ການເຊຶ່ອມ ອຳນາດ ຂອງ ຈີນ ເຂົ້າມາ ລາວ ເລີ້ມຈາກ ນະໂຍບາຍ ການ ຕີຜ່າ ວົງລ້ອມ ຂອງ ສະຫະຣັດ ທີ່ ມີຕໍ່ ຈີນ ຊຶ່ງ ຈີນ ໃຊ້ ລາວ ເປັນ ແປ້ນຢັນ ໄປ ສູ່ ອາຊຽນ ດ້ວຍການ ໃຊ້ ໂຄງການ ຣົດໄຟ ຄວາມໄວ ສູງ ທີ່ ເອີ້ນ ກັນວ່າ ທາງ ສາຍໄຫມ ເສັ້ນໃຫມ່ ໄປ ສູ່ ອາຊຽນ ຂອງ ຈີນ ນັ້ນເອງ.
ນັກຊ່ຽວຊານ ດ້ານ ການເມືອງ ໃນ ຂົງເຂດ ເອເຊັຽ ທ່ານນຶ່ງ ເວົ້າວ່າ ແຜນການ ທີ່ ຣັຖບານ ຈີນ ຈະ ເຊື່ອມ ອຳນາດ ໄປສູ່ ສປປລາວ ແລະ ບັນດາ ປະເທດ ອາຊຽນ ນັ້ນ ເກີດຈາກ ນະໂຍບາຍ ຕີຜ່າ ວົງອ້ອມ ຂອງ ສະຫະຣັດ ແລະ ປະເທດ ຕາເວັນຕົກ ທັງຫລາຍ ທີ່ ມີຕໍ່ ຈີນ ດ້ວຍການ ໃຊ້ ໂຄງການ ຣົດໄຟ ຄວາມໄວ ສູງ ແລະ ການ ຊ່ອຍເຫລືອ ຕ່າງໆ ເພື່ອ ອ່ອຍ ປະເທດ ເຫລົ່ານັ້ນ ໃຫ້ ມີການ ພົວພັນ ກັບ ຈີນ ຫລາຍຂື້ນ. ໂຄງການ ຣົດໄຟ ຄວາມໄວ ສູງ ດັ່ງກ່າວ ຕ້ອງໄດ້ ຜ່ານ ສປປ ລາວ ຍ້ອນ ພະມ້າ ແລະ ວຽດນາມ ບໍ່ເອົາ ນຳ.
ບັນດາ ປະເທດ ທີ່ ຈີນ ຢາກເອົາ ເຂົ້າຮ່ວມ ນຳ ນັ້ນ ລ້ວນແຕ່ ເປັນ ພັນທະມິດ ເກົ່າ ຂອງ ສະຫະຣັດ ຈີນ ຈຶ່ງ ຄ່ອຍ ທັບມ້າງ ໄປ ແຕ່ລະ ຂັ້ນ ຍ້ອນ ຈີນ ຮູ້ວ່າ ໃນ ປັດຈຸບັນ ຕົນກຳລັງ ຕົກ ຢູ່ໃນ ທ່າອ່ຽງ ຖືກ ປິດລ້ອມ ຈາກ ສະຫະຣັດ ເຊັ່ນ ທາງ ພາກ ຕາເວັນຕົກ ກໍ ແມ່ນ ອີນເດັຽ ເປັນ ພັນທະມິດ ຂອງ ສະຫະຣັດ ພາກໃຕ້ ຫລື ຕາເວັນຕົກ ສ່ຽງໃຕ້ ກໍມີ ໄທ ພະມ້າ ກໍຫນ້າ ເຂົ້າຫາ ຕາເວັນຕົກ ວຽດນາມ ກໍມີ ບັນຫາ ເຣື້ອງ ທະເລຈີນ ແລະ ກໍພ້ອມທີ່ ຈະ ເຂົ້າຮ່ວມ ພັນທະມິດ ກັບ ສະຫະຣັດ, ທາງພາກ ຕາເວັນອອກ ກໍແມ່ນ ຣັດເຊັຽ ຍັງ ບໍ່ແນ່ ວ່າ ຣັດເຊັຽ ຈະຢູ່ນຳ ຕົນ ດົນ ປານໃດ ໃຄແດ່ ແຕ່ວ່າ ມີບັນຫາ ຄຣີເມັຽ ຣັດເຊັຽ ຈຶ່ງ ຫັນ ຄວາມ ສົນໃຈ ມາຫາ ຈີນ ຫລາຍຂຶ້ນ ນອກຈາກ ນັ້ນ ຈີນ ຍັງມີ ບັນຫາ ກັບ ຍີ່ປຸ່ນ ເກົາຫລີ ໃຕ້ ໃຕ້ຫວັນ ແລະ ບັນດາ ປະເທດ ທີ່ ອ້າງ ອະທິປະຕັຍ ໃນເຂດ ທະເລຈີນ ໃຕ້, ຈີນ ມີບັນຫາ ທຸກດ້ານ ແລະ ກໍກຳລັງ ຈະຕົກຢູ່ ໃນວົງ ອ້ອມ ຂອງ ສະຫະຣັດ ທຸກ ເມື່ອ.
