ລາວນັບມື້ເຂົ້າສູ່ອົ້ງມື ວຽດນາມ

ສົມເນ
2015.10.19
F-Michael Michael Benge ຊາວ ອະເມຣິກັນ ເປັນ ນັກວິເຄາະ ປວັດສາຕ ການເມືອງ ໃນ ອິນໂດຈີນ (ນະໂຍບາຍ ຂອງ ວຽດມິນ)
RFA/Michael Benge

ກອງປະຊຸມ ຣະຫ່ວາງ ຄນະ ຜູ້ແທນ ວຽດນາມ ກັບ ລາວ ທີ່ ນະຄອນຫຼວງ ວຽງຈັນ ໃນ ວັນທີ 15 ຫາ 18 ຕຸລາ, ພາຍໃຕ້ ຈຸດປະສົງ ເພື່ອ ອຸປຖັມ ຄໍ້າຈູນ ຄວາມ ເປັນເພື່ອນມິດ ເກົ່າແກ່ ທີ່ມີມາ, ເພື່ອ ການຮ່ວມມື ແບບ ພິເສດ ຮອບດ້ານ ຣະຫ່ວາງ ສອງ ຣັຖ. ນັ້ນ ຄື ຄໍາເວົ້າທີ່ ຄນະຜູ້ນໍາ ລາວ ແລະ ວຽດນາມ ເກືອບໃນ ທຸກຣະດັບ ຖແລງ ຕໍ່ກັນ ໃນ ເວລາ ຢ້ຽມຢາມ ແລະ ພົບປະກັນ ໃນ ແຕ່ລະ ເທື່ອ.

ກອງ ປະຊຸມ ເທື່ອນີ້ ທັງ ສອງຝ່າຍ ສະແດງ ເຈດຈໍານົງ ຕໍ່ກັນວ່າ, ສ້າງ ເງື່ອນໄຂ ໃຫ້ ມີການ ຢ້ຽມຢາມ ຣະຫ່ວາງ ຄນະຜູ້ນໍາ ຣະດັບ ສູງ, ລົງນາມ ສັນຍາ ກ່ຽວກັບ ກົລໄກ ການ ຮ່ວມມື ຕ່າງໆ ຫຼາຍຂໍ້ ຮວມທັງ ການ ກະຕຣຽມ ກອງ ປະຊຸມ ຄັ້ງທີ 38 ຣະຫ່ວາງ ຄນະ ກັມມະການ ຂອງ ສອງ ຣັຖບານ ແລະ ກອງປະຊຸມ ການ ແລກປ່ຽນ ຣະດັບ ກະຊວງ ຕ່າງໆ ໃນ ທ້າຍປີ 2015.

ສອງຝ່າຍ ຍັງ ຕົກລົງ ເຫັນດີ ກັນ ກະຕຣຽມ ການ ສລອງ ຣະດັບ ຊາຕ ຫຼາຍວາຣະ ໃນ ຕໍ່ໜ້ານີ້ ຮວມທັງ ການ ສລອງ ຄົບຮອບ 40 ປີ ຂອງ ການ ສະຖາປະນາ ການ ສ້າງຕັ້ງ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນ ລາວ ແລະ ຄົບຮອບ ວັນຄ້າຍ ວັນເກີດ 95 ປີ ຂອງ ທ່ານ ມື້ລາງ ໄກສອນ ພົມວິຫານ.

