ການສມັກເລືອກຕັ້ງ ຂ.ອັດຕະປື
2016.03.06
ປັດຈຸບັນ ຜູ້ສມັກ ຮັບເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາຕ ແລະ ສະພາ ແຂວງ ຢູ່ແຂວງ ອັດຕະປື 6 ຄົນ ໄດ້ ອອກ ພົບປະ ກັບ ປະຊາຊົນ ໃນເຂດບ້ານ ແລະ ເມືອງຕ່າງໆ ເພືອ ໂຄສະນາ ນະໂຍບາຍ ແລະ ແນວທາງ ຂອງ ພັກແລະຣັຖ ໃຫ້ ປະຊາຊົນ ຮູ້ກ່ອນຈະຮອດ ວັນ ເລືອກຕັ້ງ ທີ່ ກໍານົດຂຶ້ນ ໃນ ວັນທີ 20 ມີນາ ນີ້.
ສໍາລັບ ຢູ່ແຂວງ ອັດຕະປື ມີຜູ້ຮັບ ສມັກເລືອກຕັ້ງ ທັງໝົດ 7 ຄົນ ແຕ່ ເຫຼືອພຽງ 6 ຄົນ ເພາະ ຜູ້ສມັກ ຄົນນຶ່ງ ໄດ້ ເສັຽຊີວິດ ໄປກ່ອນ ແຕ່ທາງ ແຂວງ ຈະເລືອກເອົາ ພຽງ 5 ຄົນ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ຜູ້ແທນ ສະພາ ແຂວງ ຢູ່ແຂວງ ອັດຕະປື ມີຢູ່ 7 ທ່ານ ເສັຽຊີວິດ ໄປແລ້ວ 1 ຍັງ 6. ບໍ່ໄດ້ຮັບເອົາ ຜູ້ສມັກແທນ ບໍ່ຈໍາເປັນ ເອົາ ຜູ້ປ່ຽນແທນ ເອົາແຕ່ 6 ຄົນ ກ່າເຫັນວ່າ ມັນຈໍ້າເວລາ ເລືອກຕັ້ງ ໂຕຈິງແລ້ວ".
ການອອກພົບປະ ກັບ ປະຊາຊົນ ຂອງ ຜູ້ສະມັກ ເປັນ ສະມາຊິກ ສະພາ ແຫ່ງຊາຕ ແລະ ສະພາ ແຂວງ ຢູ່ແຂວງ ອັດຕະປື ກໍຄືກັບ ແຂວງອື່ນໆ ໂດຍທົ່ວໄປ ຊຶ່ງເປັນໄປ ແບບ ບໍ່ກະຕື ລືລົ້ນ ຍ້ອນວ່າ ບໍ່ມີຄູ່ແຂ່ງ ພຽງແຕ່ ອອກໄປ ສະເໜີຕົວ ແລະ ເວົ້າ ແນວທາງ ນະໂຍບາຍ ຂອງ ຣັຖບານ ໃຫ້ ປະຊາຊົນ ຟັງຊື່ໆ.
ເຖິງຢ່າງໃດ ກໍດີ ຜູ້ແທນ ທັງ 6 ຄົນ ດັ່ງກ່າວ ຈະຕ້ອງ ໄປພົບປະ ປະຊາຊົນ ຕາມບ້ານ ຕ່າງໆ ໃນ 5 ຕົວເມືອງ ຂອງແຂວງ ຕາມກໍານົດ. ຜູ້ສມັກ ເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາຕ ຊຸດທີ່ 8 ແລະ ສະພາ ແຂວງ ເທື່ອທໍາອິດ ຢູ່ແຂວງ ອັດຕະປື ທັງໝົດ ກໍສັງກັດ ພັກ ປະຊາຊົນ ປະຕິວັດ ລາວ ທັງນັ້ນ.