ນ.ໝວຍ ຖືກຈັບ ຍ້ອນຜູ້ນໍາ ຮັບຄວາມຈິງ ບໍ່ໄດ້: ວິຊາການ
ອຸ່ນແກ້ວ ສຸກສະຫວັນ
2019.09.27
2019.09.27

ຫລັງຈາກ ນາງ ຮວ່າຍເຮືອງ ໄຊຍະບູລີ ຫລື ນາງ ໝວຍ ຖືກເຈົ້າໜ້າທີ່ ຕຳຣວດ ຈັບ ໃນວັນທີ 12 ກັນຍາ ໃນຂໍ້ຫາໂຄສະນາ ຕ້ານ ສປປ ລາວ, ອີງຕາມໜັງສືຣາຍງານ ຂອງເຈົ້າໜ້າທີ່ຕຳຣວດ ຜແນກສືບສວນສອບສວນ ແຂວງຈຳປາສັກ.
ການຈັບ ນາງໝວຍ ກໍເປັນທີ່ສົນໃຈຂອງສັງຄົມ ໃນນັ້ນກໍມີທັງຜູ້ທີ່ເຫັນດີ ແລະ ບໍ່ເຫັນດີ. ໃນສາຍຕາຂອງນັກວິຊາການ ແລ້ວ ນາງ ໝວຍ ເວົ້າຖືກຕາມຄວາມເປັນຈິງ ແຕ່ເຈົ້າໜ້າທີ່ ເຫຼົ່ານັ້ນຮັບບໍ່ໄດ້ ແລະ ການຈັບຕົວນາງໝວຍນັ້ນ ຍິ່ງເຮັດໃຫ້ສາກົນ ເລີ້ມມີການກວດສອບ ສປປ ລາວ ຫລາຍຂຶ້ນ ໃນເລື້ອງບັນຫາ ສິດທິມະນຸດ. ເຊີນ ທ່ານຮັບຟັງ ຣາຍລະອຽດ ຂອງ ການສໍາພາດໄດ້.