ລາວແລະໄທ, ຮ່ວມມືປາບ ຢາເສພຕິດ

ຈໍາປາທອງ
2019.02.01
ແມ່ນໍ້າຂອງ ໃນເຂດ ແຂວງບໍ່ແກ້ວ ຝັ່ງລາວ ລະຫວ່າງ ແຂວງຊຽງຮາຍ ຂອງໄທ
RFA/AS

ໃນກອງປະຊຸມຄັ້ງທີ 17 ຣະຫວ່າງ ສປປລາວ ແລະໄທ ທີ່ບາງກອກປະເທສໄທ ເມື່ອວັນທີ 10 ແລະ 11 ມົກກະຣານີ້, ພົນຕຣີ ສົມຫວັງ ທໍາມະສິດ ຮອງ ຣັຖມົນຕຣີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າຄນະຜູ້ແທນ ສປປລາວ, ແລະ ພົນອາກາດເອກ ປຣະຈິນ ຈັ່ນຕອງ ຣັຖມົນຕຣີກະຊວງຍຸຕິທັມໄທ ປຶກສາຫາລືກັນ ກ່ຽວກັບການຮ່ວມມືຣະຫວ່າງ ສໍານັກງານເລຂາທິການ ຄນະກັມມະການແຫ່ງຊາດລາວ, ເພື່ອກວດກາ ແລະຄວບຄຸມຢາເສບຕິດ ແລະສໍານັກງານປາບປາມຢາເສບຕິດ ປ.ປ.ສ. ຂອງໄທ, ເພື່ອແລກປ່ຽນຂໍ້ມູນຂ່າວສານ ໃນການ ແກ້ໄຂບັນຫາຢາເສບຕິດ, ຊຶ່ງທັງສອງຝ່າຍໄດ້ຮ່ວມມືກັນມາເປັນເວລາ 27 ປີແລ້ວ.

ໃນກອງປະຊຸມ, ຜູ້ຕາງໜ້າຄນະຜູ້ແທນ ສປປລາວ ກ່າວເຖິງຜົລງານຂອງເຈົ້າໜ້າທີ່ປາບປາມຢາເສບຕິດຂອງສປປລາວ, ໃນຣະຍະນຶ່ງປີ ຜ່ານມາ ຕອນນຶ່ງວ່າ:

"ໃນຣະຍະ 1 ປີຜ່ານມາ ເຈົ້າໜ້າທີ່ພວກຂ້າພະເຈົ້າໄດ້ຫລາຍຄະດີ."

ແລະພົນອາກາດເອກ ປຣະຈິນ ຈັ່ນຕອງ ກໍກ່າວວ່າ, ທີ່ປະຊຸມໄດ້ມີການແລກປ່ຽນ ຂໍ້ມູນກ່ຽວກັບສະຖານະການຢາເສບຕິດຊຶ່ງກັນແລະກັນ, ຮວມທັງຜົລການຮ່ວມມືທາງດ້ານ ການປ້ອງກັນແລະປາບປາມຢາເສບຕິດຂອງທັງສອງປະເທສ. ນອກຈາກນັ້ນ, ກໍໄດ້ປຶກສາຫາລື ແລະໃຫ້ ຄໍາຄິດເຫັນຕໍ່ກັນຢ່າງກວ້າງຂວາງ, ໂດຍທີ່ທັງສອງຝ່າຍໄດ້ເຫັນພ້ອມຮ່ວມກັນໃນຫຼາຍບັນຫາ, ທີ່ຈະຮ່ວມມືກັນຕໍ່ໄປ ໃຫ້ມີຄວາມຕໍ່ເນື່ອງ ແລະໃກ້ຊິດກັນຍິ່ງຂຶ້ນ.

ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍເຫັນພ້ອມ ແລະຮັບຮອງເອົາຜົລຂອງກອງປະຊຸມຣະດັບເຈົ້າໜ້າທີ່ອາວຸໂສ, ຣະຫວ່າງ ພັນເອກ ອ່ອນຜິວ ໂຄ້ງວຽງທອງ ເລຂາທິການຄນະກັມມະການແຫ່ງຊາດລາວ, ເພື່ອກວດກາແລະຄວບຄຸມຢາເສບຕິດ ແລະ ທ່ານ ນິຍົມ ເຕີມສຣິສຸກ ເລຂາທິການ ປ.ປ.ສ. ຂອງໄທ ເມື່ອວັນທີ 10 ມົກກະຣາ ນີ້.

