ເມືອງປະທຸມພອນ ກັກໂຕ ຊາວໄທຍ 7 ຄົນ
2021.08.02

ເມື່ອຕອນເຊົ້າຂອງວັນທີ 01 ສິງຫາ 2021 ນີ້ ເກີດເຫດຄົນໄທຍ ຈາກບ້ານສຸກະເສມ ເມືອງສີຣິນທອນ ແຂວງອຸບົນຣາຊທານີ ຈຳນວນນຶ່ງອອກໄປເກັບເຫັດ ບໍຣິເວນປ່າ ຕາມແນວ ຊາຍແດນລາວ-ໄທຍ ແລະ ກາຍເຂດແດນເຂົ້າໄປເຂດເມືອງປະທຸມພອນ ແຂວງຈຳປາສັກ ຈຶ່ງຖືກເຈົ້າໜ້າທີ່ທະຫານ ແຂວງຈຳປາສັກ ຄວບຄຸມໂຕໄດ້ 7 ຄົນ ເປັນ ແມ່ຍິງໄທຍ 5 ຄົນ ແລະ ຜູ້ຊາຍ 2 ຄົນສ່ວນທີ່ເຫຼືອໜີໄປໄດ້. ໃນເບື້ອງຕົ້ນເຈົ້າໜ້າທີ່ ທະຫານ ແຂວງຈຳປາສັກ ໄດ້ຕັ້ງຂໍ້ຫາລັກລອບເຂົ້າເມືອງ ທີ່ຜິດກົດໝາຍ.
ພາຍຫຼັງເກີດເຫດການດັ່ງກ່າວ ທາງເຈົ້າໜ້າທີ່ໄທຍ ໄດ້ເຮັດໜັງສືປະສານໄປຍັງຫ້ອງ ການພົວພັນຕ່າງປະເທດແຂວງຈຳປາສັກ ເພື່ອສອບຖາມຄວາມຄືບໜ້າ ກ່ຽວກັບຄົນໄທຍ ທັງ 7 ຄົນ ແລະ ຂໍນຳໂຕກັບຄືນປະເທດ ແຕ່ຍັງບໍ່ໄດ້ຮັບ ການແຈ້ງກັບຢ່າງ ເປັນທາງການ ຍ້ອນເຫດການເກີດຂຶ້ນ ເມື່ອບໍ່ດົນມານີ້.
ແຕ່ຢ່າງໃດກໍຕາມທາງການໄທຍ ກໍຈະດຳເນີນການຕິດຕາມຄວາມຄືບໜ້າຕໍ່ໄປ. ດັ່ງນາຍບ້ານ ບ້ານສຸກະເສມ ເມືອງສິຣິນທອນ ແຂວງ ອຸບົນຣາຊທານີ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 02 ສິງຫາ 2021 ນີ້ວ່າ.
"ກະຍັງຢູ່ໃນຊ້ວງ ກະກຳລັງເດີນເຣື່ອງ ທາງອຳເພີກະກຳລັງປະສານໄປ ທາງຝັ່ງລາວລໍການຕິດຕໍ່ກັບມາ ຢູ່ບ່ອນນີີ້ກະຍັງບໍ່ໄດ້ເຣື່ອງ ໄດ້ລາວອີ່ຫຍັງຢູ່ນີ້. ຕິດຕໍ່ໄປຍັງເຈົ້າໜ້າທີ່ ແຂວງຈຳປາສັກຫັ້ນນ່າ ໃຫ້ທາງແຂວງ ໃຫ້ທາງຜູ້ວ່າຕິດຕໍ່ຫັ້ນນະ ກະໄດ້ເຮັດໜັງສືສົ່ງໄປ ທັງສອງຝັ່ງສອງຝ່າຍ."
