ລາວ-ວຽດນາມຮັດແໜ້ນ ຮອບດ້ານ

ສິດນີ
2019.01.23
F-Lao-viet ສປປ ລາວ ແລະ ສສ ວຽດນາມ ມີຄວາມສັມພັນ ແບບພິເສດ
public domain

ສປປລາວແລະວຽດນາມ ຕົກລົງເຫັນພ້ອມ ໃນການຍົກຣະດັບ ຄວາມແຂງແກ່ນ ແລະການຮ່ວມມືຣະຫວ່າງກັນຫຼາຍຂຶ້ນ ໃນຫຼາຍສາຂາ ເປັນຕົ້ນ ການພັທນາຊັພຍາກອນມະນຸດ ໃນນັ້ນຮ່ວມດ້ວຍການສົ່ງນັກສຶກສາລາວ ໄປຮຽນຕໍ່ຢູ່ມະຫາວິທຍາໄລ ວຽດນາມໃນຂແນງຕ່າງໆ ໃນແຕ່ລະປີ, ການຄ້າການລົງທຶນ ແລະການພົວພັນກັບຕ່າງປະເທດ ໃນກອງປະຊຸມປະຈຳປີ ເພຶ່ອພົບປະຫາລືກັນຣະຫວ່າງຜູ້ນຳຂອງສອງ ປະເທດ ຫລືທີ່ເອີ້ນກັນວ່າ ກອງປະຊຸມ Lao-Vietnam inter-governmental committee ຄັ້ງທີ 41 ທີ່ເປັນເຈົ້າພາບຮ່ວມຣະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ແລະ ທ່ານ ຫງຽນຊວນຟຸກ ນາຍົກຣັຖມົນຕຣີວຽດນາມ ທີ່ກຸງຮ່າໂນຍ ໃນມື້ວັນທີ 5 ແລະ 6 ເດືອນມົກຣາ ປີນີ້.

ອີງຕາມຖແລງການຮ່ວມ ທັງສອງຜູ້ນຳໄດ້ລົງນາມກັນໃນ 6 ສະບັບທີ່ສຳຄັນ ໃນນັ້ນຮ່ວມດ້ວຍຂໍ້ຕົກລົງຄວາມຮ່ວມມື ໃນປີ 2019, ເປັນຕົ້ນ ຄວາມຮ່ວມມືຣະຫວ່າງຣັຖບານກັບຣັຖບານ ຄວາມຮ່ວມມືຣະຫວ່າງ ກະຊວງສຶກສາທິການຂອງສອງປະເທດ, ແລະຄວາມຮ່ວມມືຮອບດ້ານ ດັ່ງການພົວພັນກັບຕ່າງປະເທດ, ການຄ້າການລົງທຶນ ແລະການຮັກສາຄວາມສງົບ ພາຍໃນແລະຕາມແນວຊາຍແດນ ສືບຕໍ່ຄວາມຮ່ວມມື ເກົ່າ ແລະເພີ້ມຄວາມຮ່ວມມືໃຫມ່ ເພື່ອຮັດແຫນ້ນ ສປປລາວ ເພີ້ມອີກ.

