ອົງການກວດສອບກໍາລັງ ເລັ່ງມື

0:00 / 0:00

ໃນຣະຍະຜ່ານມານີ້ ເຫັນວ່າ ອົງການກວດສອບແຫ່ງຣັຖ ຂອງ ສປປລາວ ດໍາເນີນການກວດສອບການເງິນ ໃນການປະຕິບັດໂຄງການຕ່າງໆ ຢູ່ລາວ ຢ່າງຮີບເຮັ່ງ ທັງຢູ່ພາກເໜືອ ແລະພາກໃຕ້ຂອງປະເທສ ຕາມພາລະບົດບາດແລະຂອບເຂດການເຄື່ອນໄຫວຂອງຕົນ ດັ່ງທີ່ໄດ້ກໍານົດ ໄວ້ຢູ່ໃນພາກທີ 2 ຂອງກົດໝາຍວ່າດ້ວຍການກວດສອບ ຊຶ່ງໄດ້ປະກາດໃຊ້ເມື່ອປີ 2007.

ອົງການກວດສອບ ຣັຖບາລ ສປປລາວ ໄດ້ກວດພົບວ່າ ເງິນງົບປະມານ 21,000 ລ້ານກີບ ຖືກນໍາໄປໃຊ້ເພື່ອ ປໂຍຊນ໌ສ່ວນຕົວຂອງບຸກຄົນ ຊຶ່ງຂະນະນີ້ກໍາລັງສອບສວນ ເຈົ້າໜ້າທີ່ຂອງຣັຖຈໍານວນ 58 ຄົນ ກ່ອນທີ່ຈະຖືກ ນໍາໄປຕັດສິນຢູ່ສານປະຊາຊົນ ອີງຕາມ Manager Online.

ຢ່າງໃດກໍຕາມມັນກໍເປັນການຍາກ ທີ່ຈະໃຫ້ສານຕັດສິນຄະດີໄປຕາມຕົວບົດກົດໝາຍໄດ້ ໃນເມື່ອກົດໝາຍລາວບໍ່ສັກສິດ ແລະບໍ່ໄດ້ຖືກປະຕິບັດ ຢ່າງເຂັ້ມງວດ ແມ່ນແຕ່ຫົວໜ້າພັກກໍາອໍານາດ ກໍຍັງຮັບຮູ້ຢູ່ໃນກອງປະຊຸມໃຫຍ່ຂອງຕົນ. ເຖິງແມ່ນຈະເວົ້າວ່າ ກວດກາເຫັນບັນຫາແລ້ວ ຕ້ອງ ແກ້ໄຂໃຫ້ຕົກ ດັ່ງທີ່ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍຣິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ກ່າວຢູ່ໃນກອງ ປະຊຸມໃຫຍ່ຄັ້ງທີ 9 ຂອງພັກຕອນນຶ່ງວ່າ ສິ່ງສໍາຄັນແມ່ນຕ້ອງ ປະຕິບັດຜົນການກວດກາໃຫ້ສັກສິດ. ເມື່ອກວດກາເຫັນບັນຫາແລ້ວຕ້ອງແກ້ໄຂ ໃຫ້ຕົກຢ່າງຂາດຕົວ ບໍ່ປະໃຫ້ບັນຫາແກ່ຍືດຍາວໄປຕື່ມ.

ເມື່ອບໍ່ນານມານີ້ ອົງການກວດສອບແຫ່ງຣັຖພົບວ່າ ຢູ່ແຂວງຫົວພັນ ພາກຕາເວັນ ອອກສ່ຽງເໜືອຂອງປະເທສ ທີ່ມີຊາຍແດນຕິດກັບວຽດນາມ ເງິນງົບປະມານຂອງຣັຖ ບໍ່ໄດ້ນໍາໄປໃຊ້ເຂົ້າ ໃນການປະຕິບັດ ຕາມຈຸດປະສົງຂອງ ໂຄງການ ທີ່ໄດ້ກໍານົດເອົາໄວ້ ແຕ່ຫາກ ຖືກນໍາໄປໃຊ້ເພື່ອ ປໂຍຊນ໌ສ່ວນຕົວ.

