EU ຕ້ອງກົດດັນທວງຖາມເຣື້ອງ ທ.ສົມບັດ
2015.11.09
ທ່ານ ຟິລ ໂຣເບິດສັນ ຮອງ ຜູ້ ອຳນວຍການ ອົງກອນ ສິດທິ ມະນຸດ Human Rights Watch ປະຈຳ ຂົງເຂດ ເອເຊັຽ ກ່າວວ່າ ສະຫະພາບ ຢູໂຣບ ຕ້ອງ ກົດດັນ ຣັຖບານ ລາວ ຢ່າງ ຕໍ່ເນື່ອງ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຂອງ ລາວ ຮວມທັງ ກົດດັນ ກ່ຽວກັບ ການຣະເມີດ ສິດທິ ຕ່າງໆ ຂອງ ປະຊາຊົນ ອີກຫຼາຍ ຢ່າງ ເພາະ ມັນເປັນ ວິທີດຽວ ທີ່ ຈະເຮັດໃຫ້ ການເຄົາຣົບ ສິດທິ ມະນຸດ ໃນ ສປປລາວ ຄືບຫນ້າ. ທ່ານ ກ່າວວ່າ:
“ທາງອີຢູ ແລະ ຕ່າງຊາດ ຕ້ອງ ຜລັກດັນ ບໍ່ມີທາງ ທີ່ ຈະຜລັກດັນ ພາຍໃນລາວ. ຕ້ອງຜລັກດັນ ໃຫ້ຜູ້ນຳ ຢູ່ ວຽງຈັນ ສ້າງ ຄວາມເຂົ້າໃຈ ມາກຂຶ້ນ ກັບ ຣັຖບານ ຕ່າງໆ ທີ່ ຕອນນີ້ເຂົາ ກໍຄິດວ່າ ລາວ ເປັນຕົວ ບັນຫາ ໃນ ອາຊຽນ ທີ່ ຣະເມີດ ສິດທິ ມະນຸດ ຫລາຍ”.
ທ່ານ ຟີລ ໂຣເບີດສັນ ກ່າວ ຕື່ມວ່າ ຣັຖບານ ລາວ ຄິດວ່າ ສປປລາວ ເປັນ ປະເທດນ້ອຍ ບໍ່ຄ່ອຍ ມີໃຜສົນໃຈ ຈຶ່ງ ຣະເມີດ ສິດທິ ມະນຸດ ຢູ່ເຣື້ອຍໆ ແລະ ກໍສາມາດ ຫລົບຫລີກ ຄວາມ ຮັບຜິດຊອບ ຂອງຕົນ ໄດ້ ທຸກຄັ້ງ. ດັ່ງນັ້ນ ສະຫະພາບ ຢູໂຣບ ຈຶ່ງ ຕ້ອງເວົ້າ ເຣື່ອງນີ້ ຢ່າງ ຈະແຈ້ງ ແລະ ຮຽກຮ້ອງ ໃຫ້ ຣັຖບານ ລາວ ຮັບຜິດຊອບ ຕໍ່ການ ຣະເມີດ ສິດທິ ມະນຸດ ທຸກຢ່າງ ທີ່ ເກີດຂຶ້ນ ຢູ່ ສປປ ລາວ.
ເມື່ອ ວັນສຸກ ຜ່ານມາ ສະຫະພາບ ຢູໂຣບ ແລະ ຣັຖບານ ລາວ ໄດ້ ຈັດ ກອງປະຊຸມ ປຶກສາ ຫາລື ປະຈໍາປີ ກ່ຽວກັບ ເຣື່ອງ ສິດທິ ມະນຸດ ຮ່ວມກັນ ຢູ່ ນະຄອນຫຼວງ ວຽງຈັນ. ຕາມ ຄຳເວົ້າ ຂອງ ເຈົ້າຫນ້າທີ່ ອີຢູ ປະຈຳລາວ ຕໍ່ ເອເຊັຽ ເສຣີ:
“ຕົວນີ້ ເປັນວຽກ ສິດທິ ມະນຸດ ຄື ເຮົາຈັດ ທຸກໆປີ ເປັນກອບ ຂອງ ການຮ່ວມມື. ຣັຖບານ ເພິ່ນ ເປັນ ເຈົ້າພາບ ເນາະ ປີນີ້”.
ກອງປະຊຸມ ປຶກສາ ຫາລື ເຣື່ອງ ສິດທິ ມະນຸດ ປີນີ້ ໄດ້ເວົ້າກັນ ເຖິງຫຼາຍ ປັນຫາ ຮວມທັງ ເຣື່ອງ ການ ປົກຄອງ ແລະ ຄຸ້ມຄອງ ຣັຖ ດ້ວຍ ກົດຫມາຍ, ສິດ ເສຣີພາບ ປະຊາທິປະໄຕ ແລະ ການມີ ສ່ວນຮ່ວມ ຂອງ ປະຊາຊົນ ໃນ ວຽກງານ ຂອງ ຣັຖ ນຳດ້ວຍ.