ໂທດປະຫານກຸ່ມຄ້າຢາ ຊາວລາວ ບໍ່ເຊື່ອ
ອຸ່ນແກ້ວ ສຸກສະຫວັນ
2020.02.03
2020.02.03

ສານຂັ້ນຕົ້ນ ນະຄອນຫລວງວຽງຈັນ, ໃນອາທິດ ທີ່ຜ່ານມາ ໄດ້ຕັດສິນປະທານຊີວິດ ນັກຄ້າຢາເສບຕິດ 8 ຄົນ ຊຶ່ງນຶ່ງໃນນັ້ນ ແມ່ນ ທ້າວ ຄອນປະສົງ ຫລື ຊຽງເທີ ອາຍຸ 47 ປີ ແລະ ພັກພວກອີກ 7 ຄົນ.
ແຕ່ຫລັງຈາກສານໄດ້ຕັດສິນ ປະຫານຊີວິດແລ້ວ ຜູ້ຄົນຍັງບໍ່ເຊື່ອວ່າ ພວກນັກຄ້າຢາເສບຕິດ ຣາຍໃຫຍ່ຂອງລາວ ຈະຖືກປະຫານຊີວິດ ຢ່າງແທ້ຈິງ ແລະ ທີ່ຜ່ານມາກໍຍັງ ບໍ່ມີກໍຣະນີ ຕົວຢ່າງ ໃຫ້ສັງຄົມໄດ້ເຫັນ.ເຊີນທ່ານຟັງສຽງ ສຳພາດ ປະຊາຊົນ ທ່ານນຶ່ງ ເບິ່ງວ່າ ເປັນແນວໃດ...