ວັນເດັກນ້ອຍແຫ່ງຊາດໄທ ເດັກນ້ອຍມີຂໍ້ຮ້ອງຮຽນ

ເດັກນ້ອຍ ໄຮ້ສັນຊາຕ ໃນ ແຂວງອຸບົນ ຂອງໄທ ທີ່ພໍ່ແມ່ ພວກຂະເຈົ້າ ອົພຍົບ ອອກຈາກ ປະເທດລາວ ໃນເມື່ອ 30 ກວ່າປີ ຜ່ານມານັ້ນ ຮຽກຮ້ອງຂໍ ສັນຊາຕໄທ ຜ່ານຮູບແຕ້ມ ຂອງ ພວກຂະເຈົ້າ ໃນໂອກາດ ວັນເດັກນ້ອຍ ແຫ່ງຊາດ ຂອງໄທ. ສເນີໂດຍ : ຈະເຣີນສຸຂ

0:00 / 0:00

ໃນຂະນະທີ່ ເດັກນ້ອຍຊາວໄທ ພວມສເລີມສລອງວັນເດັກນ້ອຍ ແຫ່ງຊາດ ໃນວັນທີ 12 ມົກຣາ, ມີເດັກນ້ອຍ ໄຮ້ສັນຊາຕ ຈໍານວນນຶ່ງ ທີ່ແຂວງອຸບົນ, ຊຶ່ງພໍ່ແມ່ ຂອງພວກຂະເຈົ້າ ໄດ້ອົພຍົບ ໄປຈາກປະເທດລາວ ພາຍຫລັງ ທີ່ສົງຄາມອິນໂດຈີນ ສິ້ນສຸດລົງ, ໄດ້ສະແດງເຈດຈໍານົງ ຢາກໄດ້ສັນຊາຕໄທ ໂດຍຜ່ານຮູບແຕ້ມ. ພວກຂະເຈົ້າ ຫວັງວ່າ ການໄດ້ສັນຊາຕໄທ ຈະເຮັດໃຫ້ ພວກຂະເຈົ້າ ໄດ້ໃຊ້ສິທທິປໂຍດ ໃນການສຶກສາ ຂັ້ນຕໍ່ໄປ. ພ້ອມດຽວກັນນີ້, ໃນວັນ ດັ່ງກ່າວ, ກໍມີເດັກນ້ອຍລາວ ຈໍານວນນຶ່ງ ທີ່ແຂວງຈໍາປາສັກ ໄດ້ເດີນທາງໄປ ຮ່ວມສລອງວັນເດັກນ້ອຍ ທີ່ແຂວງອຸບົນ, ເພື່ອເຂົ້າຮ່ວມ ກິຈກັມຕ່າງໆ, ຮວມທັງ ການສະແດງສິລປະ ວັທນະທັມ, ການຕອບຄໍາຖາມ, ການຮ້ອງເພງ, ການແຕ້ມຮູບ ແລະ ເຫລັ້ນເກມ ຕ່າງໆ.

ຮູບແຕ້ມ ຂອງເດັກນ້ອຍໄຮ້ສັນຊາຕ ໄດ້ຫ້ອຍ ຢູ່ສາລາ ປະຈໍາສູນສິລປະ ເດັກນ້ອຍ ຊາວໄທ ຢູ່ແຄມແມ່ນໍ້າຂອງ ທີ່ເມືອງໂຂງຈຽມ ແຂວງອຸບົນ, ຊຶ່ງບັນດາ ເດັກນ້ອຍ ເຫລົ່ານັ້ນ ໄດ້ໃຊ້ເວລາຫວ່າງ ຍາມພັກໂຮງຮຽນ ໄປຮຽນຮູ້ ກ່ຽວກັບ ສິລປະ. ຮູບທີ່ພວກຂະເຈົ້າ ແຕ້ມນັ້ນ ເປັນຮູບ ໂຮງຮຽນ ແລະ ທຸງຊາຕໄທ ທີ່ບົ່ງບອກເຖິງ ຄວາມຕ້ອງການ ຂອງເດັກນ້ອຍ ໄຮ້ສັນຊາຕ ຢ່າງແທ້ຈິງ ຄື ການມີສິດ ເທົ່າທຽມ ເດັກນ້ອຍໄທ ທົ່ວໄປ, ທີ່ມີສິດ ແລະ ໂອກາດ ເຂົ້າເຖິງການສຶກສາ, ໂດຍໄດ້ຮັບ ການຊ່ອຍເຫລືອ ດ້ານຕ່າງໆ.