ກອງປະຊຸມກ່ຽວກັບການຮ່ວມມືດ້ານການປ້ອງກັນ ແລະປາບປາມຢາເສບຕິດ ຄັ້ງທີ 17 ນີ້, ຕົກລົງກັນ 3 ຂໍ້ ທີ່ມີເນື້ອໃນພໍສະຫລຸບໄດ້ວ່າ:

1. ທັງສອງຝ່າຍ ເຫັນພ້ອມນໍາກັນ, ໃນແຜນປະຕິບັດການຮ່ວມມື ສປປລາວ ແລະໄທ, ເພື່ອແກ້ໄຂບັນຫາຢາເສບຕິດຮ່ວມກັນ ໃນຣະຍະ ເວລາ 4 ປີ ຄືແຕ່ປີ 2019 ຫາປີ 2022, ໂດຍຈະເນັ້ນໃສ່ການແລກປ່ຽນຂໍ້ມູນຂ່າວສານ ເພື່ອນໍາໄປສູ່ ການສືບສວນຂຍາຍຜົລ ຂອງຄນະ ເຮັດວຽກ. ພ້ອມກັນນັ້ນ ຝ່າຍ ສປປລາວ ຍັງຍິນດີທີ່ຈະສົ່ງຜົລການວິເຄາະຢາເສບຕິດ, ຮູບຖ່າຍ, ຕົວຢ່າງຢາເສບຕິດ ແລະລັກສນະ ການ ບັນຈຸຫີບຫໍ່ຢາເສບຕິດ ທີ່ຍຶດໄດ້ຢູ່ ສປປລາວ ໃຫ້ຝ່າຍໄທ ເພື່ອສຶກສາ ແລະວິເຄາະຮ່ວມກັນ ຕໍ່ໄປ.

2. ຝ່າຍໄທ, ໂດຍມູນນິທິໂຄງການຫລວງ ສະຖາບັນວິຈັຍ ແລະພັທນາພື້ນທີ່ສູງ ຊຶ່ງເປັນອົງການມະຫາຊົນ ແລະສໍານັກງານ ປ.ປ.ສ. ຮ່ວມມືກັນສນັບສນູນ ຄວາມຮູ້ ແລະງົບປະມານຢ່າງເຕັມຮູບແບບແກ່ ຝ່າຍ ສປປລາວ, ໃນການປະຕິບັດ ໂຄງການ ພັທນາທາງເລືອກ ໃນພື້ນທີ່ ໝູ່ບ້ານອຸດົມໄຊ, ເມືອງວຽງທອງ ແຂວງບໍລິຄໍາໄຊ, ເພື່ອແກ້ໄຂບັນຫາການລັກລອບ ແລະລໍາລຽງພືດເສພຕິດ ຈາກພື້ນທີ່ດັ່ງກ່າວ ໄປປະເທສໄທ. ແລະ

3. ທັງສອງຝ່າຍ, ເຫັນພ້ອມນໍາກັນໃຫ້ມີການດໍາເນີນຕາມແຜນປະຕິບັດ ແມ່ນໍ້າຂອງປອດພັຍ 6 ປະເທສ, ໃນຣະຍະເວລາ 4 ປີ ແຕ່ປີ 2019 ຫາປີ 2022, ສືບຕໍ່ລາດຕະເວນທາງນໍ້າ ໃນເຂດແຂວງຊຽງຮາຍ ແລະແຂວງບໍ່ແກ້ວ, ແຂວງໜອງຄາຍ ແລະ ນະຄອນຫລວງ ວຽງຈັນ, ແຂວງນະຄອນພະນົມ ແລະແຂວງ ຄໍາມ່ວນ. ຝ່າຍໄທ, ຊ່ວຍເຮືອລາດຕະເວນ ແກ່ ສປປລາວ 1 ລໍາ ແລະທັງຝຶກອົບຮົມ ເຣຶ່ອງການຄວບຄຸມ ແລະຊ່ອມແປງເຮືອນັ້ນໃຫ້ ເພື່ອໃຊ້ວຽກໃນການແກ້ໄຂບັນຫາ ຢາເສບຕິດຮ່ວມກັນ.

