ຊາວລາວຄຣິສຕຽນຖືກ ຂັບໄລ່
2017.07.19
ອົງການຄຣິສຕຽນ ຣາຍງານວ່າ ເມື່ອສອງອາທິດກ່ອນ ເຈົ້າໜ້າທີ່ບ້ານທາດ ເມືອງສຸຂຸມາ ແຂວງຈຳປາສັກ ໄດ້ໄລ່ ຊາວລາວ 10 ປາຍ ຄອບຄົວ ທີ່ນັບຖືສາສນາຄຣິສຕຽນ ອອກໄປຈາກບ້ານ ຍ້ອນພວກເຂົາເຈົ້າ ເຜີຍແຜ່ສາສນາຄຣິສຕຽນ ຢູ່ໃນບ້ານທາດ ແລະ ບ້ານອື່ນໆ ໃນເມືອງສຸຂຸມາ ແລະວ່າ ເຈົ້າໜ້າທີ່ ສັ່ງໃຫ້ ຊາວຄຣິສຕຽນ ເຊົາເຜີຍແຜ່ ສາສນາ ນັ້ນ ແລະມ້າງເຮືອນ ຂອງ ພວກຂະເຈົ້າຖິ້ມ. ດັ່ງ ເຈົ້າໜ້າທີ່ ບ້ານທາດ ກ່າວວ່າ:
"ຂະເຈົ້າເວົ້າ ມີແຫລະແຕ່ກ່ອນ ດຽວນີ້ອໍານາດ ການປົກຄອງ ຫ້າມປາມ ທຸບເຮືອນຂະເຈົ້າ ບໍ່ມີການເຄື່ອນໄຫວ ຈັ່ງໃດຮູ້ແຕ່ວ່າ ອໍານາດ ການປົກຄອງເມືອງ ເພິ່ນນິ ສະກັດກັ້ນ ຫັ້ນແຫລະ ເພິ່ນບໍ່ຢາກໃຫ້ ເຜີຍແຜ່ ເພາະວ່າ ສາສນາ ດັ້ງເດີມເຮົານີ້ ກໍພຸດນໍ໊ ຢູ່ເຂດເຮົານິ ບໍ່ມີ ບໍ່ເຄີຍມີ ເພິ່ນກະບໍ່ຢາກໃຫ້ ເກີດນໍ໊ ປະມານ 10 ປາຍ ຄອບຄົວ ນີ້ແຫລະ".
ທ່ານເວົ້າວ່າ ຊາວຄຣິສຕຽນ ທີ່ມາຢູ່ ແລະເຜີຍແຜ່ ສາສນາຢູ່ບ້ານທາດ ແລະບ້ານອື່ນໆອີກນັ້ນ ແມ່ນມາຈາກເມືອງອື່ນ. ປັດຈຸບັນ ພວກ ເຂົາເຈົ້າ ຍອມໜີ ອອກໄປຈາກບ້ານ ນີ້ໝົດແລ້ວ ຕາມຄຳສັ່ງຂອງ ເຈົ້າໜ້າທີ່.
ບໍ່ພຽງເທົ່ານັ້ນ ຍັງມີຂ່າວວ່າ ເຈົ້າໜ້າທີ່ທ້ອງຖິ່ນ ຂົ່ມຂູ່ເອົາເງິນ ຈາກຄອບຄົວຊາວຄຣິສຕຽນ, ຫາກບໍ່ໃຫ້ ກໍຈະມ້າງເຮືອນຖິ້ມ ແລະບໍ່ໃຫ້ ຢູ່ໃນບ້ານທາດ ນີ້ອີກ. ຖ້າຈ່າຍ ກໍຈະໃຫ້ ນັບຖື ສາສນາຄຣິສຕຽນ ຕໍ່ໄປ.
ເພື່ອຄວາມກະຈ່າງແຈ້ງ RFA ໄດ້ຕິດຕໍ່ໄປຂໍຄວາມເຫັນ ນໍາເຈົ້າໜ້າທີ່ ເມືອງສຸຂຸມາ, ໄດ້ຮັບຄຳຕອບວ່າ ບໍ່ເຄີຍໄດ້ຍິນ ລາຍງານກ່ຽວກັບ ເຣຶ່ອງນີ້. ແລະເວົ້າວ່າມີຄົນລາວ ທີ່ນັບຖືສາສນາຄຣິສຕຽນ ເຂົ້າມາຢູ່ໃນ ເມືອງສຸຂຸມາ ນີ້ຫລາຍຂຶ້ນ. ເມື່ອ RFA ຂໍເລກ ໂທຣະສັບ ຂອງ ຊາວຄຣິສຕຽນ ທີ່ໄດ້ໜີໄປນັ້ນ, ເຈົ້າໜ້າທີ່ ທ່ານນັ້ນ ເພີ່ນບອກວ່າ ບໍ່ຮູ້ ເພາະເຂົາໜີໄປແລ້ວ.
ໃນເດືອນພຶສພາປີນີ້ ຜູ້ນຳສາສນາຄຣິສຕຽນ ໃນນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງ ທາງການສປປລາວ ໃຫ້ຄວາມສຳຄັນ ແລະຄວາມເປັນ ທັມ ແກ່ຄອບຄົວ ຊາວຄຣິສຕຽນ ທີ່ຖືກໄລ່ອອກຈາກບ້ານ ຍ້ອນປ່ຽນໄປ ນັບຖື ສາສນາຄຣິສຕຽນ ຫລືເຜີຍແຜ່ ສາສນາຄຣິສຕຽນຢູ່ລາວ ຫລັງຈາກຊາວຄຣິສຕຽນ 5 ຄອບຄົວ ຖືກທາງການ ໄລ່ອອກຈາກ ບ້ານຫ້ວຍສູບ ເມືອງຊອນ ແຂວງຫົວພັນ.