ສະຫະຣັດ,ຍີ່ປຸ່ນ ຊ່ອຍເຫຼືອ ກູ້ຣະເບີດ
2018.09.26
ຣະເບີດບໍ່ທັນແຕກ ທີ່ຕົກຄ້າງມາຕັ້ງແຕ່ປາງສົງຄາມວຽດນາມ ຢູ່ປະເທສລາວ ອັນເປັນໄພຂົ່ມຂູ່ຕໍ່ຊີວິດ ຂອງປະຊາຊົນ ໃນການເປັນຢູ່ ແລະທໍາມາຫາກິນ ເປັນຕົ້ນແຂວງຊຽງຂວາງ ຊຶ່ງເປັນແຂວງ ທີ່ຍັງມີຣະເບີດບໍ່ທັນແຕກຕົກຄ້າງຢູ່ຫຼາຍ. ໃນການແກ້ໄຂ ບັນຫາດັ່ງກ່າວ ຫລາຍປະເທສ ກໍໃຫ້ການຊ່ອຍເຫລືອ ຮວມທັງສະຫະຣັຖອາເມຣິກາ ແລະຍີ່ປຸ່ນ.
ເວົ້າເຖິງການຊ່ອຍເຫລືອຂອງສະຫະຣັຖອາເມຣິກາ ໃນການສໍາຣວດ ແລະເກັບກູ້ຣະເບີດບໍ່ທັນແຕກຢູ່ລາວ ຍານາງ ຈັນນະພາ ຄໍາວົງສາ ຜູ້ກໍ່ຕັ້ງ ປະທານບໍຣິຫານ ອົງການ Legacies of War ມໍຣະດົກ ຂອງສົງຄາມ ທີ່ນະຄອນຫລວງ ວໍຊິງຕັນ ສະຫະຣັຖ ອາເມຣິກາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ກັນຍານີ້ວ່າ:
"ກະດີ ເພາະວ່າເງິນຈາກສະຫະຣັຖອາເມຣິກາ ນີ້ ມາຈາກເງິນ ຂອງ President Obama ອະນຸມັດເງິນໃຫ້ລາວ ນໍ ໃຫ້ NGO ຫຼາຍບ່ອນ MAG ກະແມ່ນໂຄງການນຶ່ງນໍ ແລະ ກະມີຫລາຍໂຄງການ ຄືກັນພວກກູ້ ຣະເບີດຫັ້ນນະ ຢູ່ຊຽງຂວາງນີ້ກະແມ່ນ MAG ເຮັດກັບ UXO ລາວ ແມ່ນ 2 ໂຄງການ ເຮັດເງິນນີ້ກະໄປໃຫ້ MAG ກໍດີ ເພາະວ່າຊຽງຂວາງ ນີ້ມີຣະເບີດຫລາຍນໍ ກັບທາງໃຕ້ກະມີ ແຕ່ວ່າດີແລ້ວ ເພາະວ່າຣະເບີດນີ້ຍັງມີຫລາຍລ້ານຢູ່ນໍ ຢູ່ທາງຊຽງຂວາງ 2 ອາທິດ ກ່ອນນີ້ ກະກູ້ຣະເບີດອັນໃຫຍ່ໆ ຫັ້ນນະ 75 ກິໂລ ກະຍັງອັນຕະລາຍຢູ່ ກະດີໃຈນໍາເງິນ ໄປຫາ MAG ແລະກະສິກູ້ຣະເບີດອີກ ເພາະວ່າປີນີ້ນີ່ 2018 ໜີນະ MAG ນີ້ກູ້ຣະເບີດຣະຫວ່າງ 10,000 ລູກ ອັນນີ້ເງິນນີ້ໄປຕໍ່ ແປວ່າກະສິໄດ້ກູ້ຣະເບີດ ຫລາຍອີກຫັ້ນນະ."
ເພີ່ນວ່າ ໂຄງການສໍາຣວດເທື່ອນີ້ນີ່ແມ່ນສໍາລັບກໍານົດ 4 ປີ.
