ລົມເຣື້ອງຂ່າວ 02-01-2014
2014.02.04
ທີ່ຜ່ານມາ ເຫດການຍົນຕົກຢູ່ ສາເຫດເກີດມາຈາກ ທີ່ບັນດາຜູ້ໃຊ້ ເຟັສບຸກ ພາກັນບັນຈຸພາບ ເຫດການຍົນ ATR 72 ຖ້ຽວບິນ QV 301 ຕົກຢູ່ ເມືອງ ໂພນທອງ ແຂວງຈຳປາສັກ ໃນເດືອນຕຸລາ ປີ 2013 ເປັນເຫດເຮັດໃຫ້ ມີຜູ້ເສັຍ ຊີວິດທັງໝົດ 49 ຄົນ ມີທັງຄົນລາວ ແລະ ຄົນຕ່າງປະເທດ ຊຶ່ງຜູ້ໃຊ້ Facebook ພາກັນ ສົ່ງຮູບຊາກສົບ ຂອງຜູ້ເສັຍຊີວິດ ຊາກເຄື່ອງບິນ ແລະ ການເຮັດວຽກຂອງເຈົ້າໜ້າທີ່ກູ້ພັຍ ຕ່າງໃຫ້ສັງຄົມ ໄດ້ເຫັນກັນຢ່າງ ແພ່ຫລາຍ.
ວ່າງບໍ່ດົນມານີ້ ທ້າຍປີ 2013 ມີແມ່ນເຣື້ອງ ການເບີກຈ່າຍເງິນເດືອນ ໃຫ້ພະນັກງານຣັຖກອນຊັກຊ້າ ບັນດາພນັກງານຣັຖກອນ ກໍພາກັນ ຂຽນ ຂໍ້ຄວາມລົມກັນທາງສື່ສັງຄົມອອນລາຍແລ້ວມີການວິພາກວິຈານກັນຢ່າງກວ້າງຂວາງ ກ່ຽວກັບຄວາມບໍ່ໂປ່ງສັຍ ໃນການບໍຣິຫານງານ ຂອງຣັຖບານເນື່ອງຈາກວ່າມີການສໍ້ຣາສບັງຫລວງຫລາຍໃນໂຄງການຕ່າງໆງົບປະມານຮົ່ວໄຫລຈົນບໍ່ມີເງິນເບີກຈ່າຍໃຫ້ ພນັກງານຣັຖ.
ໃນກາງເດືອນ ມົກກະຣາ ຜ່ານມາມີການຂັດແຍ່ງເຣື້ອງທີ່ດິນ ຢູ່ເມືອງຕົ້ນເຜິ້ງ ໃກ້ກັບເຂດເສຖກິດພິເສດ ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ຮ່ວມມືກັບເຈົ້າໜ້າທີ່ຣັຖ ຈະໄປບຸກລຸກເອົາທີ່ດິນຊາວບ້ານ ມາສ້າງສະໜາມບິນ ແຕ່ຊາວບ້ານບໍ່ຍອມ ຈຶ່ງມີການຂັດຂືນ ແລະບໍ່ຍອມໜີຈາກ ໄຮ່ນາຂອງຂະເຈົ້າ ແລ້ວຊາວບ້ານ ກໍໃຊ້ໂທຣະສັບ ມືຖືຖ່າຍຮູບວິດີໂອ ແລ້ວເອົາໄປລົງ ທາງຢູທູບ ແລະ ສົ່ງໄປທາງ Facebook ເຣື້ອງ ຈຶ່ງແດງຂຶ້ນ ແລະ ຖືກເຜີຍແພ່ ໃນສື່ສັງຄົມ ອອນລາຍ.
ຜູ້ທີ່ໃຊ້ສື່ອອນລາຍ ມີຫລາຍຂຶ້ນ ແລະ ກຸ່ມຄົນໄວໜຸ່ມ-ໄວກາງຄົນ ແລະ ກະແສສື່ ສາຍຫລັກ ບໍ່ສາມາດແຂ່ງຂັນໄດ້. ມາເຖິງປັດຈຸບັນ ຜູ້ທີ່ ໃຊ້ສື່ສັງຄົມອອນລາຍ ນັບມື້ນັບຫລາຍຂຶ້ນ ກວ່າເກົ່າ ຫລາຍກວ່າ 600,000 ຄົນ ທີ່ໃຊ້ສື່ສັງຄົມ ອອນລາຍ.
ສາເຫດທີ່ຜູ້ຄົນ ໃຊ້ສື່ສັງຄົມອອນລາຍ ຫລາຍຂຶ້ນຍ້ອນວ່າ ສື່ມວນຊົນ ກະແສຫລັກ ໂທຣະທັດ ໜັງສືພິມ ແລະ ວິທຍຸ ບໍ່ສາມາດນໍາສະເໜີ ຂ່າວ ທີ່ຕອບ ສນອງຄວາມຕ້ອງການ ຂອງປະຊາຊົນ ໂດຍ ສະເພາະບັນຫາ ເຣື້ອງການ ສໍ້ຣາສ ບັງຫລວງ ບໍ່ສາມາດ ນໍາອອກເຜີຍແພ່.
ເຖິງວ່າຂໍ້ດີສໍາລັບ ພາກຣັຖ ເອງກໍຄື ການຄວບຄຸມໄດ້ພຽງແຕ່ບໍ່ໃຫ້ ມີການວິຈານ ຂໍ້ບົກຜ່ອງ ຂອງຕົນເອງ ແຕ່ຂໍ້ເສັຍທີ່ທາງການ ອອກມາ ຄວບຄຸມສື່ສັງຄົມອອນລາຍກໍຄືຈະກໍ່ໃຫ້ເກີດ ບັນຫາການສໍ້ຣາສບັງຫລວງຫລາຍຂຶ້ນ ເນື່ອງຈາກ ສື່ສັງຄົມອອນລາຍ ຖືກປິດຊ່ອງທາງ.