ໂອກາດ ທີ່ຈະໄດ້ຮຽນ ປຣິນຍາຕຣີ ຄື ຄວາມຫວັງ ຂອງເດັກນ້ອຍ ໄຮ້ສັນຊາຕ 10 ກ່ວາຄົນ ໃນເຂດຕາແສງຫ້ວຍຢາງ, ເມືອງຂົງຈຽມ, ໂດຍໄດ້ຮັບການຊ່ອຍເຫລືອ ແລະ ກູ້ຢືມເງິນ ໃນການສຶກສາ ແລະ ເພື່ອມີອາຊີບ ລ້ຽງຄອບຄົວ ໃຫ້ມີຊີວິດ ທີ່ດີຂຶ້ນ ໃນອະນາຄົດ, ຊຶ່ງພວກຂະເຈົ້າ ກ່າວເວົ້າໃນຕອນນຶ່ງ ວ່າ:

“ຢາກໄດ້ສັນຊາຕໄທ ເພາະວ່າ ຢາກຮຽນ ສູງໆ ຢາກຮຽນສູງເໝືອນເພື່ອນ ເພາະເພື່ອນມັກເຍາະເຍີ້ຍ ຂ້ອຍມາກ ວ່າ ພວກບໍ່ມີສັນຊາຕ.”

ເຖິງແມ່ນວ່າ, ຕາມພຣະຣາຊບັນຍັດ ສັນຊາຕ ປີ 2008 ມາຕຣາ 23 ຂອງໄທ ຈະໃຫ້ເດັກນ້ອຍ ທີ່ເກີດໃນປະເທດໄທ ກ່ອນວັນທີ 16 ເດືອນກຸມພາ ປີ 1992 ໄດ້ຮັບສັນຊາຕໄທ ກໍຕາມ, ແຕ່ວ່າ ຈາກຂໍ້ມູນ ຂອງເຄືອຄ່າຍ ຊຸມຊົນ ຄົນຮັກນໍ້າຂອງ ພົບວ່າ ມີເດັກນ້ອຍ ທີ່ບໍ່ໄດ້ຮັບສັນຊາຕໄທ ທີ່ເມືອງຂົງຈຽມ, ເມືອງບຸນທະລິກ ແລະ ເມືອງໂພໄຊ ຈໍານວນ 240 ຄົນ ແລະ ຍັງມີເດັກນ້ອຍ ໄຮ້ສັນຊາຕອີກ 170 ກ່ວາຄົນ ທີ່ເກີດ ພາຍຫລັງ ມື້ທີ່ ທາງການໄທ ກໍານົດ ໃຫ້ໄດ້ຮັບສັນຊາຕໄທ.

ທ່ານ ປະສິດ ຈໍາປາຂາວ, ຊາວຜູ່ໄທ ທີ່ຫາກໍໄດ້ສັນຊາຕ ເມື່ອປີ 2011 ຜ່ານມາ, ໄດ້ສອນເດັກນ້ອຍ ກ່ຽວກັບ ສິລປະ ແລະ ການແຕ້ມຮູບ, ໂດຍໃຫ້ໂອກາດ ພວກຂະເຈົ້າ ໄດ້ສະແດງຄວາມຕ້ອງການ ຂອງຂະເຈົ້າ ອອກມາ ຜ່ານສິລປະ, ເນື່ອງຈາກວ່າ ທ່ານ ເອງ ເປັນຫ່ວງກ່ຽວກັບ ບັນຫາສິດທິ ຂອງເດັກນ້ອຍໄຮ້ສັນຊາຕ ທີ່ເກີດໃນປະເທດໄທ, ແຕ່ບໍ່ໄດ້ຮັບສັນຊາຕໄທ ເພາະວ່າ ພໍ່ແມ່ ຂອງຂະເຈົ້າ ບໍ່ມີສັນຊາຕ ເນື່ອງຈາກວ່າ ເປັນຊາວອົພຍົບ ຍ້າຍຖິ່ນຖານ ອອກຈາກ ປະເທດລາວ ໃນສມັຍບັນພະບຸຣຸດ ພາຍຫລັງ ສົງຄາມ ອິນໂດຈີນ. ທ່ານ ກ່າວໃນຕອນນຶ່ງ ວ່າ:

“ຂ້າພະເຈົ້າ ໄດ້ແລ້ວ ແຕ່ຢາກໃຫ້ເດັກນ້ອຍ ທີ່ບໍ່ມີສັນຊາຕນີ້ ໄດ້ນໍາ ແລະ ກໍເອົາເດັກນ້ອຍມາ ແລ້ວກໍສອນເຂົາ ວ່າ ສັນຊາຕ ແມ່ນຫຍັງ ແລະ ກໍສິດສອນ ສິລປິ ແລະ ໃຫ້ເຂົ້າໃຈ ເພື່ອສື່ສານ ກັບສາທາຣະນະຕ່າງໆ.”

ການສລອງວັນເດັກນ້ອຍ ຂອງໄທ ທີ່ແຂວງອຸບົນ ຖືວ່າ ຈັດຂຶ້ນ ເປັນພິເສດ ເນື່ອງຈາກວ່າ ເປັນການຈັດງານ ວັນເດັກນ້ອຍ 2 ຝັ່ງຂອງ, ມິຕພາບ ໄຮ້ພົມແດນ, ມິຕພາບ ອາຊຽນ, ໂດຍ ມີເດັກນ້ອຍລາວ ໃນແຂວງຈໍາປາສັກ ເຂົ້າຮ່ວມກິຈກັມຕ່າງໆ...