ນອກຈາກນັ້ນ ຜູ້ນຳວຽດນາມຍັງໄດ້ໂອນຫລືມອບ ໂຄງການຕ່າງໆໃນລາວ ທີ່ຣັຖບານວຽດນາມສ້າງສຳເຣັດ ໃຫ້ຜູ້ນຳລາວຢ່າງເປັນທາງການ ເປັນຕົ້ນມອບໂຮງຮຽນມັທຍົມ ມິຕພາບເຈົ້າອະນຸວົງທີ່ແຂວງໄຊສົມບູນ ຫໍພັກນັກສຶກສາຕ່າງຊາດ ທີ່ມະຫາວິທຍາໄລແຫ່ງຊາດ ນະຄອນຫຼວງ ວຽງຈັນ, ໂຮງຮຽນມິຕພາບ ລາວ-ວຽດນາມ ທີ່ຫລັກ 5 ແລະ ສູນກາງສອນພາສາວຽດນາມ ທີ່ມະຫາວິທຍາໄລ ສຸພານຸວົງ ຫລວງພຣະບາງ ແລະ ຢູ່ມະຫາວິທຍາໄລ ຈຳປາສັກ ຮ່ວມດ້ວຍການລົງນາມຂອງຣັຖບານ ວຽດນາມ ໃນການສ້າງສະຖານີວິທຍຸ ແລະໂທຣະທັສ ເພື່ອອອກ ອາກາດ ເປັນທັງພາສາລາວ ແລະພາສາວຽດນາມ ຢູ່ແຂວງສວັນນະເຂດ ແລະ ການມອບເມັດພັນເຂົ້າເປືອກ ໃຫ້ແກ່ຣັຖບານລາວ ເພື່ອໄປ ແຈກຢາຍໃຫ້ຊາວນາ ຜູ້ທີ່ໄດ້ຮັບຜົລກະທົບຈາກ ນ້ຳຖ້ວມ ໃນປີນີ້.

ທັງສອງຝ່າຍເວົ້າວ່າ ຄວາມສຳຄັນຂອງກອງປະຊຸມເທື່ອນີ້ແມ່ນ ເພຶ່ອສ້າງຄວາມເຊື້ອຫມັ້ນ ທາງດ້ານທິສດີການເມືອງ ແລະການພົວພັນ ຣະຫວ່າງກັນໃຫ້ຫຼາຍຂຶ້ນ ເພື່ອເປີດຊ່ອງທາງ ການພົວພັນ ຣະຫວ່າງຜູ້ນຳ ສອງປະເທດ ແລະເຈົ້າໜ້າທີ່ຣະດັບສູງ ໃນການແລກປ່ຽນ ແລະການໄປາຫາສູ່ ຣະຫວ່າງກັນໃຫ້ຫລາຍຂຶ້ນ ໃນພາຍໜ້າ.

ນອກຈາກນັ້ນ ກອງປະຊຸມເທື່ອນີ້ ກໍເປັນການຕອກຢ້ຳຂໍ້ຕົກລົງ ຄວາມສຳພັນຖານພິເສດ ແລະຄວາມສຳພັນຮອບດ້ານ ທີ່ສອງປະເທດ ໄດ້ລົງນາມກັນໃວ້ ໃນຣະຍະທີ່ຜ່ານມາ ເພື່ອການນຳໃຊ້ ແລະປະຕິບັດໃຫ້ເຖິງຖອງ. ສອງຝ່າຍໄດ້ວາງມາຕການ ໃນການແກ້ໄຂບັນຫາ ແລະວາງແຜນ ໃນອະນາຄົດ.

ແຕ່ນັກວິເຄາະເວົ້າວ່າ ເປັນກອງປະຊຸມປະຈຳປີຣະຫວ່າງຜູ້ນຳວຽດນາມກັບຜູ້ນຳລາວ ເພື່ອຕອກຢ້ຳຄວາມຊົງຈຳ ຂອງຣັຖບານລາວ ໃນ ສັນຍາຕ່າງໆ ທີ່ໄດ້ລົງນາມກັນໃວ້ ເປັນຕົ້ນ ສັນຍາມິຕພາບຖານພິເສດ ລາວ-ວຽດນາມ ສັນຍາການເປັນອັນນຶ່ງ ອັນດຽວກັນ ຣະຫວ່າງ ສອງປະເທດ ແລະສັນຍາຄວາມຮ່ວມມືຮອບດ້ານ ທີ່ວຽດນາມ ຝູກມັດລາວ ທ່ານວ່າ ການກືນກີນລາວ ຂອງວຽດນາມ ທີ່ຈະເຫັນໄດ້ ຢ່າງຈະແຈ້ງ ກໍແມ່ນວ່າ;

