ສິດທິການໃຊ້ ອິນເທິເນັດ ຢູ່ ລາວ

ຈໍາປາທອງ
2018.05.03
f-flag ສປປ ລາວ
Public domain

ປະຈໍາປີ 2018 ນີ້ ກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ຣາຍງານ ດ້ານສິດທິມະນຸດ ຢູ່ປະເທສຕ່າງໆໃນໂລກປີ 2017. ໃນນັ້ນ ກໍມີທັງເວົ້າເຖິງ ການຣະເມີດເສຣີພາບ ທາງອິນເທິເນັດ, ເສຣີພາບທາງດ້ານການສຶກສາ ແລະກິຈກັມ ທາງ ວັທນະທັມ ຢູ່ ສປປລາວ.

ເວົ້າເຖິງອິນເທິເນັດ ຣັຖບາລລາວ ຫ້າມບໍ່ໃຫ້ເຈົ້າໜ້າທີ່ທາງການ ເຜີຍແຜ່ເອກກະສານ ທີ່ຖືວ່າຈະເຮັດໃຫ້ ວັທນະທັມ ຂອງຊາດເຊື່ອມເສັຍ ຫລືມີຄວາມຫລໍ່ແຫລມ ທາງການເມືອງ. ຜູ້ໃດທີ່ຖືກພົບວ່າມີຄວາມຜິດ ຖານນໍາເອົາສິ່ງພິມ ທີ່ຖືວ່າບໍ່ ເໝາະສົມກັບວັທນະທັມ ຂອງຊາດ ເຂົ້າມາປະເທສ ຈະຖືກປັບໃໝ ໃນມູນຄ່າແຕ່ນຶ່ງເຖິງສາມເທົ່າ ຂອງມູນຄ່າສິງພິມທີ່ນໍາເຂົ້າມາ ຫລືສູງສຸດຈໍາຄຸກ ບໍ່ເກີນນຶ່ງປີ. ສຳລັບຜູ້ທີ່ ທາງການ ເຫັນວ່າໃຊ້ອິນເທິເນັດ ຕຳນິວິຈານພັກ-ຣັຖ ກໍຈະຖືກ ລົງໂທດຈຳຄຸກ ຫລາຍປີ.

ສໍາລັບກໍຣະນີຂອງ ທ້າວ ບຸນທັນ ທໍາມະວົງ ທີ່ຖືກທາງການ ສປປລາວ ກ່າວຫາ ຖານໃຊ້ເຟສບຸກຕ້ານພັກ ຕ້ານຣັຖ ແລະຖືກຕັດສິນ ລົງໂທດຈໍາຄຸກ ເຖິງ 4 ປີ ກັບ 9 ເດືອນ. ຊາວໜຸ່ມລາວຜູ້ນຶ່ງ ໃຫ້ຄໍາເຫັນຕໍ່ວິທຍຸເສຣີ ກ່ຽວກັບເຣຶ່ອງ ນີ້ວ່າ:

"ທ່ານເຮັດເພື່ອໃຫ້ທັງໂລກໄດ້ຮູ້ວ່າ ຣັຖບານລາວນີ້ເຮັດຫຍັງຢູ່ ນໍ ໃນປັດຈຸບັນນີ້ ບໍ່ໄດ້ທໍາເພື່ອປະຊາຊົນລາວ ທໍາເພື່ອຕົນເອງ. ສິ່ງທີ່ ທ້າວ ບຸນທັນ ເຮັດແມ່ນການສະແດງອອກ ທາງດ້ານການເມືອງ ໂດຍສ່ວນຕົວນີ້ຂ້າພະເຈົ້າຄິດວ່າ ທ້າວບຸນທັນ ບໍ່ຜິດ. ສ່ວນຕົວຂອງຂ້າພະເຈົ້າ ນີ້ບໍ່ຢ້ານ ກະສິຍັງໃຊ້ໂລກອອນລາຍ ຄືເກົ່ານໍ. ຢາກຝາກໃຫ້ທຸກຄົນ ວ່າບໍ່ຕ້ອງຢ້ານກົວນໍ ສິ່ງທີ່ເຮົາເຮັດ ຖ້າມັນຖືກຕ້ອງ ຄືບໍ່ຜິດ ເຮົາເຮັດ ໃນສິ່ງທີ່ເຮົາເຫັນ ບໍ່ຜິດ."

