາງນຶ່ງ ຈາກແຂວງ ໄຊຍະບູຣີ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 15 ກັນຍາ ນີ້ວ່າ:

"ເປັນຫຍັງກຸ່ມ B ຈຶ່ງວ່າມີຫົວບົດ ຮົ່ວ ແນວນັ້ນ ແນວນີ້ ເນາະ ທັງໆທີ່ ນ້ອງ ບໍ່ຮູ້ວ່າ ຫົວບົດຮົ່ວ ໄດ້ແນວໃດ ນ້ອງກະບໍ່ຮູ້. ແລ້ວຕອນ ໄປເສັງຫັ້ນ ນ້ອງຄິດວ່າ ກະຄືຈິໄດ້ ຢູ່ເນາະ ແລ້ວຕັ້ງໃຈໄປເສັງ ແລ້ວເປັນຫຍັງ ຈຶ່ງໃຫ້ໄປເສັງ ຄືນ, ດຽວນີ້ ສົມມຸດວ່າ ເສັງບໍ່ໄດ້ເດ້ ວ່າຊີ້ ແລ້ວຈິເຮັດ ແນວໃດ ຊິຈ່າຍເສັຽເງິນ ຄ່າທາງ ໄປເສັງຫັ້ນ ລະກະຊິກັບ ມາບ້ານ ຖ້າຟັງ ຜົລເສັງອີກ, ແລ້ວນ້ອງວ່າ ຄືຊິບໍ່ ຍຸຕິທັມ".

ນັກສຶກສາ ອີກນາງນຶ່ງ ທີ່ ຂໍໃສ່ຊື່ວ່າ ມົ່ວ ນຽບ ຈາກແຂວງ ບໍຣິຄຳໄຊ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນວັນ ດຽວກັນວ່າ ນາງ ແລະ ໝູ່ເພື່ອນ ກໍ່ໄດ້ລົມກັນ ແລະ ຮູ້ສຶກວ່າ ບໍ່ເປັນທັມ ເນື່ອງຈາກ ຫຼາຍຄົນ ກໍ່ຢູ່ໄກ ບໍ່ມີເງິນ ໃຊ້ຈ່າຍ ໃນ ການເດີນທາງ ແລະ ຄ່າທີ່ພັກພາ ອາສັຍ:

"ເມື່ອຮູ້ຂ່າວໄປເສັງ ກະແຊັຕ ຫາໝູ່ຫາຄູ່, ແບບໝູ່ ກະວ່າ ມັນກະຍາກ ທັງເຣື້ອງເງິນ ລະກະ ທາງໄກແດ່, ໝູ່ຢູ່ໄກ ກະມີຫັ້ນນ່າ. ກະລົມກັນ ກະວ່າມັນ ກະບໍ່ ຍຸຕິທັມ ຫັ້ນນ່າ ບາດນີ້ ເງິນຄຳ ກະ ບາງຄົນ ພໍ່ແມ່ ເພິ່ນກະ ບໍ່ມີເນາະ, ແຕ່ລະເທື່ອ ກະໄດ້ໄປ ຢືມ ຈັ່ງຊີ້ຫັ້ນນ່າ ເຮົາກະໄດ້ ໃຊ້ຈ່າຍ ຢ່າງປະຢັດ ລະບາດນີ້ ພີ່ນ້ອງຢູ່ວຽງ ກະບໍ່ມີ".

ນາງກ່າວຕື່ມວ່າ ໃນເມື່ອທາງການ ໄດ້ ແຈ້ງການ ໃຫ້ເສັງຄືນ ແນວນີ້ແລ້ວ ກໍ່ຈຳຕ້ອງໄດ້ ປະຕິບັດ ຕາມ, ແຕ່ ກໍ່ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ເບິ່ງເຣື້ອງ ສະຖານທີ່ ພັກເຊົາ ໃຫ້ ນັກສຶກສາ ດ້ວຍ ເພາະຫຼາຍຄົນ ລຳບາກ ໃນຈຸດນີ້ ຍ້ອນມາ ແຕ່ໄກ:

