ຈີນ-ວຽດ ຊ່ອຍລາວສລອງ 40 ປີ

ຈໍາປາທອງ
2015.10.22
f-flag ຣັຖບານລາວ ຕຣຽມສລອງວັນສ້າງຕັ້ງ ສປປລາວ ທີ 2 ທັນວາ ຄົບຮອບ 40 ປີ ໂດຍການຊ່ວຍເຫລືອ ຈາກ ຈີນ ແລະ ວຽດນາມ
Citizen Journalist

ເຈົ້າຫນ້າທີ່ ຣະດັບ ສູງ ຂອງລາວ ທ່ານນຶ່ງ ກ່າວເຖິງ ການຕຣຽມ ງານສລອງ ວັນ ສ້າງຕັ້ງ ສປປລາວ 2 ທັນວາ ຄົບຮອບ 40 ປີ ໃນ ຄັ້ງນີ້ວ່າ, ຣັຖບານ ລາວ ມີ ປັນຫາ, ຂາດເຂີນ ງົບປະມານ, ຕ້ອງໄດ້ຮັບ ການຊ່ວຍເຫລືອ ຈາກ ຕ່າງປະເທດ ໂດຍສະເພາະ ແມ່ນ ວຽດນາມ ແລະ ຈີນ ທີ່ ໃຫ້ ບໍຣິສັດ ເອກຊົນ ຂອງຕົນ ມາມອບ ອຸປກອນ ແລະ ເງິນ ສນັບສນູນ ໃຫ້ ທາງການ ລາວ ມາຊ່ວຍ ກະຕຣຽມ:

“ອັນຕົວ ບໍຣິສັດ ທີ່ມາ ກໍມາ ໃນນາມ ຣັຖບານ ຫັ້ນແຫລະ ເປັນ ນະໂຍບາຍ ຂອງ ຣັຖບານ. ພວກເຮົາ ກະບໍ່ ປະຕິເສດ ຈິດໃຈ ຊຸກຍູ້ ອຸປຖັມ ແນວສິ່ງ ທີ່ ພວກເຮົາ ຍັງເຮັດ ບໍ່ທັນໄດ້ ກໍມີເພື່ອນ ໃກ້ຄຽງ ມາ ຊ່ວຍເຫລືອ”.

ກ່ຽວກັບ ວັນ ສ້າງຕັ້ງ ສປປລາວ ຄົບຮອບ 40 ປີ ນີ້ ປະຊາຊົນ ລາວ ຜູ້ນຶ່ງ ໃຫ້ ຄຳເຫັນ ຕໍ່ ເອເຊັຽ ເສຣີ ວ່າ ຣັຖບານ ລາວ ບໍ່ຄວນ ຈັດງານ ສລອງໃດໆ ຍ້ອນວ່າ ວັນທີ 2 ທັນວາ ເປັນ ວັນແຫ່ງ ຄວາມ ໂຫດຮ້າຍ ສຳລັບ ປະຊາຊົນ ລາວ ທັງປະເທດ:

“ວັນຊາດ ທີ 2 ທັນວາ ມັນເປັນ ວັນອຸບາດ ເພາະວ່າ ປະຊາຊົນ ລາວ ຕາຍ ຫຼາຍທີ່ສຸດ ຖືກໄປ ສັມມະນາ ຫຼາຍ ທີ່ສຸດ. ແຕ່ວັນ ທີ່ ສຳຄັນ ເຂົາບໍ່ເອີ່ຍ ເຖິງ ກໍຄື ວັນທີ 12, ວັນນັ້ນ ເປັນວັນ ປົດປ່ອຍ ປົກຄອງ ດ້ວຍລາວ ເປັນວັນມີ ປະຊາທິປະໄຕ ມີຫຼາຍ ພັກ ການເມືອງ”.

ແຕ່ ແນວໃດ ກໍຕາມ ສຳລັບ ງານ ວັນທີ 2 ທັນວາ ນີ້ ຣັຖບານ ລາວ ກໍກຳລັງ ກະກຽມ ພິທີ ຕ່າງໆສລອງ ເຊັ່ນການຊ້ອມ ເດີນ ສວນສະຫນາມ ຂອງ ກອງກຳລັງ ປ້ອງກັນ ຊາດ, ປ້ອງກັນ ຄວາມສງົບ, ການສະແດງ ສິລປະ ວັທນະທັມ, ຂນະທີ່ ຣັຖບານ ລາວ ຫາກໍ່ໄດ້ ຮັບເງິນ ສນັບສນູນ ຈາກ ພາກ ເອກຊົນ ຈີນ 2 ລ້ານໂດລາ ສະຫະຣັຖ ເມື່ອ ອາທິດ ຜ່ານມາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.