ດັ່ງນັ້ນ ແຜນການ ຕີຜ່າ ວົງລ້ອມ ຂອງ ສະຫະຣັດ ຂອງ ຈີນ ກໍແມ່ນວ່າ:
1- ທາງພາກ ຕາເວັນຕົກ ສ່ຽງໃຕ້ ກໍແມ່ນ ມີການ ພົວພັນ ກັບ ບັນດາ ປະເທດ ອາຊຽນ ຫລາຍຂຶ້ນ ດ້ວຍການ ສົ່ງເສີມ ການຄ້າ ການ ລົງທຶນ ແລະ ການສ້າງ ໂຄງ ຮ່າງ ພື້ນຖານ ປະເພດ ຕ່າງໆ ໃນ ປະເທດ ເຫລົ່ານີ້ ທີ່ ເລີ້ມຈາກ ໂຄງ ການ ຣົດໄຟ ຄວາມໄວ ສູງ ຜ່ານລາວ ໄປ ໄທ ມາເລເຊັຽ ຮອດ ສິງກະໂປ. ໄທ ອາດຈະເປັນ ສູນກາງ ການຄ້າ ແລະ ການ ລົງທຶນ ການ ສົ່ງອອກ ຂອງຈີນ ໃນ ອະນາຄົດ ລາວ ຈະເປັນ ທາງຜ່ານ ລ້າໆ ດັ່ງນັ້ນ ໂຄງການ ຣົດໄຟ ຄວາມໄວ ສງູ ຈຶ່ງ ເປັນສິ່ງ ສຳຄັນ ໃນການ ອອຍ ປະເທດ ດັ່ງກ່າວ ດ້ວຍເງິນ ກູ້ ຣະຍະຍາວ ດອກເບັ້ຽ ຕ່ຳ ສຳລັບ ສປປລາວ ແລ້ວ ເສັຽປຽບ ຍ້ອນວ່າ ຈະເປັນ ຜູ້ຈ່າຍ ຫມົດ ທຸກຢ່າງ ໃນ ໂຄງການ ດັ່ງກ່າວ ທັ້ງໆທີ່ ແນວໃດ ຈີນ ກໍຈະສ້າງ ຢູ່ແລ້ວ ຊຶ່ງ ກ່ອນ ຫນ້ານີ້ ຈີນ ປະກາດ ລົງທຶນ 70-30 ກັບ ລາວ ແຕ່ມາ ປ່ຽນໃຈ ໂດຍໃຫ້ ເຫດຜົລ ວ່າ ບໍ່ ຄຸ້ມຄ່າ ຍ້ອນ ຮູ້ວ່າ ຈັ່ງໃດ ລາວ ກໍຈະສ້າງ ຢູ່ແລ້ວ. ຈີນ ຕ້ອງການ ໄທ ແລະ ໄທ ກໍເປັນ ພັນທະມິດ ເກົ່າແກ່ ຂອງ ສະຫະຣັດ ແຕ່ວ່າງ ຫລັງໆ ມານີ້ ຫລັງຈາກ ລົງນາມ ໃນ ໂຄງການ ຣົຖໄຟ ຄວາມໄວ ສູງ ກັບ ຈີນ ປາກົດ ວ່າ ຣັຖບານ ທະຫານ ໄທ ມີ ທ່າອ່ຽງ ເຂົ້າໃກ້ຊິດ ກັບ ຈີນ ຫລາຍຂຶ້ນ ຍ້ອນໄດ້ ເງິນກູ້ ດ້ວຍການ ແລກປ່ຽນ ສິນຄ້າ, ດັ່ງ ເຂົ້າ ແລະ ຢາງພາລາ ກັບ ຈີນ ໃນ ໂຄງການ ຣົດໄຟ ຄວາມໄວ ສູງ ໄທ-ຈີນ.