ທ່ານຍັງໄດ້ກ່າວຕື່ມວ່າ ຄົນໃນບ້ານດັ່ງກ່າວ ຫາຢູ່ຫາກິນດ້ວຍການເກັບເຫັດ ຢູ່ບໍຣິເວນປ່າຊາຍແດນ ລາວ-ໄທຍ ມາດົນແລ້ວ ບາງເທື່ອ ກໍກາຍເຂົ້າໄປໃນຊາຍແດນລາວ ແຕ່ກບໍ່ເປັນ ບັນຫາໃຫຍ່ຍ້ອນກາຍເຂດເຂົ້າໄປນ້ອຍນຶ່ງ. ຍ້ອນພວກເຂົາເຈົ້າບໍ່ຮູ້ຫຼັກໝາຽ ຊາຍແດນ ແລະ ບໍ່ແມ່ນເຈຕນາລັກລອບ ເຂົ້າເມືອງ. ສຳລັບທີ່ຜ່ານມາ ການກາຍເຂດເຂົ້າໄປ ໃນຊາຍແດນລາວ ປະມານ 20-30 ແມັດ ແຕ່ທີ່ຕ້ອງຖືກຄວບຄຸມໂຕສ່ວນນຶ່ງ ເນື່ອງຈາກການແຜ່ຣະບາດ ຂອງເຊື້ອພຍາດໂຄວິດ-19.
ທາງດ້ານເຈົ້າໜ້າທີ່ຫ້ອງວ່າການພົວພົນ ການຕ່າງປະເທດ ຢູ່ແຂວງຈຳປາສັກ ກ່າວວ່າ ປັຈຈບຸັນບໍ່ທັນຮູ້ຣາຍລະອຽດເທື່ອ ກ່ຽວກັບ ການຄວບຄຸມໂຕຄົນໄທຍ ທັງ 7 ຄົນ ດັ່ງກ່າວ ແຕ່ຈະຊ່ອຍຕິດຕາມ ໃຫ້ຄວາມຊ່ອຍເຫຼືອ.
"ອັນນັ້ນຈັບຢູ່ທິດເບື້ອງໃດຫັ້ນນ້ອງ ຕອນນີ້ເພິ່ນຍັງບໍ່ໄດ້ມີໃບຣາຍງານ ໃຫ້ເຮົາໄດ້ຮັບຊາບບ່ອນໃດຫັ້ນຫັ້ນນ່າ ຊ່ອຍະປະສານ ໃຫ້ກັບ ເຈົ້າໜ້າທີ່ຜູ້ທີ່ກ່ຽວຂ້ອງ ເພິ່ນຕື່ມອີກເທື່ອນຶ່ງ ເນາະ."
ນອກຈາກນີ້ທ່ານຍັງໄດ້ກ່າວຕື່ມວ່າ ທີ່ຜ່ານມາກະເຄີຍເກີດກໍຣະນີ ທີ່ຄົນໄທຍກາຍເຂົ້າມາຢູ່ເຂດ ແດນລາວຍ້ອນເຂົ້າມາເກັບເຫັດ ແລະ ຜູ້ມາເກັບເຫັດ ບໍ່ຮູ້ຫຼັກຊາຍແດນ ຈຶ່ງບໍ່ເປັນ ບັນຫາໃຫຍ່ ສາມາດ ເຈຣະຈາ ກັນໄດ້.
ສຳລັບປະຊາຊົນໃນແຂວງຈຳປາສັກ ຫຼາຍຄົນເຄີຍໄດ້ຍິນຂ່າວຄົນໄທຍ ກາຍເຂດແດນເຂົ້າ ໄປຫາກິນຢູ່ຝັ່ງລາວ ຄືກັນກັບທີ່ຄົນລາວ ມາຫາກິນຢູ່ກາຍເຂົ້າໄປ ໃນຝັ່ງໄທຍ ແລະ ຖືກເຈົ້າໜ້າທີ່ ທັງສອງຝ່າຍຄວບຄຸມໂຕ ເຊິ່ງຄິດວ່າບໍ່ແມ່ນບັນຫາໃຫຍ່ ຍ້ອນປະຊາຊົນ ຕ້ອງການ ຫາກິນບໍ່ແມ່ນຈຸດປະສົງ ລັກລອບເຂົ້າເມືອງ ແບບຜິດກົດໝາຽ ພ້ອມໃຫ້ຄຳເຫັນວ່າ ເຈົ້າໜ້າທີ່ຣັຖ ຂອງທັງສອງຝ່າຍຄວນ ຫາລືກັນແທນທີ່ຈະລົງໂທດ ປະຊາຊົນແຕ່ຈະເປັນແນວໃດ ກໍຂໍໃຫ້ໜ່ວຍງານ ທີ່ກ່ຽວຂ້ອງພິຈາຣະນາ ຕາມຄວາມເໝາະສົມ.