ຣາຍງານທີ່ວ່ານັ້ນເວົ້າວ່າ ຣັຖບານລາວ ຄວບຄຸມຜູ້ຄົນທີ່ໃຊ້ອິນເທິເນັດ ຢູ່ພາຍໃນປະເທສ ແລະຕິດຕາມກວດສອບການໃຊ້ ອິນເທິເນັດ ເປັນແຕ່ລະຣະ ໄປ, ແຕ່ບໍ່ໄດ້ຂັດຂວາງການເຂົ້າເຖິງ ເວັບໄຊຕ. ຣັຖບາລ ຮັກສາໂຄງຮ່າງພື້ນຖານເພື່ອກໍານົດ ຊ່ອງທາງຂອງການຮັບສົ່ງ ຂໍ້ມູນ ທາງອິນເທິເນັດທັງໝົດ ຜ່ານປະຕູດຽວ, ເຮັດໃຫ້ສາມາດກວດສອບ ແລະຈໍາກັດເນື້ອຫາຕ່າງໆໄດ້.

ຄນະກັມການອິນເທິເນັດແຫ່ງຊາດ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຫ້ອງວ່າການ ສໍານັກງານນາຍົກ ຣັຖມົນຕຣີ ດ້ານອິນເທິເນັດ ຕ້ອງການ ໃຫ້ຜູ້ໃຫ້ບໍຣິການອິນເທິເນັດ ສົ່ງຣາຍງານ ປະຈໍາໄຕຣມາດໃຫ້ ແລະຕິດຕໍ່ກັບຊ່ອງທາງ ຂອງການຮັບສົ່ງຂໍ້ມູນ ທາງອິນເທິເນັດເພື່ອອໍານວຍ ຄວາມສະດວກ ໃຫ້ແກ່ການກວດສອບ.

ເຖິງມີການຄວບຄຸມເຂັ້ມງວດຄືແນວນັ້ນ ແຕ່ຜູ້ຄົນກໍຍັງນິຍົມກັນໃຊ້ເຟສບຸກ ດັ່ງທີ່ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການ ສິດທິມະນຸດ Human Rights Watch ປະຈໍາຂົງເຂດເອເຊັຍ ໄດ້ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ:

"ທຸກຄົນກໍເລີຍຊອກໄປໃຊ້ເຟສບຸກ ເພາະເຟສບຸກເປັນອິສຣະກວ່າ ມັນຈະຫລີກລ້ຽງການບັງຄັບ ຂ່າວຂອງຣັຖບາລລາວ ທາງໂຊຊິໂອເມເດັຍ ມັນສໍາຄັນ ມັນແມ່ນເຫດຜົລ ທໍາໄມທາງຣັຖບາລລາວຢາກຈະລຸຍກັບ 3 ຄົນນັ້ນ ແຮງງານ 3 ຄົນທີ່ກັບມາ ພວກເຈົາໃຊ້ເຟສບຸກ ກະຈາຍ ຂ່າວ ທີ່ຣັຖບາລໄມ້ຊອບ ນີ້ເປັນກະແສ ຂອງອິນເທິເນັດນະ ທີ່ບັງຄັບບໍ່ໄດ້ ກໍເປັນຕ້ອງຢູ່ ກັບຄົນນະທີ່ຟັງ ແລະກໍເປັນຜູ້ຕັດສິນໃຈ ໄມ້ໃຊ້ ຣັຖບາລ ຕັດສິນໃຈ ແລະກໍບັງຄັບໃຫ້ທຸກຄົນຟັງ."

ຕາມຂໍ້ມູນຂອງສະຫະພາບ ໂທຣະຄົມມະນາຄົມສາກົນ, ປີ 2016 ພົລເມືອງລາວ ປະມານ 22% ໃຊ້ອິນເທິເນັດ ໃນຂນະທີ່ພົລເມືອງລາວ ຜູ້ທຸກຍາກ ແລະຢູ່ຕາມເຂດຊົນນະບົດ ຈໍານວນຫລວງຫລາຍ ບໍ່ມີເງື່ອນໄຂ ທີ່ຈະໄດ້ໃຊ້ອິນເທິເນັດ ແລະສໍາລັບ ຜູ້ມີໂອກາດໄດ້ໃຊ້ ກໍຖືກ ສິດສອນ ແລະເຕືອນ ໃນເຣຶ່ອງການໃຊ້ ຈະເປັນແນວໃດ ກໍບໍ່ໃຫ້ໃຊ້ຕໍານິວິຈານ ຄນະນໍາພັກ-ຣັຖ. ດັ່ງ ຊາວໜຸ່ມນະຄອນຫລວງວຽງຈັນ ເວົ້າວ່າ ພໍ່ແມ່ສັ່ງສອນມາ:

