ການປະຕິຮູບການສຶກສາ ຂັ້ນປະຖົມ ມັທຍົມ ແລະ ມະຫາວິທຍາລັຍ ໃນລາວ ຍັງຊັກຊ້າຫລາຍຢູ່ ຖ້າທຽບໃສ່ປະເທດອື່ນໃນແຜນພັທນາ ຊັພຍາກອນມະນຸດ. ອັດຕຣາການຈົບໂຮງຮຽນຂອງນັກຮຽນຂັ້ນປະຖົມໃນລາວ ຍັງຕໍ່າຢູ່ຍ້ອນຄວາມທຸກຍາກໃນຄອບຄົວ ເດັກນ້ອຍໃນລາວ ອອກໂຮງຮຽນກ່ອນອາຍຸ ຕ້ອງໄດ້ຊ່ອຍພໍ່ແມ່ຫາຢູ່ຫາກິນ. ໃນຂັ້ນມັທຍົມກໍມີຫລາຍຄົນບໍ່ສາມາດເສັງເຂົ້າ ມະຫາວິທຍາລັຍໄດ້ ຈື່ງອອກໄປ ຮັບຈ້າງຫລືເປັນຄົນວ່າງງານ ຫລືປະກອບອາຊີບແນວອື່ນຍ້ອນໂຮງຮຽນມະຫາວິທຍາລັຍ ໃນລາວ ມີຫ້ອງຮຽນຈຳກັດ ແລະມະຫາວິຍາລັຍ ເອກກະຊົນ ກໍຂາດຄຸນນະພາບ.
ຍ້ອນເຫດຜົລດັ່ງກ່າວ ຈື່ງເປັນການຍາກທີ່ ສປປລາວ ຈະບັນລຸເປົ້າຫມາຍສະຫັດສວັດອົງການສະຫະປະຊາຊາດ ທາງດ້ານການສຶກສາໄດ້ ໃນປີ 2020 ທີ່ວ່າໃຫ້ເດັກນ້ອຍລາວ ສາມາດອ່ານອອກຂຽນເປັນ ແລະ ປະກອບອາຊີບທາງດ້ານຕ່າງໆໄດ້ ຖ້າທຽບໃສ່ ປະເທດອື່ນ. ເຖິງ ແມ່ນວ່າ ອັດຕຣາການອ່ານຫນັງສືອອກໄດ້ ເພີ້ມຂື້ນຫລາຍກວ່າເກົ່າ ໃນທົ່ວປະເທດ ໃນປີຫລັງໆມານີ້ກໍຕາມ ແຕ່ກໍສ່ວນໃຫຍ່ເປັນເດັກນ້ອຍ ນັກຮຽນໃນເຂດໃນເມືອງ ສຳລັບໃນເຂດຫ່າງໄກສອກຫລີກ ເຊັ່ນເດັກນ້ອຍຊົນເຜົ່ານັ້ນ ຍັງຕໍ່າຢູ່. ສາເຫດກໍແມ່ນວ່າ ຣັຖບານຂາດຄຣູ ຂາດ ງົບປະມານ ແລະຂາດອຸປະກອນ ການຮຽນແລະການສອນ ຮ່ວມດ້ວຍ ການຂາດຄວາມເອົາໃຈໃສ່. ຈື່ງເຮັດໃຫ້ການປະຕິຮູບ ການສຶກສາ ໃນລາວ ບໍ່ປະສົບຜົລສຳເຣັດ.