ເດັກນ້ອຍ ເຫລົ່ານັ້ນ ໄດ້ຮ່ວມກັນແຕ້ມຮູບ ລະບາຍສີ ຕາມຈິນຕະນາການ ຂອງຂະເຈົ້າ, ຊຶ່ງປີນີ້ ໃສ່ຊື່ຫົວຂໍ້ຮູບ ວ່າ “ແມ່ນໍ້າ ຂອງເຮົາ.” ຊຶ່ງສ່ວນຫລາຍແລ້ວ ໃນຮູບພາບ ກໍຈະເຫັນ ເປັນຮູບໂງ່ນຫີນ ຊຶ່ງມີລັກສະນະ ທັມມະຊາດ ໃນເຂດແຄມຂອງ. ຮູບ ຂອງເດັກນ້ອຍ ເຫລົ່ານັ້ນ ໄດ້ຖືກນໍາໄປ ລຽນເປັນແຖວ ຕິດຕໍ່ກັນ ເປັນຮູບແມ່ນໍ້າຂອງ ທີ່ຍາວທີ່ສຸດ, ຊຶ່ງໄດ້ສະແດງໃຫ້ເຫັນວ່າ ເປັນແມ່ນໍ້າ ຂອງໝົດທຸກຄົນ ທັງໃນຊາວລາວ ແລະ ຊາວໄທ ທີ່ໃຊ້ຊີວິດຢູ່ ຮ່ວມກັນ. ນຶ່ງ ໃນບັນດາ ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ການຈັດງານ ເວົ້າວ່າ:

“ງານທີ່ຈັດຂຶ້ນນີ້ນະ ກໍໝາຍຄວາມວ່າ ຢາກໃຫ້ ເດັກນ້ອຍໝົດທຸກຄົນ ໄດ້ຢູ່ຮ່ວມກັນ ຢ່າງເປັນຍາດເປັນມິຕ ເປັນເພື່ອນ ຕໍ່ໄປ ໃນອະນາຄົດ ມັນຈະເປີດພົມແດນ ຫລືບໍ່ເປີດ ກໍຕາມ, ແຕ່ຢູ່ບ່ອນນີ້ ພວກຂະເຈົ້າ ຍັງຢູ່ກັນ ແບບຢືນຢົງ ກັບພີ່ນ້ອງ ເປັນພີ່ນ້ອງກັນ ແທ້ໆ ເພາະວ່າ ທຸກຄົນທີ່ມາ ເປົ້າໝາຍ ມີຢູ່ວ່າ 1. ໃຫ້ພວກຂະເຈົ້າ ມີການພົວພັນກັນ ຕັ້ງແຕ່ຍັງນ້ອຍ ໄປຈົນເຖິງຂະເຈົ້າແກ່ເຖົ້າ ແລະ ຈົນເຖິງຮຸ່ນສະລາ ແລະ ຮຸ່ນລູກຂະເຈົ້າ ອີກຄັ້ງນຶ່ງ ມີຄວາມເປັນມິຕກັນ ແມ່ນໍ້າ ສາຍດຽວແຫ່ງນີ້.”

ຍານາງ ກ່າວຕື່ມວ່າ ໃນງານບຸນ ແລກປ່ຽນວັທນະທັມ ຕ່າງໆ ຣະຫວ່າງກັນ ກໍມີແຕ່ຜູ້ໃຫຍ່ ຈາກ 2 ຝ່າຍ ເຂົ້າຮ່ວມ, ແລະ ເປັນຫຍັງ ວັນເດັກນ້ອຍ ຈຶ່ງບໍ່ເອົາເດັກນ້ອຍ ມາຮ່ວມກິຈກັມ ແລະ ມ່ວນຊື່ນ ຮ່ວມກັນ. ດັ່ງນັ້ນ, ຍານາງ ຄຶດວ່າ ເປັນການດີ ທີ່ເອົາເດັກນ້ອຍ ມາຮ່ວມກິຈກັມ ໃນບຸນວັນເດັກນ້ອຍ ແລະ ຈັດເປັນປະເພນີ ໄປເລີຍວ່າ ເປັນວັນເດັກນ້ອຍ 2 ຝັ່ງຂອງ ບໍ່ມີພົມແດນ ມີແຕ່ມິຕພາບ. ການສລອງວັນເດັກນ້ອຍ ແຫ່ງຊາຕໄທ ທີ່ແຂວງອຸບົນ ໄດ້ຈັດຂຶ້ນມາ ເປັນປີທີ 5 ແລ້ວ, ແຕ່ 2 ປີທໍາອິດ ເປັນກິຈກັມ ພຽງແຕ່ ຝ່າຍໄທ ຜູ້ດຽວເທົ່ານັ້ນ.