ຣັດເຊັຽ ຊ່ອຍກູ້ລະເບີດ ສ້າງ ຄວາມສົນໃຈ

ອຸ່ນແກ້ວ ສຸກສະຫວັນ
2018.10.24
ນາຍທະຫານ ຈາກ ປະເທດຣັດເຊັຽ ທີ່ເຂົ້າມາວາງແຜນ ເກັບກູ້ລະເບີດ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ
ຮູປຈາກ ນັກຂ່າວ ກະຊວງປ້ອງກັນປະເທດ ສປປ ລາວ

ໃນວັນທີ 10 ຕຸລາ ຜ່ານມາ, ຄນະເຈົ້າໜ້າທີ່ທະຫານ ຈາກ ປະເທດຣັດເຊັຍ 36 ທ່ານ ໄດ້ເດີນທາງມາເຖິງ ປະເທດລາວ ເພື່ອປະຕິບັດ ໜ້າທີ່ເກັບກູ້ລະເບີດ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ.

ໃນກໍຣະນີ ການເກັບກູ້ລະເບີດ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ, ເບິ່ງຜິວເຜີນຄືວ່າ ເປັນວຽກງານດ້ານມະນຸສທັມ, ແຕ່ເລິກໄປກວ່ານັ້ນ ແມ່ນເພື່ອສຳຣວດເລື້ອງແຫ່ທາດ ຫລື ໂຄງການອື່ນໆ ທີ່ຈະເກີດຂຶ້ນຕາມມາ ຫລັງຈາກ ເກັບກູ້ລະເບີດແລ້ວ, ດັ່ງ ພະນັກງານບຳນານ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ງົງຢູ່ບ່ອນວ່າ ບ່ອນທີ່ວ່າ ເກັບກູ້ລະເບີດ ເປັນຫຍັງຈຶ່ງຕ້ອງໄປເກັບກູ້ຢູ່ຫລັກ 20 ຄືບໍ່ເປັນເກັບຢູ່ຊຽງຂວາງ ຄືບໍ່ເປັນເກັບຢູ່ເຊໂປນ ຄືບໍ່ໄປ ເກັບຢູ່ບ້ານດົງ ຢູ່ບ່ອນສະໜາມຣົບ ລອງເຊີນພຸ້ນ ຫລື ບໍ່ ຊິບໍ່ແມ່ນເປົ້າໝາຍບໍ່ຄຳ ຫຼັກ 20 ຢູ່ເທິງນາແປນີ້ບໍ, ເຮົາວ່າ ຈຸດປະສົງເຂົາແທ້ໆ ເຂື່ອນໄຟຟ້າ ແລະ ກະແມ່ນແຮ່ທາດ.”

ແຕ່ອາດີດທີ່ຜ່ານມາ ຣັດເຊັຍ ກໍເຄີຍເຂົ້າມາສຳຣວດບໍ່ຄຳ ຢູ່ເຂດເມືອງວີລະບູລີ ແຂວງສວັນນະເຂດ ກ່ອນທີ່ຈະກັບຄືນປະເທດ ຫລັງຈາກທີ່ ອາດີດສະຫະພາບໂຊວຽດ ຫລົ້ມສະຫລາຍ.

"ຣັດເຊັຍນີ້ຫວະ ມາເຮັດດ້ານມະນຸສທັມ ພວກທະຫານຣັດເຊັຍນີ້ຫວະ ມີເຮັດດ້ານມະນຸດສະທັມ ຄື 1980 ຈົນຮອດ 1989 ກະແມ່ນ ຣັດເຊັຍ ຫລືວ່າໂຊວຽດ ໃນຂນະນັ້ນ ກະມາບໍ່ເຫັນວ່າ ມະນຸສທັມ ໄດ໋ລະ ມີແຕວ່າ ມາເຮັດເສັ້ນທາງຢູ່ທາງ ເລກ 9 ລະກະມາຂຸດຄົ້ນ ບໍ່ຄຳຢູ່ ຫ້ວຍສະບົງ ທາງໜອງກະແດ້ງ ທີ່ບໍຣິສັດ ລ້ານຊ້າງ ມາຍເນີລານ ເຮັດຢູ່ຕອນນີ້ ສະໄໝນັ້ນ ຂ້າພະເຈົ້າກະໄດ້ ເປັນກຳມະກອນ ເຂົາຢູ່ໃດ໋ລະ."

