ສພຊ ຜ່ານກົດໝາຍ ຫຼາຍ ສະບັບ

ອະວາຣີ
2017.11.21
F-NAS ສະຖາບັນສູງສຸດ ສະພາ ແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນຄັ້ງທີ 4 ຊຸດທີ 8 ສິ້ນສຸດລົງຢ່າງເປັນທາງການແລ້ວ ໃນຕອນບ່າຍຂອງວັນທີ 17 ເດືອນ ພຶສຈິກາ ປີ 2017 ນີ້ ທີ່ສູນປະຊຸມແຫ່ງຊາຕຫຼັກ 6 ໃນນະຄອນຫຼວງວຽງຈັນ. ຍານາງ ປານີ ຢ່າທໍ່ຕູ້ ປະທານສະພາ ແຫ່ງຊາຕລາວ ກ່າວປິດກອງປະຊຸມວ່າ:

“ໃນນາມປະທານກອງປະຊຸມ, ຂ້າພະເຈົ້າ ຂໍປະກາດອັດກອງປະຊຸມສມັຍສາມັນເທື່ອທີ 4 ຂອງ ສະພາແຫ່ງຊາຕຊຸດທີ 8 ຢ່າງເປັນ ທາງການ ນັບແຕ່ເວລານີ້ເປັນຕົ້ນໄປ, ຂໍຂອບໃຈ."

ກອງປະຊຸມສະພາແຫ່ງຊາຕຄັ້ງນີ້ ໄດ້ຮັບຮອງເອົາບົດຣາຍງານຂອງຣັຖບານ ແຜນງົບປະມານ ແລະໄດ້ອະພິປາຍເຖິງຫລາຍບັນຫາ ດັ່ງຍານາງ ປານີ ຢ່າທໍ່ຕູ້ ໄດ້ກ່າວອີກວ່າ:

“ສະມາຊິກສະພາແຫ່ງຊາຕ ຍັງໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນ ຢ່າງມີຄວາມຮັບຜິດຊອບ ຕໍ່ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ທີ່ເປັນສິ່ງກີດຂວາງ ໃນການຄຸ້ມຄອງ ແລະ ບໍຣິຫານຣັຖ ທາງດ້ານວຽກງານ ການເງິນ-ເງິນຕຣາ, ເສຖກິຈ-ສັງຄົມ ກໍ່ຄື ການຜລິດທຸຣະກິຈ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການຈັດສັນ ແລະ ຄຸ້ມຄອງງົບປະມານ ຮັບໃຊ້ວຽກງານພັທນາຊົນນະບົດ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກໍຄືການຄຸ້ມຄອງ ແລະ ການແກ້ໄຂໜີ້ສາທາຣະນະ ຍັງເປັນສິ່ງທ້າທາຍ ແລະ ເປັນບັນຫາທີ່ສັງຄົມ ມີຄວາມເປັນຫ່ວງ."

ນອກຈາກນັ້ນ ກອງປະຊຸມສະພາແຫ່ງຊາຕ ຍັງໄດ້ຮັບຮອງເອົາກົດໝາຍທັງໝົດ 15 ສະບັບ. ຍານາງ ປານີ ຢ່າທໍ່ຕູ້ ກ່າວກ່ຽວກັບເຣື່ອງນີ້ ຕື່ມວ່າ:

“ກອງປະຊຸມໄດ້ພິຈາຣະນາ ແລະ ຮັບຮອງເອົາກົດໝາຍຈຳນວນ 15 ສະບັບ. ກອງປະຊຸມຕົກລົງເລື່ອນຮ່າງກົດໝາຍ ວ່າດ້ວຍໜີ້ສິນ ສາທາຣະນະ ໄປພິຈາຣະນາ ໃນກອງປະຊຸມສະພາແຫ່ງຊາຕ ສມັຍສາມັນເທື່ອຕໍ່ໄປ ເພື່ອຮັບປະກັນເນື້ອໃນໃຫ້ມີ ຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໃຫ້ມີຜົລສັກສິດ."

ໃນກອງປະຊຸມສະພາແຫ່ງຊາຕເທື່ອນີ້ ສະມາຊິກສະພາແຫ່ງຊາຕ ຫລາຍທ່ານໄດ້ສະແດງຄວາມເປັນຫ່ວງ ແລະຮຽກຮ້ອງໃຫ້ຣັຖບານ ແກ້ໄຂຫລາຍບັນຫາ ເປັນຕົ້ນບັນຫາ ການສໍ້ຣາສບັງຫຼວງ ບັນຫາກົດໝາຍບໍ່ສັກສິດ ແລະບັນຫາຍຶດທີ່ດິນ ຈາກ ປະຊາຊົນ.

