ທ.ບົວສອນ ບຸບຜາວັນ ໃນດ້ານ ເສຖກິຈ
2013.12.05

ເຈົ້າໜ້າທີ່ສູນກາງພັກ ທີ່ຂໍສງວນຊື່ເປີດເຜີຽຕໍ່ເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່ານັບແຕ່ ທ່ານ ບົວສອນ ບຸບຜາວັນ ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍາ ນວຍການຫ້ອງການ ຄົ້ນຄວ້າ ຍຸທສາດການພັທນາເສຖກິດ ໃນເດືອນ ກຸມພາ 2013 ນີ້ ທ່ານກໍມີບົດບາດ ເຄື່ອນໄຫວວຽກງານຫລາຍຂຶ້ນ ຢ່າງຕໍ່ເນື່ອງ ເຊັ່ນເດີນທາງໄປພົບກັບ ບັນດາເຈົ້າແຂວງ ແລະ ອໍານາດການປົກຄອງ ໃນແຂວງຕ່າງໆ ທົ່ວປະເທດ ໃນລະຍະ 9 ເດືອນ ຜ່ານມານີ້.
ທ່ານເວົ້າວ່າເມື່ອບໍ່ດົນມານີ້ ທ່ານກໍໄດ້ໄປພົບປະກັບທ່ານ ປ້ານ ນ້ອຍມະນີ ເຈົ້າແຂວງແຂວງບໍຣິຄໍາໄຊພ້ອມດ້ວຍບັນດານາຍທະຫານແລະ ຕໍາຣວດ ເພື່ອເຜີຽແພ່ມະຕິຂອງສູນກາງພັກ ແລະເກັບກໍາຂໍ້ມູນຕ່າງໆ ຂອງແຂວງ ເພື່ອນໍາມາສັງຮວມ ເປັນຍຸທສາດພັທນາເສຖກິດ ຂອງ ປະເທດຊາຕຕໍ່ໄປ.
ກ່ອນໜ້ານັ້ນ ທ່ານໄດ້ເດີນທາງໄປ ປະຕິບັດງານຢູ່ ແຂວງ ສວັນນະເຂດ ຂ.ສາຣະວັນ ຂ.ເຊກອງ ຂ.ຈໍາປາສັກ ແລະ ຂ.ອັຕະປື. ໃນ 6 ເດືອນຕໍ່ໄປນີ້ ຈະເດີນທາງໄປ ແຂວງພາກເໜືອ. ຫລັງຈາກນັ້ນບໍ່ເຖິງ 1 ປີ ກໍຈະນໍາເອົາຂໍ້ມູນ ທີ່ໄດ້ມານັ້ນ ໃຊ້ໃນການວາງແຜນ ພັທນາ ເສຖກິດ-ສັງຄົມ ແຫ່ງຊາຕ ສໍາລັບສົກປີ 2016-2020 ຂອງ ສູນກາງພັກ.
ທ່ານເວົ້າຕື່ມວ່າ ຫລາຍຄົນ ໃຫ້ຂໍ້ສັງເກດວ່າ ຈາກການລົງພື້ນຖານ ຂອງທ່ານບົວສອນ ບຸບຜາວັນ ໃນດ້ານນີ້ ອາດເຮັດໃຫ້ທ່ານກັບຄືນມາ ມີບົດບາດທີ່ສໍາຄັນ ໃນການພັທນາປະເທດຊາດ ໃນຂັ້ນຕໍ່ໄປ.