ກະຊວງ ສຶກສາ ທິການ ອາຈ ພິຈາຣະນາ ໃຫ້ ສະຖາບັນ ສຶກສາ ວິທຍາໄລ ຂອງ ຣັຖ ແລະ ເອກກະຊົນ ເປີດສອນ ຂັ້ນ ປຣິນຍາ ຕຣີ ຄືນໃໝ່ ໃນ ສົກ ການ ສຶກສາ 2015-16 ນີ້ ຫລັງຈາກ ສັ່ງ ໃຫ້ ໂຈະ ໄປ ປະມານ ເກືອບ 2 ປີ ຜ່ານມາ ເພື່ອ ປັບປຸງ ຫລັກສູດ ການສອນ ໃຫ້ ໄດ້ ມາຕຖານ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ກະຊວງ ສຶກສາ ທິການ ແລະ ກິລາ:
"ແນ່ນອນ ມັນກ່າມີ ກະທົບ ທາງ ແງ່ບວກ ແລະ ແງ່ລົບ. ກະທົບ ທາງ ແງ່ບວກ ນີ້ ແມ່ນວ່າ ແຜນ ປະຕິຮູບ ຣະບົບ ການ ສຶກສາ ແຫ່ງຊາຕ ຂອງ ສປປ ລາວ ແມ່ນ ເນັ້ນ ພັທນາ ບຸຄລາກອນ ໃຫ້ ໄປສູ່ ຄຸນນະພາບ ເພື່ອຂຶ້ນສູ່ ຄຸນນະພາບ ຂອງ ອາຊຽນ ຫລືວ່າ ພາກພື້ນ ຕ່າງໆ ແຕ່ວ່າ ຜົນກະທົບ ແນ່ນອນ ວ່າ ພາກສ່ວນ ທາງ ຣັຖ ແລະ ເອກກະຊົນ ກໍໄດ້ ມີການ ລົງທຶນ ມະຫາສານ ແຕ່ວ່າ ໂຈະ ຊົ່ວຄາວ ແບບນີ້ ແນ່ນອນ ວ່າ ກະທົບ ກະເທືອນ ເຖິງ ຣາຍຮັບ ແຕ່ວ່າ ການທີ່ເຮົາ ຈະປ່ອຍ ໃຫ້ການ ສຶກສາ ແບບ ຕາມມີ ຕາມເກີດ ເຮົາສ້າງຄົນ ອອກມາ ແບບ ບໍ່ມີ ຄຸນນະພາບ ກໍເປັນ ເວນ ໃຫ້ ສັງຄົມ".
ຕັ້ງແຕ່ ປີ 2013 ກະຊວງ ສຶກສາ ໄດ້ ສັ່ງ ໂຈະ ການສອນ ຣະດັບ ປຣິນຍາ ຕຣີ ແລະ ໂທ ໃນ ວິທຍາໄລ ຂອງ ຣັຖ ແລະ ເອກຊົນ ໃນ ທົ່ວ ປະເທດ 110 ກ່ວາ ແຫ່ງ ເພື່ອ ປັບປຸງ ຫລັກສູຕ ການສອນ ໃຫ້ ໄດ້ ມາຕຖານ. ມາ ຣອດ ປັດຈຸບັນ ນີ້ ທາງ ກະຊວງ ໄດ້ ປະເມີນ ຜົນ ຂອງ ການ ສຶກສາ ແຕ່ລະ ແຫ່ງ ທີ່ ຖືກ ສັ່ງໂຈະ ນັ້ນ ເກືອບ ໝົດແລ້ວ ຍັງເຫລືອ ອີກ ປະມານ 20 ແຫ່ງ ທີ່ ທາງ ກະຊວງ ຕ້ອງ ທໍາການ ປະເມີນ ຕື່ມ. ເພື່ອ ສາມາດ ສລຸບ ຜົນ ປະເມີນ ທັງໝົດ ພາຍໃນ ເດືອນ ມີຖຸນາ ປີ 2015 ນີ້. ຈາກນັ້ນ ຈຶ່ງ ຈະຮູ້ວ່າ ສະຖາບັນ ໃດແດ່ ທີ່ ທາງການ ຈະ ອະນຸຍາດ ໃຫ້ ເປີດສອນ ໄດ້.
ໃນສົກ ປີ ການ ສຶກສາ 2014-15 ມີ ມະຫາ ວິທຍາໄລ ພຽງ 5 ແຫ່ງ ເທົ່ານັ້ນ ທີ່ ທາງການ ອະນຸຍາດ ໃຫ້ເປີດ ຮັບ ນັກສຶກສາ ຣະດັບ ປຣິນຍາ ຕຣີ ຄື ມະຫາ ວິທຍາໄລ ແຫ່ງຊາຕ, ມະຫາ ວິທຍາໄລ ຈໍາປາສັກ ມະຫາ ວິທຍາໄລ ສຸພານຸວົງ ມະຫາ ວິທຍາໄລ ແພຕສາຕ ແລະ ມະຫາ ວິທຍາໄລ ແຂວງ ສວັນນະເຂດ ອັນ ເຮັດໃຫ້ ຈໍານວນ ນັກ ສຶກສາ ຣະດັບ ປຣິນຍາ ຕຣີ ມີພຽງ 6,000 ກ່ວາຄົນ, ສ່ວນ ເຫລືອ ທີ່ຈົບ ມັທຍົມ ຕອນປາຍ ໃນ ແຕ່ລະ ປີ ປະມານ ເກືອບ 20 ພັນ ຄົນ ນັ້ນ ທາງການ ສົ່ງເສີມ ໃຫ້ ໄປຮຽນ ວິຊາຊີພ ຕໍ່ ເພາະ ເປັນ ຂແນງ ທີ່ ຕລາດ ແຮງງານ ຕ້ອງການ ຫລາຍ ທີ່ສຸດ.