ຄໍາເວົ້າຂອງ ທ.ສົມບັດ ເມື່ອ 5 ປີກ່ອນ

ມະນີຈັນ
2017.10.30
F-Sombath ‘ບັນຫາທ້າທາຍການຫລຸດຜ່ອນຄວາມທຸກຍາກ ແລະການພັທນາແບບຍືນຍົງ’ ທີ່ ທ່ານສົມບັດ ສົມພອນ ເຄີຍກ່າວ ໃນກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ທີ່ໄດ້ຈັດຂຶ້ນແຕ່ວັນທີ 16 ຫາ ວັນທີ 19 ຕຸລາ 2012 ຄືເມື່ອ 5 ປີກ່ອນ
RFA

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນຂອງລາວ ຜູ້ກໍ່ຕັ້ງສູນພັທນາ ທີ່ເອີ້ນວ່າ ປາແດກ ແລະໄດ້ຮັບລາງວັນ ແມັກໄຊໄຊ ຊຶ່ງ ເປັນລາງວັນກຽດຕິຄຸນ ແຫ່ງເອເຊັຽນັ້ນ ໄດ້ກ່າວເປີດ ກອງປະຊຸມ ເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ທີ່ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 16 ຕຸລາ 2012. ກອງປະຊຸມ ທີ່ມີຫົວຂໍ້ວ່າ ‘ບັນຫາທ້າທາຍ ການຫລຸດຜ່ອນ ຄວາມທຸກຍາກ ແລະການພັທນາ ແບບຍືນຍົງ’

ກອງປະຊຸມເວທີປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 9 ໃນຄັ້ງນັ້ນ ໄດ້ຖືກຈັດຂຶ້ນ ເມື່ອວັນທີ 16 ຫາ ວັນທີ 19 ຕຸລາ 2012, ຄືເມື່ອ 5 ປີ ກ່ອນ ກ່ອນໜ້າທີ່ທ່ານ ຖືກບັງຄັບໃຫ້ ຫາຍສາບສູນ ໃນວັນທີ 15 ທັນວາ ຂອງປີດຽວກັນນັ້ນ. RFA ໄດ້ຂໍສັມພາດ ມາດາມ ຊຸຍເມັງ ຜູ້ ເປັນພັລຍາຂອງ ທ່ານ ສົມບັດ ສົມພອນ ໃນໂອກາດ ຄົບຮອບ 5 ປີ ຂອງການກ່າວປາສັຍ ຂອງທ່ານ ຕໍ່ກອງປະຊຸມ ຄັ້ງສໍາຄັນທີ່ວ່ານັ້ນ. ເຊີນທ່ານຮັບຟັງ ການສັມພາດ ພາກ 1 ໄດ້ ແລະສໍາລັບ ພາກທີສອງ ຈະນຳມາສເນີ ທ່ານໃນມື້ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.