ໃນກອງປະຊຸມ, ຝ່າຍໄທ ໄດ້ກ່າວເຖິງການເຄື່ອນໄຫວຂອງຕົນ ໃນການປາບປາມຢາເສບຕິດ ຕອນນຶ່ງວ່າ:

"ທ່ານກ່າວວ່າ ຍົກຣະດັບການຮ່ວມມື ກັບປະເທສເພື່ອນບ້ານ ໃນການຍຸຕິແຫລ່ງຜລິດ ແລະທໍາລາຍເຄືອຂ່າຍການຄ້າຢາເສບຕິດ, ຣະຫວ່າງປະເທສ."

ພ້ອມກັນນັ້ນກໍເວົ້າເຖິງການຊ່ອຍເຫລືອ ສປປ ລາວ ຈໍານວນນຶ່ງ, ຮວມທັງໃຫ້ຄໍາປຶກສາແນະນໍາດ້ານເທັກນິກ ການກະເສດ, ຈັດຫາ ແນວພັນພືດ, ການສົ່ງເສີມດ້ານການຕລາດ ແລະທັງກ່າວວ່າ:

"ທ່ານກ່າວວ່າ, ຝ່າຍໄທໂດຍກະຊວງສາທາຣະນະສຸຂ ແລະສໍານັກງານ ປປສ ຍິນດີໃຫ້ການສນັບສນູນ ສປປລາວ ໃນດ້ານວິຊາການ, ອົງຄວາມຮູ້, ການຝຶກອົບຮົມ."

ເວົ້າເຖິງຈຸດກວດກາ ແລະສະກັດກັ້ນເສັ້ນທາງລັກລໍາລຽງຢາເສບຕິດ, ພົນ ອາກາດ ເອກ ປຣະຈິນ ກ່າວວ່າ ທັງສອງຝ່າຍ, ຍັງເຫັນພ້ອມ ຮ່ວມກັນ ໃນການຈັດຕັ້ງ ແລະພັທນາຈຸດກວດກາ, ຈຸດສະກັດເສັ້ນທາງສໍາຄັນ ທີ່ມີຄວາມສ່ຽງ ຕໍ່ການໃຊ້ລັກລອບ ລໍາລຽງຢາເສບຕິດ, ແລະທັງຈະສົ່ງເສີມບົດບາດຂອງທະຫານ, ໃນການຮ່ວມແກ້ໄຂບັນຫາຢາເສບຕິດ, ຕາມແນວຊາຍແດນ ຜ່ານການປະສານງານ ແລະການ ດໍາເນີນງານ ຂອງຄນະປະຕິບັດງານ. ເພື່ອແກ້ໄຂບັນຫາຢາເສບຕິດ ຕາມຊາຍແດນໄທ-ລາວ ແລະຊຸດປະສານງານ ປະຈໍາພື້ນທີ່, ຊຶ່ງຢູ່ ພາຍໃຕ້ຄນະອະນຸກັມມະການ ດ້ານການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມແນວຊາຍແດນທົ່ວໄປ.

ໃນກອງປະຊຸມ, ທັງສອງຝ່າຍຕົກລົງກໍານົດພື້ນທີ່ປະຕິບັດງານ ໃນການສະກັດກັ້ນ ແລະປາບປາມຢາເສບຕິດຈໍານວນ 3 ພື້ນທີ່ ໃນສອງ ປະເທສຄື:

1. ພື້ນທີ່ເມືອງຕົ້ນເຜິ້ງ, ເມືອງຫ້ວຍຊາຍ ແລະເມືອງປາກທາ ແຂວງບໍ່ແກ້ວ ສປປລາວ, ກັບເມືຶອງຊຽງແສນ, ເມືອງຊຽງຂອງ ແລະເມືອງ ວຽງແກ່ນ ແຂວງຊຽງຮາຍ ປະເທສໄທ.

2. ພື້ນທີ່ເມືອງຊະນະຄາມ, ແລະເມືອງໝື່ນ ແຂວງວຽງຈັນ, ແລະພື້ນທີ່ເມືອງສັງທອງ ນະຄອນຫຼວງວຽງຈັນຂອງລາວ ກັບເມືອງຊຽງຄານ ແລະເມືອງປາກຊົມ ແຂວງເລີຍ ແລະເມືອງສັງຄົມ ແຂວງໜອງຄາຍຂອງໄທ.

3. ພື້ນທີ່ເມືອງຫິນບູນ, ແຂວງຄໍາມ່ວນ ຂອງລາວ ກັບ ເມືອງທ່າອຸເທນ ແຂວງນະຄອນພະນົມຂອງໄທ.

