ທາງການກວດສໍາມະໂນຄົວ ໄຊສົມບູນ

ສິດນີ
2016.06.05
 F-Xaysomboun ແຂວງໄຊສົມບູນ ສປປ ລາວ
Wikipedia

ຈົ້າຫນ້າທີ່ ປ້ອງກັນ ຄວາມສງົບ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ທາງກະຊວງ ໄດ້ສົ່ງ ພະນັກງານ ລົງພື້ນທີ່ ຢູ່ແຂວງ ໄຊສົມບູນ ເພື່ອສຳຣວດ ສຳມະໂນຄົວ ອີກໃຫມ່ ເພື່ອ ຄວາມສະດວກ ໃນການ ປະຕິບັດງານ ຂອງ ທາງການ ໃນການ ຮັກສາ ຄວາມປອດພັຍ ໃຫ້ ປະຊາຊົນ ໃນແຂວງນັ້ນ. ຕາມທີ່ທ່ານ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 3 ມິຖຸນາ ນີ້ວ່າ:

"ທາງກະຊວງ ຕຳຣວດເຮົາ ມີແຜນປ່ຽນ ສຳມະໂນຄົວ ໃຫມ່ນະ ສຳມະໂນຄົວ ໂຕນີ້ຫັ້ນ ມັນເກົ່າແລ້ວ, ອັນສອງມາ ມັນບໍ່ ຄົບຖ້ວນ ກໍຕ້ອງໄດ້ ເຮັດຫມົດ ຫັ້ນແຫລະ ແຕ່ລະເຜົ່າ ແຕ່ລະ ຄອບຄົວ ມີເທົ່າໃດ ຕ້ອງໄດ້ຂຶ້ນ ສຳມະໂນຄົວ ໄຫມ່ຫມົດ ໃຫ້ມັນມີ ຄວາມຊັດເຈນ".

ທ່ານກ່າວຕື່ມວ່າ ຂໍ້ມູນທາງດ້ານ ສຳມະໂນຄົວ ໃນ ປັດຈຸບັນ ກໍເກົ່າ ແລະ ກໍເປັນຂໍ້ມູນ ທີ່ບໍ່ມີການ ປັບປຸງ ມາດົນແລ້ວ ຈຶ່ງຕ້ອງໄດ້ ມີການສຳຣວດ ໃຫມ່ ເພື່ອໃຫ້ ເປັນຣະບົບ ແລະ ມີຄວາມຊັດເຈນ ຂື້ນ. ແຕ່ເຖິງຢ່າງໃດ ກໍຕາມ ການຮິບໂຮມ ຂໍ້ມູນ ເທື່ອນີ້ ຕ້ອງໄດ້ ໃຊ້ເວລາດົນ ພໍສົມຄວນ ເພາະການ ເດີນທາງ ຫຍຸ້ງຍາກ ແລະ ປະຊາຊົນ ສ່ວນໃຫຍ່ ກໍເປັນ ຊົນເຜົ່າ ຢູ່ແຈກຢາຍກັນ ຕາມຮ່ອມ ພູ.

ທ່ານວ່າ ຖ້າບໍ່ມີ ການສຳຣວດ ແລະ ຈັດສັນ ສຳມະໂນຄົວ ໃຫມ່ ຈະເຮັດໃຫ້ ກຸ່ມຄົນບໍ່ດີ ສວຍໂອກາດ ຊັກຈູງ ປະຊາຊົນ ໃຫ້ເຂົ້າໄປ ປະກອບສ່ວນ ກັບພວກ ຂະເຈົ້າໄດ້ ຊຶ່ງ ເປັນພຶດຕິກັມ ທີ່ຣັຖບານລາວ ບໍ່ຕ້ອງການ ຢາກໃຫ້ເປັນ ແບບນັ້ນ. ປັດຈຸບັນ ສະພາບການ ຄວາມເຄັ່ງຕຶງ ໃນແຂວງ ໄຊສົມບູນ ກໍໄດ້ຜ່ອນຄາຍ ລົງຫຼາຍແລ້ວ ຫລັງຈາກ ທີ່ກຳລັງ ທະຫານ ແລະ ຕຳຣວດ ເຂົ້າໄປ ປະຈຳການ ຢູ່ທີ່ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.