ລາວ-ຈີນເສີມຂຍາຍການ ພົວພັນ

ມະນີຈັນ
2014.11.09
F-image ລາວ-ຈີນເສີມຂຍາຍການ ພົວພັນ
RFA

 

ລາວ ແລະ ຈີນ ຕົກລົງ ຈະ ເສີມຂຍາຍ ການພົວພັນ ຣະຫວ່າງ ກັນ ຕໍ່ໄປ. ຕາມຣາຍງານ ຂ່າວ ຊິນຮົວ ຈາກ ກຸງປັກກິ່ງ ໃນ ວັນທີ 8 ພຶສຈິກາ 2014 ນີ້. ໃນການ ພົບປະ ກັບ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ສປປ ລາວ ທ່ານ ສີ ຈິນ ຜິງ ປະທານ ປະເທດ ຈີນ ໄດ້ ຕົກລົງ ໃຫ້ 2 ປະເທດ ເພີ່ມທະວີ ຂຍາຍ ການພົວພັນ ດ້ານ ຍຸທສາດ ແລະ ຮັກສາ ປະເພນີ ຢ້ຽມຢາມ ຊຶ່ງ ກັນແລະກັນ ໃນ ຣະດັບສູງ ທີ່ ມີຂຶ້ນ ຢ່າງເປັນ ປະຈຳ ຢູ່ ຕໍ່ໄປ.

ພ້ອມດຽວ ກັນ ທ່ານ ສີຈິນຜິງ ຍັງໄດ້ ຮຽກຮ້ອງ ໃຫ້ ເສີມຂຍາຍ ການພົວພັນ ຣະຫວ່າງ ພັກ ແລະ ແລກປ່ຽນ ປະສົພການ ການປົກ ຄອງ ແລະ ສນັບສນູນ ຊຶ່ງກັນ ແລະ ກັນ ໃນການ ປະຕິຮູບ ແລະ ການ ພັທນາ.

ທ່ານ ສີຈິນຜິງ ໄດ້ກ່າວ ເນັ້ນວ່າ 2 ປະເທດ ລາວ-ຈີນ ຄວນຊຸກຍູ້ ໂຄງການ ຮ່ວມມື ທີ່ ສຳຄັນ ເພື່ອຄວາມ ກ້າວໜ້າ ໃນເວລາ ອັນໄວ. ແລະ ທ່ານ ກໍໄດ້ ຮຽກຮ້ອງ ໃຫ້ ທັງ 2 ຝ່າຍ ຂຍາຍ ການຮ່ວມມື ກັນ ຢ່າງ ຮອບດ້ານ ແລະ ດຳເນີນ ໂຄງການ ທີ່ ທັງ 2 ຝ່າຍ ໄດ້ ເຫັນພ້ອມ ນຳກັນ ເມື່ອ ທ່ານ ຈູມມາລີ ເດີນທາງ ຢ້ຽມຢາມ ຈີນ ໃນ ເດືອນ ກໍຣະກະດາ ທີ່ ຜ່ານມາ.

ປະທານ ປະເທດ ຈີນ ກ່າວ ຕື່ມ ອີກວ່າ 2 ປະເທດ ຄວນ ສົ່ງເສີມ ການພັທນາ ເປັນຄູ່ຮ່ວມ ດ້ານ ຍຸທສາດ ລາວ-ຈີນ ຢ່າງ ຮອບດ້ານ ໂດຍ ໄວ້ວາງໃຈ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ເພື່ອ ຜົລປະໂຫຍດ ຮ່ວມກັນ.

ທາງຝ່າຍ ທ່ານ ຈູມມາລີ ກໍໄດ້ ກ່າວວ່າ ລາວ ກໍພ້ອມ ທີ່ຈະ ເຂົ້າຮ່ວມ ໃນ ວຽກງານ ສ້າງຕັ້ງ ທະນາຄານ ການ ລົງທຶນ ເພື່ອ ໂຄງສ້າງ ພື້ນຖານ ແຫ່ງ ເອເຊັຽ ຢ່າງ ຈິງຈັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.