"ເພາະວ່າມັນຕ້ອງ ການຫລາຍໃດ໋ ບໍ່ແມ່ນວ່າກູ້ຣະເບີດຊື່ໆ ດຽວນີ້ຕ້ອງໄດ້ເຮັດເຊີເວຫັ້ນນະ ແປວ່າສິຮູ້ອີ່ຫລີວ່າ ຣະເບິດນີ້ມັນຢູ່ໃສ ບາງເທື່ອຣະເບີດນີ້ ຄັນຝົນຕົກອີ່ຫຍັງ ມັນກະ ຍ້າຍໄປບ່ອນນີ້ຍ້າຍໄປບ່ອນນັ້ນນໍ ເຮັດເຊີເວນີ້ກະສໍາຄັນຄືກັນ ເພາະວ່າ ເຮົາກະສິຮູ້ວ່າ ມັນມີຫລາຍປານໃດ ອີ່ຫລີ ແລະກະສິຄ່ອຍຮູ້ວ່າ ສິກູ້ຣະເບີດຢູ່ໃສ ຫັ້ນນະ."
ເທື່ອລ້າສຸດນີ້ ອົງການເກັບກູ້ຣະເບີດແມັກ ປະຈຳລາວ ກໍໄດ້ຮັບທຶນຊ່ອຍເຫລືອ ຈາກຣັຖບາລສະຫະຣັຖ ອາເມຣິກາ ມູນຄ່າ 14,5 ລ້ານ ປາຍໂດລາ ສະຫະຣັຖ ຫຼື ປະມານ 123 ຕື້ປາຍກີບ ໃນການຈັດຕັ້ງປະຕິບັດ ໂຄງການສໍາຣວດ ຣະເບີດບໍ່ທັນແຕກຢູ່ 7 ເມືອງເປົ້າໝາຍ ຂອງແຂວງຊຽງຂວາງ ຄືເມືອງໜອງແຮດ, ເມືອງ ຄູນ, ເມືອງຜາໄຊ, ເມືອງແປກ, ເມືອງພູກູດ, ເມືອງຄຳ ແລະເມືອງໝອກ ໃນຂນະທີ່ ເຈົ້າໜ້າທີ່ ຜແນກເກັບກູ້ຣະເບີດ ແຂວງນີ້ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ກັນຍາ ນີ້ວ່າທາງ ແຂວງຊຽງຂວາງ ມີທິມງານສໍາຣວດ ແລະເກັບກູ້ຣະເບີດໜ້ອຍທີ່ສຸດ:
"ເພີ່ມທີມງານແລ້ວເພາະທີມງານມັນຈຳກັດສຸດນີ້ ພວກເຮົາບໍ່ສາມາດກວດຣະເບີດ ໃຫ້ທັນກັບສະພາບຂອງປະຊາຊົນ ທີ່ຕ້ອງການ ໃນພື້ນທີ່ ປີນຶ່ງກໍ່ໄດ້ 600ປາຍເຮັກຕ້າ ແຕ່ຄວາມຕ້ອງການ ຂອງປະຊາຊົນມັນເປັນຕັ້ງນຶ່ງ 5-6 ພັນເຮັກຕ້າ ທີ່ມີເອກສານ ສເນີມາຫັ້ນນະ ເຮົາບໍ່ສາມາດກວດໄດ້ ເພາະທີມງານເຮົາ ກໍ່ໝົດຄວາມສາມາດ ຊໍ່ານັ້ນຖ້າມີທຶນຮອນ ສະໜັບສະໜູນກໍ່ຕ້ອງໄດ້ເພີ່ມທີມງານຂື້ນ ກໍ່ສາມາດເກັບກູ້ຣະເບີດໄດ້ ຫລາຍກ່ວາເກົ່າ."