"ຕັກເຕືອນຊື່ໆ ກະໄດ້ບໍ່ຮູ້ຄືກັນເລີຍແລ້ວແຕ່ ເລີຍວ່າຈະຕັກເຕືອນແນວໃດ."
ຊາວແຂວງຈຳປາສັກ ອີກຄົນນຶ່ງ ໄດ້ກ່າວວ່າບໍ່ຢາກ ໃຫ້ທາງການຂອງທັງຝັ່ງໄທຍ ແລະ ລາວຄວບຄຸມໂຕປະຊາຊົນ ທີ່ກາຍເຂົ້າເຂດ ແດນຂອງອີກຝ່າຍຍ້ອນຄົນ ໄທຍ-ລາວ ມີເຂດແດນ ຕິດຕໍ່ກັນເປັນບ້ານໃກ້ເຮືອນຄຽງ ຊ່ອຍເຫຼືອເພິ່ງພາກັນເກັບເຫັດເລັກນ້ອຍບໍ່ຄວນ ເຮັດໃຫ້ເປັນບັນຫາໃຫຍ່.
"ກະບໍ່ຮູ້ຄືກັນເນາະ ຄົນລາວຄົນໄທຍ ກະຄົນແບບຮັກແພງກັນເນາະ ວ່າຊັ້ນເວົ້າຫຼາຍກະບໍ່ຫານເວົ້າ ກະຄົນລາວກະຮັກແພງກັບຄົນ ໄທຍ ກະເປັນນ້ອງເອື້ອຍກັນຄັນວ່າ ມາເກັບເຫັດ ກະສິບໍ່ເປັນຫຍັງ ສິຈະມາສິຈັບເປັນຫຍັງອະຕິ."
ສຳລັບຄົນໄທຍ ທີ່ກາຍເຂດແດນລາວ ທັງ 7 ຄົນ ມີ ທ້າວ ທົດສະພົນ ອາຍຸ 30 ປີ, ສຸວິດອາຍຸ 33 ປີ, ສິຣິນຍາ ອາຍຸ 32 ປີ, ວັນນະພາ ອາຍຸ 27 ປີ, ສົງການ ອາຍຸ 42 ປີ, ວິຊຽນ ບໍ່ຊາບອາຍຸ ແລະ ໜູປີ່ນ ບໍ່ຊາບອາຍຸ ທັງນີ້ເຈົ້າໜ້າທີ່ ຕມ ລາວປະຈຳ ດ່ານສາກົລ ວັງເຕົ່າ ເມືອງໂພນທອງ ແຈ້ງວ່າຈະພຍາຍາມຜັກດັນ ທັງໝົດກັບປະເທດໄທຍ ຕາມຂໍ້ຕົກລົງ ສອງປະເທດຕໍ່ໄປ.
ສ່ວນບໍຣິເວນເຂດແດນ ຈຸດເກີດເຫດທີ່ຄົນໄທຍ ຖືກຄວບຄຸມໂຕ ຍັງບໍ່ມີຄວາມຊັດເຈນປານໃດ ເນື່ອງຈາກຢູ່ຣະຫວ່າງການ ປັກປັນ ເຂດແດນ ທີ່ທັງຝ່າຍ ລາວແລະຝ່າຍໄທຍ ຍັງບໍ່ໄດ້ມີການຕົກລົງ ກັນຢ່າງຊັດເຈນ.