ກົດໝາຍຣັຖທັມມະນູນ ສະບັບ ໃໝ່

ຈໍາປາທອງ
2015.12.09
F-Pany ຍານາງ ປານີ ຢາທໍ່ຕູ້ ກັມການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານ ສະພາແຫ່ງຊາດ
Courtesy of VN.news

ກອງປະຊຸມ ສະໄໝ ສາມັນ ເທື່ອທີ 10 ຂອງ ສະພາ ແຫ່ງຊາດ ສປປລາວ ຊຸດທີ 7 ໄດ້ໄຂຂຶ້ນ ໃນ ວັນທີ 7 ທັນວາ 2015 ແລະ ຈະ ດຳເນີນໄປ ເຖິງ ວັນທີ 25 ຂອງ ເດືອນນີ້. ໃນພິທີ ໄຂ ກອງປະຊຸມ ຊຶ່ງ ເປັນ ກອງປະຊຸມ ເທື່ອ ສຸດທ້າຍ ຂອງ ສະພາ ແຫ່ງຊາດ ຊຸດນີ້ ມີ ຍານາງ ປານີ ຢາທໍ່ຕູ້ ກັມການ ກົມການເມືອງ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ປະທານ ສະພາ ແຫ່ງຊາດ ເປັນ ປະທານ ແລະ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງພັກ, ປະທານ ປະເທດ, ຜູ້ນຳ ພັກ-ຣັຖ, ສະມາຊິກ ສະພາ ແຫ່ງຊາດ ແລະ ແຂກ ຖືກເຊີນ ເຂົ້າຮ່ວມ.

ຕໍ່ ກອງປະຊຸມ ຍານາງ ປານີ ໄດ້ເວົ້າເຖິງ ຫຼາຍບັນຫາ ທີ່ ຈະນຳເຂົ້າ ພິຈາຣະນາ ແລະ ຕົກລົງ ຮັບຮອງເອົາ ຮວມທັງ ຮ່າງ ຣັຖທັມມະນູນ ສະບັບ ປັບປຸງ ແລະ ຮ່າງ ກົດໝາຍ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.