ໃນເຣື້ອງທີ່ດິນ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຼີ ໄດ້ກ່າວຕໍ່ສະພາວ່າ ການຈັດຕັ້ງປະຕິບັດນະໂຍບາຍທີ່ດິນ ໃນໄລຍະຜ່ານມານັ້ນ ມີຊ່ອງວ່າງຫລາຍ. ຊ່ອງວ່າງນຶ່ງແມ່ນ ເຈົ້າໜ້າທີ່ລະດັບແຂວງ ມັກໃຫ້ສຳປະທານທີ່ດິນ ເກີນກຳນົດກົດໝາຍ ຕົວຢ່າງ ກົດໝາຍບົ່ງໄວ້ວ່າ ແຂວງມີສິດໃຫ້ສຳປະທານທີ່ດິນ ແກ່ນັກລົງທຶນພຽງ 100 ເຮັກຕາ ແຕ່ບາງແຂວງຊ້ຳພັດໃຫ້ສຳປະທານເຖິງ 1,000 ເຮັກຕາ.

ອີງຕາມຂໍ້ມູນຈາກກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ, ຜ່ານມາ ຣັຖບານລາວໄດ້ໃຫ້ນັກລົງທຶນ ສໍາປະທານທີ່ດິນ ປູກໄມ້ອຸດສາຫະກັມ ຫຼາຍກວ່າ 1 ລ້ານເຮັກຕາແລ້ວ ຊຶ່ງບໍ່ລວມເນື້ອທີ່ດິນ ສໍາປະທານເພື່ອສ້າງເຂື່ອນໄຟຟ້າ ເຂດເສຖກິດພິເສດ ແລະ ຂຸດຄົ້ນບໍ່ແຮ່.

ກ່ຽວກັບບັນຫາສັງຄົມ ສະມາຊິກສະພາແຫ່ງຊາຕຫຼາຍທ່ານ ໄດ້ສະແດງຄວາມເປັນຫ່ວງ ຕໍ່ການຈັບປະຊາຊົນ ຢ່າງບໍ່ຖືກຕ້ອງຕາມກົດໝາຍ ຕົວຢ່າງການຈັບ ແລະກັກຂັງ ທ້າວ ແພງ ພັດທະກອນ ປະຊາຊົນບ້ານ ຫລັກ 8 ເມືອງຫຼວງພຣະບາງ ທີ່ຖືກສົ່ງໃສ ມີສ່ວນພົວພັນ ກັບ ການຫາຍສາບສູນ ຂອງນັກທ່ອງທ່ຽວ ເກົາຫລີໃຕ້ ແລະການຈັບຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ທີ່ມີຂໍ້ຂັດແຍ່ງທີ່ດິນ ກັບເຈົ້າໜ້າທີ່.

ທ່ານ ວິລັຍສຸກ ພິມມະສອນ, ສະມາຊິກສະພາແຫ່ງຊາດ ຈາກແຂວງຊຽງຂວາງ ໄດ້ສເນີໃຫ້ສະພາແຫ່ງຊາຕ ກຳນົດຂໍ້ຫ້າມ ແລະມາຕການ ການລົງໂທສ ເຈົ້າໜ້າທີ່ ທີ່ຈັບກຸມປະຊາຊົນ ຢ່າງບໍ່ຖືກຕ້ອງ ເປັນທັມນັ້ນ.

ໃນເຣື້ອງການສໍ້ຣາສບັງຫຼວງ ທ່ານ ບຸນທອງ ຈິຕມະນີ ປະທານອົງການກວດກາແຫ່ງຣັຖ ຣາຍງານວ່າໃນຣະຍະຜ່ານມາ ອົງການຂອງທ່ານ ໄດ້ກວດເຫັນຫຼາຍໂຄງການ ທີ່ຜິດຣະບຽບຫລັກການ ແລະບໍ່ມີການປະມູນ ອັນເຮັດໃຫ້ຣັຖບານ ສູນເສັຽງົບປະມານ ໄປຫຼາຍພັນຕື້ກີບ. ໃນ ສົກງົບປະມານ 2013-14 ໂຄງການທີ່ບໍ່ໄດ້ປະມູນມີເຖິງ 113 ໂຄງການມູລຄ່າ 3,549 ຕື້ກີບ ແລະໂຄງການທີ່ປະມູນ ບໍ່ຖືກຕ້ອງຕາມ ຫລັກການ ມີຢູ່ 106 ໂຄງການມູນຄ່າ 5,331 ຕື້ກີບ.