"ເພາະຖ້າວ່າເຮົາໄປ ຈັ່ງຊີ້ມັນ ກະເສັຽເງິນ ຫຼາຍລະ ຫັ້ນນ່າ ຄ່າໃຊ້ຈ່າຍ ມັນກະຫຼາຍ. ຖ້າ ແກ້ໄຂໄດ້ ກະເຣື້ອງ ບ່ອນຢູ່ສາ ປະກາດ ອອກມາ ຈັ່ງຊີ້ລະ ເນາະ ຈັ່ງໃດເຮົາ ກະໄດ້ໄປ ຢູ່ແລ້ວ, ແມ່ນບໍ່ ລະບາດນີ້ ຢາກໃຫ້ເພິ່ນ ແກ້ໄຂເຣື້ອງ ບ່ອນຢູ່ຫັ້ນສາ. ແບບວ່າ ເຮົາໄປເສັງ ກະໄປແຕ່ ມື້ດຽວ ເນາະ ມີແຕ່ວ່າ ໄປວັນທີ 19 ນີ້ ວັນທີ 20 ຕອນແລງ ເຮົາກະມາ, ຈັ່ງຊີ້ ຫັ້ນນ່າ ມີແຕ່ນອນ ຄືນດຽວ. ລະຢາກໃຫ້ເພິ່ນ ແກ້ໄຂ ບ່ອນນອນ ນີ້ສາ ຕອນນີ້ນ່າ".

ຕໍ່ບັນຫາດັ່ງກ່າວ ຜູ້ສື່ຂ່າວ ເອເຊັຽ ເສຣີ ກໍ່ໄດ້ ໂທຣະສັບ ຕິດຕໍ່ໄປຍັງ ຫ້ອງການ ເລຂາ ອະທິການບໍດີ ມະຫາວິທຍາລັຍ ແຫ່ງຊາຕ ຈຶ່ງໄດ້ຮັບ ຄຳຊີ້ແຈງ ສັ້ນໆ ຈາກ ເຈົ້າໜ້າທີ່ ທ່ານນຶ່ງວ່າ ທາງ ຂັ້ນເທິງ ຍັງຢູ່ໃນ ຂັ້ນຕອນ ປຶກສາ ຫາລື ເຖິງບັນຫາ ນີ້ຢູ່, ແຕ່ ຢືນຢັນວ່າ ນັກສຶກສາ ຈະຕ້ອງກັບມາ ສອບເສັງ ຄືນ ບໍ່ດັ່ງນັ້ນ ຈະຖືວ່າ ສລະສິທ:

"ເຣື້ອງໂຕນີ້ ກະບໍ່ຮູ້ ເພາະວ່າ ກະຊວງ ສຶກສາ ຂະເຈົ້າ ຍັງຊິລົມກັນ ອີກບາດນຶ່ງ ຫັ້ນນ່າ ເພາະວ່າດຽວນີ້ ຂະເຈົ້າ ກະກຳລັງປຶ ກສາ ຫາລື ຢູ່ກະຊວງ ສຶກສາຢູ່. ແຕ່ວ່າເຣື້ອງ ເສັງ, ໃຫ້ມາເສັງ ໃນວັນທີ 20 ນີ້ ກ່ອນ ເພາະວ່າ ວັນທີ 20 ນີ້ເສັງ, ຖ້າທ່ານໃດ ທີ່ບໍ່ໄດ້ ມາເສັງ ກະຖືວ່າ ສລະສິດ".

ໃນຕອນແລງ ຂອງ ວັນທີ 15 ກັນຍາ 2016 ທາງຄນະ ກັມມະການ ຈັດການ ສອບເສັງ ກໍ່ໄດ້ ຊີ້ແຈງວ່າ ຂໍ້ສອບເສັງ ຂອງ ກຸ່ມ B ຮົ່ວ ກ່ອນເວລາ ສອບເສັງ ໃນຄັ້ງ ຜ່ານມາແທ້, ຈຶ່ງໄດ້ມີ ແຈ້ງການ ສະບັບ ເລກທີ 3773/ມຊ.ວກ ລົງວັນທີ 15 ກັນຍາ 2016 ເພື່ອຮຽກ ໃຫ້ນັກສຶກສາ ໃນກຸ່ມ B ກັບມາ ສອບເສັງ ໃໝ່ໝົດ ແລະ ຖ້າຫາກ ບໍ່ມາສອບເສັງ ກໍ່ຖືວ່າ ສລະສິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.