ໂຄງການສຳຣວດທີ່ວ່ານີ້ ມີກໍານົດ 4 ປີ ໂດຍຕັ້ງເປົ້າໝາຍ ໃຫ້ສຳເຣັດການສຳຣວດ ທີ່ບໍ່ແມ່ນທາງດ້ານວິຊາການ ຢູ່ 207 ບ້ານ, ການສຳຫຼວດ ທາງວິຊາການໃຫ້ໄດ້ ໃນເນື້ອທີ່ 48,200 ເຮັກຕາ ແລະກວດກູ້ຣະເບີດ ອອກຈາກເນື້ອທີ່ດິນໃຫ້ໄດ້ 566 ເຮັກຕາປາຍ ໃນຂນະທີ່ ທ່ານເວົ້າວ່າ ສໍາລັບປີນີ້ ການສໍາຣວດແລະ ການເກັບກູ້ຣະເບີດ ປະສົບກັບຄວາມຫຍຸ້ງຍາກ ຍ້ອນດິນຟ້າອາກາດບໍ່ອໍານວຍ:
"ຄວາມຈິງຝົນຕົກໜັກ ກໍ່ມີຄວາມຫຍຸ້ງຍາກໂດຍສະເພາະແມ່ນ ບັນຫາເສັ້ນທາງໄປຫຍຸ້ງຍາກ ບາງພື້ນທີ່ກໍ່ຖ້ວມ ຫລືບາງພື້ນທີ່ ກໍ່ເສັ້ນທາງຂາດ ເສັ້ນທາງເປ່ເພ ກໍ່ໄປຍາກແລ້ວບາດນີ້ຝົນຕົກ ຢູ່ສະໜາມ ກັບສາມາດເຮັດວຽກໄດ້ ຄັນຝົນຕົກລີນ ແຕ່ເຮົາກໍ່ ພຍາຍາມໃຫ້ມັນໄດ້ຕາມ ເປົ້າໝາຍ ສຳລັບຊຽງຂວາງຖ້າບໍ່ມີບັນຫາອີ່ຫຍັງ ບ່ອນໃດເສັ້ນທາງຂາດ ພວກເຮົາກໍ່ມີພື້ນທີ່ສຳຮອງ ເຮົາກໍ່ໄດ້ສເນີທາງເກັບກູ້ຣະເບີດ ແຫ່ງຊາດເພື່ອອະນຸຍາດ ປ່ຽນໄປເຮັດເນື້ອທີ່ສຳຮອງ.
ແຕ່ເຖິງຢ່າງໃດກໍຕາມ ໃນການສໍາຣວດ ແລະເກັບກູ້ຣະເບີດຢູ່ລາວນັ້ນ ຫລາຍປະເທສ ກໍໃຫ້ການຊ່ອຍເຫຼືອມາໂດຍຕລອດ ຊຶ່ງມີທັງ ທາງດ້ານການເງິນ, ອຸປກອນຮັບໃຊ້, ພາຫະນະຂົນສົ່ງ ແລະທັງທາງດ້ານວິຊາການ ທິມງານນໍາດ້ວຍ. ລ້າສຸດ ເມື່ອວັນທີ 21 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກໍມີພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈກັນ ກ່ຽວກັບໂຄງການສຳຣວດຣະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຊຽງຂວາງ ຣະຫວ່າງ ມາດາມ ບລອດຊຳ ກີວມໍ ຫົວໜ້າອົງ ການເກັບກູ້ລະເບີດ ແມັກ ປະຈຳລາວ ແລະທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາ ຣະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໂດຍມີ ທ່ານ ຄຳເພັດ ພົມມະດວງໄກສອນ ຫົວໜ້າຫ້ອງວ່າການແຂວງຊຽງຂວາງ ແລະຜູ້ຕາງໜ້າ ກະຊວງແຮງງານ ແລະສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ ສປປລາວ, ຜູ້ຕາງໜ້າສະຖານທູດສະຫະຣັຖ ອາເມຣິກາ ປະຈຳລາວ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການຊ່ອຍເຫລືອເພື່ອແກ້ໄຂບັນຫາດັ່ງກ່າວ ເປັນການຊ່ອຍເຮັດໃຫ້ອຸບັດຕິເຫດ ຈາກຣະເບີດບໍ່ທັນແຕກ ທີ່ຕົກຄ້າງມາຕັ້ງແຕ່ປາງສົງຄາມ ຮຸກຮານຂອງວຽດນາມ ຢູ່ລາວນັ້ນຫລຸດຜ່ອນລົງ ແລະທັງເປັນການສະໜອງ ພື້ນທີ່ການກະເສດ ໃຫ້ຊາວ ກະເສດຕະກອນ ອັນເປັນການປະກອບສ່ວນສໍາຄັນ ເຂົ້າໃນວຽກງານ ພັທນາເສຖກິດ -ສັງຄົມຂອງລາວ ເວົ້າລວມ, ເວົ້າສະເພາະກໍແມ່ນຂອງແຂວງຊຽງຂວາງ ຊຶ່ງເປັນແຂວງນຶ່ງຂອງລາວ ທີ່ຈະຕ້ອງໄດ້ຮັບການພັທນາຫລາຍນັ້ນ.
