ກອງປະຊຸມຣັຖມົນຕຣີ ຕ່າງປະເທດ ອາຊຽນ ຄັ້ງທີ 49

ສົມເນ
2016.07.21
F-Asean-permenent ຮູປຖ່າຍຂອງ ຄນະກັມມະການ ຜູ້ຕາງໜ້າຖາວອນ ປະຈໍາອາຊຽນ
RFA

ໃນວັນທີ 21 ກໍຣະກະດາ ປີ 2016 ນີ້ ໄດ້ມີ ກອງປະຊຸມ ຄນະ ກັມມະການ ຜູ້ຕາງໜ້າ ຖາວອນ ປະຈໍາ ອາຊຽນ ຄັ້ງທີ 11 (11/2016 CPR Meeting) ທີ່ ສູນປະຊຸມ ແຫ່ງຊາດ (NCC), ນະຄອນຫລວງ ວຽງຈັນ ພາຍໃຕ້ ການເປັນປະທານ ຂອງ ທ່ານ ລັດສະໝີ ແກ້ວມະນີ, ເອກອັຄຣັຖທູດ, ຜູ້ຕາງໜ້າ ຖາວອນ ແຫ່ງ ສປປ ລາວ ປະຈໍາ ອາຊຽນ.

ກອງປະຊຸມນີ້ ເປັນມື້ທໍາອິດ ຂອງວາຣະກອງປະຊຸມ ທີ່ມີຊື່ວ່າ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ຄັ້ງທີ 49 ຊຶ່ງ ຈະດໍາເນີນໄປ ເປັນເວລາ 6 ວັນ.

ໃນກອງປະຊຸມນີ້ ມີບັນດາ ເອກອັຄຣັຖທູດ, ຜູ້ຕາງໜ້າ ຖາວອນ ຂອງ 10 ປະເທດ ສະມາຊິກ ອາຊຽນ, ຮອງ ເລຂາທິການໃຫຍ່ ອາຊຽນ ຝ່າຍການເມືອງ ຄວາມໝັ້ນຄົງ ແລະ ພະນັກງານ ການທູດ ທີ່ ກ່ຽວຂ້ອງ ເຂົ້າຮ່ວມ ຕາມບົດ ອອກຂ່າວ ຂອງ ກອງປະຊຸມ.

ກອງປະຊຸມ ໃນມື້ທໍາອິດນີ້ ເປັນການຕຣຽມ ຮ່າງເນື້ອໃນໃຫ້ແກ່ບັນດາ ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ແລະ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ຮວມທັງ ບັນດາ ກອງປະຊຸມ ອາຊຽນ ກັບ ປະເທດ ຄູ່ເຈລະຈາ ເຊັ່ນ: ກອງປະຊຸມ ພີເອັມຊີ (Post Ministerial Conference), ອາຊຽນ ບວກ ສາມ (ASEAN Plus Three), ຂອບການຮ່ວມມື ກອງປະຊຸມ ສຸດຍອດ ອາຊີ ຕະເວັນອອກ ຫລື ອີເອເອັສ (East Asia Summit) ແລະ ເວທີ ພາກພື້ນ ອາຊຽນ ຫລື ເອອາຣເອັຟ (ASEAN Regional Forum), ຊຶ່ງ ຈະມີຂຶ້ນ ໃນຣະຫວ່າງ ວັນທີ 21-26 ກໍຣະກະດາ ປີ 2016 ທີ່ ນະຄອນຫຼວງ ວຽງຈັນ.

ຈາກ ວັນທີ 22 ຫາ 23 ຈະເປັນ ກອງປະຊຸມ ເຈົ້າໜ້າທີ່ ຣະດັບ ອາວຸດໂສ ຂອງ ກອງປະຊຸມ ຕ່າງໆ ທີ່ກ່າວມານີ້. ບົດອອກຂ່າວ ຂອງ ກອງປະຊຸມ ໃນວັນທໍາອິດ ຣະບຸວ່າ ກອງປະຊຸມ ຄນະ ກັມມະການ ຜູ້ຕາງໜ້າ ຖາວອນ ປະຈໍາ ອາຊຽນ ແມ່ນກົລໄກ ໜຶ່ງ ຂອງອາຊຽນ, ຊຶ່ງມີ ພາລະບົດບາດ ຫລັກ ໃນການເປັນ ເສນາທິການ ໃຫ້ແກ່ ກອງປະຊຸມ ຣະດັບ ເຈົ້າໜ້າທີ່ ອາວຸໂສ ອາຊຽນ, ຣະດັບ ຣັຖມົນຕຣີ ແລະ ຣະດັບ ສຸດຍອດ.

ໃນວັນທີ 24 ກໍຣະກະດາ ຈະເປັນ ພິທີເປີດ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ AMM, ຕາມວາຣະ ກອງປະຊຸມ ນັ້ນ, ໃນວັນທີ 25 ຈະເປັນ ກອງປະຊຸມ ຣະຫ່ວາງ ອາຊຽນ ກັບ ຣັຖມົນຕຣີ ຕ່າງປະເທດ ປະເທດຄູ່ ເຈຣະຈາ ຫຼາຍໆປະເທດ ເປັນຕົ້ນ ອາຊຽນ-ສາທາຣະນະຣັຖ ເກົາຫລີ, ອາຊຽນ-ອິນເດັຽ, ອາຊຽນ-ຣັດເຊັຽ, ອາຊຽນ-ຄານາດາ, ອາຊຽນ-ຍີ່ປຸ່ນ, ອາຊຽນ-ອອສເຕຣເລັຽ, ອາຊຽນ-ສະຫະພາບ ຢູໂຣບ, ອາຊຽນ-ສະຫະຣັຖ ອະເມຣິກາ, ແລະ ອາຊຽນ-ນິວຊິແລັນ.

ໃນວັນທີ 26 ກໍຣະກະດາ ວັນສຸດທ້າຍ ຈະເປັນ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ບວກສາມ, ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ບັນດາ ປະເທດ ເອເຊັຽ ຕະເວັນອອກ, ແລະ ເວທີ ພູມີພາກ ອາຊຽນ,

ກອງປະຊຸມ ທັງໝົດນີ້ແມ່ນ ປຶກສາຫາລືກັນວ່າ ຈະເຮັດແນວໃດ ເພື່ອໃຫ້ ປະຊາຄົມ ອາຊຽນ ມີຄວາມ ເຂັ້ມແຂງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.