ສໍາພາດທາງການລາວ UXO
2016.09.15

ເຈົ້າໜ້າທີ່ ທາງການລາວ ກຳລັງ ຈະວາງແຜນ ຂຍາຍວຽກງານ ເກັບກູ້ ຣະເບີດ ທີ່ບໍ່ທັນແຕກ ຢູ່ລາວ ຫລັງຈາກ ທີ່ ທາງການ ສະຫະຣັຖ ໄດ້ ເພີ້ມເງິນ ຊ່ວຍເຫລືອ ຂຶ້ນເຖິງ 90 ລ້ານ ໂດລາ ພາຍໃນ 3 ປີ.
ບັນຫາ ລູກຣະເບີດ ທີ່ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ໃນ ປະເທດລາວ ໃນປາງສົງຄາມ ຍັງຄົງ ເປັນອຸປສັກ ໃຫ້ແກ່ ປະຊາຊົນ ໃນການ ດຳລົງຊີວິດ. ໃນວັນທີ 7 ກັນຍາ ທີ່ຜ່ານມາ ຣັຖບານ ສະຫະຣັຖ ອະເມຣິກາ ໄດ້ປະກາດ ໃຫ້ເງິນຊ່ວຍເຫລືອ 90 ລ້ານ ໂດລາ ແກ່ ທາງການລາວ ເພື່ອໃຊ້ເຂົ້າ ໃນ ວຽກງານ ເກັບກູ້ຣະເບີດ ທີ່ ບໍ່ທັນແຕກ ຫລື UXO.
ຂ້າພະເຈົ້າ ໄດ້ມີໂອກາດ ສຳພາດ ບຸນເພັງ ສີສະຫວັດ ຮອງ ຜູ້ອຳນວຍການ ຄນະ ກັມມະການ ແຫ່ງຊາດ ເພື່ອແກ້ໄຂ ບັນຫາ ຣະເບີດ ທີ່ບໍ່ທັນແຕກ ທີ່ຕົກຄ້າງ ຢູ່ໃນ ສປປ ລາວ ຫລື ເອີ້ນເປັນ ຊື່ຫຍໍ້ວ່າ ຄຊກລ ກ່ຽວກັບ ວຽກງານ ແລະ ແຜນການ ເກັບກູ້ ຣະເບີດ ໃນຕໍ່ໜ້າ ກ່ຽວກັບ ວຽກງານ ມີຫຍັງແດ່ ແລະ ສິ່ງ ທີ່ທ້າທາຍ ໃນຕໍ່ໜ້າ ມີຫຍັງແດ່, ແລະ ຄວາມຄາດຫວັງ ໃນຕໍ່ໜ້າ. ໃຫ້ ທ່ານ ໄປຮັບຟັງເບິ່ງ.