26 ຕຸລາ ວັນທັກທ້ວງພັກຣັຖ
2015.10.27

ວັນທີ 26 ຕຸລາ 1999 ຄື ວັນ ປະທ້ວງ ເພື່ອ ການ ປະຕິຮູບ ຣະບອບ ການ ປົກຄອງ ຢູ່ ປະເທດ ລາວ ໃຫ້ ໄປສູ່ ປະຊາ ທິປະຕັຍ ທີ່ ແທ້ຈິງ ຂອງ ຂະບວນການ ນັກສຶກສາ ທີ່ ນະຄອນຫຼວງ ວຽງຈັນ. ແຕ່ ຕ້ອງຖືກ ທາງການລາວ ປາບປາມ, ຈັບກຸມ ຄນະນຳ ສ່ວນນຶ່ງ ແລະ ອີກ ສ່ວນນຶ່ງ ໄດ້ ຫລົບໜີ ອອກນອກ ປະເທດ ໄປໄດ້.
16 ປີ ຜ່ານມາ ຄື ໃນ ວັນທີ 26 ຕຸລາ 1999 ໄດ້ມີການ ປາບປາມ ຈັບກຸມ ຄນະນຳ ຂອງ ຂະບວນການ ນັກສຶກສາ ໄປໄດ້ 5 ຄົນ ແລະ ອີກ 6 ຄົນ ຫລົບໜີ ອອກນອກ ປະເທດ ໄປ ຊຶ່ງ ປັດຈຸບັນ ອາສັຍ ຢູ່ ສະຫະຣັຖ ອະເມຣິກາ. ໃນ ຈຳນວນ ຄນະນຳ 5 ຄົນ ທີ່ ຖືກຈັບຂັງ ຢູ່ ຄຸກ ຊໍາເຄ້ ນັ້ນ ເສັຽຊີວິດ ໄປແລ້ວ ນຶ່ງ ຄົນ. ຕາມຄຳເວົ້າ ຂອງ ທ່ານ ອາຣິຍະພົນ ຈັນທະລາ ຊຶ່ງ ເປັນ ຜູ້ນຶ່ງ ໃນ ຄນະນຳ ຂະບວນການ ນັກສຶກສາ ລາວ 26 ຕຸລາ ທີ່ ສະຫະຣັຖ ອະເມຣິກາ. ທ່ານ ກ່າວ ທົບທວນ ເຖິງການ ເຄື່ອນໄຫວ ປະທ້ວງ ແລະ ກະກຽມ ການ ປະທ້ວງ ນັ້ນວ່າ: …ສຽງ....
ແລະ ຍານາງ ນວມຄຳ ແກ້ວພິລາວັນ ຜູ້ເປັນ ຫົວໜ້າ ຂະບວນການ ນັກສຶກສາ ລາວ 26 ຕຸລາ ທີ່ ສະຫະຣັຖ ອະເມຣິກາ ກໍ ກ່າວເຖິງ ຈຸດທີ່ຕັ້ງ ແລະ ໜ້າທີ່ ຂອງນາງ ໃນມື້ ປະທ້ວງ ນັ້ນວ່າ: ສຽງ ..
ແລະ ສຳລັບ ທ່ານ ອຸດົງ ໄຊຊະນະ ທີ່ ປຶກສາ ຂະບວນການ ນັກ ສຶກສາ ລາວ 26 ຕຸລາ ຜູ້ໃຫ້ ການ ສນັບສນູນ ຊ່ວຍເຫລືອ ມາຕັ້ງແຕ່ ຄນະນຳ 6 ຄົນ ໄດ້ ຫລົບໜີ ອອກຈາກ ສປປລາວ ມາຢູ່ ຕ່າງ ປະເທສ ຈົນເຖິງ ປັດຈຸບັນ ກໍໄດ້ ກ່າວເຖິງ ຄວາມສຳຄັນ ຂອງ ການ ເຂື່ອນໄຫວ ນັ້ນວ່າ: ສຽງ...
ການເຄື່ອນໄຫວ ປະທ້ວງ ຢູ່ ນະຄອນຫຼວງ ວຽງຈັນ ຂອງ ຂະບວນການ ນັກ ສຶກສາ ລາວ ທີ່ ຖືກສ້າງຕັ້ງ ຂຶ້ນ ເມື່ອ ປີ 1988 ເພື່ອ ຮຽກຮ້ອງ ໃຫ້ມີການ ປະຕິຮູບ ການເມືອງ ເສຖກິດ ແລະ ການປົກຄອງ ໂດຍ ມີ ເປົ້າໝາຍ ໃຫ້ ປະເທດລາວ ເປັນເຈົ້າ ຕົນເອງ ແລະ ປະຊາຊົນ ມີສິດ ເສຣີພາບ ແລະ ປະຊາທິປະຕັຍ, ການ ປົກຄອງ ທີ່ ບໍ່ມີຄວາມ ຍຸຕິທັມ ຮວມທັງ ການສໍ້ຣາສ ບັງຫລວງ.
ມາເຖິງ ປີ 2015 ນີ້ ກໍຄົບຮອບ 16 ປີ ຊຶ່ງ ຍານາງ ນວມຄຳ ແກ້ວພິລາວັນ ຫົວໜ້າ ຂະບວນການ ນັກ ສຶກສາ ລາວ 26 ຕຸລາ ທີ່ ສະຫະຣັຖ ອະເມຣິກາ ເວົ້າວ່າ ເປັນ ເຫດການ ທີ່ ສະແດງ ໃຫ້ ເຫັນເຖິງ ຄວາມ ອາດຫານ ໃນການ ຕໍ່ສູ້ ເພື່ອ ຄວາມ ເປັນທັມ ຂອງ ຊາວໜຸ່ມ ແລະ ນັກ ສຶກສາລາວ ທີ່ ເສັຽສຣະ ທຸກສິ່ງ ທຸກຢ່າງ ເພື່ອ ຜົລປະໂຫຍດ ອັນ ຊອບທັມ ຂອງຊາດ.
ການຕໍ່ສູ້ ທີ່ວ່າ ນັ້ນ ຫລາຍຄົນ ເວົ້າວ່າ ຕາມກົດເກນ ແຫ່ງການ ຂຍາຍຕົວ ຂອງ ສັງຄົມ ແລະ ກົດເກນ ແຫ່ງການ ຕໍ່ສູ້ ແລ້ວ ແມ່ນວ່າ ບ່ອນໃດ ມີການ ກົດຂີ່, ປະຊາຊົນ ຂາດ ສິດ ເສຣີພາບ ບ່ອນນັ້ນ ມີການ ຕໍ່ສູ້, ຍິ່ງ ມີການ ກົດຂີ່ແຮງ ເທົ່າໃດ ແລະ ປະຊາຊົນ ຖືກ ປາບປາມ ແບບໄຮ້ ມະນຸສທັມ ເທົ່າໃດ, ການຕໍ່ສູ້ ເພື່ອຄວາມ ເປັນທັມ ຂອງ ປະຊາຊົນ ນັ້ນ ກໍຍິ່ງ ດຸເດືອດ ແລະ ໄດ້ຮັບ ໄຊຊະນະ ໃນ ທີ່ສຸດ.