ຢ່າງໃດກໍຕາມ ທາງການລາວກໍວ່າ ຈະພຍາຍາມຫາທາງນໍາເອົາເງິນຈໍານວນ 9,000 ລ້ານກີບ ທີ່ຖືກຍັກຍອກໄປນັ້ນ ກັບເຂົ້າງົບປະມານຂອງ ຣັຖຄືນແລະຫວັງວ່າ ຈະສາມາດຕິດຕາມນໍາເອົາເງິນທີ່ເຫລືອນັ້ນ ກັບຄືໃຫ້ຣັຖໄດ້ ເພື່ອນໍາໄປໃຊ້ໃນການພັທນາ.

ອົງການກວດສອບ ຣາຍງານຢູ່ໃນກອງປະຊຸມ ເມື່ອວັນທີ 18 ພຶສຈິກາ 2013 ວ່າ ງົບປະມານປະຈໍາສົກປີ 2012-2013 ໄດ້ກວດພົບອົງການ ແລະໜ່ວຍງານຂອງຣັຖບາລ ທີ່ໃຊ້ຈ່າຍງົບປະມານ ຜິດກົດຣະບຽບອີກ ຈໍານວນນຶ່ງ ຊຶ່ງສ່ວນໃຫຍ່ແມ່ນໃຊ້ຈ່າຍເຂົ້າໃນໂຄງການ ທີ່ບໍ່ທັນໄດ້ຮັບ ການອະນຸມັດຈາກສະພາແຫ່ງຊາດ ຂະນະທີ່ ກະຊວງແຜນການແລະການລົງທຶນຂອງລາວໄດ້ເວົ້າຢູ່ໃນແຜນພັທນາເສຖກິດ-ສັງຄົມ ສົກປີ 2012-2013 ວ່າ ການຕິດຕາມ ກວດກາໂຄງການລົງທຶນ ຈາກງົບປະມານ ຂອງຣັຖ ຮວມທັງຈາກການຊ່ວຍເຫຼືອລ້າແລະກູ້ຢືມຕ່າງປະເທສ ຈໍານວນນຶ່ງ ຍັງເຮັດບໍ່ທັນໄດ້ດີ.

ຂ່າວຣາຍງານວ່າ ຍານາງ ອໍາພອນນາລີ ແກ້ວລາ ຮອງປະທານອົງການກວດສອບ ເວົ້າກ່ຽວກັບເຣື່ອງດັ່ງກ່າວ ແຕ່ບໍ່ໄດ້ເປີດເຜີຍຕົວເລກໃດໆ ກ່ຽວກັບການໃຊ້ຈ່າຍເງິນ ທີ່ຜິດຕໍ່ກົດຣະບຽບ ການໃຊ້ຈ່າຍງົບປະມານນັ້ນ. ຍານາງວ່າ ອົງການກວດສອບ ໄດ້ກວດສອບ ໜ່ວຍງານຂອງຣັຖ ຈໍານວນ 71 ແຫ່ງ ຊຶ່ງປະກອບດ້ວຍ ອົງການຣັຖວິສາຫະກິດ, ບໍຣິສັດຮ່ວມທຶນທຸຣະກິດ, ເງິນກູ້ຢືມ ແລະເງິນຊ່ວຍເຫລືອລ້າ ຊຶ່ງໃນນັ້ນມີ 17 ໜ່ວຍງານ ທີ່ຢູ່ແຂວງ ພາກເໜືອ ແລະແຂວງພາກໃຕ້ ແລະທັງວ່າ ຜູ້ກວດສອບໄດ້ກວດພົບເຣື່ອງສໍາຄັນຫລາຍຈໍານວນນຶ່ງ.

ເວົ້າເຖິງການກວດສອບ, ການກວດກາຂອງທາງການລາວ ເອເຊັຍເສຣີ ໄດ້ໂທຣະສັບໄປຍັງພາກສ່ວນທີ່ກ່ຽວຂ້ອງ ທັງສາຍພັກ ແລະສາຍຣັຖ ທີ່ະຄອນ ຫລວງວຽງຈັນ ຮວມທັງແຂວງຜົ້ງສາລີ ເພື່ອຂໍຮູ້ກ່ຽວກັບວ່າ ໃນການປະຕິບັດການກວດສອບນັ້ນ ມີຂໍ້ສະດວກແລະຄວາມຫຍຸ້ງຍາກ ແນວໃດແດ່ບໍ? ແຕ່ກໍບໍ່ ໄດ້ຮັບຄໍາຕອບ.

