ທຸກຄົນຕ້ອງການສິດທິມະນຸດ
2014.06.11

ການຣະເມີດ ສິດທິມະນຸດ ໃຜໆ ກໍ ປະນາມ ສະຫະຣັຖ ອະເມຣິກາ ແລະ ປະເທດ ປະຊາທິປະໄຕ ອື່ນໆ ກໍກັງວົນ ນຳເຣຶ້ອງ ນີ້. ກອງປະຊຸມ ໄດ້ຮິບໂຮມ ຂໍ້ມູນ ຫລັກຖານ ການຣະເມິດ ສິດທິມະນຸດ ຢູ່ ສປປລາວ ທີ່ ເມືອງ Atlanta ຣັຖ Georgia ເພື່ອສເນີ ຕໍ່ ສະຫະປະຊາຊາດ ກໍເປັນ ບົດບາດ ທີ່ ສຳຄັນ ໃນການ ແກ້ໄຂ ບັນຫາ ສິດທິມະນຸດ ຢູ່ລາວ.
ບໍ່ວ່າຢູ່ ແຫ່ງຫົນໃດ ໃນໂລກ ທຸກຄົນ ແມ່ນ ມີຄວາມ ຕ້ອງການ ສິດທິ ພື້ນຖານ ໃນຄວາມ ເປັນມະນຸດ ຂອງຕົນ. ດັ່ງນັ້ນ ຈຶ່ງໄດ້ ມີການຕໍ່ສູ້ ເພື່ອໃຫ້ ໄດ້ມາຊຶ່ງ ສິດເສຣີພາບ ແລະ ປະຊາທິປະຕັຍ ເປັນຕົ້ນ ກໍແມ່ນ ສິດ ໃນການ ເລືອກຕັ້ງ ແບບ ເສຣີ ແລະ ຍຸຕິທັມ, ສິດ ເສຣີພາບ ໃນການ ປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງ ສະມາຄົມ ແລະ ເດີນຂະບວນ ຄຽງຄູ່ໄປ ກັບສິດ ເສຣີພາບ ໃນການ ເຊື່ອຖື ຫລື ບໍ່ເຊື່ອ ຖື ສາສນາ ຕລອດເຖິງ ສິດ ໂດຍ ບໍ່ມີໃຜ ຈະລ່ວງ ຣະເມີດໄດ້ ທັງທາງດ້ານ ຮ່າງກາຍ ແລະ ເຄຫະສະຖານ ແລະ ຄົນຜູ້ ບໍຣິສຸດ ແລະ ບໍ່ມີຄວາມ ຜິດຫຍັງ ຈະບໍ່ຖືກ ຈັບຕົວ ຫລືກວດຄົ້ນ ເຄຫະສະຖານ.
ແຕ່ ສໍາລັບ ຢູ່ ສປປລາວ ທີ່ ປົກຄອງ ດ້ວຍຣະບົບ ພັກດຽວ ຜູກຂາດ ອໍານາດ ແບບ ຜະເດັດການ ຂອງ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ນັ້ນ ສິດ ເສຣີພາບ ຂອງ ປະຊາຊົນ ທີ່ວ່າມາ ນັ້ນ ແມ່ນຖືກ ລ່ວງ ຣະເມີດ ຢ່າງ ຮ້າຍແຮງ, ເຖິງແມ່ນ ສິດທິ ຕ່າງໆ ເຫລົ່ານັ້ນ ຈະຖືກ ກໍານົດ ເອົາໄວ້ ຢູ່ໃນ ໝວດ ທີ 4 ຂອງ ຣັຖທັມນູນ ລາວ, ເຮັດໃຫ້ ບໍ່ພຽງແຕ່ ປະຊາຊົນ ລາວ ເທົ່ານັ້ນ ກ່າວ ປະນາມ ແລະ ທວງໃຫ້ ມີການ ປະຕິຮູບ ທາງດ້ານ ການເມືອງ ເພື່ອເຮັດໃຫ້ ປະຊາຊົນ ລາວ ມີ ສິດ ເສຣີພາບ ແລະ ປະຊາທິປະຕັຍ ຄືກັນ ກັບ ປະຊາຊົນ ແລະ ປະຊາຊາດ ຕ່າງໆ ທີ່ ຮັກຫອມ ຄວາມເປັນ ມະນຸດ ໃນໂລກ.
