ຊາວຄຣິສຕຽນຍັງລໍຖ້າຄໍາສັ່ງ ສ້າງໂບດ
2015.02.06
ຊາວ ຄຣິສຕຽນ ທີ່ ເມືອງ ສອງຄອນ ແຂວງ ສວັນນະເຂດ ເວົ້າວ່າ ປັດຈຸບັນ ພວກ ຂະເຈົ້າ ຍັງບ່ໍໄດ້ ຮັບ ອະນຸຍາດ ໃຫ້ສ້າງ ໂບດ ປະຈຳ ບ້ານ ເພື່ອ ປະກອບ ພິທີ ທາງ ສາສນາ ເທື່ອ ເຖິງ ແມ່ນວ່າ ຈະໄດ້ ສົ່ງຫນັງສື ຮ້ອງຂໍ ໄປຍັງ ຫ້ອງການ ເມືອງ ສອງຄອນ ມາໄດ້ 1 ປີ ແລ້ວ ກໍຕາມ ດັ່ງ ທ່ານ ກ່າວວ່າ:
"ທຳແລ້ວ ເອກສານ ເອກສານ ເຊັນ ຫມົດແລ້ວ ຈຶ່ງ ໄດ້ສ້າງ ແລ່ນແລ້ວ ທາງສູນ ເມືອງ ບວກໃສ່ ທາງເມືອງ ທາງ ຄນະ ກັມມະການ ຂະເຈົ້າ ເອີ້ນກັນ ເວົ້າ ໄກ່ເກັ່ຽກັນ ຈັດສັນ ເຮັດໃຫມ່ ບໍ່ໄດ້ສ້າງ ຕໍ່ແລ້ວ ເພີ່ນ ບໍ່ໃຫ້ສ້າງ ເດ".
ທ່ານກ່າວ ຕື່ມວ່າ ໃນ ປັດຈຸບັນ ຊາວ ຄຣີສຕຽນ ໃນບ້ານ ປາກຊອງ ເມືອງ ສອງຄອນ ຕ້ອງໄປ ປະກອບ ພິທີກັມ ທາງ ສາສນາ ທີ່ ໂບດ ສີປະເສີດ ບ້ານ ລັດຕະນະ ຫ່າງຈາກ ບ້ານ ປາກຊອງ ປະມານ 2 ກິໂລແມັດ ຫລັງຈາກ ທີ່ ທາງການ ແຂວງ ບໍ່ ອະນຸຍາດ ໃຫ້ ປະກອບ ພິທີ ໃນເຮືອນ ຕົນເອງ ຫລື ປຸກໂບດ ໃຫມ່ ໃນບ້ານ.
ເມື່ອ ເດືອນ ພືສພາ ປີ 2014 ຊາວ ຄຣີສຕຽນ ປະມານ 30 ຄົນ ໃນບ້ານ ປາກຊອງ ເຄີຍ ມີບັນຫາ ກັບ ອຳນາດ ການ ປົກຄອງ ທ້ອງຖີ່ນ ມາແລ້ວ ຍ້ອນ ພວກຂະເຈົ້າ ໄດ້ສ້າງ ໂບດ ເພື່ອ ປະກອບ ພິທີ ທາງ ສາສນາ ແຕ່ ຍັງບໍ່ ແລ້ວ ຊຶ່ງ ໃນຊ່ວງ ທີ່ ກໍ່ສ້າງ ນັ້ນ ກໍໃຊ້ ໂບດ ດັ່ງກ່າວ ເພື່ອ ທຳພີທີ ທາງ ສາສນາ ໄປນຳ ຈຶ່ງ ຖືກ ເຈົ້າຫນ້າທີ່ ທາງການ ຈັບກຸມ ໂດຍ ອ້າງ ວ່າ ພວກ ຂະເຈົ້າ ບໍ່ໄດ້ ຂໍໃບ ອະນຸຍາດ ໃນການ ກໍ່ສ້າງ ຈາກ ທາງການ.
ເຫດການ ດັ່ງກ່າວ ເຮັດໃຫ້ ຊາວ ຄຣິສຕຽນ ບາງຄົນ ຖືກ ກັກຕົວ ເປັນ ເວລາ 1 ເດືອນ ກ່ອນ ຈະຖືກ ປ່ອຍຕົວ ທາງການ ໃຫ້ເຊັນ ສັນຍາ ວ່າຈະບໍ່ ໃຊ້ໂບດ ແຫ່ງນັ້ນ ອີກ ຈົນກວ່າ ຈະໄດ້ຮັບ ອະນຸຍາດ ຈາກ ທາງການ.
ວິທຍຸ ເອເຊັຽ ເສຣີ ໄດ້ ສອບຖາມ ກ່ຽວກັບ ເຣື້ອງນີ້ ໄປຍັງ ອຳນາດ ການ ປົກຄອງ ເມືອງ ສອງຄອນ ແຕ່ໄດ້ ຮັບ ຄຳຕອບ ພຽງແຕ່ ວ່າ ປັດຈຸບັນ ເອກສານ ຂໍ ອະນຸຍາດ ຂອງ ຊາວບ້ານ ນັ້ນ ກຳລັງ ຢູ່ໃນ ຂັ້ນຕອນ ການ ພິຈາຣະນາ.