ກວດພົບ ການສໍ້ຣາສບັງຫລວງ ແຕ່ຍັງບໍ່ລົງໂທດ: ມາຟັງນຳກັນ
ການສໍ້ຣາສບັງຫລວງ ຄືພຍາດຊໍາເຮື້ອ ຂອງປະເທດລາວ ທີ່ສົ່ງຜົລກະທົບ ຕໍ່ການພັທນາ ເສຖກິຈ-ສັງຄົມ. ກວດພົບ ທຸກປີ ໂຕເລຂເພີ່ມຂຶ້ນ ແຕ່ບໍ່ມີ ການປາບປາມໃດໆ ເກີດຂຶ້ນ.
-
ໄມຊູລີ ແລະ ໄຊຍາ
2023-04-07 -
-
-
Your browser doesn’t support HTML5 audio
ການສໍ້ຣາສບັງຫລວງ ຄືພຍາດຊໍາເຮື້ອ ຂອງປະເທດລາວ ທີ່ສົ່ງຜົລກະທົບ ຕໍ່ການພັທນາ ເສຖກິຈ-ສັງຄົມ. ກວດພົບ ທຸກປີ ໂຕເລຂເພີ່ມຂຶ້ນ ແຕ່ບໍ່ມີ ການປາບປາມໃດໆ ເກີດຂຶ້ນ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານເຂົ້າມາສູ່ ຣາຍການ “ມາຟັງນຳກັນ” ສັປດານີ້ ຫົວຂໍ້ ໃນຣາຍການແມ່ນ ກວດພົບການສໍ້ຣາສບັງຫລວງ ແຕ່ຍັງບໍ່ລົງໂທດ. ຜ່ານມາ ເຖິງແມ່ນວ່າ ອົງການ ກວດກາສູນກາງພັກ ແລະ ອົງການ ກວດກາແຫ່ງຣັຖ ໄດ້ກວດພົບເຫັນ ການສໍ້ຣາສບັງຫລວງໂຄງການລົງທຶນ ຂອງຣັຖ ຢ່າງຫລວງຫລາຍ ແຕ່ຜ່ານມາ ຍັງບໍ່ເຫັນ ມີການລົງໂທດໃດໆ ເກີດຂຶ້ນ ເຖິງແມ່ນວ່າ ຈະອອກບົດຣາຍງານ ຢ່າງເປັນທາງການແລ້ວ ກໍຕາມ. ຕໍ່ກັບເຣື່ອງນີ້ ທ່ານມີຄວາມຄິດເຫັນແນວໃດ ກະຣຸນາ ຊ່ອຍອອກຄວາມເຫັນ ກັບພວກເຮົາດ້ວຍ.
ທ່ານຜູ້ຟັງທ່ານໃດ ທີ່ຕ້ອງການ ເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ດ້ວຍຮູບແບບ ສັມພາດ ກະຣຸນາສົ່ງເບີ ໂທຣະສັບ ຂອງທ່ານ ເຂົ້າມາຍັງ ຊ່ອງຄອມເມັ້ນ ທີ່ອອກຣາຍການ ໃນຂະນະນີ້ ພວກເຮົາ ຈະໂທຫາ ເພື່ອສັມພາດ ມາອອກຣາຍການ. ສຳລັບ ມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ການສໍ້ຣາສບັງຫລວງ ເປັນບັນຫາທ້າທາຍ ຕໍ່ກັບ ການເປັນ ຣັຖແຫ່ງກົດຫມາຽ ຂອງປະເທດລາວ. ການສໍ້ຣາສບັງຫລວງ ມັນແກ່ຍາວມາ ຫລາຍຣັຖບານ ແຕ່ວ່າ ຍັງບໍ່ປາກົດເຫັນ ການປາບປາມ ຢ່າງຈິງຈັງ. ກໍເຫັນພຽງ ແຕ່ຣາຍງານ ຂອງພາກສ່ວນ ທີ່ກ່ຽວຂ້ອງ ຊຶ່ງໂຕເລຂຄວາມເສັຽຫາຍນັ້ນ ສູງຫລາຍ ມັນສົ່ງຜົລກະທົບ ແຜ່ລາມເປັນວົງກ້ວາງ ຈົນກາຍເປັນ ການທ້າທາຍ ຕໍ່ກັບ ຣັຖແຫ່ງກົດຫມາຽ ຂອງປະເທດລາວ.
ສະເພາະປີນີ້ ກໍມີການຣາຍງານ ອອກມາ ຈາກອົງການກວດກາ ສູູນກາງພັກ ແລະ ອົງການ ກວດກາແຫ່ງຣັຖ ຊຶ່ງສຣຸບຈາກ ໂຕເລຂ ໃນບົດຣາຍງານ ພົບວ່າ ໂຕເລຂ ຄວາມເສັຽຫາຍນັ້ນ ມັນຫລາຍກ່ວາ ທີ່ຄິດ. ທັງກວດກາທະນາຄານ, ກວດກາ ການຄຸ້ມຄອງ ການລົງທຶນ ການນຳໃຊ້ ງົບປະມານ, ກວດກາບັນດາ ກະຊວງ, ກວດກາ ໂຄງການ ທີ່ຣັຖບານ ໄດ້ຮັບການຊ່ອຍເຫລືອ ຈາກສາກົນ ທັງໝົດນີ້ ລ້ວນແຕ່ ພົບຄວາມບໍ່ປົກກະຕິ ໃນໂຄງການ ເຊັ່ນຄວາມໂປ່ງໃສ ການດຳເນີນ ການຈັດຊື້ ຈັດຈ້າງ ການປະມູນ ແລະ ອື່ນໆ ອີກຫລວງຫລາຍ ຊຶ່ງມັນໄດ້ ສົ່ງຜົລກະທົບ ຕໍ່ແຜນພັທນາ ເສຖກິຈ-ສັງຄົມ ຂອງປະເທດລາວ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)