ທ່ານ ຮຸນເຊນ ສັ່ງຖອນ ທະຫານ
2018.09.18

ບັນຫາຂໍ້ຂັດແຍ້ງດ້ານຊາຍແດນ ຣະຫວ່າງ ລາວກັບກຳພູຊາ ໄດ້ຖືກຍົກຂຶ້ນມາປຶກສາຫາລືກັນ ໃນຣະດັບຣັຖບານອີກ ເປັນຄັ້ງທີ 3 ພາຍຫຼັງ ທີ່ 2 ນາຍົກ ລາວ-ກຳພູຊາ ໄດ້ພົບພໍ້ກັນທີ່ ນະຄອນຫຼວງຮ່າໂນ້ຍ ປະເທດວຽດນາມ ເມື່ອວັນທີ 13 ກັນຍາ ຜ່ານມາ, ເຊິ່ງທັງ 2 ນາຍົກ ກໍໄດ້ຈັດພິທີຖແລງຂ່າວຮ່ວມກັນ ຢ່າງເປັນທາງການ.
ໃນການຖແລງຂ່າວ ທ່ານ ຮຸນເຊນ,ໄດ້ສເນີຫຼັກການ ໃນການແກ້ໄຂບັນຫາເຂດ ຊາຍແດນກັບລາວ ໃນ 3 ຫຼັກການ ເພື່ອໃຫ້ທັງ 2 ຝ່າຍ ຮັບຮູ້ ແລະເປັນແນວທາງໃນການແກ້ໄຂບັນຫາ ຮ່ວມກັນຕໍ່ໄປ. ດັ່ງທ່ານກ່າວໃນພິທີຖແລງການຮ່ວມ ທີ່ຖືກເຜີຍແຜ່ ຜ່ານໂທຣະພາບ ແຫ່ງຊາດລາວ ຕອນນຶ່ງວ່າ:
“ກ່ຽວກັບເຂດທີ່ບໍ່ທັນໄດ້ແກ້ໄຂນີ້. ອັນທີ 1, ບໍ່ໃຫ້ມີກອງທັບກອງກຳລັງທຫານ. ອັນທີ 2, ບໍ່ໃຫ້ມີປະຊາຊົນຢູ່ຫັ້ນ. ອັນທີ 3, ຕ້ອງມີການ ລາດຕະເວນ ຮ່ວມກັນ”.
ທ່ານ ຮຸນເຊນ ໄດ້ກ່າວຕື່ມວ່າ ເພື່ອຈັດຕັ້ງປະຕິບັດ 3 ຫຼັກການດັ່ງກ່າວ ທ່ານໄດ້ສັ່ງໃຫ້ມີການຖອນ ທະຫານກຳພູຊາ ອອກຈາກເຂດ ຊາຍແດນ ທີ່ຍັງຕົກລົງບໍ່ໄດ້ ນັ້ນແລ້ວ ຄືເຂດຫ້ວຍຕະເງົາ ໄປຫາຫ້ວຍອາໄລ, ທີ່ຢູ່ຣະຫວ່າງ ແຂວງອັດຕະປືຂອງລາວ ແລະ ແຂວງ ຣັຕນະຄີຣີ ຂອງກຳພູຊາ ນັບແຕ່ມື້ວັນທີ 13 ກັນຍາ ແລະຈະໃຫ້ແລ້ວ ພາຍໃນໄວໆນີ້ ເພື່ອສະແດງຄວາມຈິງໃຈ ໃນການແກ້ໄຂບັນຫາ.
ໃນຂນະດຽວກັນ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ, ກໍໄດ້ກ່າວຫລັງຈາກ ນັ້ນວ່າ 3 ຫຼັກການ ທີ່ນາຍົກກຳພູຊາ ສເນີມານັ້ນ ທັງ 2 ຝ່າຍ ຈະພ້ອມກັນປະຕິບັດຕາມ ຢ່າງເຂັ້ມງວດ:
“3 ຫຼັກການທີ່ສົມເດັດນາຍົກ ຮຸນເຊນ ຖແລງມານັ້ນ, 2 ຝ່າຍພວກເຮົາຈະພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ. ໃນເວລາດຽວກັນນັ້ນ, ກໍເຫັນດີກັບສົມເດັດນາຍົກ ຮຸນເຊນ ວ່າ 2 ກະຊວງການຕ່າງປະເທສ ຕ້ອງສເນີໄວໄປໃຫ້ຝຣັ່ງ ໃຫ້ສົ່ງແຜນທີ່ ໃຫ້ພວກເຮົາ ເພື່ອສືບຕໍ່ ສຶກສາ. ໃຫ້ 2 ຄນະຊາຍແດນ ທີ່ໄດ້ແຕ່ງຕັ້ງນັ້ນ, ສືບຕໍ່ລົງໄປສຖານທີ່ ເພື່ອສຶກສາຄົ້ນຄວ້າ."
ໃນຖແລງການຂອງຜູ້ນຳກຳພູຊາ ທ່ານນາຍົກ ຮຸນເຊນ ໄດ້ສັ່ງໃຫ້ຖອນກຳລັງທະຫານ ຈາກຫ້ວຍຕາເງົາ ອອກນັບແຕ່ວັນທີ 13 ກັນຍາ ໄປຫາວັນທີ 14 ກັນຍາ ຈົນເຖິງເວລາ 17 ໂມງ.