ລາວ-ຈີນ ລົງນາມ 7 ສະບັບ

ມະນີຈັນ
2014.07.29
F-nam-ou ໂຄງການ ເຂື່ອນນໍ້າອູ 2 ທີ່ ບໍຣິສັດ ຈີນ ເປັນຜູ້ກໍ່ສ້າງ
Citizen Journalist

 

ສປປລາວ ແລະ ສປຈີນ ລົງນາມ ໃນຂໍ້ຕົກລົງ ເພື່ອ ການຮ່ວມມື 7 ສະບັບ ໃນ ວັນທີ 28 ກໍຣະກະດາ 2014 ຊຶ່ງ ເປັນຄວາມ ພຍາຍາມ ທີ່ ຈະສົ່ງເສີມ ການພັທນາ ຣະດັບຊາດ ຮ່ວມກັນ ໃນການຄ້າ ແລະ ຂົງເຂດ ອື່ນໆ ໃນຣະຫວ່າງ ການ ຢ້ຽມຢາມ ຈີນ ຂອງ ປະທານ ປະເທດ ສປປລາວ ເປັນ ເທື່ອທີ 2 ໃນຮອບ ບໍ່ຮອດ ປີ.

ຂ່າວຣາຍວັນ ຈີນ ຣາຍງານ ວ່າ ຂໍ້ຕົກລົງ ທີ່ ໄດ້ລົງນາມ ໂດຍມີ ປະທານ ປະເທດຈີນ ສີຈິນຜິງ ແລະ ປະທານ ປະເທດລາວ ຈູມມາລີ ໄຊຍະສອນ ເຂົ້າຮ່ວມ ເປັນສັກຂີ ພິຍານ ນັ້ນ ມີຮວມທັງ ຂໍ້ຕົກລົງ ກູ້ຢືມເງິນ ຈາກຈີນ ເພື່ອໃຊ້ ໃນໂຄງການ ຂຍາຍ ສາຍສົ່ງ ໂຄງການ ສ້າງ ເຂື່ອນ ໄຟຟ້າ ແລະ ການ ສະກັດກັ້ນ ອາສຍາກັມ ທາງ internet ໃນລາວ ນໍາດ້ວຍ.

ທ່ານ ສີຈິນຜິງ ກ່າວວ່າ 2 ປະເທດ ລາວ-ຈີນ ຊຶ່ງປະເຊີນ ກັບ ບັນຫາ ທ້າທາຍ ແນວດຽວກັນ ຄືການ ປະຕິຮູບ ການພັທນາ ແລະ ສະເຖັຽຣະພາບ ນັ້ນ ຄວນ ເສີມຂຍາຍ ການຮ່ວມມື ໃນຂົງເຂດ ຕ່າງໆ ເຊັ່ນ ກະສິກັມ ທັນສມັຍ ການກໍ່ສ້າງ ພລັງງານ ແລະ ໂຄງຮ່າງ ພື້ນຖານ ເປັນຕົ້ນ.

ທ່ານ ຈຸມມາລີ ກໍໄດ້ກ່າວ ເຖິງ ຄວາມມຸ້ງໝັ້ນ ຂອງລາວ ໃນການ ຮຽນຮູ້ ຈາກ ປະສົພການ ຂອງຈີນ ໃນການ ພັທນາ ທັງ ພັກແລະຣັດ ແລະ ກໍຫວັງ ທີ່ຈະເຫັນ ການ ສນັບສນູນ ຈາກຈີນ ຕໍ່ໄປ ໃນໂຄງການ ຣົດໄຟ ຄວາມໄວສູງ ອຸດສາຫະກັມ ການກະເສດ ແລະ ອິນເທີແນັຕ. ການຢ້ຽມຢາມ ຂອງ ທ່ານ ຈູມມາລີ ມີຂຶ້ນ ຂນະທີ່ ການເຕີບໂຕ ທາງດ້ານ ເສຖກິດ ຊ້າລົງ ພາຍຫລັງ ການຍົກເລີກ ໂຄງການ ລົງທຶນ ແລະ ໂຄງການ ທີ່ທາງ ສະພາ ແຫ່ງຊາດ ບໍ່ໄດ້ ຮັບຜ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.