ກອງປະຊຸມຫາລື ນ້ຳ,ອາຫານ, ພລັງງານ
2016.11.09

ກອງປະຊຸມກ່ຽວກັບ ນ້ຳ,ອາຫານ ແລະ ພລັງງານ ໃນເຂດ ແມ່ນ້ຳຂອງ ເລິ້ມຂຶ້ນ ເມື່ອວັນພຸດ ວັນທີ 9 ເດືອນ ພຶສຈິກາ ນີ້ ທີ່ບາງກອກ ປະເທດໄທ. ຫລັງຈາກ ເປີດ ພິທີ, ກອງປະຊຸມໃຫຍ່ ກໍແບ່ງອອກເປັນ ຫຼາຍ ກອງປະຊຸມ ນ້ອຍ ເພື່ອແລກປ່ຽນ ຄຳຄິດ ຄຳເຫັນກັນ ຫລື Workshops. ກອງປະຊຸມ ນຶ່ງ ເວົ້າເຖິງ ຄວາມສ່ຽງ ແລະ ຜົນກະທົບ ຈາກ ການສ້າງເຂື່ອນ ໄຟຟ້າ. ທ່ານ Kim Geheb ຜູ້ນຳພາ ຈັດກອງປະຊຸມ ດັ່ງກ່າວ ເວົ້າຕອນ ນຶ່ງວ່າ:
ທ່ານເວົ້າວ່າ “ເຂື່ອນຈະເຮັດໃຫ້ ພືດພັນ ນານາຊນິດ ສູນຫາຍ ປາ ຫຼາຍຊນິດ ຈະສູນພັນ. ໃນເມື່ອປາ ດັບສູນ ໝົດແລ້ວ ປະຊາຊົນ ຈະຫາຢູ່ ຫາກິນ ແນວໃດ?”
ຫລັງຈາກນັ້ນ ຫຼາຍຄົນ ກໍອອກ ຄຳເຫັນ ຊຶ່ງ ມີຜູ້ນຶ່ງ ຈາກກຳພູຊາ ເວົ້າວ່າ ເຂື່ອນດອນສະໂຮງ ຈະສົ່ງຜົນກະທົບ ເຮັດໃຫ້ປາ ຢູ່ພາກໃຕ້ ຂອງເຂື່ອນ ໂດຍສະເພາະ ຢູ່ ກຳພູຊາ ມີຈຳນວນ ໜ້ອຍລົງ. ຕໍ່ຄຳເຫັນນີ້ ນັກຊ່ຽວຊານ ກ່ຽວກັບ ການປະມົງ ຈາກ ປະເທດລາວ ທີ່ ບໍ່ປະສົງ ບອກຊື່ ກ່າວຕອບວ່າ:
“ບັນຫາຄວາມສ່ຽງນີ່ ກ່ຽວກັບ ປາ ຢູ່ໃນນ້ຳຂອງນີ່ ຖ້າເວົ້າ ສະເພາະ ເຂື່ອນ ແມ່ນ້ຳຂອງ ສ່ວນຫຼາຍ ຈະເປັນເຂື່ອນ ຂນາດໃຫຍ່ ເຂົາຈະມີ ການປະຕິບັດ ທາງດ້ານ ສິ່ງແວດລ້ອມ ທີ່ດີ; ຄັນຊັ່ນ ໃນກໍຣະນີ ນີ້ ບັນຫາ ຄວາມສ່ຽງ ອາດຈະບໍ່ມີຫຼາຍ ກໍຄືວ່າ ບັນຫາ ເຣື່ອງ ຂໍ້ມູນ ກ່ຽວກັບ ປາ ນີ້ຫ່ັນໜ໋າ ເຮົາກໍຍັງ ບໍ່ທັນມີ ຂໍ້ມູນ ທີ່ພຽງພໍ ຍັງບໍ່ທັນຮູ້ ລະອຽດ ເທື່ອ.”
ຫລັງຈາກ ກອງປະຊຸມ ສິ້ນສຸດລົງ ຂ້າພະເຈົ້າ ໄດ້ຖາມ ສະມາຊິກ ອົງການ ພັທນາ ຊຸມຊົນ ຜູ້ນຶ່ງ ຈາກ ເຂດ ສາມຫລ່ຽມ ປາກ ແມ່ນ້ຳຂອງ ວ່າ ແມ່ນແທ້ບໍ່ ເຂື່ອນ ຈະເຮັດໃຫ້ ປາ ໜ້ອຍລົງ ແລະ ພາໃຫ້ເກີດ ພັຍແຫ້ງແລ້ງ ຢູ່ພາກໃຕ້ ຂອງວຽດນາມ?
".ທ່ານຕອບວ່າ “ຂ້າພະເຈົ້າ ຄິດວ່າ ໃນ ອະນາຄົດ ເຂື່ອນ ຢູ່ລາວ ແລະ ກຳພູຊາ ຈະຕັນທາງ ຂື້ນລົງ ຂອງປາ ແລະ ກັກຂີ້ຕົມ ໄວ້ ບໍ່ໃຫ້ລົງໄປ ພາກລຸ່ມ ຢ່າລືມວ່າ ຂີ້ຕົມ ເປັນອາຫານ ຫລື ຝຸ່ນຂອງເຂົ້າ. ນອກຈາກນັ້ນ ເຂື່ອນ ຍັງຈະປ່ຽນແປງ ຣະບົບ ນິເວດ ວິທຍາ ແລະ ພາໃຫ້ເກີດ ພັຍ ແຫ້ງແລ້ງ.”
ສຳຣັບຄົນໄທ ຜູ້ນຶ່ງ ທີ່ມີຊື່ວ່າ ທ່ານ ປຣັດ ຣຸຈີວະນາຣົມ ເວົ້າວ່າ ຊາວໄທ ທີ່ ອາສັຍ ຢູ່ແຄມຂອງ ຈັບປາໄດ້ ໜ້ອຍລົງ ທຸກໆປີ ຍ້ອນ ເຂື່ອນ ຂອງຈີນ; ຖ້າເຂື່ອນ ປາກແບງ ແລະ ເຂື່ອນ ໄຊຍະບຸຣີ ສຳເຣັດ ຈຳນວນປາ ໂດຍສະເພາະ ປາບຶກ ແຮ່ງ ຈະໜ້ອຍລົງ.
ກອງປະຊຸມໃຫຍ່ ເທື່ອນີ້ ຈະມີຕໍ່ອີກ ເປັນເວລາ ສອງມື້ ສຳຣັບ ມື້ອື່ນ ຈະເວົ້າເຖິງ ການສ້າງ ເຂື່ອນນ້ຳອູ ອະນາຄົດ ຂອງການສ້າງເ ຂື່ອນ ໄຟຟ້າ ໃນເຂດ ອ່າງ ແມ່ນ້ຳຂອງ ແລະ ບັນຫາ ທີ່ສຳຄັນ ອື່ນໆ.
ອາວະຣີ ອາຣ໌ແອຟເອ ຣາຍງານ ຈາກ ບາງກອກ ປະເທດໄທ.