ສິດທິມະນຸດ ເປັນ ສິ່ງຈໍາເປັນ ແລະ ເປັນ ເຣື້ອງສໍາຄັນ ຍິ່ງ ທີ່ທຸກຄົນ ຕ້ອງການ. ດັ່ງນັ້ນ ການຣະເມີດ ສິດທິມະນຸດ ຂອງ ພວກ ຜະເດັດການ ຈຶ່ງເຮັດໃຫ້ ໃຜໆ ກໍຕໍານິ ຕິຕຽນ ແລະ ກ່າວປະນາມ. ສະຫະຣັຖ ອະເມຣິກາ ແລະ ປະເທສ ປະຊາທິປະໄຕ ອື່ນໆ ຕລອດເຖິງ ອົງການ ປົກປ້ອງ ສິດທິມະນຸດ ສາກົນ ຮວມທັງ ອົງການ ຕິດຕາມ ການ ປະຕິບັດ ສິດທິມະນຸດ Human Rights Watch, ອົງ ການ Freedom House ທີ່ ມີສູນກາງ ຢູ່ ສະຫະຣັຖ ອະເມຣິກາ ແລະ ອົງການ ນິຣະໂທດກັມ ສາກົນ ທີ່ ມີສູນກາງ ຢູ່ ກຸງ ລອນດອນ ປະເທສ ອັງກິດ ກໍເປັນຫ່ວງ ແລະ ກັງວົນນໍາ ເຣື້ອງນີ້.
ທ່ານ John Kerry ຣັຖມົນຕຣີ ການ ຕ່າງ ປະເທສ ສະຫະຣັຖ ຖແລງ ໃນຣາຍງານ ກ່ຽວກັບ ການ ປະຕິບັດ ສິດທິມະນຸດ ໃນ ທົ່ວໂລກ ປີ 2013 ໃນ ວັນທີ 27 ກຸມພາ 2014 ໂດຍເນັ້ນ ໜັກໃສ່ ການ ສະແຫວງຫາ ສິດ, ເສຣີພາບ ແລະ ຄວາມ ສເມີພາບ ແບບ ມີສັກສີ ຂອງ ມະນຸດ.
ສໍາລັບ ສປປລາວ ໃນຣາຍງານ ນັ້ນ ເວົ້າວ່າ ສປປລາວ ຍັງເປັນ ປະເທສ ທີ່ມີການ ປົກຄອງ ແບບ ຜະເດັດການ ພັກດຽວ ຄືພັກ ປະຊາຊົນ ປະຕິວັດ ລາວ ທີ່ ຣັຖທັມນູນ ຮັບຮູ້. ການເລືອກຕັ້ງ ຄັ້ງຫລ້າສຸດ ໃນ ປີ 2011 ຖືວ່າບໍ່ ເສຣີ ແລະ ບໍ່ເປັນທັມ. ມີການ ຣະເມີດ ສິດ ເສຣີພາບ ໃນການ ປາກເວົ້າ, ຂີດຂຽນ ຕລອດ ເຖິງສິດທິ ຂອງ ສ່ວນບຸກຄົນ; ມີການ ຈັບກຸມ ຫຼື ກັກຂັງ ຕາມ ອໍາເພີໃຈ; ມີການ ທາລຸນ ແລະ ການກະທໍາ ທີ່ໂຫດຮ້າຍ ຫລືການ ກະທໍາ ອັນຕໍ່າຊ້າ ແບບບໍ່ແມ່ນ ມະນຸດ.
ພ້ອມກັນນັ້ນ ອົງການ Freedom House ກໍຣາຍງານ ປະຈໍາ ປີ 2014 ກ່ຽວກັບ ເສຣີພາບ ໃນ ທົ່ວໂລກ ໃນວັນທີ 23 ມົກກະຣາ ໂດຍຈັດ ສປປລາວ ເປັນ ປະເທສ ທີ່ບໍ່ມີ ເສຣີພາບ ທາງ ການເມືອງ ແລະ ສິດເສຣີພາບ ຂອງ ພົລເມືອງ ຖືກຈໍາກັດ ຫລາຍ. ແລະ ສະຫະພາບ ຢູໂຣບ ກໍເປັນຫ່ວງ ນໍາການ ລ່ວງ ຣະເມີດ ສິດທິ ມະນຸດ ຢູ່ ສປປລາວ ແລະ ຮຽກຮ້ອງ ໃຫ້ ທາງການ ລາວ ໃຫ້ຄວາມ ເປັນທັມ ແກ່ ພົລເມືອງ ລາວ, ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ການສືບສວນ ສອບສວນ ເຣື້ອງການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ດີເດັ່ນ ຂອງລາວ ຊຶ່ງ ສະຫະພາບ ຢູໂຣບ ສົງໄສ ວ່າ ທາງການ ລາວ ອາຈມີ ສ່ວນພົວພັນ ກັບການ ຫາຍສາບສູນ ນັ້ນ.