ເວົ້າສະເພາະເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາກເໜືອຂອງລາວ, ຊຶ່ງເປັນເມືອງນຶ່ງ ທີ່ຕັ້ງຢູ່ໃນເຂດສາມຫລ່ຽມຄໍາ, ມີຊາຍແດນຕິດກັບ ປະເທສໄທ ແລະພະມ້າ ແລະເປັນເຂດເສຖກິດພິເສດ ຂອງຈີນ ແມ່ນມີການລັກລອບ ຄ້າຂາຍ ແລະຂົນສົ່ງຢາເສບຕິດ ຊນິດຕ່າງໆ ເປັນຕົ້ນຢາບ້າ ຜ່ານຢູ່ຕລອດ, ດັ່ງເຈົ້າໜ້າທີ່ລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ມົກກະຣາ ນີ້ວ່າ:

"ຢາບ້າສ່ວນຫລາຍແມ່ນເຂົາລຳລຽງຜ່ານເຂດນີ້ ແລະບາງເທື່ອກະເອົາມາແຕ່ພະມ້າ ມັນໄປໆມາໆ ງ່າຍແດ່, ຂີ່ເຮືອຂ້າມແບບບໍ່ຜ່ານດ່ານ ນີ້ກະໄດ້, ເຈົ້າໜ້າທີ່ສ່ວນຫລາຍ, ກະກວດກາບໍ່ທົ່ວບໍ່ເຖິງ ສ່ວນຫຼາຍກະແມ່ນເຂດສາມຫຼ່ຽມນີ້ແຫຼະ ອັນຕະລາຍ ເວົ້າເລື້ອງຢາເສບຕິດ ມັນມີພວກ ທີ່ມີອິດທິພົນແດ່.”

ແລະໃນມື້ກ່ອນນັ້ນ, ເຈົ້າໜ້າທີ່ແຂວງບໍ່ແກ້ວ ກໍຍຶດຢາບ້າໄດ້ຈໍານວນ 5.7 ລ້ານເມັດ, ເຮໂຣອີນ 72 ກິໂລ ຢູ່ຣະຫວ່າງ ບ້ານສີດອນມີ ແລະບ້ານຫ້ວຍໄຂ້ ເມືອງຕົ້ນເຜິ້ງ ຍ້ອນໄດ້ຮັບຣາຍງານ ຈາກພົລເມືອງດີ, ດັ່ງທີ່ທ່ານກ່າວວ່າ:

"ຫລັກໆກະມີສາຍຣາຍງານ, ຈຶ່ງຈັບກຸມໄດ້, ຖ້າບໍ່ມີສາຍຣາຍງານນີ້ກະຍາກຢູ່, ເພາະວ່າເຂົາເຮັດເປັນຂະບວນການ.”

ໃນປີ 2018 ພຽງແຕ່ຢູ່ເມືອງຕົ້ນເຜິ້ງ ເມືອງດຽວ, ກໍຈັບກຸ່ມຄ້າຢາເສບຕິດຣາຍໃຫຍ່ໄດ້ 2 ຄັ້ງ, ຢຶດຍາບ້າໄດ້ 8 ລ້ານ ປາຍເມັດ ແລະ ຢາໄອສ 100 ກິໂລປາຍ, ທີ່ກຽມລໍາລຽງໄປປະເທສເພື່ອນບ້ານ ແລະໄປເຂດແຂວງຕ່າງໆຂອງລາວ.

ເພື່ອແກ້ໄຂບັນຫາຢາເສບຕິດ, ໃນກອງປະຊຸມ ທັງສອງຝ່າຍໄດ້ຕົກລົງ, ທີ່ຈະຮ່ວມກັນສົ່ງເສີມບົດບາດ ຂອງກົນໄກພາຍໃຕ້ການຮ່ວມມື ຣະຫວ່າງ ແຂວງແລະແຂວງ, ການຮ່ວມມືຣະຫວ່າງ ສໍານັກງານ, ປະສານງານແກ້ໄຂບັນຫາ ຢາເສບຕິດຕາມ ຊາຍແດນ ແລະໝູ່ບ້ານ ຄູ່ຂນານສີຂຽວ ເພື່ອພັທນາການຮ່ວມມື ຕ້ານຢາເສບຕິດ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.