ຣາຍງານສິດທິມະນຸດ ປະຈໍາ ປີ 2018 ຢູ່ລາວ

ຈໍາປາທອງ
2018.04.26
f-flag ສປປ ລາວ
Public domain

ກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ໄດ້ອອກຣາຍງານ ປະຈໍາປີ 2018 ວ່າດ້ວຍສິດທິມະນຸດ ປີ 2017 ໃນມື້ວັນທີ 20 ເມສາ ນີ້. ໃນຕອນນຶ່ງ ຂອງຣາຍງານນັ້ນ ຣະບຸເຖິງການຣະເມີດ ສິດເສຣີພາບຂອງພົລເມືອງ ຮວມທັງເສຣີພາບ ໃນການ ປາກເວົ້າ-ຂີດຂຽນ, ເສຣີພາບທາງສື່ມວນຊົນ ຢູ່ ສປປລາວ.

ໃນຣາຍງານເວົ້າວ່າກົດໝາຍ ສປປລາວ ໃຫ້ສິດເສຣີພາບ ໃນການປາກເວົ້າ-ຂີດຂຽນ ຮວມທັງເສຣີພາບ ທາງດ້ານສື່ມວນຊົນ ແກ່ພົລເມືອງ ລາວ ແຕ່ຣັຖບາລສປປລາວ ຫ້າມບໍ່ໃຫ້ປາກເວົ້າ ແລະຂີດຂຽນບົດຄວາມ ເຣຶ່ອງການເມືອງ ຢ່າງເຂັ້ມງວດທີ່ສຸດ, ຫ້າມບໍ່ໃຫ້ຕໍານິວິຈານ ສິ່ງ ທີ່ຈະເປັນພັຍ ອັນຕະຣາຍ ຕໍ່ຊື່ສຽງຂອງຣັຖ. ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງການຕ່າງເທສ ສປປລາວ ກ່າວໃນມື້ວັນທີ 25 ເມສາ 2018 ນີ້ວ່າ:

“ສຸດແລ້ວແຕ່ເພີ່ນຈະເວົ້າ, ມັນແມ່ນທັສນະຂອງອາເມຣິກາ, ທັສນະຂອງແຕ່ລະປະເທສ ມັນບໍ່ຄືກັນ. ຈະເອົາມາຕຖານຂອງ ອາເມຣິກາ ມາທຽບໃສ່ມາຕຖານຂອງລາວມັນກໍຕ່າງກັນ. ບໍ່ຮູ້ວ່າເພິ່ນຄຶດແນວໃດ ການເວົ້າການວ່າຂອງເພິ່ນກໍເປັນເຣຶ່ອງ ຂອງເພິ່ນ ສິດທິຂອງເພິ່ນ."

ແຕ່ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທສເຢັຍຣະມັນ ກ່າວໃນວັນທີ 25 ເມສາ ນີ້ວ່າ ຣາຍງານຂອງສະຫະຣັຖອາເມຣິກາ ທີ່ວ່ານັ້ນ ແມ່ນຖືກຕ້ອງ ແລະດີຫລາຍ:

"ຂ້າພະເຈົ້າເຫັນວ່າ ຣາຍງານສິດທິມະນຸສ ປະຈຳປີຂອງສະຫະຣັຖ ອາເມຣິກາ ທີ່ອອກມານີ້ ເພິ່ນໄດ້ກ່າວຂໍ້ມູນຄວາມຈິງ ເປັນຂໍ້ມູນທີ່ດີ ຫລາຍ ຢັ້ງຢືນເຖິງ ບັນຫາການຣະເມີດສິດທິມະນຸດໃນລາວ ບັນຫາການຣະເມີດສິດທິ ໃນການປາກເວົ້າ ການຊຸມນຸມຊົນ ສິດທິ ທາງດ້ານ ຂ່າວສານ ສິດທິທາງດ້ານການເມືອງ ຂອງປະຊາຊົນລາວ ໃນປະເທດປັດຈຸບັນ ອັນນີ້ແມ່ນດີຫລາຍບົດຣາຍງານ ສິດທິມະນຸດສະບັບ ດັ່ງກ່າວ."