ຄຽງຄູ່ກັນໄປກັບການຊ່ອຍເຫລືອ ຂອງສະຫະຣັຖອາເມຣິການີ້ ຍີ່ປຸ່ນກໍປະກອບ ສ່ວນເຂົ້າໃນການແກ້ໄຂບັນຫາ ດັ່ງກ່າວ ຊຶ່ງກ່ອນໜ້ານັ້ນ ພຽງອາທິດດຽວ ຄືວັນທີ 14 ກັນຍາ ຣັຖບາລຍີ່ປຸ່ນ ກໍສະໜອງທຶນຊ່ວຍເຫຼືອ ໂຄງການເກັບກູ້ລະເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ ເປັນມູນຄ່າ 598,330 ໂດລາ ສະຫະຣັດ ເພື່ອນຳໃຊ້ເຂົ້າໃນໂຄງການສົ່ງເສີມ ການນຳໃຊ້ເຄື່ອງຈັກ ທຳລາຍຣະເບີດລູກຫວ່ານ ຢູ່ແຂວງຊຽງຂວາງ.
ພິທີລົງນາມໃນສັນຍາຊ່ວຍເຫຼືອນັ້ນມີຂຶ້ນຣະຫວ່າງທ່ານ ທາເຄຊິ ຮິກິຮາຣະ ທູດ ຍີ່ປຸ່ນປະຈຳ ສປປລາວ ແລະ ທ່ານ ມາໂກໂຕະ ໄຊໂຈ ປະທານອົງການເກັບກູ້ ຣະເບີດ Japan mine action service (JMAS) ຂອງປະເທສຍີ່ປຸ່ນ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງແຮງງານ ແລະສະຫວັດດີການ ສັງຄົມ, ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ແລະພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ການຊ່ອຍເຫລືອຂອງຍີ່ປຸ່ນ ໃນການທໍາລາຍຣະເບີດນັ້ນ ຊ່ອຍສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍໃຫ້ແກ່ການພັທນາ ທີ່ມີຄວາມປອດໄພຢູ່ ແຂວງຊຽງຂວາງ. ໂຄງການດັ່ງກ່າວ ດຳເນີນມາໄດ້ 3 ປີປາຍແລ້ວ ໂດຍມີເປົ້າໝາຍປະກອບສ່ວນເຂົ້າໃນ ວຽກງານກ່ຽວກັບຄວາມປອດໄພ ໃຫ້ແກ່ສະພາບແວດລ້ອມ ການດຳລົງຊີວິດຂອງປະຊາຊົນ ແລະການພັທນາ ໃນແຂວງຊຽງຂວາງ ໂດຍເລັ່ງໃສ່ວຽກງານ ການເກັບກູ້ຣະເບີດບໍ່ທັນແຕກ ທີ່ຕົກຄ້າງມາຕັ້ງແຕ່ປາງສົງຄາມ ວຽດນາມ ຢູ່ແຂວງນີ້ ຊຶ່ງມີບັ້ນຣົບໃຫຍ່ ຫລາຍຄັ້ງ ຣະຫວ່າງ ກອງກໍາລັງຄອມມິວນິສວຽດນາມເໜືອ ແລະ ກອງທັບແຫ່ງຣາຊອານາຈັກລາວ ໂດຍການນຳໃຊ້ເຄື່ອງຈັກ ທຳຣາຍຣະເບີດລູກຫວ່ານ CSCM.
