ອິດທິພົນວຽດນາມແລະຈີນ ໃນລາວ

0:00 / 0:00

ວຽດນາມ ແລະ ຈີນ ກຳລັງ ແຂ່ງຂັນ ກັນ ຂຍາຍ ອິດທິພົນ ຢູ່ ໃນລາວ ໃນ ດ້ານ ການ ລົງທຶນ, ໜັງສືພິມ ຂອງ ທາງການ ວຽດນາມ ຣາຍງານ ວ່າ ວຽດນາມ ລົງທຶນ ຢູ່ລາວ ແລ້ວ ປະມານ 5 ຕື້ ດອນລ່າ ສະຫະຣັດ. ແຫລ່ງຂ່າວ ຊິນຫົວ ຂອງ ທາງການ ຈີນ ກໍ ເປີດເຜີຍ ວ່າ ຈີນ ລົງທຶນ ຢູ່ລາວ ແລ້ວ ເຖິງ 5.1 ຕື້ ດອນລ່າ ຊຶ່ງ ຖືວ່າ ເປັນ ປະເທດ ທີ່ ລົງທຶນ ຫລາຍ ທີ່ສຸດ ໃນລາວ.

ສ່ວນໃນ ດ້ານ ການເມືອງ ວຽດນາມ ແລະ ຈີນ ກໍ ກຳລັງ ແຂ່ງຂັນ ກັນ ຂຍາຍ ອິດທິພົນ ຢູ່ ໃນລາວ ເຊັ່ນກັນ. ທ່ານ Brian McCartan ຂຽນ ບົດ ວິເຄາະ ລົງເວັບໄຊ Asia Times ວ່າ ແຕ່ກ່ອນ ວຽດນາມ ຄວບຄຸມ ລາວ ຮ້ອຍ ສ່ວນ ຮ້ອຍ. ປັດຈຸບັນ ເຖິງວ່າ ອິດທິພົນ ຂອງ ວຽດນາມ ໃນລາວ ຈະ ຫລຸດໜ້ອຍ ລົງແດ່ ແຕ່ ຄນະ ກົມການເມືອງ ພັກ ປະຊາຊົນ ປະຕິວັດ ລາວ ເຖິງ 10 ທ່ານ ໃນ ຈຳນວນ ທັງໝົດ 11 ທ່ານ ປາກ ພາສາ ວຽດນາມ ໄດ້ ໝາຍຄວາມ ວ່າ ໄດ້ ຮັບ ການຝຶກ ອົບຮົມ ໂດຍກົງ ຈາກ ວຽດນາມ.

ສ່ວນ ຈີນ ນັບມື້ ນັບມີ ອິດທິພົນ ຢູ່ໃນ ລາວ ຫລາຍຂຶ້ນ. ແຕ່ລະ ປີ ຈີນ ໃຫ້ ເງິນ ຊ່ວຍເຫລືອ ແກ່ ລາວ ຫລາຍຮ້ອຍ ລ້ານ ດອນລ່າ, ປັດຈຸບັນ ກຳລັງ ພິຈາຣະຈາ ໃຫ້ ເງິນ ກູ້ຢືມ ເຖິງ 7.2 ຕື້ ດອນລ່າ ໃຫ້ ແກ່ ລາວ ເພື່ອ ສ້າງ ທາງຣົດໄຟ ຄວາມໄວ ສູງ ລາວ-ຈີນ. ຄົນລາວ ຜູ້ນຶ່ງ ທີ່ ບໍ່ປະສົງ ບອກຊື່ ກໍ ສັງເກດ ເຫັນ ອິດທິພົນ ຂອງ ຈີນ ຢູ່ ທຸກ ຫົນແຫ່ງ ໃນ ນະຄອນ ຫລວງ ວຽງຈັນ:

“ຈີນ ໝົດ ນະອ້າຍ ໂອ່ຍ ໂຄງການ ໃຫຍ່ໆ ແບບໃຫຍ່ ແມ່ນ ຈີນ ແຫລະ ຢູ່ລາວ ເຮົາ ນີ່ນ໋າ ຢູ່ ບຶງ ທາດຫລວງ ມີຫລາຍ ຕຶກ ຈີນ ມັນສ້າງ; ພວກ ຍັກໃຫຍ່ ມີແຕ່ ຈີນ ຢູ່ລາວ ເຮົາ, ດຽວນີ້ ບ່ອນຢູ່ ຕໍ່ໜ້າ ໂຮງໝໍ ມະໂຫສົດ ຫັ່ນເດ່ ຍັງບໍ່ເປີດ ໃຊ້ ກໍຈີນ ຈີນຄືກັນ ໂຕໜັງສື ຈີນ ໂຕ ເພີ້ເຈີ້ ຢູ່ຕຶກ ຫັ່ນນ໋າ.”