ສໍາລັບ ຂໍ້ຕົກລົງ ສັນຍາ ເສັ້ນໝາຍ ຊາຍແດນ ການປັກຫລັກ ເຂດໝາຍ ຊາຍແດນ ການຄຸ້ມຄອງ ເຂດແດນ ຕໍ່ກັນ ແລະ ດ່ານ ຊາຍແດນ ຄາດວ່າ ຈະລົງນາມ ກັນ ໃນທ້າຍ ປີ ນີ້. ລາວ ແລະ ວຽດນາມ ສະແດງ ເຈດຈໍານົງ ຮັດແໜ້ນ ການ ຮ່ວມມື ການປ້ອງກັນ ຊາຕ, ການ ປາບປາມ ອາຊຍາກັມ ຂ້າມ ປະເທດ, ຮັບປະກັນ ຄວາມ ປອດພັຍ ແລະ ການພັທນາ ຢູ່ຕາມ ເຂດ ຊາຍແດນ ແລະ ແກ້ໄບັນຫາ ການເຄື່ອນຍ້າຍ ແບບ ເສຣີ ແລະ ການ ແຕ່ງດອງ
ແບບ ບໍ່ຖືກຕ້ອງ ຕາມ ກົດໝາຍ ຂອງ ປະຊາຊົນ ລາວ ແລະ ວຽດນາມ ໂດຍສະເພາະ ຢູ່ ຕາມເຂດ ຊາຍແດນ.

ສອງຝ່າຍ ຕົກລົງ ໃຫ້ ມີການ ຮ່ວມມື ສົ່ງເສີມ ການຄ້າ ການ ລົງທຶນ ດ້ວຍການ ລົງນາມ ສັນຍາ ຂໍ້ຕົກລົງ ໃໝ່, ຈັດສັນ ແຜນການ ການຄ້າ ລາວ-ວຽດນາມ ຕາມ ຊາຍແດນ ຈົນຮອດ ປີ 2025, ສົ່ງເສີມ ຮ່ວມມື ການ ຂົນສົ່ງ ແລະ ພລັງງານ ໂດຍ ສຸມໃສ່ ຍຸທສາດ ການ ຮ່ວມມື ສົກປີ 2016-25 ແລະ ວິສັຍທັສ ປີ 2030.

ການຮ່ວມມື ອື່ນໆ ກໍມີ ສະສາງ ອຸປສັກ ຂອງການ ເຮັດ ທຸຣະກິດ ການຄ້າ, ຝຶກແອບ ແລະ ສ້າງ ຊັພຍາກອນ ມະນຸດ ເພີ້ມການ ແລກປ່ຽນ ທາງດ້ານ ວັທນະທັມ ການ ກິລາ ການ ສື່ສານ ວິທຍາສາດ ແລະ ເທັກໂນໂລຈີ.

ທີ່ກ່າວມາ ທັງໝົດ ນີ້ ເປັນ ຣາຍງານ ຈາກ ໜັງສືພິມ ທາງການ ວຽດນາມ ລົງ ວັນທີ 16 ຕຸລາ ປີ 2015.

ນັກວິເຄາະ ຜູ້ ຕິດຕາມ ການ ຮ່ວມມື ຣະຫ່ວາງ ລາວ ກັບ ວຽດນາມ ໃນ ຫຼາຍປີ ມານີ້ ບອກວ່າ, ຈຸດປະສົງ ທີ່ ກ່າວມາ ທັງໝົດ ນີ້ ແມ່ນ ສືບທອດ ກັນມາ ຫຼາຍ ສິບປີ ແລ້ວ, ແຕ່ວ່າ ຣາຍລະອຽດ ທີ່ ລາວ ກັບ ວຽດນາມ ໄດ້ສັນຍາ ປະຈໍາ ປີ ແລະ ແຜນການ ຈັດຕັ້ງ ປະຕິບັດ ຕ່າງໆ ບໍ່ໄດ້ ເປີດເຜີຍ ໃຫ້ ປະຊາຊົນ ຮູ້ນໍາ. ນັກ ວິເຄາະ ວ່າ ໃນ ຣະຍະ ຫຼາຍປີ ມານີ້ ວຽດນາມ ເລັ່ງ ທາງການ ລາວ ໃຫ້ ປະຕິບັດ ສັນຍາ ປະຈໍາປີ ທີ່ ລົງນາມ ກັນ ຍ້ອນ ວຽດນາມ ເຫັນ ວ່າ ການ ປະຕິບັດ ຂອງ ຝ່າຍລາວ ຊັກຊ້າ ບໍ່ທັນໃຈ ວຽດນາມ.