ການນຳໃຊ້ເຄື່ອງຈັກທຳລາຍຣະເບີດລູກຫວ່ານ ຈະສາມາດຫລຸດຜ່ອນການໃຊ້ເວລາໃນການປະຕິບັດວຽກງານ ແລະມີຄວາມປອດໄພ ຫລາຍຂຶ້ນ. ການປະຕິບັດງານແບບນີ້ ເປັນຄັ້ງທຳອິດໃນໂລກ ທີ່ມີການນຳໃຊ້ເຄື່ອງຈັກ ເຂົ້າໃນຂັ້ນຕອນ ການເກັບກູ້ ຣະເບີດ.
ນອກຈາກແຂວງຊຽງຂວາງນີ້ແລ້ວ ອົງການເກັບກູ້ລະເບີດ JMAS ຂອງຍີ່ປຸ່ນນີ້ ຍັງໄດ້ຈັດຕັ້ງປະຕິບັດໂຄງການ ທີ່ກ່ຽວຂ້ອງກັບວຽກງານ ການເກັບກູ້ຣະເບີດ ຢູ່ອີກຫລາຍແຂວງຂອງລາວ ຮວມທັງແຂວງສາລະວັນ, ອັດຕະປື, ຈຳປາສັກ ແລະນະຄອນຫຼວງ ວຽງຈັນ.
ເວົ້າສະເພາະອົງການເກັບກູ້ຣະເບີດ MAG ປະຈໍາລາວ ແລະອົງການເກັບກູ້ຣະເບີດ ຂອງຣັຖບາລ ສປປລາວ ແມ່ນໄດ້ຮ່ວມກັນເກັບກູ້ຣະເບີດ ບໍ່ທັນແຕກ ມາຕັ້ງແຕ່ປີ 1994. ທິມງານເກັບກູ້ຣະເບີດ ປະຕິບັດງານຢູ່ 6 ແຂວງ ຊຶ່ງຕາມແຜນການໃນແຕ່ລະ ປີ ແມ່ນຈະເກັບກູ້ໃຫ້ໄດ້ ໃນເນື້ອທີ່ 15,000 ປາຍເຮັກຕາ ແຕ່ສາມາດເກັບກູ້ໄດ້ພຽງ 5,000 ເຮັກຕາ.
ສໍາລັບຢູ່ແຂວງຊຽງຂວາງ ໃນປີນີ້ປະສົບກັບຄວາມຫຍຸ້ງຍາກ ທາງດ້ານດິນຟ້າອາກາດ ເຮັດໃຫ້ການເກັບກູ້ຣະເບີດ ນັ້ນຊັກຊ້າໄປຕື່ມອີກ.
ຂ່າວວ່າ ດ້ວຍການຊ່ອຍເຫຼືອຂອງຕ່າງປະເທສ ເປັນຕົ້ນສະຫະຣັຖອາເມຣິກາ ນັບຕັ້ງແຕ່ຣັຖບາລ ສປປລາວ ຈັດຕັ້ງຄນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາຣະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວມານີ້ ສາມາດເກັບກູ້ຣະເບີດບໍ່ທັນແຕກ ທີ່ຕົກຄ້າງ ມາແຕ່ປາງສົງຄາມ ຮຸກຮານຂອງພວກຄອມມິວນິສວຽດນາມ ຢູ່ລາວ ອອກຈາກທີ່ດິນທໍາການຜລິດ ຂອງປະຊາຊົນລາວໄດ້ 10,250 ເຮັກຕາ ຄືບໍ່ເຖິງ 1% ຂອງເນື້ອທີ່ທີ່ມີຣະເບີດ ຕົກຄ້າງຢູ່ລາວ ແລະທໍາລາຍຣະເບີດໄດ້ 700,000 ປາຍລູກ ຂນະທີ່ມີຣະເບີດ ຕົກຄ້າງ 80 ລ້ານປາຍລູກ ທີ່ໄດ້ຖິ້ມສະກັດກັ້ນການ ຮຸກຮານລາວຂອງພວກຄອມມິວນິສວຽດນາມໃນປາງສົງ ຄາມທີ່ສິ້ນສຸດລົງເມື່ອປີ 1975.