ເມື່ອເວົ້າເຖິງຣັຖບາລ ສປປລາວ ພາຍໃຕ້ການຊີ້ນໍາ ນໍາພາຂອງຜູ້ນໍາພັກປະ ຊາຊົນປະຕິວັດລາວ ຜູ້ຜູກຂາດອໍານາດແບບຜະເດັດການ ຈໍາກັດຮັດແຄບສິດເສຣີພາບ ແລະປະຊາທິປະໄຕ ປະຊາຊົນ, ຫ້າມບໍ່ໃຫ້ປາກເວົ້າແລະຂີດຂຽນ ບົດຄວາມເຣຶ່ອງ ການເມືອງ, ຫ້າມຕໍານິ ວິຈານພັກ-ຣັຖ ໃຫ້ເຊື່ອມເສັຍຊື່ສຽງ ໃນຂນະທີ່ກົດໝາຍ ແລະຣັຖທັມນູນ ສປປລາວ ຣະບຸເຖິງການຮັບປະກັນ ການໃຫ້ສິດເສຣີພາບ ໃນ ການປາກເວົ້າ-ຂີດຂຽນ ຮວມທັງເສຣີພາບ ທາງສື່ມວນຊົນ ແກ່ພົລເມືອງລາ ອັນໝາຍ ຄວາມວ່າ ໃນພາກຕົວຈິງ ຢູ່ ສປປລາວ ບໍ່ມີການ ປະຕິບັດຕາມຕົວບົດກົດໝາຍ ທີ່ຜູ້ກໍາອໍານາດເອງວາງອອກ ແຕ່ຫາກແມ່ນປະຕິບັດ ໄປຕາມທັສນະ ຂອງຜູ້ນໍາພັກ ເພື່ອຄວາມຄົງຢູ່ຂອງ ອໍານາດແລະການສ້າງຮັ່ງຄູນມີ ປະຕິບັດຕາມໃຈມັກ ດັ່ງນັ້ນ ຈຶ່ງມີການຣະເມີດຢ່າງຮ້າຍແຮງ ແມ່ນແຕ່ພື້ນຖານ ຂອງສິດທິມະນຸດ ກໍຍັງ ບໍ່ເວັ້ນ ດັ່ງ ດຣ. ບຸນທອນ ກ່າວວ່າ:

"ຂ້າພະເຈົ້າກະເຫັນວ່າ ຢູ່ໃນສປປລາວ ສິດເສຣີພາບຂອງພົລເຮືອນ ຂອງປະຊາຊົນລາວ ນີ້ຍັງມີການຈໍາກັດຢູ່ວ່າ ຍັງມີການສະກັດກັ້ນ ຢ່າງຮ້າຍແຮງທີ່ສຸດ ໂດຍສະເພາະສິດທິ ໃນການປາກເວົ້າ ການຊຸມນຸມຊົນ ສິດທິໃນການອອກຂ່າວ ອອກຄວາມຄິດ ຄວາມເຫັນ ການເດີນຂະບວນປະທ້ວງ ຮຽກຮ້ອງເອົາຄວາມເປັນທັມ ທັງໝົດ."

ທ່ານພໍຍົກຕົວຢ່າງໄດ້ບໍນໍກ່ຽວກັບເຣຶ່ອງ ການຣະເມີດສິດທິມະນຸດ ຢູ່ປະເທສລາວ:

"ຕົວຢ່າງບັນຫາ ທີ່ຖືກຣະເມີດ ທີ່ຮ້າຍແຮງ ໃນການປາກເວົ້າ ໃນການອອກຄຳຄິດຄຳເຫັນ ກໍຄືການຈັບກຸມຄົນງານລາວ 3 ຄົນ ໃນຂໍ້ກ່າວ ຫາ ໄດ້ອອກຄຳຄິດຄຳເຫັນ ຢູ່ໃນຂ່າວເຟສບຸກຕ່າງໆ ທີ່ຂະເຈົ້າຮຽກຮ້ອງ ເອົາຄວາມເປັນທັມ ລະກະຖືກຕັດສິນ ລົງໂທດຕັ້ງແຕ່ 12 ປີ ຫາ 20 ປີ. ຫລັກຖານອັນທີ 2 ກໍຄືການຈັບກຸມປະຊາຊົນ ຊາວບ້ານຢຶບ 14 ຄົນ. ຂະເຈົ້າພຽງແຕ່ຮຽກຮ້ອງ ເອົາຄວາມເປັນທັມ ຮຽກຮ້ອງເອົາ ທີ່ດິນ ຂະເຈົ້າກັບຄືນ ກໍຖືກຈັບ ອັນນີ້ແມ່ນການຣະເມີດ ສິດທິມະນຸດ ການຈຳກັດສິດທິ ຂອງປະຊາຊົນ."