ນັກ ວິເຄາະ ຍັງບອກ ວ່າ ການ ປະຕິບັດ ຊັກຊ້າ ມັນກໍມີ ຫຼາຍ ເຫດຜົນ. ສ່ວນ ເຫດຜົນ ແທ້ໆນັ້ນ ຍ້ອນວ່າ ສັນຍາ ຫຼາຍໆ ສະບັບ ທີ່ ປະຕິບັດ ບໍ່ໄດ້ ຫລື ແກ່ຍາວ ນັ້ນ ຍ້ອນມັນ ຂັດກັບ ຜົນປະໂຫຍດ ຂອງ ຊາຕ ແລະ ຂອງ ປະຊາຊົນ ຫຼາຍ ເກີນໄປ.

ຍົກ ໂຕຢ່າງ ໃນ ແຕ່ລະຄັ້ງ ທີ່ ຜູ້ນໍາ ວຽດນາມ ມາ ຢ້ຽມຢາມ ລາວ ເພິ່ນ ຮຽກຮ້ອງ ໃຫ້ ຝ່າຍລາວ ສ້າງ ເງື່ອນໄຂ ທີ່ ສະດວກ ສະບາຍ ໃຫ້ ການລົງທຶນ ຂອງ ຄົນ ວຽດນາມ ໂດຍ ທີ່ ຝ່າຍລາວ ແລະ ປະຊາຊົນ ລາວ ໄດ້ຜົນ ປະໂຫຍດ ໜ້ອຍຫຼາຍ ຫລື ບໍ່ໄດ້ ເລີຍ ຍ້ອນວ່າ ການລົງທຶນ ຂອງ ວຽດນາມ ສ່ວນຫຼາຍ ແລ້ວ ແມ່ນ ອີງໃສ່ ຊັພຍາກອນ ທັມຊາດ ໃນລາວ ເປັນຕົ້ນ ທຶນ, ເຊັ່ນວ່າ ການຕັດໄມ້ ສົ່ງອອກໄປ ວຽດນາມ ການຂຸດຄົ້ນ ບໍ່ແຮ່ ການຂໍ ສັມປະທານ ທີ່ດິນ ເພື່ອສ້າງ ເຂດ ເສຖກິດ ພິເສດ.

ຢູ່ເຂດ ນະຄອນຫຼວງ ການ ສ້າງເຂື່ອນ ໄຟຟ້າ ທີ່ ອາໄສ ຕົ້ນທຶນ ຂາຍໄມ້ ໃນລາວ ການ ສັມປະທານ ທີ່ດິນ ເພື່ອ ປູກຕົ້ນໄມ້ ອຸດສາຫະກັມ ທີ່ເຮັດໃຫ້ ປະຊາຊົນ ລາວ ໃນຫຼາຍ ເຂດແຂວງ ເສັຽທີ່ດິນ ສໍາລັບ ປູກຝັງ.

ຄໍາ ຮຽກຮ້ອງ ຂອງ ຜູ້ນໍາ ວຽດນາມ ຕໍ່ ຣັຖບານ ລາວ ໃໝ່ໆ ນີ້ ແມ່ນ ຢາກໃຫ້ ທາງການ ລາວ ສ້າງ ເງື່ອນໄຂ ສົ່ງເສີມ ໃຫ້ ຄົນ ວຽດນາມ ທີ່ ຍ້າຍ ເຂົ້າມາຢູ່ ໃນລາວ ທັງ ຖືກຕ້ອງ ແລະ ບໍ່ຖືກຕ້ອງ ຕາມ ກົດໝາຍ ຂໍເປັນ ສັນຊາຕ ລາວ ຫລື ຢູ່ໃນ ລາວ ໄດ້ ແບບ ຖາວອນ. ບັນຫາ ນີ້ ແຕ່ໃດໆມາ ເຖິງແມ່ນວ່າ ທາງການລາວ ໄດ້ອອກ ສັນຊາຕ ລາວ ໃຫ້ ຊາວ ວຽດນາມ ມາຫຼາຍ ແລ້ວ ກໍຕາມ ແຕ່ກໍ ພຍາຍາມ ປິດລັບ ໄວ້.