ສຳລັບ ພະມ້າ ແລ້ວ ຊຶ່ງເປັນ ພັນທະມິດ ເກົ່າ ຂອງຈີນ ຈີນ ຈຶ່ງ ຄິດວ່າ ບໍ່ ມີບັນຫາ ແຕ່ຍັງ ບໍ່ແນ່ ເພາະ ວ່າງຫລັງໆ ມານີ້ ພະມ້າ ໄດ້ ຍົກເລີກ ຫລາຍ ໂຄງການ ກັບ ຈີນ ດັ່ງການ ສ້າງ ເຂື່ອນ ໃສ່ ແມ່ນ້ຳ ສາຣະວິນ, ການ ຂຸດຄົ້ນ ແຮ່ທາດ ທອງແດງ ແລະ ໂຄງການ ຣົດໄຟ ກັບ ຈີນ ພະມ້າ ມີ ທ່າອ່ຽງ ເຂົ້າໄປ ຫາ ປະເທດ ຕາເວັນຕົກ ຫລາຍ ຂຶ້ນ.
ສຳລັບ ກຳພູຊາ ນັ້ນ ຈີນ ຄິດວ່າ ບໍ່ ມີບັນຫາ ເພາະ ຜູ້ນຳ ກຳພູຊາ ລຸ້ນເກົ່າ ເຄີຍຖືກ ຈີນ ລ້ຽງດູ ປູເຊື່ອ ມາດົນ ແລ້ວ ແຕ່ ກຸ່ມ ຜູ້ນຳ ລຸ້ນນັ້ນ ເຖົ້າແກ່ ແລ້ວ ນາຍົກ ຣັຖມົນຕຣີ ຮຸນເຊນ ກໍຫັນ ເຂົ້າໄປຫາ ສະຫະຣັດ ແລະ ວຽດນາມ ຫຼາຍຂຶ້ນ ຈີນ ພຍາຍາມ ດຶງ ສປປລາວ ແລະ ກຳພູຊາ ອອກຈາກ ວຽດນາມ ແຕ່ ບໍ່ຮູ້ວ່າ ຈະ ສຳເຣັດ ຊໍ່າໃດ ສຳລັບ ລາວ ແລ້ວ ອາດຈະຍາກ ເພາະ ທຸກຢ່າງ ໃນ ປັດຈຸບັນ ຂຶ້ນ ກັບ ວຽດນາມ ເກືອບຫມົດ ແຕ່ ກຳພູຊາ ນັ້ນ ຍັງບໍ່ແນ່ ເພາະ ຈີນ ໄດ້ ທຸ້ມເທ ການ ລົງທຶນ ແລະ ການ ຊ່ອຍເຫລືອ ຢ່າງ ມະຫາສານ ໃນ ກຳພູຊາ. ທາງການ ສະຫະຣັດ ກໍ ພຍາຍາມ ລົງນາມ ຄວາມ ປອດພັຍ ກັບ ວຽດນາມ ແລະ ກຳພູຊາ ຢູ່ໃນ ເວລານີ້ ໂດຍ ຍົກ ບັນຫາ ທະເລຈີນ ໃຕ້ ມາເປັນ ປະເດັນ ໂອ້ລົມ ກັນ.
ຈີນ ພຍາຍາມ ດຶງ ໄທ ພະມ້າ ມາເລເຊັຽ ແລະ ສິງກະໂປ ອອກຈາກ ສະຫະຣັດ ດຶງ ລາວ ແລະ ກຳພູຊາ ອອກຈາກ ວຽດນາມ ແລະ ທາງພາກ ອື່ນໆ ກໍແມ່ນວ່າ ໃນ ປັດຈຸບັນ ຈີນ ກໍໄດ້ ເຈຣະຈາ ກັບ ອິນເດັຽ ກ່ຽວກັບ ຂໍ້ ຂັດແຍ່ງ ໃນເຂດ ຊາຍແດນ ທີ່ ເປັນ ບັນຫາ ຣະຫວ່າງ ສອງ ປະເທດ ມາ ດົນນານ ໄດ້ ລົງນາມ ສງົບເສິກ ຣະຫວ່າງ ກັນ ແລະ ອິນເດັຽ ກໍເປັນນຶ່ງ ໃນ ບັນດາ ສະມາຊິກ ຂອງ ກຸ່ມ ປະເທດ BRICK ຊຶ່ງ ເປັນ ປະເທດ ຕໍ່ຕ້ານ ການ ຂຍາຍ ອິດຕິພົລ ຂອງ ປະເທດ ຕາເວັນຕົກ ແລະ ສະຫະຣັຖ ທາງ ພາກ ຕາເວັນອອກ ກໍມີການ ເພີ້ມ ສຳພັນ ກັບ ຣັດເຊັຽ ຫລາຍຂຶ້ນ ຫລັງຈາກ ຣັຖເຊັຽ ມີ ບັນຫາ ກັບ ປະເທດ ຕາເວັນຕົກ ກ່ຽວກັບ ຄຣິເມັຽ ໃນ ຢຸເຄຣນ.