ນັກ ຊ່ຽວຊານ ກ່ຽວກັບ ລາວ ທີ່ ເປັນ ຊາວ ຕ່າງ ປະເທດ ໃຫ້ ຂໍ້ ສັງເກດ ວ່າ ໃນ ປີນີ້ ແລະ ປີໜ້າ ຈີນ ຈະໃຊ້ ເງິນ ເພື່ອ ຂຍາຍ ອິດທິພົນ ໃນ ລາວ ອາຈໃຫ້ ເງິນ ຊ່ວຍເຫລືອ ລ້າ ຫລື ໃຫ້ ເງິນ ກູ້ຢືມ ດ້ວຍ ດອກເບັ້ຽ ຕ່ຳ ເປັນ ພິເສດ ແກ່ ລາວ ແຕ່ ລາວ ຕ້ອງ ຮັບໃຊ້ ຜົນປໂຍດ ຂອງ ຈີນ, ເປັນຕົ້ນ ໃນ ເວລາ ເປັນ ປະເທດ ວຽນ ອາຊຽນ ໃນ ປີ ໜ້າ ລາວ ຕ້ອງ ຄັດຄ້ານ ຂໍ້ສເນີ ທຸກຢ່າງ ກ່ຽວກັບ ຂໍ້ ຂັດແຍ້ງ ໃນເຂດ ທະເລ ຈີນ ໃຕ້ ຄືກັບ ກຳພູຊາ ເຄີຍເຮັດ ເມື່ອປີ 2012. ການ ກະທໍາ ແບບນີ້ ຈະເຮັດໃຫ້ ວຽດນາມ ບໍ່ ດີໃຈ ຢ່າງໃຫຽ່ ເພາະ ວຽດນາມ ແລະ ຈີນ ນັ້ນ ມີ ຂໍ້ຂັດແຍ້ງ ກັນ ຢ່າງແຮງ ໃນເຂດ ທະເລ ຈີນ ໃຕ້ ຊຶ່ງ ຕ່າງຝ່າຍ ຕ່າງ ກໍອ້າງ ວ່າ ເກາະດອນ ສ່ວນນຶ່ງ ຫລື ທັງໝົດ ເປັນ ຂອງຕົນ.

ທ່ານ Ron Corben ຂຽນ ລົງ ເວັບໄຊ ຂອງ ສຽງ ອະເມຣິກາ ຫລື VOA ວ່າ ສປປລາວ ປະສົບ ກັບ ບັນຫາ ການເງິນ ຢ່າງ ໜັກ ຂາດ ງົບປະມານ ທຸກໆປີ ຈຳເປັນ ຕ້ອງ ອາໄສ ເງິນ ຊ່ວຍເຫລືອ ແລະ ການ ລົງທຶນ ຈາກ ຈີນ. ລາວ ຕ້ອງ ຣະມັດ ຣະວັງ ບໍ່ຄວນ ຕົກຢູ່ ພາຍໃຕ້ ອິດທິພົນ ຂອງ ຈີນ ຫລາຍ ເກີນໄປ.

ສ່ວນທ່ານ Martin Stuart-Fox ອາຈານ ສອນ ວິຊາ ປວັດສາດ ມະຫາວິທຍາໄລ Queensland ຂອງ ອອສເຕຣເລັຽ ໃຫ້ ຄຳຄິດ ຄຳເຫັນ ວ່າ ຈີນ ໃຫ້ ການ ຊ່ວຍເຫລືອ ແລະ ລົງທຶນ ຢູ່ ລາວ ຫລາຍ ຂື້ນ ກໍເພາະ ຈີນ ຕັ້ງມີ ເຈຕນາ ເພື່ອ ເຮັດໃຫ້ ຄວາມ ສຳພັນ ແບບ ພິເສດ ຣະຫວ່າງ ລາວ ແລະ ວຽດນາມ ອ່ອນແອ ລົງ. ຄນະ ຜູ້ນໍາ ຈີນ ເຊື່ອວ່າ ໃນເມື່ອ ມີ ອິດທິພົນ ທາງ ດ້ານ ເສຖກິດ ຫລາຍຂຶ້ນ ຈີນ ກໍຈະມີ ອິດທິພົນ ດ້ານ ການເມືອງ ໃນລາວ ຫລາຍຂຶ້ນ ເປັນເງົາ ຕາມ ຕົວ.

