ລາວບໍ່ແມ່ນເຈົ້າພາບສັງຄົມ ອາຊຽນ
2015.06.16

ປະຊາ ສັງຄົມ ອາຊຽນ ບໍ່ ໄວ້ວາງໃຈ ຣັຖບານ ລາວ ແລະ ຈະບໍ່ ຈັດ ກອງປະຊຸມ ຂຶ້ນ ຢູ່ ສປປ ລາວ.
ຮອງ ຜູ້ ອໍານວຍການ ອົງການ ສິ້ງຊອມ ການ ປະຕິບັດ ສິດທິ ມະນຸດ ເຂດ ເອເຊັຽ, ທ່ານ Phil Robertson ກ່າວຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 9 ມິຖຸນາ ທີ່ ບາງກອກ ວ່າ ປະຊາ ສັງຄົມ ອາຊຽນ ຈະ ບໍ່ຈັດ ກອງປະຊຸມ ຢູ່ ສປປລາວ, ໃນ ເວລາ ທີ່ ລາວ ເປັນ ປະທານ ວຽນ ຂອງ ອາຊຽນ, ຍ້ອນບໍ່ ໝັ້ນໃຈ ວ່າ ທາງການ ລາວ ຈະ ປົກປ້ອງ ຄວາມ ປອດພັຍ ຂອງ ຊາວລາວ ທີ່ ໄປຮ່ວມ ກອງ ປະຊຸມ:
"ປີໜ້າ ແນວໂນ້ມ ປະຊາ ສັງຄົມ ອາຊຽນ ບໍ່ ໄປ ລາວ ບໍ່ຢາກ ຈັດ ກອງປະຊຸມ ຢູ່ລາວ, ເພາະວ່າ ບໍ່ໄດ້ ໄວ້ໃຈ ຣັຖບານ ລາວ ເຣື້ອງ ການ ຣະເມີດ ສິດທິ ຂອງ ຄົນລາວ ທີ່ ໄປຮ່ວມ ກອງ ປະຊຸມ. ປະຊາຊົນ ອາຊຽນ ບໍ່ພໍໃຈ ນໍາ ຄໍາຕອບ ຂອງລາວ ເຣື້ອງ ການ ສູນຫາຍ ຂອງ ສົມບັດ ສົມພອນ".
ທ່ານ Phil ເວົ້າວ່າ ນອກຈາກ ບໍ່ໄວ້ໃຈ ຣັຖບານ ລາວ ແລ້ວ, ຍັງມີ ບັນຫາ ອື່ນໆ ທີ່ ຣັຖບານ ລາວ ບໍ່ ຢາກໃຫ້ ປະຊາຄົມ ອາຊຽນ ນໍາ ຂຶ້ນມາ ເວົ້າ, ເຊັ່ນ ບັນຫາ ຄົນ ໃນ ທ້ອງຖິ່ນ ຊຶ່ງ ບໍ່ແມ່ນ ລາວ ລຸ່ມ ແລະ ບັນຫາ ກຸ່ມຄົນ ຮ່ວມເພດ ສັມພັນ ດຽວກັນ, ເຣື້ອງນີ້ ບັນດາ ອົງການ ບໍ່ ຂຶ້ນກັບ ຣັຖບານ ທີ່ ກ່ຽວຂ້ອງ ກັບ ສິດທິ ມະນຸດ ແລະ ປະຊາ ສັງຄົມ ອາຊຽນ ຍອມ ຮັບ ບໍ່ໄດ້, ຈຶ່ງ ຕັດສິນໃຈ ບໍ່ ໄປຈັດ ກອງ ປະຊຸມ ຢູ່ລາວ, ຄິດວ່າ ປີໜ້າ ອາຈ ຈະຈັດ ກອງ ປະຊຸມ ປະຊາ ສັງຄົມ ອາຊຽນ ຢູ່ ປະເທດ ໄທ.
ສໍາລັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ທີ່ ຖືກ ລັກພາຕົວ ໄປ ເມື່ອ ເດືອນ ທັນວາ ປີ 2012 ຫລັງຈາກ ກອງ ປະຊຸມ ປະຊາຊົນ ອາຊຽນ ກັບ ຢູໂຣບ ໄດ້ ສິ້ນສຸດລົງ ນັ້ນ, ທ່ານວ່າ ຣັຖບານ ລາວ ໄດ້ ເຮັດ ທຸກສິ່ງ ທຸກຢ່າງ ເພື່ອ ປະຕິເສດ ວ່າ ບໍ່ມີ ເຣື້ອງນີ້ ເກີດຂຶ້ນ, ທັ້ງໆທີ່ ມີ ຮູບພາບ ວົງຈອນ ປິດ ໄດ້ ບັນທຶກ ໄວ້ ຢ່າງ ຄັກ ແນ່. ແຕ່ ດຽວນີ້ ຣັຖບານ ລາວ ບໍ່ກ່າວ ມາ ອີກແລ້ວ, ແລະ ການ ສຶບສວນ ຫາ ຄວາມຈິງ ກໍ ປິດລົງ.
ເມື່ອ ຖາມວ່າ ຖ້າ ບໍ່ຈັດຢູ່ ສປປລາວ ແລ້ວ, ຈະມີ ຜົນ ກະທົບ ແນວໃດ ຕໍ່ ລາວ, ທ່ານ ກໍ ຕອບວ່າ, ມັນ ກໍຊີ້ ໃຫ້ ເຫັນວ່າ ບໍ່ມີ ຄວາມ ໄວ້ວາງໃຈ ຕໍ່ ລາວ ໃນການ ເປັນ ປະທານ ອາຊຽນ ໃນ ປີ 2016 ນີ້. ທ່ານວ່າ ຕາມ ຫລັກການ ຂອງ ອາຊຽນ ແລ້ວ, ອາຊຽນ ເປັນ ຂອງ ປະຊາຊົນ:
"ແຕ່ ເຫັນວ່າ ຕອນ ທີ່ລາວ ເປັນ ປະທານ ອາຊຽນ ເປັນ ການ ປະຊຸມ ຂອງ ຜະເດັດການ ກໍເລີຍ ໄວ້ໃຈ ບໍ່ໄດ້ ມັນຈະເປັນ ການ ທໍາລາຍ ປະຊາຄົມ ອາຊຽນ ເອງ ຫລາຍກວ່າ ທີ່ ຈະຊ່ວຍ ເຂົາ".
ທ່ານ ວ່າ, ໃນ ເວລາ ທີ່ ກອງ ປະຊຸມ ປະຊາຄົມ ອາຊຽນ ໄດ້ ຈັດຂຶ້ນ ຢູ່ ມາເລເຊັຽ ນັ້ນ, ມີຫລາຍ ພາກສ່ວນ ກ່ຽວຂ້ອງ, ແລະ ຈາກ ຫລາຍ ຣະດັບ ໄດ້ເຂົ້າ ຮ່ວມ ປະຊຸມ, ຊຶ່ງ ມີການ ປຶກສາ ຫາລື ກັນວ່າ, ອາຊຽນ ຄວນເຮັດ ແນວໃດ ເພື່ອ ໃຫ້ ກາຍເປັນ ການ ຈັດຕັ້ງ ຂອງ ປະຊາຊົນ ແລະ ມີ ພາກສ່ວນ ສັງຄົມ ເຂົ້າຮ່ວມ ນໍາ ຢ່າງ ແທ້ຈິງ, ແຕ່ ໃນເວລາ ລາວ ຈະເປັນ ປະທານ ວຽນ ອາຊຽນ ໃນ ປີ 2016 ນີ້ ກໍຍິ່ງ ສະແດງ ອອກເຖິງ ການ ຢຽບຍໍ່າ ສິດທິ ມະນຸດ ເຂົ້ານໍາ ທຸກມື້.