ກ່ຽວກັບ ວົງຕັນ ໃນເຂດ ທະເລຈີນ ໃຕ້ ແລະ ທະເລຈີນ ພາກ ຕາເວັນອອກ ຈີນ ກໍໄດ້ ເຈຣະຈາ ກັບ ວຽດນາມ ແລະ ຍີ່ປຸ່ນ ແລະ ບັນດາ ປະເທດ ທີ່ ມີ ຄວາມ ຂັດແຍ່ງ ເພື່ອ ຜ່ອນຄາຍ ຄວາມ ເຄັ່ງຕຶງ ແລະ ສ້າງ ຜົລປໂຍດ ຮ່ວມກັນ ໃນເຂດ ນ່ານນ້ຳ ທີ່ ມີຄວາມ ຂັດແຍ່ງ ເຫດການ ຄວາມ ຂັດແຍ່ງ ກໍຄ່ອຍ ຜ່ອນຄາຍ ລົງແດ່ ເລັກນ້ອຍ ແຕ່ຍັງ ບໍ່ແນ່ວ່າ ຈະດົນ ປານໃດ ເພາະ ປັດຈຸບັນ ຣັຖມົນຕຣີ ປ້ອງກັນ ປະເທດ ຄົນໃຫມ່ ຂອງ ສະຫະຣັດ ກໍໄດ້ມາ ຢ້ຽມຢາມ ບັນດາ ປະເທດ ເຫລົ່ານັ້ນ ທີ່ ຮ່ວມດ້ວຍ ເກົາຫລີ ໃຕ້ ຍີ່ປຸ່ນ ແລະ ວຽດນາມ ອາດຈະ ລົງນາມ ການ ຮັກສາ ຄວາມ ປອດພັຍ ໃນ ຂົງເຂດ ຮ່ວມກັນ ແຕ່ຖ້າ ເປັນ ເຊັ່ນນັ້ນ ຈີນ ແຮງ ຈະມີ ບັນຫາ ເພີ້ມຂຶ້ນ.
ສຳລັບ ກັບ ໃຕ້ຫວັນ ແລ້ວ ຣັຖບານ ຊຸດ ປັດຈຸບັນ ທ່ານ ມາຊີງຈາວ ກໍມີ ຄວາມ ສຳພັນ ກັບ ຈີນ ແຜ່ນດິນ ໃຫຍ່ ຫລາຍຂື້ນ ດັ່ງ ນັກ ສັງເກດການ ທ່ານນຶ່ງ ເວົ້າ ກ່ຽວກັບ ຂໍ້ຂັດແຍ່ງ ໃນເຂດ ທະເລຈີນ ໃຕ້ ວ່າ:-ສຽງ--
ຈີນ ຮູ້ດີວ່າ ບັນຫາ ທະເລຈີນ ໃຕ້ ເປັນຈຸດ ຂອງ ຄວາມ ຂັດແຍ່ງ ກັບ ບັນດາ ປະເທດ ອ້ອມຂ້າງ ຂອງ ຈີນ ແລະ ສະຫະຣັດ ກໍ ຈະໃຊ້ ໄມ້ຕາຍ ໄມ້ນີ້ ຕໍ່ ຈີນ ຈີນ ຈຶ່ງ ຫາວິທີ ເຈຣະຈາ ກັບ ປະເທດ ເຫລົ່ານັ້ນ. ຈີນ ໄດ້ບອກ ສະຫະຣັດ ວ່າ ບໍ່ໃຫ້ ເຂົ້າຂ້າງ ໃນ ບັນຫາ ທະເລ ຈີນ ໃຕ້.
ສຳລັບ ສປປລາວ ແລ້ວ ມີຄວາມ ສຳຄັນ ຕໍ່ ຈີນ ຫລາຍ ໃນ ນະໂຍບາຍ ການ ຕີ ຜ່າ ວົງອ້ອມ ຂອງ ສະຫະຣັດ ລົງມາ ເຂດ ອາຊຽນ ຍ້ອນວ່າ ລາວ ເປັນ ດ່ານຫນ້າ ຂອງ ຈີນ ໃນການ ສ້າງ ສາຍ ພົວພັນ ກັບ ປະເທດ ເຫລົ່ານັ້ນ ແຕ່ ຣັຖບານ ລາວ ອາດບໍ່ຮູ້ ຈຸດປະສົງ ດັ່ງກ່າວ ຂອງ ຈີນ ຈຶ່ງ ລົງທຶນ ສ້າງ ໂຄງການ ຣົດໄຟ ຄວາມໄວ ສູງ ດ້ວຍ ຕົນເອງ ໂດຍ ເຫດຜົລ ທີ່ວ່າ ລາວ ຈະເປັນ LANDLINK ໃນ ຂົງເຂດ.