ໃນມື້ນີ້ ວັນທີ 10 ມິຖຸນາ ກໍມີຂ່າວ ວ່າ ຣັຖບານ ສປປລາວ ລົ້ມເຫລວ ເຣື່ອງການ ແກ້ໄຂ ບັນຫາ ສິດທິມະນຸດ ແລະ ຈະໄດ້ໄປ ປາກົດຕົວ ຕໍ່ຄະນະ ທົບທວນ ປະຈໍາ ຣະຍະ ດ້ານສິດທິ ມະນຸດ ສາກົລ ຫລື UPR ທີ່ ສະພາ ສິດທິມະນຸດ ສະຫະປະຊາຊາດ ຢູ່ນະຄອນ Geneva ປະເທດ Switzerland ໃນເດືອນ ຕຸລາ 2014 ນີ້.
ອົງການ ຕິດຕາມ ການ ປະຕິບັດ ສິດທິມະນຸດ Human Rights Watch ເວົ້າເຖິງ ປະຫວັດ ດ້ານ ສິດທິມະນຸດ ຂອງ ສປປລາວ ເພື່ອ ຣາຍງານ ໃຫ້ ສະຫະ ປະຊາຊາດ ໂດຍເນັ້ນເຖິງ ຫລາຍ ບັນຫາ ທີ່ ນາໆຊາດ ຄວນໃຫ້ ຄວາມສົນໃຈ ອັນມີທັງ ເຣື້ອງ ການຈໍາກັດ ສິດທິ ເສຣີພາບ ຂັ້ນພື້ນຖານ ຂອງ ປະຊາຊົນ ຢ່າງໜັກໜ່ວງ, ການຂາດ ສິດທິ ຂອງ ຄົນງານ ແລະ ການກັກຂັງ ຜູ້ຕ້ອງ ສົງສັຍວ່າ ເສບຢາ ເສບຕິດ ໄວ້ຢູ່ໃນສູນ ບໍາບັດ ຕ່າງໆ ໂດຍ ບໍ່ມີການ ຕັ້ງຂໍ້ຫາ ຮວມຢູ່ດ້ວຍ. ບັນຫາ ທີ່ໜ້າ ເປັນຫ່ວງ ນໍາຍິ່ງ ກໍແມ່ນ ເຣື້ອງການ ບັງຄັບ ທ່ານ ສົມບັດ ສົມພອນ ຜູ້ນໍາພາກ ປະຊາສັງຄົມ ໃຫ້ ຫາຍສາບສູນ ຢູ່ ນະຄອນ ຫລວງ ວຽງຈັນ ເມື່ອ ກາງເດືອນ ທັນວາ 2012 ພາຍຫລັງ ທີ່ ຕໍາຣວດ ໄດ້ຢຸດ ຣົດ ຂອງທ່ານ ແລະ ເຣື້ອງ ທ່ານ ສົມພອນ ຂັນຕິສຸກ ນັກປົກປ້ອງ ສະພາບ ແວດລ້ອມ ທີ່ ຫາຍສາບສູນ ໄປ ພາຍຫລັງ ທີ່ ທ່ານ ໄດ້ຮັບ ຄໍາສັ່ງ ໃຫ້ໄປ ຣາຍງານຕົວ ທີ່ ສະຖານີ ຕໍາຣວດ ເມື່ອເດືອນ ມົກກະຣາ ປີ 2007.
ທ່ານ Phil Robertson ຮອງ ຜູ້ ອໍານວຍການ ອົງການ Human Rights Watch ປະຈໍາ ເຂດ ເອເຊັຽ ເວົ້າວ່າ ທາງການ ລາວ ກໍາລັງ ທ້າທາຍ ຄວາມເປັນຫ່ວງ ເປັນໄຍ ຂອງ ນາໆຊາດ ທີ່ ຮຽກຮ້ອງ ຫາຄໍາຕອບ ເຣື້ອງ ການບັງຄັບ ທ່ານ ສົມບັດ ສົມພອນ ໃຫ້ ຫາຍສາບສູນ ໄປນັ້ນ.