ຊາວລາວ ທີ່ ຕິດຕາມ ສະພາບການ ແລະ ບັນຫາ ໃນລາວ ໂດຍສະເພາະ ຜູ້ທີ່ ບໍ່ສາມາດ ອອກ ຄວາມເຫັນ ໄດ້ ຢ່າງເປີດແປນ ຕໍ່ ທາງການ ແຕ່ອອກ ຄວາມເຫັນ ໃນ ສະພາ ກາເຟ ມັກ ຈະຍົກ ເອົາເຣື້ອງນີ້ ຂຶ້ນມາ ສົນທະນາ ກັນ ຢູ່ສະເໜີ.

ເຣື້ອງນຶ່ງ ອີກ ທີ່ຜູ້ນໍາ ວຽດນາມ ຮຽກຮ້ອງ ຕໍ່ ທາງການ ລາວ ຫຼາຍທີ່ສຸດ ໄດ້ແກ່ ໂຄງການ ເຂື່ອນ ດອນສະໂຮງ ຢູ່ພາກໃຕ້ ຂອງລາວ.

ໃນ ວັນທີ 17 ກໍຣະກະດາ ທ່ານ ທອງສິງ ໄດ້ ພົບປະກັບ ທ່ານ ຫງຽວນຕັນດຶງ ນາຍົກ ຣັຖມົນຕຣີ ວຽດນາມ, ທ່ານ ຫງຽວນຕັນດຶງ ວ່າ ຈະ ສນັບສນູນ ໃຫ້ລາວ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ເພື່ອການ ພັທນາ ສັງຄົມ ເສຖກິດ, ແຕ່ມີ ຂໍ້ແມະ ໂດຍໃຊ້ ຄໍາວ່າ ຫວັງວ່າ ຝ່າຍລາວ ຈະເຂົ້າໃຈ ນໍາຄວາມ ເປັນຫ່ວງ ຂອງ ວຽດນາມ ທີ່ ເປັນຫ່ວງ ນໍາຊີວິດ ການເປັນຢູ່ ຂອງ ປະຊາຊົນ ວຽດນາມ 20 ລ້ານ ຄົນ ຢູ່ເຂດ ສາມຫລ່ຽມ ທີ່ ອາໄສ ແມ່ນໍ້າຂອງ ເປັນແຫລ່ງ ທໍາມາ ຫາກິນ.

ນັກວິເຄາະ ວ່າ ວຽດນາມ ເອົາປຽບ ຝ່າຍລາວ ຫຼາຍດ້ານ. ໃນ ລະຍະ ປີ 2014 ຕໍ່ໃສ່ 2015 ນີ້ ສະເພາະ ແຕ່ເຣື້ອງ ໂຄງການ ເຂື່ອນ ເທົ່ານັ້ນ ທາງການ ວຽດນາມ ແລະ ເຄື່ອຂ່າຍ ການຈັດຕັ້ງ ທາງ ສັງຄົມ ວຽດນາມ ໄດ້ອອກມາ ຕໍ່ຕ້ານ ການສ້າງ ເຂື່ອນ ຂອງລາວ ໃສ່ ແມ່ນໍ້າຂອງ ຕິດຕໍ່ກັນ ຢ່າງນ້ອຍ ບໍ່ ຕໍ່າກ່ວາ 5 ເທື່ອ ໂດຍ ຮຽກຮ້ອງ ໃຫ້ ໂຈະ ການສ້າງ ເຂື່ອນ ໂດຍ ບໍ່ຄໍານຶງ ເລີຽວ່າ ລາວ ມີແຫລ່ງ ຊັພຍາກອນ ຈໍາກັດ ໃນການ ພັທນາ ປະເທດ ເພື່ອໃຫ້ ປະຊາຊົນ ມີຢູ່ ມີກິນ ແຕ່ ກົງກັນຂ້າມ ວຽດນາມ ປະພືດຕົວ ແບບເຫັນແກ່ ໄດ້ ຢ່າງດຽວ.