ເຖິງຢ່າງໃດ ກໍຕາມ ທ່ານ Andrew Korybko ຈາກ ສູນ ຄົ້ນຄວ້າ Global Research ຍັງ ເຊື່ອວ່າ ວຽດນາມ ຍັງ ຈະມີ ອິດທິພົນ ທຸກດ້ານ ໃນ ລາວ ໃນນັ້ນ ຮວມທັງ ດ້ານ ການເມືອງ ແລະ ການ ທະຫານ. ສ່ວນ ທ່ານ ສຸດທະລາ ມົນຕຣີວົງ ນັກ ເຄື່ອນໄຫວ ເພື່ອ ຢາກໃຫ້ ລາວ ມີ ປະຊາທິປະໄຕ ໃຫ້ ຄຳເຫັນ ວ່າ ການທີ່ ລາວ ຕົກຢູ່ ພາຍໃຕ້ ອິດທິພົນ ທັງ ຂອງ ວຽດນາມ ແລະ ຈີນ ນັ້ນ ບໍ່ດີ ຈັກຢ່າງ:

“ໃນ ປັດຈຸບັນ ນີ້ ຈີນ ຊອກ ຊ່ອງທາງ ຈະກວມເອົາ ລາວ ຢູ່ແລ້ວ ນີ້ແຫລະ ບັນຫາ ທີ່ ອັນຕະຣາຍ ທີ່ສຸດ ຣະຫວ່າງ ສອງ ປະເທດ ທີ່ ຈະ ແຂ່ງຂັນ ແຍ່ງ ກິນ ປະເທດ ລາວ ນີ່ນ໋າ ພີ່ນ້ອງ; ປະເທດ ລາວ ປຽບເໝືອນ ຜູ້ສາວ ຄົນນຶ່ງ ສອງຄົນ ແຍ້ງ ກັນ ອັນນີ້ ແຫລະ ຝັນຮ້າຍ ຂອງ ປະຊາຊົນ ລາວ ຕົວຢ່າງ ທຸກສິ່ງ ທຸກຢ່າງ ຜູ້ນຳ ລາວ ຈະນຳ ຣາຍງານ ປະເທດ ວຽດນາມ ແຕ່ ທາງອອກ ໄປ ຫາ ຈີນ ນັ້ນ ປະເທດ ລາວ ກໍ ຢາກບືນ ໄປ, ຈີນ ກໍຊອກ ຊ່ອງທາງ ລົງມາ; ໃນ ປັດຈຸບັນ ກໍເປັນ ອັນຕະຣາຍ ຢູຸ່ ແບບນຶ່ງ ນີ່ນ໋າ ບໍ່ແຮ່ ບໍ່ເພັດ ບໍ່ພອຍ ຕ່າງໆ ຢູ່ລາວ ແມ່ນ ຈີນ ພຍາຍາມ Take Over ແລ້ວ ແມ້ແຕ່ ເຂື່ອນ ຕ່າງໆ ຈີນ ກໍເປັນ ນາຍທຶນ ແລ້ວ ເຣື່ອງ ການ ກະເສດ ປູກຝັງ ຈີນ ກໍ ແຊກແຊງ ລົງມາ ທຸກຢ່າງ; ດິນ ດອນ ຕ່ອນຫຍ້າ ຂອງ ປະຊາຊົນ ໄປ ສຳປະທານ ກໍຄື ກັບ ໄປ ຊື້ເອົາ ໄປ ຊື້ເອົາ ແຜນ ລາວ ມາເປັນ ເມືອງ ຂອງ ຈີນ ແລ້ວ ກະເຫັນ ຫລາຍ ບ່ອນແລ້ວ ເດ໋ ທາງເໜືອ ຕົ້ນເຜິ້ງ ອີຫຍັງ ແຖວ ບໍ່ແກ້ວ ອີຫຍັງ ຕ່າງໆ.”