ເວົ້າເຖິງເຣຶ່ງການຂ່າວແລະສື່ມວນຊົນຢູ່ ສປປລາວ, ຣາຍງານຂອງກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ຣະບຸວ່າ ສິ່ງພິມຢູ່ພາຍ ໃນ ປະເທສແລະ ສື່ມວນຊົນທາງດ້ານເອເລັກໂຕຣນິກ ສ່ວນໃຫຍ່ເປັນຂອງຣັຖ ແລະຣັຖເປັນຜູ້ຄວບຄຸມ, ຂ່າວທ້ອງຖິ່ນ ອອກຂ່າວໄປຕາມ ນະໂຍບາຍ ຂອງຣັຖບາບລ.ຣັຖບາລສປປລາວ ອະນຸຍາດໃຫ້ເອກກະຊົນ ເປັນເຈົ້າຂອງໂຮງພິມ ທີ່ບໍ່ພິມເຣຶ່ອງການເມືອງ, ພິມແຕ່ເຣຶ່ອງ ທຸຣະກິດ, ສັງຄົມແລະການຄ້າ. ຕາມກົດໝາຍ ສປປລາວ ສື່ມວນຊົນຕ່າງປະເທສ ຕ້ອງໄດ້ເອົາບົດຄວາມຕ່າງໆ ຂອງຕົນ ໄປຜ່ານຣັຖບາລ ກ່ອນຈະພິມອອກໄດ້.

ການອອກຂ່າວຢູ່ ສປປລາວ ນັກຂ່າວລາວ ຜູ້ຂໍສງວນຊື່ທ່ານນຶ່ງ ຢືນຢັນຕໍ່ວິທຍຸເອເຊັຍເສຣີ ເມື່ອກ່ອນນັ້ນວ່າ:

"ເນື້ອໃນຂ່າວໃຫ້ມັນຄົມຊັດ ກວ່າເກົ່າ ທີ່ຜ່ານມາບໍ່ແມ່ນວ່າສິຂຽນຂ່າວ ແບບວິຊາການແບບຕາຍໂຕ ບໍ່ແມ່ນໃຫ້ມີລັກສນະແຕກຕ່າງໄປ ເລື້ອຍໆ ແຕ່ວ່າມີຂໍ້ມູນຄົບຖ້ວນນີ້ ອາຈໄດ້ ແຕ່ວ່າຕ້ອງປະທານ ຜູ້ຊີ້ນໍາ ຄືເຈົ້າເມືອງ ເຈົ້າແຂວງ ເພິ່ນອະນຸຍາດໃຫ້ ເປີດເຜີຍຈຶ່ງໄດ້ເປີດ ເຜີຍໃດ໋."

ແຕ່ເຖິງຢ່າງໃດ ໃນອະນາຄົດ ທ່ານກໍຢາກຈະເຫັນສື່ມວນຊົນລາວ ຣາຍງານ ຂ່າວທີ່ມີຄວາມຫຼາກຫຼາຍ, ບໍ່ຢາກໃຫ້ຈໍາກັດເສຣີພາບ ໃນ ຄວາມເຫັນທີ່ແຕກຕ່າງ ເພື່ອໃຫ້ສາມາດໃຊ້ ເປັນເຄື່ອງມືກວດສອບ ການປະຕິບັດງານ ຂອງຣັຖໄດ້ ຄືກັນກັບອົງການ ຂ່າວຕ່າງປະເທສເພິ່ນ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ Phil Robertson ຮອງຜູ້ອໍານວຍການອົງການ ສິ້ງຊອມດ້ານສິດທິມະນຸດ ປະຈໍາຂົງເຂດເອເຊັຍ ໃຫ້ຄວາມ ເຫັນວ່າ ຢູ່ ສປປ ລາວ ສື່ມວນຊົນ ບໍ່ມີເສຣີພາບ:

"ເວົ້າສລຸບງ່າຍໆຄືກະເລີຍບໍ່ມີການເສຣີພາບໃນ ການສື່ໃນລາວ ຣັຖບາລກະເລີຍເຮັດໄດ້ເບິດ ປະຊາຊົນລາວ ຄັນສິເວົ້ານັ້ນ ກໍຕ້ອງໃຊ້ ເຟສບຸກ, ຖ້າຈະດູໂທຣະທັດ ຟັງວິທຍຸອ່ານໜັງສືພິມ ຂອງຣັຖບາລລາວກໍໄດ້ແຕ່ຂ່າວ ທີ່ຣັຖບາລລາວຈະໃຫ້ ບໍ່ມີໂອກາດທີ່ຈະມີການສື່ ອິສຣະໃນລາວ ປັດຈຸບັນ ເພາະວ່າເປັນຣັຖບາລພັກດຽວ ໄມ້ໄດ້ເປັນສິ່ງທີ່ຈະເປັນ ແຜນໜັງສື ພິມອິສຣະ ວິທຍຸອິສຣະ ໂທຣະທັດອິສຣະ."

ເວົ້າເຖິງເສຣີພາບຂອງສື່ມວນຊົນຢູ່ ສປປລາວ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ ມີການຣເມີດຢ່າງຮຸນແຮງ:

"ສິດເສຣີພາບ ທາງດ້ານສື່ມວນຊົນຢູ່ໃນ ສປປລາວ ໄດ້ມີການຈຳກັດຢ່າງຮ້າຍແຮງ ປະຊາຊົນບໍ່ມີສິດໄດ້ຮັບຂໍ້ມູນ ຢ່າງພຽງພໍ ການອອກຂ່າວ ທາງສື່ສັງຄົມອອນລາຍ ຊື່ໆກະຍັງ ຖືກຈັບ ໜັງສືພິມ ວິທຍຸໂທຣະທັດ ຢູ່ໃນສປປລາວ ຖືກຈຳກັດຢ່າງ ຮ້າຍແຮງ ໂດຍສະເພາະບັນຫາ ສື່ສັງຄົມອອນລາຍ ພວກເພິ່ນໄດ້ມີການຈັດຕັ້ງ ແບບລັບໆໄປຊອກກວດກາ ຫຼືວ່າໄປຊອກຕິດຕາມ ຜູ້ທີ່ອອກ ຄວາມຄິດຄວາມເຫັນ ຢູ່ໃນສື່ສັງຄົມອອນລາຍ ແລະກະເພື່ອນຳຈັບ ຫລືວ່າກັກຂັງຂະເຈົ້າ."

ຍ້ອນເປັນຄືທີ່ວ່ານັ້ນ ຣາຍງານປະຈໍາປີ 2018 ອົງການນັກຂ່າວບໍ່ມີພົມແດນໄດ້ຈັດສປປລາວ ໃຫ້ຢູ່ໃນອັນດັບທີ 170 ໃນຈໍານວນ 180 ປະເທສໃນໂລກ ໃນປີ 2017 ຄືຢູ່ໃນກຸ່ມປະເທສທ້າຍສຸດ ທີ່ບໍ່ມີເສຣີພາບທາງດ້ານການຂ່າວທີ່ສຸດ.

ສິ່ງທີ່ວ່າມານັ້ນ ເປັນສ່ວນນຶ່ງຂອງຣາຍງານ ວ່າດ້ວຍສິດທິມະນຸດ ປະຈໍາປີ 2018 ຂອງກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ທີ່ໄດ້ຖແລງອອກໃນມື້ວັນ ທີ 20 ເມສາ 2018 ຊຶ່ງຣະບຸເຖິງການຣະເມີດ ສິດເສຣີພາບ ຂອງພົລເຮືອນ ຮວມທັງ ເສຣີພາບ ໃນການ ປາກເວົ້າ-ຂີດຂຽນ, ເສຣີພາບທາງສື່ມວນຊົນຢູ່ ສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.