ນັກວິເຄາະ ວ່າ ການຮຽກຮ້ອງ ຂອງ ຜູ້ນໍາ ວຽດນາມ ໃຫ້ຝ່າຍ ລາວ ສົ່ງເສີມ ໃຫ້ ຊາວວຽດນາມ ທີ່ ອາໄສ ຢູ່ໃນລາວ ໄດ້ຮັບ ສັນຊາຕ ລາວ ຫລື ຢູ່ໃນລາວ ໄດ້ແບບ ຖາວອນ ນີ້ ເປັນເຣື້ອງ ທີ່ ວຽດນາມ ບໍ່ເຄີຍ ເອີ່ຍ ຢ່າງ ເປີດເຜີຍ ແບບນີ້ ຈັກເທື່ອ ຊຶ່ງ ນັກວິເຄາະ ແລະ ຜູ້ຕິດຕາມ ການເມືອງ ຫຼາຍຄົນ ເຫັນວ່າ ລາວ ຢູ່ໃຕ້ ອິດທິພົນ ຂອງ ວຽດນາມ ແບບຕີງໂຕ ບໍ່ໄດ້.  ສະຖານະພາບ ຂອງລາວ ທີ່ ເປັນຢູ່ນີ້ ປາກົດວ່າ ມັນ ສອດຂ່ອງ ກັບ ຜົນງານ ວິເຄາະ ຂອງ ນັກຄົ້ນຄວ້າ ຊາວ ອະເມຣິກັນ ຊື່ ມາຍເກີນ ແບນ ທີ່ ເວົ້າວ່າ ເຖິງ ແມ່ນວ່າ ທ່ານ ມື້ລາງ ປະທານ ໂຮ່ຈິມິນ ຂອງ ວຽດນາມ ຜູ້ ທີ່ມີແຜນການ ທະເຍີ ທະຍານ ຢາກເອົາ ອາດີດ ສາມປະເທດ ອິນໂດຈີນ ຝຣັ່ງເສດ ເປັນອັນນຶ່ງ ອັນດຽວ ກັນ ເປັນ ວິສັຍທັສ ທີ່ ລ້າສະໄໝ ແລ້ວ ກໍຕາມ ແຕ່ຜູ້ນໍາ ລຸ້ນໃໝ່ ຂອງ ວຽດນາມ ຍັງ ພຍາຍາມ ສືບຕໍ່ ແຜນການນີ້ ໃນ ຣະດັບໃດ ລະດັບນຶ່ງ ຢູ່ ຕລອດມາ ຕາມເສັ້ນທາງ ປຣັສຍາ ຂອງ ວຽດມິນ ໃນ ອະດີດ ທີ່ມີຊື່ ເປັນ ພາສາ ວຽດນາມ ວ່າ ເຕ ຕຽນ ຫລື ແປເປັນ ພາສາລາວ ເຮົາວ່າ ຂະບວນການ ເຄື່ອນຍ້າຍ ໄປທາງ ທິດ ຕະເວັນຕົກ ອັນ ໝາຍເຖິງ ຍ້າຍເຂົ້າ ໄປດິນແດນ ນັ້ນແລ້ວ ຕັ້ງ ຮາກຖານ ຢູ່ ຫັ້ນເລີຍ ເປັນ ພົລເມືອງ ຂອງ ດິນແດນ ປະເທດ ນັ້ນ ຕາມ ປະເພນີ ທີ່ເຂົາເຈົ້າ ໄດ້ ປະຕິບັດ ມານັບເປັນ ຫຼາຍ ສັຕວັຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.