ກອງປະຊຸມສຸດຍອດອາຊຽນ ປິດແລ້ວ
2016.09.09
ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ສິ້ນສຸດລົງແລ້ວ ເມື່ອຕອນບ່າຍ ຂອງ ວັນທີ 8 ກັນຍາ ປີ 2016 ນີ້ ທີ່ຫໍປະຊຸມ ແຫ່ງຊາດ ນະຄອນຫຼວງ ວຽງຈັນ. ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປລາວ ກ່າວປິດ ກອງປະຊຸມ ໃນຕອນນຶ່ງວ່າ:
“ລະຍະສາມວັນທີ່ຜ່ານມາ ພວກເຮົາໄດ້ ປຶກສາຫາລືກັນ ຢ່າງກວ້າງຂວາງ ກ່ຽວກັບ ການສືບຕໍ່ ສ້າງ ປະຊາຄົມ ອາຊຽນ ໃຫ້ເຂັ້ມແຂງ ແລະ ຈະເຣີນ ກ້າວໜ້າ.”
ກ່ອນພິທິປິດ ບັນດາ ຜູ້ນຳອາຊຽນ ໄດ້ປະຊຸມກັບ ຜູ້ນຳ ຫຼາຍປະເທດ ເຊັ່ນ ອິນເດັຽ ສະຫະຣັດ +3 ຊຶ່ງໝາຍເຖິງ ຈີນ ຍີ່ປຸ່ນ ແລະ ເກົາຫລີໃຕ້. ກອງປະຊຸມ ສຸດຍອດ ອາຊຽນ-ອິນເດັຽ ໄດ້ຫາລືກັນ ກ່ຽວກັບ ການເຊື່ອມຕໍ່ ການຄ້າ ການລົງທຶນ ແລະ ວິທຍາສາດ ເທັກໂນໂລຈິ.
ສ່ວນກອງປະຊຸມ ສຸດຍອດ ອາຊຽນ-ສະຫະຣັດ ປະທານ ປະເທດ ບຸນຍັງ ວໍຣະຈິດ ແລະ ປະທານາທິບໍດີ ບັກຣັກ ໂອບາມາ ໄດ້ຕົກລົງ ເຄົາຣົບ ຣະບອບ ການເມືອງ ຂອງ ກັນແລະກັນ ຮ່ວມກັນ ປົກປ້ອງ ແລະ ສົ່ງເສີມ ສິດທິມະນຸດ ແລະ ຮ່ວມມືກັນ ເກັບກູ້ຣະເບີດ ທີ່ບໍ່ແຕກ ຢູ່ລາວ.
ໃນດ້ານ ສິດທິມະນຸດ ຜູ້ນໍາທັງສອງ ຕົກລົງ ຈະປຶກສາ ຫາລືກັນ ຢ່າງຈິງຈັງ ແລະຈິງໃຈ ເພື່ອ ປົກປ້ອງ ແລະ ສົ່ງເສີມ ສິດທິມະນຸດ ການປົກຄອງ ດ້ວຍກົດໝາຍ ແລະ ສິດເສຣີພາບ ໃນການ ນັບຖື ສາສນາ.
ນອກຈາກນັ້ນ ຜູ້ນໍາ ສອງປະເທດ ຍັງຮັບວ່າຈະ ປະຕິບັດ ຕາມກົດບັດ ສະຫະປະຊາຊາດ ແລະ ຖແລງການ ວ່າດ້ວຍ ສິດທິມະນຸດ. ປະທານາທິບໍດີ ໂອບາມາ ເວົ້າເໜັ້ນເຖິງ ຄວາມສຳຄັນ ຂອງ ບົດບາດ ຂອງສັງຄົມ ພົລເຮືອນ.
ສ່ວນກອງປະຊຸມ ສຸດຍອດ ເອເຊັຽຕາເວັນອອກ ໄດ້ຕົກລົງ ຈະເພິ້ມ ການຮ່ວມມື ໃນດ້ານ ການເງິນ ການສຶກສາ ພລັງງານ ແລະ ສິ່ງແວດລ້ອມ ແລະ ປະຕິບັດ ຕາມຖແລງການ ກ່ຽວກັບ ການຕ້ານ ການຄ້າມະນຸດ ແລະ ການບໍ່ແຜ່ຜາຍ ອາວຸດ.
ສຸດທ້າຍ ນາຍົກ ຣັຖມົນຕຣີ ທອງລຸນ ສີສຸລິດ ໄດ້ກ່າວສລຸບ ກອງປະຊຸມ ສຸດຍອດ ຄັ້ງນີ້ ໃນພິທີ ຖແລງຂ່າວວ່າ:
“ຂ້າພະເຈົ້າຂໍແຈ້ງ ໃຫ້ ສື່ມວນຊົນ ຊາບວ່າ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ່ 28 ແລະ 29 ແລະ ບັນດາ ກອງປະຊຸມ ສຸດຍອດ ທີກ່ຽວຂ້ອງ ໄດ້ສຳເຣັດລົງ ດ້ວຍ ຄວາມງົບງາມ.”
ໃນພິທີປິດ ກອງປະຊຸມ ສຸດຍອດ ນາຍົກ ຣັຖມົນຕຣີ ສປປລາວ ໄດ້ມອບ ການເປັນປະທານ ອາຊຽນ ປີ 2017 ໃຫ້ແກ່ ປະທານາທິບໍດີ ຟີລິບປິນ.
ອາວະຣີ ອາຣແອຟເອ ຣາຍງານ ຈາກ ນະຄອນຫລວງວຽງຈັນ.