ແຕ່ ເຖິງຢ່າງໃດ ຈີນ ກໍຈະສ້າງ ເສັ້ນ ທາງ ຣົດໄຟ ສາຍ ດັ່ງກ່າວ ແຕ່ຕົ້ນ ຢູ່ແລ້ວ ຈືື່ງ ຍົ້ວະ ລາວ ລົງທືນ. ເຖິງ ແມ່ນວ່າ ລາວ ຈະເປັນ ປະເທດ ນ້ອຍ ແຕ່ ລາວ ມີຄວາມ ສຳຄັນ ກັບ ຈີນ ຍ້ອນວ່າ ຍຸທສາດ ສະຖານທີ່ ຕັ້ງ ຂອງ ປະເທດ ໃນ ການຂຍາຍ ອຳນາດ ຂອງ ຈີນ ໄປ ໃນ ເອເຊັຽ. ຈີນ ໄດ້ ລົງທຶນ ຢ່າງ ມະຫານສານ ໃນ ລາວ ດັ່ງ ການສ້າງ ຕັ້ງ ເຂດ ເສຖກິດ ພິເສດ ການ ຂຸດຄົ້ນ ແຮ່ທາດ ການ ປູກ ຕົ້ນໄມ້ ເສຖກິດ ແລະ ສ້າງ ຫ້າງ ຊັພສິນຄ້າ ໂຮງຈັກ ໂຮງງານ ຕ່າງໆ ໃນລາວ ກໍລ້ວນແຕ່ ຜົລປໂຍດ ຣະຍະ ຍາວ ຂອງ ຈີນ ທັງນັ້ນ.
ສະພາບການ ໃນ ປັດຈຸບັນ ກໍແມ່ນວ່າ ຈີນ ພຍາຍາມ ປ່ຽນ ໄທ ພະມ້າ ແລະ ກຳພູຊາ ໃຫ້ ເຂົ້າມາຫາ ຕົນ ຫລາຍຂຶ້ນ ໂດຍໃຊ້ ລາວ ເປັນ ທາງຜ່ານ ສຳລັບ ສປປລາວ ແລ້ວ ບໍ່ມີ ບັນຫາ ຍ້ອນວ່າ ລາວ ຕ້ອງການ ການ ຊ່ອຍເຫລືອ ແລະ ການ ລົງທຶນ. ຖ້າ ຈີນ ສາມາດ ດຶງ ສາມ ປະເທດ ດັ່ງກ່າວ ເຂົ້າມາ ຢູ່ ໃນການ ຄວບຄຸມ ຂອງຕົນ ມັນຈະສ້າງ ຄວາມ ອ່ອນແອ ໃຫ້ ແກ່ ວຽດນາມ ແຕ່ ວຽດນາມ ອາດຈະ ບໍ່ປ່ອຍ ສປປລາວ ດັ່ງນັ້ນ ຈຶ່ງ ເຫັນ ຜູ້ນຳ ວຽດນາມ ມາ ຢ້ຽມຢາມ ແລະ ເຮັດວຽກ ໃນລາວ ຢູ່ ຕລອດ.
ສະຫະຣັດ ພຍາຍາມ ທັບມ້າງ ຄວາມ ສຳພັນ ດັ່ງກ່າວ ຂອງຈີນ ດ້ວຍການ ເຂົ້າມາ ພົວພັນ ກັບ ວຽດນາມ ກຳພູຊາ ແລະ ໄທ ຫລາຍຂຶ້ນ ແຕ່ ສະຫະຣັດ ຍັງ ບໍ່ຮູ້ວ່າ ຕົນກຳລັງ ສູ້ກັບ ບັນດາ ປະເທດ ທີ່ ມີສາຍ ສຳພັນ ກັນມາ ເປັນ ເວລາ ດົນນານ ກ່ອນ ແລະ ຫລັງ ສົງຄາມ ໂລກ ຄັ້ງທີ ສອງ ຮ່ວມກັນ ຕໍ່ສູ້ ສັດຕຣູ ອັນດຽວ ກັນ ດັ່ງ ສະຫະຣັດ ນັ້ນເອງ.