ຕໍ່ຄວາມເສັຽຫາຍອັນມະຫາສານທີ່ກ່າວມານັ້ນ, ນາງ ວາລີ ເວຊພົງ ສະມາຊິກສະພາເຂດ 1 ນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມ ເປັນຫ່ວງ ແລະສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫາດັ່ງກ່າວ:

“ຖືວ່າ ການເສັຍຫາຍຕາມບົດລາຍງານ ແມ່ນມະຫາສານ ຖ້າວ່າເປັນແນວນີ້ ເຮົາສາມາດເວົ້າໄດ້ວ່າ ເປັນການສົມຮູ້ຮ່ວມຄິດ ລະຫວ່າງ ກຸ່ມຄົນຢູ່ໃນກົງຈັກຣັຖ ແລະພາກທຸຣະກິຈ ຮວມທັງຜູ້ລົງທຶນຕ່າງປະເທດ ຈັ່ງຄ່ອຍເກີດບັນຫານີ້ຂຶ້ນເນາະ ຊຶ່ງກຸ່ມຄົນເຫຼົ່ານີ້ ກຸ່ມຄົນບໍ່ດີ ອັນນີ້ຊຶ່ງຜູ້ດີກະຫຼາຍເນາະ ຂ້າພະເຈົ້າເວົ້າສະເພາະ ກຸ່ມຄົນທີ່ສ້າງເຫດການ ເຫຼົ່ານີ້ຂຶ້ນມານີ້ ມັນສາມາດສ້າງຜົນກະທົບ ອັນຮ້າຍແຮງ ຕໍ ສັງຄົມເສຖກິດການເມືອງ ແລະມີຜົນອັນຕະລາຍ ທີ່ສຸດຕໍ່ການສ້າງສາພັທນາ ປະເທດຊາດ".

ຖ້າກວດພົບເຈົ້າໜ້າທີ່ສໍ້ຣາສບັງຫລວງ ນາງ ວາລີ ເວຊພົງ ກໍສເນີໃຫ້ພັກການ ແລະກວດກາຊັບສິນຂອງເຈົ້າໜ້າທີ່ດັ່ງກ່າວ:

“ຂ້າພະເຈົ້າຂໍສະເໜີ ບາງມາຕການຄືແນວນີ້ ໂຕທີນຶ່ງແມ່ນ ຖ້າເຮົາມີເປົ້າໝາຍສົງໃສ ແລ້ວຫັ້ນນະ ແລະກະອາຈມີ ຫຼັກຖານ ຈຳນວນນຶ່ງ ທີ່ຄິດວ່າເປົ້າໝາຍນີ້ຜິດ ສັ່ງພັກການກ່ອນໄດ້ບໍ່ ອັນນີ້ເປັນຂໍຕັ້ງຄຳຖາມ ເພື່ອດຳເນີນການ ກວດສອບຈົນໃຫ້ ມັນຈົບເນາະ ໃນຂະນະດຽວກັນ ກໍໃຫ້ດຳເນີນການກວດຊັພສິນ ເພາະວ່າປັດຈຸບັນ ພວກເຮົາມີການແຈ້ງຊັພສິນ ເນາະອີງໃສ່ ເພາະອີງໃສ່ການແຈ້ງຊັພສິນລະກວດຄືນ ຖ້າເຫຼືອລະຮິບຄືນຫມົດ ໂຕຢ່າງ ລວມທັງຄອບຄົວ ລວມທັງຍາດພີ່ນ້ອງ ທີ່ເຫັນວ່າ ມີສາຍໄຍເຖິງກັນເນາະ.”

ປະຊາຊົນລາວຫລາຍຄົນ ສົນໃຈແລະຕິດຕາມກອງປະຊຸມສະພາແຫ່ງຊາດ ເທື່ອນີ້ເປັນພິເສດ ເປັນຕົ້ນບັນຫາການຍຶດທີ່ສິນ ການສໍ້ຣາສ ບັງຫລວງ ແລະການໃຊ້ອຳນາດ ເກີນຂອບເຂດ ຂອງເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.