ນາຍພົລແສງນວນໄຊຍະລາດ ໄດ້ກະຊວງ ປ້ອງກັນປະເທດ
2014.06.02

ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຣີ ສປປລາວ ແຕ່ງຕັ້ງ ນາຍພົລ ແສງນວນ ໄຊຍະລາດ ຮອງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ ເປັນ ຜູ້ວ່າການ ຣັຖມົນຕຣີ ແທນ ມື້ລາງ ນາຍພົລ ດວງໃຈ ພິຈິດ ອະດີດ ກັມການ ກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ.
ໄດ້ແຕ່ງຕັ້ງ ນາຍພົລ ສົມແກ້ວ ສີລາວົງ ເປັນຜູ້ ວ່າການ ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ ແທນ ມື້ລາງ ທ່ານ ທອງບັນ ແສງອາພອນ ເລຂາທິການ ສູນກາງ ພັກ.
ການແຕ່ງຕັ້ງ ທີ່ວ່ານັ້ນ ໄດ້ມີຂຶ້ນ ເມື່ອວັນທີ 30 ພຶສພາ 2014. ຕາມຣາຍ ງານຂ່າວ Vientiane Times.
ອະດີດ ຣັຖມົນຕຣີ ທັງ 2 ທ່ານ ນັ້ນ ຢູ່ໃນ ຈໍານວນ ຜູ້ເຄາະຮ້າຍ, ເສັຽຊີວິດ ຍ້ອນ ເຮືອບິນ ກອງທັບ ອາກາດ ລາວ ເກີດ ອຸບັດຕິເຫດ ຕົກທີ່ ແຂວງ ຊຽງຂວາງ ເມື່ອວັນທີ 17 ພຶສພາ 2014 ຂະນະ ທີ່ ເດີນທາງໄປ ປະຕິບັດ ງານທາງ ຣາຊການ
ພ້ອມດຽວ ກັນນັ້ນ ຄະນະ ບໍຣິຫານ ງານ ສູນກາງພັກ ປະຊາຊົນ ປະຕິວັດ ລາວ
ກໍໄດ້ແຕ່ງ ຕັ້ງນາຍພົລ ແສງນວນ ເປັນ ຜູ້ວ່າການ ເລຂາ ຄະນະພັກ ກະຊວງ ປ້ອງກັນ ປະເທດ ເຊັ່ນດຽວກັນ ກັບ ນາຍພົລ ສົມແກ້ວ ທີ່ຖືກແຕ່ງ ຕັ້ງໃຫ້ເປັນ ຜູ້ວ່າການ ເລຂາ ຄະນະພັກ ກະຊວງ ປ້ອງກັນ ຄວາມສງົບ.
ເຂົ້າຮ່ວມ ໃນພິທີ ປະກາດ ການແຕ່ງຕັ້ງ ທີ່ກະຊວງ ປ້ອງກັນ ຄວາມສງົບນັ້ນ ມີທ່ານ ຈັນສີ ໂພສີຄໍາ ຫົວໜ້າ ຄະນະ ຈັດຕັ້ງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ.