ຣາຍງານພິເສດ ສປຊ ການ ປົກປ້ອງ ເດັກນ້ອຍ

ມະນີຈັນ
2017.11.27
F-Kids ເດັກນ້ອຍລາວ ໃນເຂດຊົນນະບົດ
RFA/SS

ສປປລາວ ມີຄວາມຄືບໜ້າ ໃນການປົກປ້ອງເດັກນ້ອຍ ບໍ່ໃຫ້ຖືກຂູດຮີດທາງເພດ ແຕ່ຕ້ອງດໍາເນີນການຫຼາຍຂຶ້ນ ເພື່ອແກ້ໄຂບັນຫາຕ່າງໆ ຮວມທັງການຄ້າເດັກນ້ອຍ, ການໂສເພນີ, ການບັງຄັບໃຫ້ແຕ່ງດອງ, ການແຕ່ງດອງແຕ່ຍັງນ້ອຍ ທີ່ເປັນບັນຫາ ໂດຍສະເພາະ ໃນບາງຊົນ ເຜົ່າ ແຂວງພາກເໜືອຂອງລາວ ທີ່ຕິດກັບຊາຍແດນຈີນ ຊຶ່ງບາງຄອບຄົວ ຂາຍລູກສາວ ຫລືບໍ່ ກໍຍົວະໃຫ້ໄປແຕ່ງດອງ ຂ້າມຊາຍແດນ ຮວມຢູ່ດ້ວຍ.

ມາດາມ Maud Bauer-Buquicchio ກ່າວຕໍ່ RFA ຜ່ານທາງໂທຣະສັບ ຈາກກຸງປາຣີ ປະເທດຝຣັ່ງເສດ ໃນມື້ວັນທີ 21 ພຶສຈິກາ 2017 ນີ້ ພາຍຫລັງການຢ້ຽມຢາມລາວ 9 ມື້ ຊຶ່ງກ່ອນອື່ນໝົດ ມາດາມສັລເສີນຣັຖບານລາວ ທີ່ໄດ້ເຊື້ອເຊີນ ຜູ້ຣາຍງານພິເສດ ສະຫະປະຊາຊາດ ດ້ານການຄ້າ ແລະການຂູດຮີດທາງເພດເດັກນ້ອຍ ຊຶ່ງ ມາດາມ ຖືເປັນສັນຍານ ເຖິງຄວາມສົນໃຈ ຂອງຣັຖບານລາວ ທີ່ຢາກຮຽນຮູ້ບົດຮຽນ ຈາກປະຊາຄົມ ສາກົລ ໂດຍສະເພາະ ຄໍາແນະນໍາ ຂອງມາດາມ ເພື່ອປັບປຸງ ຣະບົບການຕ້ານ ການຂູດຮີດ ເດັກນ້ອຍໃນລາວ ໃຫ້ດີຂຶ້ນ ຕື່ມ. ແລະ ມາດາມ ກໍສັງເກດເຫັນ ຄວາມກ້າວໜ້າ ທາງດ້ານກົດໝາຍຂອງລາວ ໃນການແກ້ໄຂບັນຫາ ການຄ້າມະນຸດ ຮວມທັງການຄ້າ ເດັກນ້ອຍ. ແຕ່ບັນຫານຶ່ງທີ່ ມາດາມ ກັງວົນ ນັ້ນຄືຣະບົບການປົກປ້ອງ ເດັກນ້ອຍໃນລາວ ຍັງບໍ່ດີ:

"because there is no child-friendly reporting mechanism or no inappropriate referral mechanism so children who are victims of abused exploitation whether it happened in Laos or in Thailand. ມາດາມເວົ້າວ່າ ຍ້ອນບໍ່ມີກົລໄກ ທີ່ເປັນມິດ ກັບເດັກນ້ອຍ ໃນການຣາຍງານ ເຣື່ອງການ ລ່ວງເກີນທາງເພດ ແລະ ການຂູດຮີດ ແລະບໍ່ມີຣະບົບ ນໍາສົ່ງເດັກນ້ອຍ ທີ່ໄດ້ຕົກ ເປັນຜູ້ເຄາະຮ້າຍ ໄປຍັງພາກສ່ວນ ບໍຣິການທີ່ໃຫ້ ການສນັບສນູນຕ່າງໆ. ບໍ່ວ່າເຣື່ອງຈະເກີດຂຶ້ນ ຢູ່ລາວ ຫລືວ່າຢູ່ໄທ ຫາກຜູເຄາະຮ້າຍ ສົ່ງກັບມາ ພວກເຂົາ ກໍບໍ່ຮູ້ວ່າຈະຫັນໜ້າໄປ ຂໍຄວາມຊ່ວຍເຫລືອນໍາໃຜ."

ແລະອີກບັນຫານຶ່ງ ທີ່ມາດາມ ບອກວ່າໄດ້ຍິນມາ ແຕ່ເປັນຫລັກຖານ ທີ່ອາດບໍ່ຈິງ ຫລືບໍ່ໜ້າເຊື່ອຖື ກໍເປັນໄດ້ນັ້ນຍ້ອນ ບໍ່ຢູ່ບົນພື້ນຖານ ການຄົ້ນຄວ້ານັ້ນຄື ເດັກນ້ອຍຜູ້ເຄາະຮ້າຍ ໄດ້ຖືກບັງຄັບໃຫ້ແຕ່ງດອງ ກັບຄົນຈີນ ແລະໄປຢູ່ຈີນ:

"The very young girls being married due to Chinese businessmen who came to the country and take these children sometimes back to their country back to China and then abandon them or involve them in prostitution business  ມາດາມເວົ້າວ່າ ເດັກນ້ອຍວັຍຊອນສາວ ພວກນີ້ ຖືກໃຫ້ແຕ່ງດອງ ຍ້ອນພວກ ນັກທຸຣະກິດຈີນ ທີ່ເຂົ້າມາລາວ ເອົາເດັກນ້ອຍແມ່ຍິງລາວໄປ ບາງເທື່ອກໍກັບໄປຈີນ, ໄປປະເທດ ພວກເຂົາ. ຫລັງຈາກນັ້ນ ກໍປ່ອຍປະລະເລີຍ ຫຼືບໍ່ ກໍເອົາພວກນາງເຂົ້າ ກ່ຽວຂ້ອງ ກັບທຸຣະກິດໂສເພນີ."

ແລະນີ້ ມັນເກີດຂຶ້ນກໍຍ້ອນ ເດັກນ້ອຍແມ່ຍິງ ນັ້ນຖືກລັກພາຕົວ ຫລື ບາງເທື່ອກໍຍ້ອນ ຄວາມຍິນຍອມ ຂອງຜູ້ເປັນພໍ່ແມ່ ທີ່ຕ້ອງການ ຄ່າດອງ ໂດຍບໍ່ຮູ້ເຖິງ ຄວາມສ່ຽງຂອງຜູ້ເປັນລູກສາວ ທີ່ຈະຕົກເຂົ້າສູ່ສະພາບ ຂອງການເປັນໂສເພນີ. ດັ່ງນັ້ນ ມາດາມຈຶ່ງເຫັນວ່າ ຄວນດໍາເນີນການໂຄສະນາ ໃຫ້ທັງຜູ້ເປັນ ພໍ່ແມ່ ແລະເດັກນ້ອຍແມ່ຍິງເອງ ຫລາຍຂຶ້ນຕື່ມ ເພື່ອເຕືອນໃຫ້ພວກເຂົາເຈົ້າ ນັ້ນເຂົ້າໃຈ ເຖິງຄວາມສ່ຽງ ທີ່ວ່ານັ້ນ:

"the campaign should reach out to all children and that is sometimes problematic for children who are not in school because the access to school in particular for the most remote areas and children belonging to ethnic minorities… ມາດາມເວົ້າວ່າ ການໂຄສtນານັ້ນ ຄວນໃຫ້ເຖິງເດັກນ້ອຍທຸກຄົນ ຊຶ່ງບາງເທື່ອກໍມີບັນຫາ ສໍາລັບເດັກນ້ອຍ ທີ່ບໍ່ໄດ້ເຂົ້າ ໂຮງຮຽນ ໂດຍສະເພາະ ໃນເຂດຊົນນະບົດ ຊຶ່ງສ່ວນຫລາຍ ເດັກນ້ອຍຊົນເຜົ່າ ບໍ່ຮູ້ເຖິງການ ໂຄສະນາເຕືອນນັ້ນ. ອີກຢ່າງນຶ່ງກໍມີບັນຫາ ທາງດ້ານ ພາສາ ຍ້ອນວ່າເດັກນ້ອຍຊົນເຜົ່າຕ່າງໆ ຂອງລາວ ເວົ້າພາສາລາວ ບໍ່ໄດ້."

ບັນຫາສຳຄັນ ທີ່ສະກັດກັ້ນ ບໍ່ໃຫ້ອາຊຍາກັມ ຄືດັ່ງກ່າວເກີດຂຶ້ນ ກັບພວກເດັກນ້ອຍແມ່ຍິງລາວ ຄືການ ໂຄສະນາຫຼາຍຂຶ້ນ ເພຶ່ອຮັບປະກັນ ໃຫ້ເດັກນ້ອຍ ໄດ້ເຂົ້າໂຮງຮຽນ ແລະໄດ້ຮັບການຝຶກອົບຮົມ ດ້ານວິຊາຊີບຕ່າງໆ ເພື່ອບໍ່ໃຫ້ພວກເຂົາເຈົ້າ ພະຍາຍາມ ໄປເຮັດວຽກຢູ່ນອກ ປະເທດ ຫລືໄປບ່ອນໃດບ່ອນນຶ່ງ, ເພື່ອໃຫ້ພວກເຂົາເຈົ້າ ເຊື່ອວ່າການຈ້າງງານນັ້ນ ມັກຈະກາຍ ເປັນການຂູດຮີດ ບໍ່ວ່າຈະເປັນ ການຂູດຮີດ ທາງເພດ ຫລືວ່າການຂູດຮີດ ແຮງງານ ດັ່ງ ມາດາມ ກ່າວຕື່ມວ່າ:

"The other problem is in terms of implementation there is law on HT but the capacity of the authorities in Laos to deal with issues child protection issues is v, limited... ແລະບັນຫາອື່ນໆອີກ ກໍເປັນເຣື່ອງຂອງການ ປະຕິບັດ ຣະບຽບກົດໝາຍ ໃນພາກຕົວຈິງ ຊຶ່ງ ສປປລາວ ກໍມີກົດໝາຍຕ້ານ ການຄ້າມະນຸດ. ແຕ່ຄວາມສາມາດ ຂອງທາງການລາວ ໃນການ ແກ້ໄຂບັນຫາ ແລະປົກປ້ອງເດັກນ້ອຍນັ້ນ ແມ່ນມີຈໍາກັດ."

