ອີຢູຈະຊ່ອຍລາວອີກ 60 ລ້ານ ຢູໂຣ

ສົມເນ
2014.12.08
F-EU ອີຢູຈະຊ່ອຍ ສປປລາວ ອີກ 60 ລ້ານ ຢູໂຣ
EU

 

ສະຫະພາບ ຢູໂຣບ ປະກາດ ວ່າ ຈະ ອະນຸມັດ ເງິນ ຊ່ວຍເຫລືອ ລ້າ ເຖິງ 60 ລ້ານ ຢູໂຣ ຫລື ປະມານ 75 ລ້ານ ໂດລາ ແກ່ ສປປລາວ ພາຍໃຕ້ ໂຄງການ ຮ່ວມມື ຣະຫ່ວາງ ສອງຝ່າຍ ເພື່ອ ສົກປີ 2014-15 ເພື່ອ ປັບປຸງ ຣະບົບ ການສຶກສາ, ຄວາມໝັ້ນ ຄົງ ດ້ານ ອາຫານ ແລະ ສົ່ງເສີມ ດ້ານ ການປົກຄອງ ໃຫ້ ເຂັ້ມ ແຂງ ຣະບຽບ ກົດໝາຍ ແລະ ສິດທິ ມະນຸດ. ອີງຕາມ ຖແລງ ການ ລົງວັນທີ 8 ທັນວາ ປີ 2014 ນີ້. ຖແລງການ ແຈ້ງວ່າ:

ສະຫະພາບ ຢູໂຣບ ມີ ພັນທະ ໃນ ການ ຊ່ວຍເຫລືອ ສປປ ລາວ ບັນລຸ ເປົ້າໝາຍ ໃນການ ຫລຸດພົ້ນ ຈາກ ຖານະ ປະເທດ ພັທນາ ນ້ອຍ ທີ່ສຸດ ພາຍ ໃນປີ 2020 ແລະ ປະກອບສ່ວນ ເຂົ້າໃນການ ຫລຸດຜ່ອນ ຄວາມ ທຸກຍາກ ແລະ ການ ເຕີບໃຫຍ່ ຂອງ ເສຖກິດ ແບບ ຍືນຍົງ, ມີການ ສຶກສາດີ ແລະ ຜ່ອນ ອັດຕຣາ ຄົນຂາດ ສານອາຫານ ໃຫ້ ຕໍ່າລົງ.

ທ່ານ  Michel Goffin ອຸປທູຕ ສະຫະພາບ ຢູໂຣບ ປະຈໍາ ລາວ ກ່າວວ່າ ໃນດ້ານ ການ ປົກຄອງ ທີ່ດີ ແລະ ຣະບຽບ ກົດໝາຍ ນັ້ນ ພວກທ່ານ ຈະເຮັດວຽກ ຮ່ວມກັບ ສະພາ ແຫ່ງຊາຕ ແລະ ກັບ ອົງ ການ ຈັດຕັ້ງ ທາງ ສັງຄົມ ເພື່ອ ຂຍາຍ ການ ມີສ່ວນຮ່ວມ ຂອງ ປະຊາຊົນ ໃຫ້ ກວ້າງ ແລະ ເສີມສ້າງ ການ ເຄົາຣົບ ນັບຖື ສິດທິ ມະນຸດ ແລະ ຣະບຽບ ກົດໝາຍ. ເພີ້ມເຕີມ ຈາກ ການຊ່ວຍເຫລືອ ສອງຝ່າຍ ທີ່ ກ່າວມານີ້ ແລ້ວ ສປປລາວ ຍັງຈະໄດ້ ຮັບການ ສນັບ ສນູນ ຈາກ ໂຄງການ ຕ່າງໆ ຂອງ ພູມີພາກ ຢູໂຣບ ໃນ ຫລາຍດ້ານ ຮ່ວມທັງ ການ ຈັດຕັ້ງ ທາງ ສັງຄົມ ສິ່ງ ແວດລ້ອມ ປ່າໄມ້ ໂຄງການ ກ່ຽວກັບ ການ ປ່ຽນແປງ ດິນຟ້າ ອາກາດ ແລະ ດ້ານ ການຄ້າ.

ສໍາລັບ ການ ຊ່ວຍເຫລືອ ພັທນາ ຊົນນະບົດ ນັ້ນ ມີຄື: ຊ່ວຍເຫລືອ ດ້ານ ກະສິກັມ, ຄວາມ ໝັ້ນຄົງ ດ້ານ ອາຫານ ການກິນ, ແລະ ການເກັບກູ້ ຣະເບີດ ບໍ່ທັນ ແຕກ.

ໃນດ້ານ ການສຶກສາ ນັ້ນ, ສະຫະພາບ ຢູໂຣບ ຈະສນັບ ສນູນ ໃຫ້ ເດັກນ້ອຍ ທຸກເພດ ເຂົ້າເຖິງ ການ ສຶກສາ ຣະດັບ ພື້ນຖານ, ປັບປຸງ ຄຸນນະພາບ ການ ສຶກສາ ໃຫ້ສູງ ໂດຍ ເພີ້ມ ອຸປກອນ ການຮຽນ ການສອນ ແລະ ວິທີສອນ ທີ່ດີ.

ໃນດ້ານ ການ ປົກຄອງ, ຣະບຽບ ກົດໝາຍ ແລະ ສິດທິ ມະນຸດ ສະຫະພາບ ຢູໂຣບ ຈະ ພຍາຍາມ ໃຫ້ ມີການ ຂຍາຍການ ເຂົ້າຮ່ວມ ຂອງ ການຈັດຕັ້ງ ທາງ ສັງຄົມ, ຊ່ວຍສ້າງ ບັນຍາກາດ ເພື່ອ ໃຫ້ ການຈັດຕັ້ງ ທາງ ສັງຄົມ ໄດ້ເຮັດວຽກ ຊຸກຍູ້ ໃຫ້ມີການ ເຄົາຣົບ ນັບຖື ສິດທິ ມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.