ຣັຖບານລາວ ບໍ່ໄດ້ ມີການ ປ່ຽນແປງໃດໆ ທີ່ ເປັນແກ່ນສານ ຕາມ ພັນທະ ຂອງຕົນ ທີ່ໄດ້ໃຫ້ໄວ້ ໃນ ຣະຫວ່າງ ກອງປະຊຸມ UPR ຄັ້ງທໍາອິດ ເມື່ອ ປີ 2010. ຣັຖບານ ລາວ ກົດຂີ່ ໜີບຮັດ ສິດ ເສຣີພາບ ໃນການ ປາກເວົ້າ, ຂີດຂຽນ, ຈັດຕັ້ງ ສະມາຄົມ ແລະ ການໂຮມ ຊຸມນຸມ ຢ່າງ ໜັກໜ່ວງ.
ທ່ານ Robertson ກ່າວ ຕື່ມອີກວ່າ ຣັຖບານ ສປປລາວ ບໍ່ຍອມໃຫ້ ພົລເມືອງ ຂອງຕົນ ຄັດຄ້ານ ແນວໃດ ແລະ ໃຊ້ສິດ ທາງ ກົດໝາຍ ແບບ ບໍ່ຖືກຕ້ອງ ແລະ ກັກຂັງຄຸກ ໃນຣະຍະ ຍາວນານ ເພື່ອ ສະກັດກັ້ນ ການທ້າທາຍ ຕ່າງໆ ທີ່ ມີຕໍ່ອໍານາດ ຂອງຕົນ. ທ່ານວ່າ ປະຊາຊົນ ລາວ ຢ້ານກົວ ຣັຖບານ ຂອງຕົນ ເພາະ ຮູ້ວ່າ ພວກ ເຈົ້າໜ້າທີ່ ສາມາດ ເຮັດໄດ້ ທຸກຢ່າງ ໂດຍທີ່ ເກືອບວ່າ ບໍ່ມີການ ລົງໂທດ ຫຍັງເລີຍ.
ແລະ ທ່ານ John Sifton ເຈົ້າໜ້າທີ່ ອົງການ Human Rights Watch ກໍເວົ້າວ່າ:
"ບັນຫາ ທີ່ຮ້າຍແຮງ ທີ່ສຸດ ຢູ່ລາວ ບໍມີ ປະຊາທິປະຕັຍ ຣັຖບາລ ບໍ່ຍອມເປີດ ໃຫ້ ມີສິດ ເສຣີພາບໃນການ ປາກເວົ້ວ ປະຊາຊົນ ບໍ່ກ້າປາກ ເວົ້າ ອອກຄໍາຄິດ ຄໍາເຫັນ ຕໍານິຕິຕຽນ ຣັຖບາລ ເລີຍ ບັນຫາ ອັນຮ້າຍ ແຮງ ອັນທີ ສອງ ແມ່ນ ການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກປົກປ້ອງ ສິດທິມະນຸດ ແລະ ຜູ້ພິທັກ ຮັກສາ ສິ່ງແວດລ້ອມ ອື່ນໆ ໃນລາວ".
ສິ່ງດັ່ງກ່າວ ເປັນ ພາກສ່ວນນຶ່ງ ໃນອີກຫຼາຍໆ ຫລັກຖານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ທີ່ ກອງປະຊຸມ ຮິບໂຮມ ຂໍ້ມູນ ຫຼັກຖານ ຢູ່ Atlanta, ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ຮິບໂຮມໄດ້ ເພື່ອ ສເນີຕໍ່ ກອງປະຊຸມ ໃຫຍ່ ສະຫະປະຊາຊາດ ດ້ານ ສິດທິມະນຸດ ຊຶ່ງ ຈະຈັດຂຶ້ນ ຢູ່ ນະຄອນ ເຈນີວາ ປະເທສ ສວິຊເຊິແລັນ ໃນຕົ້ນປີ 2015 ຊຶ່ງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ໄດ້ກ່າວ ຢູ່ໃນ ກອງປະຊຸມ ທີ່ Atlanta ນັ້ນຕອນ ນຶ່ງວ່າ:
"ມີຫຍັງແດ່ ທີ່ພັກ-ຣັຖ ຜູ້ກໍາ ອໍານາດ ຄອມມິວນິສ ຜະເດັດການ ຢຽບຍໍ່າ ສິດທິມະນຸດ ເພື່ອ ພວກເຮົາ ຈະໄດ້ ເກັບກໍາ ເປັນຫຼັກຖານ ຍື່ນ ໃຫ້ອົງການ ສະຫະ ປະຊາຊາດ ການຮິບໂຮມ ເຣື່ອງການ ລະເມີດ ສິດທິມະນຸດ ໃນລາວ ນີ້ ຜູ້ນຶ່ງ ຜູ້ດຽວ ເບິ່ງບໍ່ຄົບ ເພາະມັນ ໂຫດຮ້າຍ ເພາະມັນ ປ່າເຖື່ອນ ມັນຫລາຍ ທີ່ສຸດ ແຕ່ພວກເຮົາ ຈະໄດ້ ຫຍໍ້ເປັນຂໍ້ ສໍາຄັນ ສໍາຄັນ ເພື່ອວ່າ ທາງອົງການ ສະຫະ ປະຊາຊາດ ເພີ່ນ ຈະໄດ້ ຈັບຈຸດ ເພື່ອເພີ່ນ ຈະມີຂໍ້ຄວາມ ທີ່ ຈະຈີ້ມ ທາງການ ສປປລາວ ກອງປະຊຸມ ຫລວງ ທີ່ຈະຈັດ ຂຶ້ນ ທຸກ 5 ປີ ໃດ ຈະຈັດຂຶ້ນ ແມ່ນຕົ້ນ 2015 ເປັນ ກອງປະຊຸມ ສໍາລັບ ຂອງລາວ ທາງດ້ານ ການຣະເມີດ ສິດທິ ມະນຸດ ໃນ ກອງປະຊຸມ ນັ້ນ ທາງການລາວ ກໍ ຈະມາຮ່ວມ ພວກເຮົາ ທາງອົງການ ພັນທະມິດ ກໍຈະໄດ້ ເຂົ້າໄປຮ່ວມ ຫລັກຖານຕ່າໆ ທີ່ພວກເຮົາ ຈະຕ້ອງໄດ້ຕຣຽມ ໃຫ້ພວກເພິ່ນ ລ້ວນແລ້ວ ຈະຕ້ອງແມ່ນ ຫລັກຖານ ທີ່ ມີຄວາມຈິງ ທີ່ວ່າທາງ ສະຫະປະຊາຊາດ ເພິ່ນ ຈະສາມາດ ຊີ້ແຈງ ທາງການລາວ ເພື່ອກົດດັນ ໃຫ້ ທາງການລາວ ຍອມ ປະຕິບັດ ຫລັກການ ສິດທິມະນຸດ ຍ້ອນ ຫຍັງຈຶ່ງວ່າ ຈັ່ງຊັ້ນ ເພາະວ່າ ທາງການລາວ ໄດ້ເຊັນແລ້ວ ຫລັກການ ຫລາຍຂໍ້ ຢູ່ໃນສົນທິ ສັນຍາ ທີ່ເວົ້າເຣຶ້ອງ ການນັບຖື ສິດທິມະນຸດ ແຕ່ ທາງການລາວ ບໍ່ມີການ ປະຕິບັດ ຕົວຈິງ ໜ້າໄຫວ້ ຫລັງຫລອກ ທຸກໆຄັ້ງ ທີ່ ທາງການລາວ ໄດ້ ຮ່ວມ ກອງປະຊຸມ ຜ່ານມາ ໃນແຕ່ລະ 5 ປີໃດ ມີຕັ້ງແຕ່ ໄດ້ຣາຍງານ ດອກໄມ້ ອັນໃດ ກໍວ່າດີ ເໝິດ ຍ້ອງເໝິດ ດີເໝິດ ບໍ່ມີໃຜ ໄປຕໍ່ວ່າ ສະນັ້ນ ຄັ້ງນີ້ ແມ່ນພວກເຮົາ ຈະຕ້ອງ ເອົາໄປເວົ້າ ຄືນວ່າ ສິ່ງທີ່ດີ ເໝິດ ມັນບໍ່ແມ່ນ ຈິງ ມັນແມ່ນ ການຂີ້ຕົວະ".
ດຣ. ບຸນທອນ ຈັນທະລາວົງ ວີເຊີ ກ່າວ ສລຸບວ່າ ທັງໝົດ ນັ້ນ ກໍເພື່ອ ເຮັດໃຫ້ ປະເທສລາວ ມີ ເອກກະຣາດ ຢ່າງແທ້ຈິງ, ເຮັດໃຫ້ ປະຊາຊົນ ລາວ ມີສິດ, ເສຣີພາບ ແລະ ປະຊາທິປະຕັຍ ນັ້ນເອງ.