"ກະຄືວ່າພໍ່ແມ່ ກໍ ໄດ້ມີການບອກສອນຢູ່ໜ້ອຍນຶ່ງວ່າ ບໍ່ໃຫ້ເວົ້າລັກສນະກ້າວກ່າຍຂັ້ນເທິງ ບໍ່ໃຫ້ເວົ້າກ້າວກ່າຍຫຼາຍ ເວົ້າງ່າຍໆຕັ້ງແຕ່ນ້ອຍ ຈົນໃຫຍ່ ຕັ້ງແຕ່ຮຽນກະຄ້າຍໆ ຖືກປູກຝັງຫລືວ່າ ບໍ່ໃຫ້ກ້າສະແດງອອກ ທາງດ້ານນີ້ເລີຍ."

ສ່ວນຊາວໜຸ່ມພາກໃຕ້ຂອງລາວ ກໍສັງເກດເຫັນວ່າ ຊຸມປີຫຼັງໆນີ້ ຊາວໜຸ່ມລາວສ່ວນຫລາຍ ກ້າເວົ້າກ້າວ່າ ຄວາມຈິງ ທີ່ເກີດຂຶ້ນ ຢູ່ ສປປ ລາວ ຫຼາຍຂຶ້ນກວ່າທີ່ຜ່ານມາ:

"ໃນຣະຍະຫລັງໆມານີ້ນໍ ສ່ວນໃຫຍ່ຊາວໜຸ່ມ ສິກ້າວ່າຫລາຍຂຶ້ນ ຜ່ານເຂົາເອີ້ນວ່າ social media ນີ້ນໍ໊ ຊາວໜຸ່ມສິອອກມາສະແດງ ຄວາມຄິດຄວາມເຫັນຫລາຍຂຶ້ນ ເຮັດໃຫ້ຫຼາຍບັນຫາ ຖຶກຍົກມາເວົ້າທັ້ງໆທີ່ຜ່ານມາ ເຮົາກໍບໍ່ກ້າເວົ້າກ້າວ່າ ຫຍັງກັນນໍ໊."

ຕາມກົດໝາຍວ່າດ້ວຍສື່ມວນຊົນຂອງ ສປປລາວ, ສື່ມວນຊົນ ແມ່ນເວທີຖແລງຂ່າວ ທີ່ປະກອບດ້ວຍ ຜລິຕພັນສື່ມວນຊົນ ອັນຮວມທັງ ອິນເທິເນັດແລະເວັບໄຊ ທີ່ມີພາລະບົດບາດເປັນກະບອກສຽງ ຂອງອົງການຈັດຕັ້ງພັກ ໃນການໂຄສະນາ ສຶກສາອົບຮົມ ແນວທາງຂອງພັກ.

ຜ່ານຣະບົບເຄືອຂ່າຍອິນເທິເນັດ ເຊັ່ນ: ເຟສບຸກ, ຢູທຸບ, ຖະວິດເທີ, ບລອກ ເພື່ອເຜີຍແຜ່ຂໍ້ມູນຂ່າວສານສູ່ສາທາຣະນະ ຊຶ່ງຣັຖບາລລາວ ວາງຫຼັກການໃຫ້ຜູ້ໃຊ້ປະຕິບັດໄວ້ 3 ປະການ ນຶ່ງໃນນັ້ນແມ່ນຮັບປະກັນ ການເປັນກະບອກສຽງຂອງການ ຈັດຕັ້ງພັກ ໂດຍສອດຄ່ອງກັບ ແນວທາງນະໂຍບາຍ ພ້ອມກັນນັ້ນ ໃນມາດຕຣາ 9 ຂອງກົດໝາຍ ກໍກໍານົດໄວ້ວ່າ ພົລເມືອງລາວ ມີສິດເສຣີພາບດ້ານສື່ມວນຊົນ ໂດຍສະແດງອອກ ດ້ວຍການປະກອບຄໍາເຫັນ, ໃຫ້ທັສນະ ແລະສາມາດ ເຂົ້າເຖິງຂໍ້ມູນ ຂ່າວສານ ທັງພາຍໃນ ແລະຕ່າງປະເທສ ກ່ຽວກັບສະພາບການ, ສາລະຄວາມຮູ້, ສາລະບັນເທີງ ແລະອື່ນໆ. ແຕ່ຕາມຄໍາເວົ້າຂອງ ທ່ານ Phil Robertson ຢູ່ລາວບໍ່ມີເສຣີພາບ ໃນສື່ມວນຊົນ:

"ສລຸບງ່າຍໆກະເລີຍບໍ່ມີເສຣີພາບໃນການສື່ໃນລາວ ຣັຖບາລກະເລີຍເຮັດໄດ້ເບິດ ປະຊາຊົນລາວສິເວົ້າຫຍັງ ກໍຕ້ອງໃຊ້ເຟສບຸກ ຖ້າຈະດູ ໂທຣະທັດ ຟັງວິທຍຸ ອ່ານໜັງສືພິມ ຂອງ ຣັຖບາລກໍໄດ້ແຕ່ຂ່າວ ທີ່ຣັຖບາລລາວ ຄວນຈະໃຫ້ ບໍ່ມີໂອກາດທີ່ຈະມີ ການສື່ອິສຣະໃນລາວ ປັດຈຸບັນ ເພາະວ່າເປັນ ຣັຖບາລພັກດຽວ."

ຖ້າບໍ່ເປັນຄືຄໍາເວົ້ານັ້ນແລ້ວ ຫລາຍຄົນເວົ້າວ່າ ຊາວໜຸ່ມຄົນງານລາວ 3 ຄົນ ທີ່ກັບຄືນມາຈາກປະເທສໄທ ກໍຈະບໍ່ຖືກກ່າວຫາແບບຮຸນແຮງ ແລະຈັບເຂົ້າຄຸກ ຍ້ອນພຽງແຕ່ສະແດງຄວາມເຫັນ ກ່ຽວກັບສະພາບຄວາມເປັນຈິງ ທີ່ເກີດຂຶ້ນຢູ່ ສປປລາວ ຊຶ່ງ ຢູ່ພາຍໃຕ້ການນຳຂອງພັກ ແລະຣັຖບາລປັດຈຸບັນ ຜ່ານທາງເຟສບຸກ ແລະຖືກຕັດສິນລົງໂທດຈຳຄຸກດົນເຖິງ 12 ປີ ຫາ 20 ປີ ໂດຍບໍ່ອະນຸຍາດ ໃຫ້ມີທະນາຍຄວາມ ໃນລາວຫລືທະນາຍຄວາມຕ່າງປະທສ ສູ້ຄະດີແກ້ຂໍ້ກ່າວຫາຂອງທາງການ ສປປລາວ ອັນເປັນການກະທໍາທີ່ຂັດຕໍ່ ຣະບຽບກົດໝາຍ ຊຶ່ງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທສເຢັຍຣະມັນ ກ່າວວ່າ ເປັນການ ຣະເມີດສິດທິມະນຸດຢ່າງຮ້າຍແຮງ:

"ບັນຫາທີ່ວ່າຖືກຣະເມີດຢ່າງຮ້າຍແຮງ: ການປາກເວົ້າໃນການອອກຄໍາຄິດຄໍາເຫັນ ກໍຄືການຈັບກຸມຄົນງານລາວສາມຄົນ ໃນຂໍ້ຫາ ໄດ້ອອກ ຄໍາຄິດຄໍາເຫັນ ຢູ່ໃນຂ່າວເຟສບຸກຕ່າງໆ ທີ່ເຂົາເຈົ້າຮຽກຮ້ອງ ເອົາຄວາມເປັນທັມ ແລະການຕັດສິນລົງໂທດ ຕັ້ງແຕ່ 12 ປີຫາ 20 ປີ."

ນອກຈາກບັນຫາທີ່ວ່ານີ້ແລ້ວ ຣັຖບາລ ສປປລາວ ພາຍໃຕ້ການຈັດຕັ້ງ, ຊີ້ນໍາ, ນໍາພາຂອງຜູ້ນໍາພັກປະຊາຊົນປະຕິວັດລາວ ກໍຍັງຣະເມີດ ເສຣີພາບ ທາງດ້ານການສຶກສາ ແລະກິຈກັມ ທາງວັທນະທັມ ຂອງປະຊາຊົນຕື່ມອີກ. ຣາຍງານຂອງ ກະຊວງການ ຕ່າງປະເທສ ສະຫະຣັຖອາເມຣິກາ ຣະບຸວ່າກົດໝາຍ ສປປລາວ ອະນຸຍາດໃຫ້ພົລເມືອງລາວ ມີເສຣີພາບທາງດ້ານການສຶກສາ, ແຕ່ຣັຖບາລລາວ ກໍານົດຂໍ້ຈໍາກັດຕ່າງໆໄວ້. ກະຊວງສຶກສາທິການ ຄວບຄຸມຫລັກສູດການສຶກສາ ຢ່າງເຂັ້ມງວດ ທັງໃນ ໂຮງຮຽນ ແລະວິທຍາໄລ ເອກກກະຊົນ.