ຈໍາເປັນຕ້ອງ ໄດ້ສ້າງຄວາມສາມາດນັ້ນຕໍ່ໄປ. ພ້ອມດຽວກັນ ກໍຈໍາເປັນຕ້ອງມີກົລໄກ ຮັບຄຳຮ້ອງຮຽນ ທີ່ເປັນມິດກັບເດັກນ້ອຍ ເພື່ອໃຫ້ ເດັກນ້ອຍຜູ້ເຄາະຮ້າຍຮູ້ວ່າ ຈະອ່ວຍໜ້າໄປ ຂໍຄວາມຊ່ວຍເຫຼືອ ແລະການສນັບສນູນນຳໃຜ. ປັດຈຸບັນ ສປປລາວ ມີສູນຮອງຮັບຊົ່ວຄາວ ສຳລັບຜູ້ເຄາະຮ້າຍ ຈໍານວນນຶ່ງ ຊຶ່ງແນ່ນອນວ່າ ບໍ່ພຽງພໍສໍາລັບເດັກນ້ອຍ ທີ່ບໍ່ຢູ່ໃນນະຄອນຫລວງ ຊຶ່ງບໍ່ຮູ້ວ່າ ຈະເຮັດແນວໃດນັ້ນ. ແລະ ບັນຫານຶ່ງອີກ ທີ່ມາດາມ ຢາກເວົ້າເຖິງ ຄືເຣື່ອງການເຮັດໃຫ້ ຜູ້ກະທໍາຜິດ ຕ້ອງມີຄວາມ ຜິດຊອບຕໍ່ໜ້າກົດໝາຍ ບໍ່ວ່າຈະເປັນຜູ້ທີ່ກະທໍາ ໂດຍກົງ ຫລືຜູ້ເປັນນາຍໜ້າ:

"they cannot get away with impunity and in order to ensure ພວກເຂົາແມ່ນຈະໜີໄປບໍ່ພົ້ນ ຈາກການທີ່ຈະຖືກລົງໂທດ ແລະເພື່ອຮັບປະກັນຄືແນວນັ້ນໄດ້."

ອັນສໍາຄັນຄືການຊ່ວຍເຫລືອ ຜູ້ເຄາະຮ້າຍ ທຸກຢ່າງທາງກົດໝາຍ. ພາຍຫລັງ ການຢ້ຽມຢາມລາວ 9 ມື້ ມາດາມ ໄດ້ເນັ້ນເຖິງຄວາມຈິງ ທີ່ວ່າ ເດັກນ້ອຍ ຈໍານວນຫລາຍ ທີ່ໜີໄປປະເທດເພື່ອນບ້ານ ໂດຍສະເພາະປະເທດໄທ ຍ້ອນຄວາມທຸກຍາກນັ້ນ ເຮັດໃຫ້ເດັກນ້ອຍ ແມ່ຍິງລາວ ມີຄວາມສ່ຽງຕໍ່ ການຂູດຮີດທາງເພດ ແລະເດັກ ນ້ອຍຜູ້ຊາຍ ກໍສ່ຽງຕໍ່ການຂູດຮີດ ແຮງງານ. ແມ່ຍິງວັຍສາວ ຈໍານວນນຶ່ງ ຖືກບັງຄັບໃຫ້ ເປັນໂສເພນີ ຢູ່ພາຍໃນລາວເອງ ຮວມທັງໃນບາຄາຣາໂອເກ໊ ຕາມຕົວເມືອງ ແລະຕາມໂຮງການຊີໂນ ໃນເຂດເສຖກິດ ພິເສດ ຊຶ່ງເປັນບັນຫາ ທີ່ຖືກຮັບຮູ້ໜ້ອຍ ແລະກໍເປັນບັນຫາ ທີ່ຕ້ອງໄດ້ແກ້ໄຂ - ມາດາມກ່າວ.

ພ້ອມດຽວກັນ ມາດາມ ກໍຍັງຍໍ້າເຖິງຄວາມພະຍາຍາມ ຂອງທາງການລາວ ໃນການພັທນາເສຖກິດ-ສັງຄົມ ຮວມທັງການ ຮັບປະກັນ ໃຫ້ເດັກນ້ອຍ ທຸກຄົນ ໄດ້ຮັບການ ສຶກສາ.

ຜູ້ຣາຍງານພິເສດ ສະຫະປະຊາຊາດ ມາດາມ De Boer-Buquicchio ຈະສເນີຣາຍງານລະອຽດ ກ່ຽວກັບ ຜົລການຢ້ຽມຢາມລາວ 9 ມື້ຂອງ ມາດາມ ຕໍ່ສະພາ ສິດທິມະນຸດ ສະຫະປະຊາຊາດ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.