ນ.ຈັນທະພອນໄດ້ອອກ ຄຸກ ແລ້ວ

ຈໍາປາທອງ
2015.08.05
F-Kuangsy ທັມມະຊາດ ຕາດກວາງຊີ ແຂວງຫລວງພຣະບາງ
RFA/NY

ເຈົ້າໜ້າທີ່ ແຂວງ ຫຼວງພຣະບາງ ປ່ອຍຕົວ ນາງ ຈັນທະພອນ ພະນັກງານ ຜແນກ ຊັພຍາກອນ ແລະ ສິ່ງແວດລ້ອມ ແລ້ວ, ພາຍຫລັງ ໄດ້ຖືກ ສອບສວນ. ນາງ ຖືກກັກຕົວ ຍ້ອນນໍາ ເອົາ ເອກກະສານ ກ່ຽວກັບ ການ ອະນຸມັດ ໃຫ້ ບໍຣິສັດ ຈີນ ສໍາຣວດ ນໍ້າຕົກ ຕາດ ກວາງຊີ, ໄປ ເຜີຍແພ່ ທາງ ສື່ອອນລາຍ ເມື່ອ ເດືອນ ມິຖຸນາ 2015, ຊຶ່ງ ທາງການ ແຂວງ ເຫັນວ່າ ເປັນການ ເຮັດໃຫ້ ຄົນ ທົ່ວໄປ ເຂົ້າໃຈຜິດ ແລະ ວ່າ ໄດ້ແກ້ໄຂ ບັນຫາ ນັ້ນ ແລ້ວ. ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງ ຫຼວງພຣະບາງ ທ່ານນຶ່ງ ເວົ້າວ່າ:

"ແກ້ໄຂແລ້ວ ເພາະວ່າ ມັນ ຄວາມເຂົ້າໃຈ ຂອງ ບຸກຄົນ ຊື່ໆ, ອັນລວມແທ້ ມັນບໍ່ເປັນ ແນວນັ້ນ ກະບໍ່ມີ ບັນຫາ ຫຍັງແລ້ວ ມິດ ໄປແລ້ວ, ຍ້ອນວ່າ ຄວາມເຂົ້າໃຈ ຂອງ ບຸກຄົນ ຕໍ່ ກັບ ການຕົກລົງ ເທົ່ານັ້ນ ມັນບໍ່ ເຂົ້າໃຈ ຊື່ໆ".

ທ່ານ ອະທິບາຍ ຕື່ມວ່າ ມາຮອດ ປັຈຈຸບັນ ປະຊາຊົນ ຫລາຍຄົນ ໃນ ແຂວງ ຫຼວງພຣະບາງ ມີຄວາມ ເຂົ້າໃຈ ເຣື່ອງ ນັກ ລົງທຶນ ຈີນ ມາ ສໍາຣວດ ໂຄງການ ຢູ່ ຕາດ ກວາງຊີ ນັ້ນ ຫຼາຍຂຶ້ນ, ທາງແຂວງ ຍັງ ບໍ່ທັນ ໄດ້ ຕົກລົງ ໃຫ້ ຂະເຈົ້າມາ ສໍາປະທານ ເຂດນັ້ນ ເທື່ອ ພຽງແຕ່ ໃຫ້ ສໍາຣວດ ແລະ ສຶກສາ ຄວາມ ເປັນໄປໄດ້ ເພື່ອ ທີ່ຈະພັທນາ ເຂດ ອ້ອມແອ້ມ ຕາດ ກວາງຊີ ເທົ່ານັ້ນ.

ເອເຊັຽ ເສຣີ ໄດ້ ຕິດຕໍ່ ໄປຍັງ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພຣະບາງ ແລະ ໄດ້ຮັບການ ຢືນຢັນ ຄັກແນ່, ຈາກ ເຈົ້າໜ້າທີ່ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ວ່າ ປັຈຈຸບັນ ນາງ ຈັນທະພອນ ໄດ້ອອກຈາກ ວຽກ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ໄປແລ້ວ, ໄປຢູ່ເຮືອນ ຊື່ໆ. ແຕ່ທ່ານ ບໍ່ໄດ້ເວົ້າ ເຖິງວ່າ ນາງ ລາອອກ ການ ເອງ ຫລືວ່າ ມີຄໍາສັ່ງ ໃຫ້ ນາງອອກ.

ການ ກັກຕົວ ນາງ ຈັນທະພອນ ເພື່ອ ສອບສວນ ໄດ້ກາຍເປັນ ຂ່າວໃຫຽ່ ໃນ ສື່ສັງຄົມ ອອນລາຍ, ຫຼາຍຄົນ ວິພາກ ວິຈານ ວ່າ ທາງການ ກໍາລັງ ນາບຂູ່ ຜູ້ໃຊ້ ສື່ສັງຄົມ ອອນລາຍ ໃຫ້ເຫັນ ເປັນ ໂຕຢ່າງ, ຢາກເຮັດ ໃຫ້ຄົນ ຣະວັງ ຢໍາເກງ ໃນການ ເຜີຍແພ່ ຂໍ້ມູນ ທາງ ອິນເຕິເນັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.