ຢ່າງໃດກໍຕາມ ຂ່າວກໍຣາຍງານວ່າ ພ້ອມກັນໄປກັບການກວດສອບການ ເງິນຂອງໂຄງການລົງທຶນທີ່ວ່ານັ້ນ ອົງການກວດສອບຣັຖບາລ ກໍກໍາ ລັງຮ່າງ ຂໍ້ກໍານົດສະບັບສຸດທ້າຍ ເພື່ອໃຫ້ທັນປະກາດໃຊ້ ໃນວັນທີ 1 ມົກກະຣາ 2014 ເພື່ອໃຫ້ຣັຖກອນ ຫລື ຜູ້ເຮັດວຽດນໍາຣັຖ ຣະດັບບໍຣິ ຫານ, ຫົວໜ້າໜ່ວຍງານ ຮວມທັງທະຫານ ແລະຕໍາຣວດ ທີ່ມີຊັ້ນຮ້ອຍໂທ ຫລື ສັກສອງຂຶ້ນໄປ ຕ້ອງປະກາດຊັບສິນ ຂອງຕົນຢ່າງເປັນທາງ ການ ອັນມີຫາງສຽງວ່າ ເປັນມາຕການປ້ອງກັນ ແລະປາບປາມການທຸຈຣິດ ຫລືການສໍ້ຣາສບັງຫລວງ ໃນພາກຣັຖທຸກຣະດັບອັນນຶ່ງ ທີ່ຈະກວມ ເອົາຕັ້ງແຕ່ຂັ້ນຫົວໜ້າໜ່ວຍງານ ໄປເຖິງນາຍົກຣັຖມົນຕຣີ.

ນອກຈາກຊັພສິນທີ່ເປັນເງິນສົດແລ້ວ ເງິນຝາກໃນບັນຊີທະນາຄານ, ມູນຄ່າຫຸ້ນ, ບ້ານເຮືອນ, ຍານພາຫະນະ, ເຄື່ອງປະດັບ, ຄໍາ, ເພັດ, ພອຍ ແລະອັນຍະມະນີຕ່າງໆນັ້ນ ແລ້ວ ເຈົ້າໜ້າທີ່ຂອງຣັຖ ທີ່ໄດ້ຮັບຂອງຂວັນມູນຄ່າຕັ້ງແຕ່ 5 ລ້ານກີບຂຶ້ນໄປ ກໍຖືເປັນຊັພສິນນໍາດ້ວຍ.

ການວາງຂໍ້ກໍານົດດັ່ງກ່າວແມ່ນປະຕິບັດຕາມການຕົກລົງຂອງນາຍົກຣັຖມົນຕຣີ ເມື່ອເດືອນ ມິນາ 2013 ທີ່ໃຫ້ພະນັກງານ ຂອງຣັຖແຕ່ຣະດັບ ບໍຣິຫານຂຶ້ນໄປເຖິງ ຣະດັບສູງທັງໃນພັກປະຊາຊົນປະຕິວັດລາວ, ຣັຖບາລ, ຣັຖວິສາຫະກິດ, ແນວລາວສ້າງຊາດ ຕລອດເຖິງ ອົງການຈັດຕັ້ງ ມະຫາຊົນທັງໝົດ ຕ້ອງປະກາດຊັພສິນ ແລະໜີ້ສິນຂອງຕົນກັບຄອບຄົວ ຕລອດເຖິງຍາດພີ່ນ້ອງຜູ້ໃກ້ຊິດ.