ນັກ ຊ່ຽວຊານ ກ່ຽວກັບ ລາວ ອີກ ທ່ານນຶ່ງ ໃຫ້ ຂໍ້ ສັງເກດ ວ່າ ບັນດາ ຜູ້ນຳ ສປປລາວ ບໍ່ພຽງແຕ່ ພຍາຍາມ ຊັ່ງຊາ ອິດທິພົນ ຂອງ ວຽດນາມ ແລະ ຈີນ ເຮັດໃຫ້ ສອງ ປະເທດ ນີ້ ມີ ອິດທິພົນ ຕໍ່ຕົນ ເທົ່າໆ ກັນ ບໍ່ໃຫ້ ປະເທດ ນຶ່ງ ມີ ອິດທິພົນ ຫລາຍກວ່າ ອີກ ປະເທດ ນຶ່ງ. ບໍ່ເທົ່ານັ້ນ ຄນະ ຜູ້ນຳ ລາວ ຍັງມີ ຄວາມ ສຳພັນດີ ກັບ ໄທ ແລະ ປະເທດ ຕາເວັນຕົກ ຫລາຍຂື້ນ ນຳອີກ ເພື່ອ ຊັ່ງຊາ ອິດທິພົນ ຂອງ ວຽດນາມ ແລະ ຈີນ.

ສ່ວນ ຄນະ ຜູ້ນຳ ສປປລາວ ກ່າວ ສເມີວ່າ ລາວ ແລະ ວຽດນາມ ມີຄວາມ ສຳພັນ ອັນດີ ພິເສດ ຖານ ອ້າຍນ້ອງ ມາແຕ່ ດົນນານ ແຕ່ ປັດຈຸບັນ ລາວ ກໍມີ ການ ຮ່ວມມື ຢ່າງ ຮອບດ້ານ ກັບ ຈີນ ແລະ ມີຄວາມ ສຳພັນດີ ກັບ ປະເທດ ອື່ນໆ ທົ່ວ ໂລກ.

ເຖິງຢ່າງໃດ ກໍຕາມ ນັກຂ່າວ ຕ່າງ ປະເທດ ຜູ້ນຶ່ງ ທີ່ ບໍ່ເປີດເຜີຍ ຊື່ ຂຽນບົດ ວິເຄາະ ລົງ ທາງ ອິນເຕີເນັດ ເມື່ອ ບໍ່ດົນ ຜ່ານມາ ວ່າ ຄນະ ຜູ້ນຳລາວ ຂັດແຍ້ງ ກັນ ແບ່ງອອກ ເປັນ ສອງກຸ່ມ ກຸ່ມນຶ່ງ ສນັບສນູນ ວຽດນາມ ແລະ ອີກ ກຸ່ມນຶ່ງ ນິຍົມ ຈີນ. ອຸບັດຕິເຫດ ຍົນ ຕົກ ທີ່ ແຂວງ ຊຽງຂວາງ ທີ່ ເຮັດໃຫ້ ຜູ້ນຳ ລາວ ຫລາຍຄົນ ເສັຽ ຊີວິດ ກໍແມ່ນ ເຫດການ ນຶ່ງ ທີ່ ເກີດຈາກ ຂໍ້ ຂັດແຍ້ງ ນັ້ນ.

ນອກຈາກ ນັ້ນ ນັກຂ່າວ ຕ່າງ ປະເທດ ຫລາຍຄົນ ຍັງ ຄາດຄະເນ ວ່າ ກອງ ປະຊຸມ ຫລວງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ໃນ ປີ ໜ້າ ອາດຈະມີ ການ ສັບປ່ຽນ ຄນະ ຜູ້ນຳ ພັກ ແລະ ຣັຖບານ ລາວ ຄັ້ງໃຫຍ່ ຜູ້ໃດ ນິຍົມ ຈີນ ອາດ ຈະຖືກ ປົດ ອອກຈາກ ໜ້າທີ່ ຕຳແໜ່ງ. ຖ້າເປັນ ແບບນັ້ນ ແທ້ ວຽດນາມ ກໍຍັງມີ ອິດທິພົນ ໃນລາວ ຫລາຍຢູ່ ຍາກທີ່ ລາວ ຈະ ດີ້ນຫລຸດ ອອກຈາກ ກຳມື ຂອງ ວຽດນາມ.