1- ວຽດນາມໄດ້ເອົາຄົນວຽດນາມ ເຂົ້າມາຕັ້ງຖິ່ນຖານໃນລາວ ຢ່າງ ຫຼວງຫຼາຍໃນຣະຍະ 10-20 ປີຫລັງໆມານີ້ ກຸ່ມດັ່ງກ່າວ ອອກລູກ ອອກເຕົ້າ ແລະກໍກາຍເປັນປະຊາຊົນລາວ ໃນທີ່ສຸດ ກໍເປັນຄົນກຸ່ມໃຫຍ່ໃນລາວ ແລະລາວ ກໍຈະເປັນຊົນກຸ່ມນ້ອຍ ແລະກໍເສັຽປຽບໃຫ້ ວຽດນາມໃນການເລືອກຕັ້ງ ຍ້ອນວ່າວຽດນາມ ກາຍເປັນພົລເມືອງກຸ່ມໃຫຍ່ ສາມາດສມັກແລະບ່ອນບັດ ອອກສຽງເລືອກຕັ້ງໄດ້ ຊຶ່ງໃນ ທຸກມື້ນີ້ ຄົນເຊື້ອຊາດວຽດນາມ ຫລາຍຄົນກໍເປັນເຈົ້າຫນ້າທີ່ລາວ ຣະດັບສູງ ແຕ່ມີຊື່ລາວ.

2- ແມ່ນການສ້າງໂຮງຮຽນ ສອນເດັກນ້ອຍລາວເປັນພາສາວຽດນາມ ເມື່ອໃຫຍ່ມາກໍໃຫ້ທຶນໄປຮຽນຕໍ່ຢູ່ວຽດນາມ ຫຼັງຈາກຈົບການສຶກສາ ຢູ່ວຽດນາມ ກັບມາລາວກໍໄດ້ວຽກເຮັດງານທຳ ທີ່ດີແລະສຳຄັນ ເປັນຕົ້ນເປັນຜູ້ນຳທາງທະຫານ ແລະເຈົ້າຫນ້າທີ່ ຮັກສາຄວາມປອດພັຍ ແລະອື່ນໆ ເປັນການສ້າງຄົນມາແຕ່ຕົ້ນ.

3- ແມ່ນການແຕ່ງດອງຣະຫວ່າງ ຄົນລາວກັບຄົນວຽດນາມ ຕາມເຂດຊາຍແດນແລະ

4- ແມ່ນແຮງງານວຽດນາມ ທີ່ເຂົ້າມາລາວຢ່າງຫລວງຫລາຍ ໃນແຕ່ລະປີ ແບບຜິດກົດຫມາຍ ແລ້ວຢູ່ລາວເລີຍ ບໍ່ກັບຄືນໄປວຽດນາມ ຫລາຍພັນຄົນໃນແຕ່ລະປີ.  ກຸ່ມດັ່ງກ່າວ ກາຍເປັນຄົນລາວ ໃນເວລາຕໍ່ມາ ຍ້ອນມີກຸ່ມທີ່ມີອິດທິພົນໃນລາວ ຄຸ້ມກັນ ດັ່ງທ່ານໃຫ້ສຳພາດຕໍ່ ເອເຊັຽເສຣີ ໃນຕອນນື່ງວ່າ:

ນີ້ ເປັນຄວາມເຫັນຂອງນັກວິເຄາະ ບໍ່ມີສ່ວນພົວພັນກັບ RFA ແຕ່ຢ່າງໃດ.

ວຽດນາມແລະສປປລາວ ມີສາຍພົວພັນ ກັນມາເປັນເວລາ ດົນນານ ໃນສມັຍການສ້າງຕັ້ງພັກຄອມມຸນິດ ອິນໂດຈີນ ທີ່ປະກອບດ້ວຍ ສປປລາວ ກຳພູຊາ ແລະວຽດນາມ ໃນແຜນການກືນກີນ ສອງປະເທດດັ່ງກ່າວ ຂອງວຽດນາມ ຊຶ່ງໃນປັດຈຸບັນ ກຳພູຊາ ກໍຕີຕົວອອກ ຈາກວົງອ້ອມ ຂອງວຽດນາມຫລາຍແລ້ວ ຍັງແຕ່ ສປປລາວ ບໍ່ສາມາດແຍກຕົວອອກໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.