ອີກປະເດັນນຶ່ງ ກໍຄື ຣັຖບານລາວ ໄດ້ຕິດໜີ້ຣັດເຊັຍເປັນຈຳນວນຫລາຍ ໂດຍສະເພາະ ການສັ່ງຊື້ອຸປກອນ ທາງການທະຫານ ໃນຊຸມປີ 1980, ແຕ່ບໍ່ມີການເປີດເຜີຍຕົວເລກ ທີ່ຄັກແນ່ວ່າ ຕິດໜີ້ເທົ່າໃດ.

ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ ທະຫານລະດັບສູງ ຂອງລາວ ທ່ານນຶ່ງ, ຫລັງຈາກອາດີດ ສະຫະພາບໂຊວຽດ ຫລົ້ມສະຫລາຍແລ້ວ ທາງການຣັດເຊັຍ ກໍພຍາຍາມເຂົ້າມາເຈຣະຈາ ກັບທາງການລາວ ກ່ຽວກັບເງິນທີ່ລາວຕິດໜີ້ ຣັດເຊັຍ. ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ:

"ກ່ຽວກັບການໃຊ້ໜີ້ ຕໍ່ຣັດເຊັຍ, ລາວຄົງຈະບໍ່ສາມາດໃຊ້ໜີ້ ເປັນເງິນສົດໄດ້ ນອກຈາກຈະເອົາບໍ່ແຮ່ ແລະ ໃຫ້ຣັດເຊັຍ ໄດ້ສຳປະທານ ໂຄງການໃດນຶ່ງ ເທົ່ານັ້ນ ເພື່ອລົບກັບໜີ້ສິນ ດັ່ງກ່າວ."

ກ່ຽວກັບກໍຣະນີ ດັ່ງກ່າວ ນັກຂ່າວເອເຊັຍເສຣີ ພຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຂອງກະຊວງປ້ອງກັນ ປະເທດຂອງລາວ ແລະ ສະຖານທູດ ຣັດເຊັຍ ປະຈຳລາວ ເພື່ອຂໍຣາຍລະອຽດ ເພີ້ມເຕີມ, ແຕ່ ເຈົ້າໜ້າທີ່ດັ່ງກ່າວ ບໍ່ຮັບໂທຣະສັບ.

ການເຂົ້າມາ ສປປ ລາວ ຂອງທະຫານຣັດເຊັຍ ໃນຄັ້ງນີ້ ແມ່ນເພື່ອສ້າງຍຸທສາດ ທາງການທະຫານ ຢູ່ໃນປະເທດລາວ. ສຳນັກຂ່າວ Sputnik (www.sputniknews.com) ຂອງທາງການຣັດເຊັຍ ໄດ້ລາຍງານວ່າ:

ກະຊວງປ້ອງກັນປະເທດຣັຖເຊັຍ ມີແຜນການເປີດຫ້ອງການ ເພື່ອໃຫ້ການຊ່ວຍເຫລືອ ຝ່າຍລາວ ໃນການນຳໃຊ້ ອຸປກອນທາງດ້ານ ການທະຫານ ທີ່ເຮັດຈາກປະເທດຣັຖເຊັຍ.

ຂໍ້ຕົກລົງທີ່ ທາງການລາວ ແລະຣັຖເຊັຍ ໄດ້ເຊັນກັນເອົາໄວ້ ແມ່ນໄດ້ລະບຸວ່າ: ຂໍ້ຕົກລົງ ໄດ້ເລັງໃສ່ສ້າງສູນບັນຊາການ ທາງທະຫານ ຂອງກະຊວງປ້ອງກັນປະເທດຣັດເຊັຍ ຢູ່ ລາວ ເພື່ອໃຫ້ການຊ່ວຍເຫລືອ ຝ່າຍລາວ ກ່ຽວກັບເລື້ອງການຮ່ວມມື ທາງການທະຫານ.

ຂໍ້ຕົກລົງດັ່ງກ່າວ ໄດ້ລະບຸເອົາໄວ້ວ່າ ຝ່າຍລາວ ເປັນຜູ້ຮັບຜິດຊອບຄ່າຕ່າງໆ ໃນການສ້າງຕັ້ງຫ້ອງການ, ການປະຖົມພະຍາບານ ໃຫ້ພະນັກງານ ທະຫານຣັຖເຊັຍ ແລະ ການຮັກສາຄວາມປອດໄພ.

ອີງຕາມຂໍ້ຕົກລົງດັ່ງກ່າວ, ຄນະຜູ້ແທນຣັຖບານຣັດເຊັຍ ມີສິດມາຢ້ຽມຢາມໜ່ວຍງານ ທາງດ້ານການທະຫານຂອງລາວ ທີ່ມີບັນຫານຳໃຊ້ ອຸປກອນທາງການທະຫານ ທີ່ຜລິດຈາກຣັດເຊັຍ ແລະນອກຈາກນີ້ ຊ່ຽວຊານຂອງຣັຖເຊັຍ ທີ່ມາເຮັດວຽກນັ້ນ ບໍ່ມີສິດເຂົ້າມາປະຕິບັດ ການ ທາງທະຫານໂດຍກົງ, ແຕ່ຈະປະຕິບັດ ໃນຖາມຜູ້ຝຶກສອນເທົ່ານັ້ນ.

ສືບເນື່ອງມາຈາກ ໃນເດືອນກັນຍາ ປີ 2017 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີລາວ ແລະ ທ່ານ Dmity Medvedev ນາຍົກຣັຖມົນຕຼີຣັດເຊັຍ ໄດ້ລົງນາມຂໍ້ຕົກລົງ ການຮ່ວມມືດ້ານການທະຫານ, ການກໍ່ສ້າງເຂື່ອນເຊກອງ 5 ໃນລາວ, ການຕໍ່ສູ້ຕ້ານ ການກໍ່ການຮ້າຍ, ການສື່ສານທາງອາກາດ ແລະ ແຜນການຮ່ວມມື ກ່ຽວກັບການນຳໃຊ້ ພລັງນິວເຄລັຽ ເພື່ອຈຸດປະສົງດ້ານສັນຕິພາບ. ອັນນັ້ນ ເປັນຂໍ້ມູນຈາກສຳນັກຂ່າວ Sputnik ຂອງຣັດເຊັຍ.

ນອກຈາກນີ້ ມີການພົວພັນ ແລະພົບກັນລະຫວ່າງ ເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງປ້ອງກັນປະເທດ ຂອງລາວ ແລະ ຣັດເຊັຍ.

ໃນວັນທີ 22 ມົກກະຣາ 2018  ທ່ານ ຈັນສະໝອນ ຈັນຍາລາດ ຣັຖມົນຕຣີ ກະຊວງປ້ອງກັນປະເທດຂອງລາວ ພົບກັບ ທ່ານ ພົນເອກ ເຊຣເກ ໂຊຍກູ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ຣັດເຊັຍ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ປະເທດລາວ ຢ່າງເປັນ ທາງການ.

ຜູ້ນຳທາງການທະຫານຂອງຣັດເຊັຍ ໄດ້ລົງນາມໃຫ້ການຊ່ວຍເຫຼືອ ດ້ານເຕັກນິກການທະຫານ ໃຫ້ແກ່ກອງທັບ ປະຊາຊົນລາວ ແນໃສ່ ເສີມຂະຫຍາຍ ການຮ່ວມມື ກໍ່ຄືການສ້າງຄວາມເຂັ້ມແຂງ ໃຫ້ແກ່ກອງທັບ ປະຊາຊົນລາວ.

ແລະ ນອກຈາກນີ້ ໃນເດືອນເມສາ ປີ 2018, ທາງການລາວ ໄດ້ອະນຸຍາດໃຫ້ ນັກດຳນ້ຳຣັດເຊັຍ ມາລົງດຳນ້ຳສຳຣວດ ໜອງຟ້າ ຢູ່ ເມືອງຊານໄຊ ແຂວງອັດຕະປື, ແຕ່ແຫ່ລງຂ່າວພາຍໃນບອກວ່າ ມັນເປັນການສຳຣວດ ແຫ່ທາດ ຢູ່ເຂດດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.