ລາວ-ຄຣິສຕຽນຖືກປາບປາມ

ສິດນີ
2015.02.24
f-image ກຸ່ມ ສາສນາ ຄຣິສຕຽນ ໃນລາວ ປະເຊີນ ກັບ ຂໍ້ກ່າວຫາ ແລະ ຖືກ ປາບປາມ.
RFA

ຫົວຫນ້າ ອົງກອນ ສິ້ງຊອມ ດ້ານ ສິດທິ ມະນຸດ ແລະ ສິດທິ ທາງ ສາສນາ ໃນລາວ ຊຶ່ງ ເປັນ ອົງກອນ ທີ່ ບໍ່ຂຶ້ນ ກັບ ຣັຖບານ ເວົ້າ ວ່າ  ສາສນາ ຄຣິສຕຽນ-ລາວ ຍັງຖືກ ກ່າວຫາ ແລະ ປາບປາມ ຢູ່ ຕລອດມາ ຍ້ອນ ຄວາມຄິດ ເກົ່າໆ ຂອງ ຜູ້ນຳ ຄອມມຸນິສ ລາວ ທີ່ບໍ່ໃຫ້ ການ ເຄົາຣົບ ນັບຖື ກຸ່ມ ສາສນາ ຄຣິສຕຽນ ໃນລາວ. ທ່ານ ໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ຕໍ່ວັງ ວາຕີກັ້ນ, ທ່ານ ເປັນ ທະນາຍ ຄວາມ ຊາວ ຄຣິສຕຽນ ຄົນລາວ ຢູ່ ສະຫະຣັຖ ອະເມຣິກາ ແລະ ກໍເປັນ ຜູ້ ຣົນນະຣົງ ໃຫ້ ຍຸຕິ ການ ຝ່າຝຶນ ສິດທິ ຊາວ ຄຣິສຕຽນ ໃນລາວ.

ທ່ານ ໄດ້ ຮຽກຮ້ອງ ໃຫ້ ອຳນາດ ການ ປົກຄອງ ທ້ອງຖິ່ນ ໃນລາວ ວ່າ ຣັຖທັມມະນູນ ລາວ ສະບັບ ປີ 1992 ຄ້ຳ ປະກັນ ສິດທິ ທາງ ສາສນາ ໃນລາວ ແຕ່ ພາກ ປະຕິບັດ ຕົວຈີງ ນັ້ນ ບໍ່ຖືກ ບັງຄັບ ໃຊ້ເລີຍ. ເຈົ້າ ຫນ້າທີ່ ແລະ ຜູ້ນຳ ລາວ ຜູ້ ທີ່ມີ ແນວຄິດ ແບບ ຄອມມຸນິສ ເກົ່າໆ ເບີ່ງ ຊາວ ຄຣິສຕຽນ ຢ່າງ ບໍ່ມີ ຄວາມ ເມດຕາ, ເຫັນວ່າ ກຸ່ມທີ່ ຖື ສາສນາ ຄຣິສຕຽນ ເປັນ ສາສນາ ຂອງ ຄົນ ຕ່າງຊາດ ມີການ ວາງ ມາຕການ ຄວບຄຸມ ແລະ ປາບປາມ ຢູ່ ຕລອດມາ.

ທ່ານວ່າ ການ ພົວພັນ ທາງ ດ້ານ ການເມືອງ ແລະ ການ ຕິດຕໍ່ ກັບ ປະເທດ ຕາເວັນຕົກ ເປັນ ກຸນແຈ ສຳຄັນ ສຳລັບ ອະນາຄົດ ຂອງ ສາສນາ ຄຣິສຕຽນ ໃນລາວ. ຣັຖບານ ລາວ ຖືກ ຄວບຄຸມ ມາເປັນ ເວລາ ດົນນານ ຈາກ ອານານິຄົມ ປະເທດ ຕາເວັນຕົກ. ສປປລາວ ມີ ປະຊາກອນ ກວ່າ 6 ລ້ານ ຄົນ ໃນນັ້ນ 1.5 ສ່ວນຮ້ອຍ ເປັນ ຊາວ ຄຣິສຕຽນ ສ່ວນໃຫຍ່ ເປັນ ຊາວພຸດ ແລະ ຊາວ  ຄຣິສຕຽນ ໃນລາວ ສ່ວນໃຫຍ່ ຈະ ຢູ່ໃຕ້ ດິນ ບໍ່ກ້າ ສະແດງ ອອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.