ກອງປະຊຸມພິເສດ ສຸດຍອດ ອາຊຽນ ອອສເຕຣລຽນ
2018.03.12
ກອງປະຊຸມພິເສດ ສຸດຍອດ ອາຊຽນ-ອອສເຕຣລຽນ 2018 ຢູ່ນະຄອນຊິດນີ ປະເທດ ອອສເຕຣເລັຽ ລະຫວ່າງວັນທີ 17-18 ມີນາ 2018 ອອສເຕຣເລັຽ ຈະຕ້ອນຮັບ ຜູ້ນຳປະເທດ ສະມາຊິກ ອາຊຽນ ຊຶ່ງຮວມທັງ ສປປລາວ ແລະ ເລຂາທິການສູງສຸດ ຂອງ ອາຊຽນ ເຂົ້າຮ່ວມ ກອງປະຊຸມ ພິເສດສຸດຍອດ ອາຊຽນ-ອອສເຕຣເລັຽ 2018. ຈຸດໝາຍສຳຄັນ ຂອງກອງປະຊຸມ ກໍແມ່ນ ເພື່ອຂຍາຍ ທຸຣະກິຈ ການຄ້າ ແລະ ການຕໍ່ຕ້ານ ຜູ້ກໍ່ການຮ້າຍ. ນີ້ຈະເປັນເທື່ອທຳອິດ ທີ່ ອອສເຕຣເລັຽ ເປັນເຈົ້າພາບ ຈັດກອງ ປະຊຸມສຸດຍອດ ຕ້ອນຮັບຜູ້ນຳ ປະເທດ ສະມາຊິກ ອາຊຽນ ໃນ ອອສເຕຣເລັຽ.
ກອງປະຊຸມພິເສດສຸດຍອດ ເທື່ອນີ້ໝາຍເຖິງ ຍຸກໃໝ່ ຂອງການພັທນາ ຄວາມສຳພັນ ແລະ ຮຸ້ນສ່ວນ ລະຫວ່າງ ອາຊຽນ-ອອສເຕຣເລັຽ. ພ້ອມດຽວກັນນີ້ ກອງປະຊຸມ ກໍຍັງຫວັງວ່າ ຈະສ້າງຜົນປະໂຍດ ມະຫາສານ ໃນດ້ານການຮ່ວມມື ທາງເສຖກິຈ, ດ້ານ ຄວາມສຳເຣັດ ຈາກການເຈຣະຈາ ທາງການເມືອງ ແລະ ທັງການຂຍາຍໂຕດ້ານ ມະນຸສສັມພັນ.
ນອກຈາກນັ້ນ ອອສເຕຣເລັຽ ຍັງຫວັງວ່າກອງປະຊຸມ ພິເສດສຸດຍອດ ອາຊຽນ-ອອສເຕຣລຽນ 2018 ຈະເພີ້ມພູນຄວາມແຂງແກ່ງ ໃນການ ສົມທົບ ເພື່ອການຮັກສາຄວາມສງົບ ແລະ ຄວາມຈະເຣີນຮຸ່ງເຮືອງ ໃນ ພູມີພາກ.
ນາຍົກຣັຖມົນຕຣີ ອອສເຕຣເລັຽ ທ່ານ Malcolm Turnbull ໄດ້ກ່າວກ່ຽວກັບເຣື່ອງນີ້ ໃນຕອນນຶ່ງວ່າ:
“ຂ້າພະເຈົ້າ ຍິນດີຖ້າຕ້ອນຮັບ ຜູ້ນຳຈາກກຸ່ມ ປະເທດ ອາຊຽນ ຢູ່ນະຄອນຊິດນີ ເພືຶ່ອເຂົ້າຮ່ວມ ກອງປະຊຸມພິເສດ ສຸດຍອດ ອາຊຽນ -ອອສເຕຣເລັຽ. ບໍ່ຮອດ ສອງທົສວັດ ຜົນຜລິດ ຮວມຍອດ ຂອງອາຊຽນ ເພີ້ມຂຶ້ນກາຍ ສອງທົບ. ຮອດປີ 2020 ຊຸມຊົນ ຊັ້ນກາງ ຂອງເອເຊັຽຕາເວັນອອກ ສ່ຽງໃຕ້ ຄາດວ່າຈະຂຍາຍໂຕຂຶ້ນກາຍ 400 ລ້ານຄົນ.”
ຈາກກອງປະຊຸມພິເສດສຸດຍອດ ເທື່ອນີ້ ກໍຈະນຳໄປສູ່ ສອງໂຄງການ ທີ່ສຳຄັນຄື ການເຈຣະຈາ ທາງດ້ານເສຖກິຈ ແລະ ກອງປະຊຸມ ເພື່ອຮ່ວມມື ໃນການຕໍ່ຕ້ານ ຜູ້ກໍ່ການຮ້າຍ.