ຣາຍງານຂອງທາງການລາວມີ ຂໍ້ ສົງສັຍ

ໄມຊູລີ
2015.02.03
F-Rights ທ່ານ Phil Robertson ຈາກອົງການ ສິ້ງຊອມ ການປະຕິບັດ ສິດທິມະນຸສ ໃນຂົງເຂດ ເອເຊັຽ-ປາຊິຝິກ ກ່າວໃນວັນ ຄົບຮອບ 2 ປິ ການຫາຍສາບສູນ ຂອງທ່ານສົມບັດ
RFA

ທ່ານ Phil Robertson ຮອງ ຜູ້ ອໍານວຍການ ສິດທິ ມະນຸດ Human Right Watch ປະຈໍາ ພາກພື້ນ ເອເຊັຽ ກ່າວວ່າ ຍັງມີ ຂໍ້ ສົງສັຍ ຢູ່ຕໍ່ໄປ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເຖີງ ແມ່ນວ່າ ທາງການລາວ ໄດ້ ອະທິບາຍ ຕໍ່ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ທີ່ ນະຄອນ ເຈນີວາ ປະເທດ ສວິຊແລັນ ແລ້ວ ກໍຕາມ. ທ່ານວ່າ ໄດ້ ຕິດຕາມ ເຣື້ອງນີ້ ມາຕລອດ ເຫັນວ່າ ທາງການ ລາວ ຍັງປົກປິດ ຄວາມຈິງ ຢູ່. ດັ່ງທ່ານ ກ່າວວ່າ:

“ປະຕິເສດ ທັງໝົດ ຈິງໆ ແລ້ວ ທາງການ ລາວ ບໍ່ໄດ້ ສືບສວນ ຫາ ທ່ານ ສົມບັດ ສົມພອນ ຢ່າງ ແທ້ຈິງ ທາງການ ລາວ ກໍເລີຍ ອ້າງວ່າ ເປັນຫ່ວງ ເພາະ ທ່ານ ສົມບັດ ແມ່ນ ປະຊາຊົນ ລາວ ຄົນນຶ່ງ ເຮົາຄິດວ່າ ທາງການ ລາວ ກໍາລັງ ປົກປິດ ຄວາມຈິງ ຢູ່ວ່າ ທາງການ ລາວ ຈະຕິດ ຕາມ ການ ຫາຍສາບສູນ ຂອງ ທ່ານ ສົມບັດ”.

ທ່ານ Phil Robertson ກ່າວ ຕໍ່ໄປວ່າ ຈົນມາເຖິງ ດຽວນີ້ ຣັຖບານ ລາວ ກໍຍັງ ບໍ່ໃຫ້ ຄວາມ ກະຈ່າງ ແຈ້ງ ພໍທີ່ ຕ່າງ ປະເທດ ຍອມ ຮັບ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ເມື່ອ 2 ປີ ກ່ອນ ຢູ່ ຕໍ່ໜ້າ ປ້ອມຍາມ ຕໍາຣວດ ໃນ ນະຄອນ ຫຼວງ ວຽງຈັນ ຄືດັ່ງທີ່ ເຫັນຈາກ ກ້ອງ ວົງຈອນ ປິດ. ຍ້ອນເປັນ ແນວນັ້ນ ທາງການ ລາວ ຈຶ່ງຖືກ ຕິຕຽນ ວ່າ ບໍ່ຈິງໃຈ ຂາດຄວາມ ປົ່ງໄສ ໃນການ ສືບຫາ ທ່ານ, ສ່ວນເຣື້ອງ ທີ່ ທາງການ ລາວ ອ້າງວ່າ ທ່ານ ສົມບັດ ສົມພອນ ຖືກລັກ ພາຕົວ ຍ້ອນ ເຣື້ອງ ທຸຣະກິດ ສ່ວນຕົວ ນັ້ນ ທ່ານ ວິທູນ ເພີ້ມວົງສາ ຈະເຣີນ ນັກ ພັທນາ ສິ່ງ ແວດລ້ອມ ໃນໄທ ແລະ ເຄີຍ ຮ່ວມງານ ກັບ ທ່ານ ສົມບັດ ເວົ້າວ່າ ເປັນໄປ ບໍ່ໄດ້ ແນ່ນອນ:

“ທ່ານ ສົມບັດ ບໍ່ໄດ້ມີ ທຸຣະກິດ ຫຍັງເລີຍ ທ່ານເປັນ NGO ມີ ອົງການ NGO ເປັນ ຂອງ ຕົນເອງ ນິສັຍໃຈຄໍ ບໍ່ແມ່ນ ຄົນ ທຸຣະກິດ ບໍ່ມີ ລູກຄ້າ ພັລຍາ ຂອງ ທ່ານ ກໍເປັນ ອະດິດ ເຈົ້າໜ້າທີ່ ສະຫະ ປະຊາຊາດ ມີຄວາມ ໝັ້ນຄົງ ທາງການ ເງິນ ໃນ ຣະດັບ ຊັດເຈນ ແລະ ບໍ່ຈໍາເປັນ ຈະຕ້ອງມາ ສົນໃຈ ເຮັດ ທຸຣະກິດ”.

ທ່ານ ວິທູນ ໃຫ້ ຄວາມ ເຫັນວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເປັນ ເຣື້ອງ ການເມືອງ ຫລາຍກວ່າ ຈຶ່ງ ບໍ່ມີ ຄໍາຕອບ ຈາກ ທາງການ ລາວ. ຢ່າງໃດ ກໍຕາມ  ຕໍ່ ຄໍາຊີ້ແຈງ ຂອງ ຫົວໜ້າ ຄນະ ຜູ້ຕາງໜ້າ ສປປ ລາວ ທີ່ ກ່າວຕໍ່ ສະພາ ສິດທິ ມະນຸດ ເມື່ອ ວັນທີ 20 ມົກກະຣາ ຜ່ານມາ ທາງ ວິທຍຸ ເອເຊັຽ ເສຣີ ໄດ້ ໂທຣະສັບ ໄປ ຂໍ ຄວາມເຫັນ ຈາກ ຊາວ ນະຄອນ ຫລວງ ວຽງຈັນ 2 ຄົນ ແຕ່ໄດ້ ຄໍາຕອບ ວ່າ ຈະບໍ່ຂໍ ອອກ ຄວາມເຫັນ ໃດໆ ໃນ ເຣື້ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.