ທັງພົລເມືອງລາວ ແລະບໍ່ແມ່ນພົລເມືອງລາວ ທີ່ເປັນຜູ້ຊ່ຽວຊານດ້ານການຄົ້ນຄວ້າຢູ່ ສປປລາວ ອາຈມີຂໍ້ຈໍາກັດ ໃນການເດີນທາງ, ການ ເຂົ້າເຖິງຂໍ້ມູນ ຂ່າວສານແລະສິ່ງພິມ. ຣັຖບາລ ສປປລາວ ກໍານົດໃຫ້ຜູ້ຜລິດສົ່ງຟິມ ແລະດົນຕຣີ ທີ່ອັດແລ້ວ ໃຫ້ຫ້ອງສິລປະຂອງ ຣັຖບາລ ເພື່ອກວດກາຄືນຢ່າງເປັນທາງການ ແລະກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ກໍພຍາຍາມຈໍາກັດອິດທິພົນ ຂອງວັທນະທັມໄທ ໃນເຣຶ່ອງດົນຕຣີ ທ້ອງຖິ່ນ ແລະການບັນເທີງ, ແຕ່ ຄວາມພຍາຍາມເລົ່ານັ້ນ ມີຜົລພຽງໜ້ອຍດຽວ.

ເວົ້າເຖິງຄວາມຫຍຸ້ງຍາກທາງດ້ານການສຶກສາ ແມ່ນແຕ່ນາຍົກຣັຖມົນຕຣີ ທອງລຸນ ເອງກໍຍັງຮັບຮູ້ຢູ່ໃນວັນໄຂສົກຮຽນໃໝ່ ສົກຮຽນປີ 2017 2018 ທີ່ວ່າ ການຂຍາຍຕາໜ່າງການສຶກສາ ໂດຍສະເພາະ ການສຶກສາກ່ອນໄວຮຽນ ໄປສູ່ເຂດຊົນນະບົດ ຍັງບໍ່ທັນທົ່ວເຖິງ, ການບັນລຸ ເປົ້າໝາຍການສຶກສາ ເພື່ອທຸກຄົນກໍຍັງເປັນສິ່ງທ້າທາຍ ນັກຮຽນຊັ້ນປະຖົມອອກໂຮງຮຽນ ຍັງບໍ່ມີຄວາມສະເໝີພາບຣະຫວ່າງ ຍິງ-ຊາຍ.

ການໄດ້ຮັບການສຶກສາ ຍັງແຕກໂຕນກັນ ຣະຫວ່າງຕົວເມືອງແລະຊົນນະບົດ ໂດຍສະເພາະໃນສາຍອາຊີວະສຶກສາ ແລະການສຶກສາຊັ້ນສູງ ການສ້າງສີມືແຮງງານ ຍັງບໍ່ທັນສອດຄ່ອງ ກັບຄວາມຕ້ອງ ການຂອງຕະຫຼາດແຮງງານ ແລະອື່ນໆ ຊຶ່ງໝົດນັ້ນຫລາຍຄົນເວົ້າວ່າ ຕົ້ນຕໍກໍ ເປັນຍ້ອນ ມີການຣະເມີດເສຣີພາບ ທາງດ້ານ ການສຶກສາຢູ່ ລາວ ຊຶ່ງຜູ້ທຸກຍາກຂາດເຂີນ ບໍ່ໄດ້ເຂົ້າໂຮງຮຽນ ໂຮງຮຽນແລະອຸປກອນ ການຮຽນການສອນ ບໍ່ພຽງພໍ, ຄຣູ ອາຈານ ມີຣາຍຮັບບໍ່ກຸ້ມຄ່າຄອງຊີບ ແລະທັງບໍ່ໄດ້ຮັບເງິນເດືອນ ຕາມກໍານົດເວລານັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.