ອາຊຽນສົນທະນາບັນຫາ ພູມີພາກ
2016.07.24
ກອງປະຊຸມຣັຖມົນຕຣີ ຕ່າງປະເທດ ອາຊຽນ ຄັ້ງທີ 49 ທີ່ ຫໍປະຊຸມ ແຫ່ງຊາຕ ນະຄອນຫລວງ ວຽງຈັນ ໃນ ວັນທີ 24 ກໍຣະກະດາ ນີ້ ໄດ້ປຶກສາ ຫາລື ກ່ຽວກັບ ຄວາມຄືບໜ້າ ຂອງການ ຈັດຕັ້ງ ປະຕິບັດ ວິສັຍທັສ ປະຊາຄົມ ອາຊຽນ 2025 ໂດຍສະເພາະ ແຜນການ ຈັດຕັ້ງ ປະຕິບັດ ແຜນແມ່ບົດ ປະຊາຄົມ ການເມືອງ ຄວາມໝັ້ນຄົງ ອາຊຽນ 2025 ແລກປ່ຽນ ຄວາມເຫັນ ບັນຫາ ພູມີພາກ ບັນຫາ ທີ່ຫລໍ່ແຫຼມ ເຊັ່ນ; ແຫຼມເກົາຫລີ ຮ່ວມທັງ ບັນຫາ ທະເລຈີນໃຕ້ ແລະ ບັນຫາ ສາກົນ.
ພ້ອມກັນນີ້ ກອງປະຊຸມ ໄດ້ຮັບຮອງ ເອົາແຜນວຽກ ບຸຣິມະສິດ ຂອງ ຄນະ ກັມມາທິການ ຣະຫ່ວາງ ຣັຖບານ ອາຊຽນ ວ່າດ້ວຍ ສິດທິ ມະນຸດ ພ້ອມດ້ວຍ ແຜນ ງົບປະມານ ຂອງ ກິຈກັມ ດັ່ງກ່າວ ສໍາລັບ ປີ 2017 ແລະ ໄດ້ ຮັບຮອງເອົາ ຖແລງການ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ເນື່ອງໃນ ໂອກາດ ຄົບຮອບ 40 ປີ ຂອງ ສົນທິສັນຍາ ໄມຕຣີຈິດ ແລະ ການຮ່ວມມື ຢູ່ ພາກພື້ນ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ພ້ອມທັງ ເຫັນດີ ຕໍ່ ການສມັກ ຂອງ ອີຣ່ານ ມາຣົກໂກ ອີຈິບ ແລະ ຊີເລ ເພື່ອເຂົ້າເປັນ ພາຄີ ດັ່ງກ່າວ, ຕາມໃຈຄວາມ ສໍາຄັນ ຂອງບົດອອກຂ່າວ ກອງປະຊຸມ.
ໃນ ໂອກາດນີ້ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມ ການຮ່ວມມື ກັບ ພາຍນອກ ແລະ ການສົ່ງເສີມ ບົດບາດ ຄວາມເປັນກາງ ຂອງ ອາຊຽນ ໃນບັນດາ ກົນໄກ ການຮ່ວມມື ທີ່ ມີອາຊຽນ ເປັນຜູ້ລິເລີ້ມ. ພ້ອມນັ້ນ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ໄດ້ແລກປ່ຽນ ຄວາມເຫັນກັນ ຢ່າງ ກົງໄປກົງມາ ກ່ຽວກັບ ບັນຫາ ພູມີພາກ ແລະ ສາກົນ ເຊັ່ນວ່າ ຂະບວນການ ກໍ່ການຮ້າຍ ການຄ້າ ມະນຸດ ຢາເສບຕິດ ຜິດກົດໝາຍ ພັຍພິບັດ ທັມມະຊາດ ການ ຍ້າຍຖິ່ນຖານ ແບບຜິດ ປົກກະຕິ ເຫດການ ຄວາມຄືບໜ້າ ໃນ ຕະເວັນອອກກາງ ບັນຫາ ແຫລມເກົາຫລີ ແລະ ບັນຫາ ໃນ ທະເລຈີນໃຕ້.
ບົດອອກຂ່າວ ກອງປະຊູມ ບໍ່ໄດ້ກ່າວເຖິງ ຣາຍລະອຽດ ຂອງ ບັນຫາໃດໆ ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ຄັ້ງນີ້ແມ່ນ ພາຍໃຕ້ການ ເປັນປະທານ ຂອງ ທ່ານ ສະເຫລີມໄຊ ກົມມະສິຕ ຣັຖມົນຕຣີ ຕ່າງ ປະເທດ ສປປ ລາວ.
ສົມເນ RFA ຣາຍງານ ຈາກ ນະຄອນຫລວງ ວຽງຈັນ