ການປະກາດ ຫລື ແຈ້ງຊັພສິນດັ່ງກ່າວ ຈະເປັນຄັ້ງທໍາອິດໃນປະຫວັດສາດ ຂອງປະເທສ ຊຶ່ງເຈົ້າໜ້າທີ່ ທຸກຣະດັບ ທີ່ເຂົ້າໃນເງື່ອນໄຂທີ່ວ່ານັ້ນ ຈະມີເວລາ 1 ປີເຕັມ ໃນການກະກຽມເອກກະສານຊັພສິນຂອງຕົນ ກ່ອນທີ່ຈະນໍາໄປຍື່ນຕໍ່ ຄະນະກັມການ ຂອງອົງການກວດສອບຕາມກໍານົດ. ຫລັງຈາກນັ້ນ ຕ້ອງໄດ້ແຈ້ງຊັພສິນຂອງຕົນທຸກໆ 2 ປີ ສໍາລັບຜູ້ມີຊັພສິນ ແລະ ສິ່ງຂອງທີ່ມີມູນຄ່າຕັ້ງແຕ່ 20 ລ້ານກີບຂຶ້ນໄປ.

ຜູ້ທີ່ຖືກໃຫ້ແຈ້ງຊັພສິນ ຕ້ອງເວົ້າຣາຍລະອຽດ ກ່ຽວກັບຊັພສິນ ຂອງພັລຍາຫລືສາມີແລະລູກ ທີ່ເປັນເຈົ້າຂອງ ຫລືຜູ້ຄຸ້ມຄອງ ແລະຕ້ອງບອກທີ່ ມາຂອງຊັພສິນ ແລະສິ່ງຂອງ ມີຄ່າຕ່າງໆນັ້ນນໍາດ້ວຍ.

ນອກຈາກນັ້ນ ຊັພສິນທີ່ຈະຕ້ອງໄດ້ຣາຍງານ ຕໍ່ຄະນະກວດສອບຂອງອົງການກວດສອບແຫ່ງຣັຖ ຍັງຮວມທັງເງິນເດືອນ, ເບັ້ຍລ້ຽງຫລືຣາຍໄດ້ ອື່ນໆທີ່ໄດ້ມາຈາກການ ປະກອບທຸຣະກິດຂອງຄອບຄົວ, ຈາກການໃຫ້ເຊົ່າຊັພສິນ, ຣາຍໄດ້ ຈາກເງິນກູ້ ຕລອດເຖິງດອກເບັ້ຍ ກໍຖືເປັນສິ່ງທີ່ຈະ ຕ້ອງໄດ້ແຈ້ງ.

ສໍາລັບພະນັກງານໃໝ່ຂອງຣັຖ ຈະຕ້ອງແຈ້ງຊັພສິນພາຍໃນເວລາ 30 ວັນ ນັບຕັ້ງແຕ່ເວລາຖືກບັນຈຸເຂົ້າເຮັດວຽກ ໃນຕໍາແໜ່ງຕ່າງໆ ຮວມທັງ ເຈົ້າໜ້າທີ່ຂອງຣັຖ ທີ່ໄດ້ຮັບຕໍາແໜ່ງ ແລະ ໜ້າທີ່ການງານໃໝ່ ແລະເຈົ້າໜ້າທີ່ ທີ່ຄົບວາລະການປະຕິບັດໜ້າທີ່ ຮວມທັງເຈົ້າໜ້າທີ່ ທີ່ມີສ່ວນ ຮ່ວມໃນຂະບວນການເລືອກຕັ້ງ ກໍຈະຕ້ອງໄດ້ປະກາດຊັພສິນຂອງຕົນທຸກຄັ້ງ. ແລະເຈົ້າໜ້າທີ່ຂອງຣັຖ ທີ່ກະສຽນອາຍຸ ຈະຕ້ອງໄດ້ແຈ້ງຊັບສິນ ຂອງຕົນ ລ່ວງໜ້າ ຢ່າງຊ້າ 30 ວັນ ກ່ອນຈະກະສຽນ.

ນັ້ນຄືຂໍ້ກໍານົດໃໝ່ ຊຶ່ງອາຈອໍານວຍຄວາມສະດວກໃຫ້ອົງການກວດສອບແຫ່ງຣັຖ ປະຕິບັດໜ້າທີ່ວຽກງານ ຂອງຕົນໄດ້ດີຂຶ້ນຕື່ມອີກບາດກ້າວນຶ່ງ ຂະນະ ທີ່ການສໍ້ຣາສບັງຫລວງຢູ່ ສປປລາວ ຂຍາຍຕົວຢູ່ນີ້.