ຣັຖກອນຂັ້ນສູງ 7 ຄົນ ຖືກລົງ ວິນັຍ

ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ (RFA/SN)

0:00 / 0:00

ເຈົ້າໜ້າທີ່ຂັ້ນສູງແຂວງວຽງຈັນ ຖືກລົງໂທດທາງວິນັຍ ຍ້ອນວ່າມີສ່ວນພົວພັນ ໃນການຈ່າຍເງິນຊ້ຳຊ້ອນກັນ ໃນໂຄງການພັທນາ ຢູ່ ແຂວງວຽງຈັນ ຫລື ມີຄົນເອີ້ນອີກຊື່ນຶ່ງ ວ່າ, ໂຄງການບໍ່ມີຕົວຕົນ.

ຄນະຈັດຕັ້ງສູນກາງພັກ ໄດ້ອອກແຈ້ງການໃນວັນທີ 4 ມິນາ ເຖິງເຈົ້າແຂວງວຽງຈັນ ເພື່ອໃຫ້ລົງໂທດທາງວິນັຍ ພະນັກງານການນຳ ຂັ້ນແຂວງ 7 ຄົນ ທີ່ພົວພັນເລື້ອງໂຄງການທີ່ເອີ້ນວ່າ ໂຄງການດັ່ງກ່າວ. ຜູ້ທີ່ຖືກປະຕິບັດວິນັຍລວມມີ:

1. ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງວຽງຈັນ

2. ທ. ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແລະ ທັງເປັນຫົວໜ້າຜແນກການເງິນແຂວງວຽງຈັນ.

3. ທ. ບຸນມີ ພຸດທະວົງ ອາດີດຮອງເຈົ້າແຂວງວຽງຈັນ, ປັດຈຸບັນເປັນຮອງຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ.

4. ທ. ວິລັດ ສີສຸວົງ ອາດີດຫົວໜ້າຫ້ອງວ່າການແຂວງວຽງຈັນ, ປັດຈຸບັນເປັນກັມມະການພັກແຂວງ, ແລະເປັນປະທານກວດກາພັກແຂວງ.

5. ທ. ພູວອນ ບຸນວິໄລ ອາດີດຫົວໜ້າຜແນກໂຍທາທິການ ແລະຂົນສົ່ງ, ປັດຈຸບັນເປັນກັມມະການພັກແຂວງ ເປັນເຈົ້າເມືອງ ເມືອງໝື່ນ.

6. ທ. ເດດໄຊ ວິໄລໄຟ ອາດີດຫົວໜ້າກະສິກັມ ແລະປ່າໄມ້ ແຂວງວຽງຈັນ, ປັດຈຸບັນເປັນເຈົ້າເມືອງ ເມືອງທຸລະຄົມ.

7. ທ. ສຸກັນ ວິໄລລັດ ກັມມະການພັກແຂວງ ແລະ ທັງເປັນຫົວໜ້າຜແນກແຜນການ ແລະ ການລົງທຶນແຂວງວຽງຈັນ.

ເນື້ອໃນຂອງແຈ້ງການຂອງຄນະຈັດຕັ້ງສູນກາງພັກ ບໍ່ໄດ້ບອກລະອຽດກ່ຽວກັບສາເຫດ ທີ່ຈະຕ້ອງປະຕິບັດວິນັຍເຈົ້າໜ້າທີ່ ທັງ 7 ຄົນນັ້ນ.

ແຕ່ເຈົ້າໜ້າທີ່ອົງການກວດກາ ຣັຖບານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ທັງ 7 ຄົນ ຖືກປະຕິບັດວິນັຍ ຍ້ອນໄປພົວພັນເລື້ອງໂຄງການ ບໍ່ມີຕົວຕົນ:

"ແຕ່ດົນມາພຸ້ນແຫລະ ແຕ່ມັນກວດບໍ່ທັນພົບພໍ້ ເລີ້ມຕັ້ງແຕ່ກ່ອນ 2017 ພຸ້ນ ເອີໂຕນີ້ ຢູ່ແຂວງວຽງຈັນ ບໍ່ວ່າແຕ່ແຂວງວຽງຈັນນະຫລາຍ ແຂວງແຫລະຫລາຍ ແຂວງຄືກັນເລື້ອງມັນເກີດຂຶ້ນກ່ອນ 2017."

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ແຂວງວຽງຈັນ ທ່ານນຶ່ງ, ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ, ເຈົ້າໜ້າທີ່ທັງ 7 ຄົນ ເອົາເງິນໂຄງການໄປໃຊ້ ຈຳນວນ 4 ຕື້ ກີບ. ແຕ່ເຈົ້າໜ້າທີ່ອົງການກວດກາຣັຖບານ ກ່າວວ່າ ໃນຕົວຈຶງຈຳນວນເງິນແມ່ນຫລາຍກ່ວານັ້ນ:

"ໂອ້ເງິນສີ່ຕື້ກີບເຂົາແທນບາດດຽວ ອັນນີ້ມັນຫລາຍ ເຂົາເວົ້າເລື້ອງ [ເງິນ] ໂດລາ ເລີຍນ່າ ໂຄງການບໍ່ມີຕົວຕົນຫັ້ນແຫລະ ອັນເວົ້ານີ້ ອັນເວົ້າວ່າ ໂຄງການບໍ່ມີຕົວຕົນ ຫັ້ນນ່າ ແບບວ່າ ໂຄງການຊັບຊ້ອນເນາະ ບາງເທື່ອກະເອົາເງິນໄປກ່ອນ ໂຄງການບໍ່ໄດ້ ເຮັດເນາະ ແຕ່ມີໂຄງການ ແຕ່ມີໂຄງການ ລະເຮັດໂຄງການເອົາມາແບ່ງປັນກັນຫັ້ນນ່າ."

ປັດຈຸບັນ ທາງການແຂວງວຽງຈັນ ຍັງບໍ່ໄດ້ປະກາດແຈ້ງການອອກມາວ່າ ຈະມີການລົງໂທດທາງວິນັຍແນວໃດ, ບໍ່ວ່າຈະເປັນການດຳເນີນ ຄະດີ ຫລື ໄລ່ອອກຈາກໜ້າທີ່.

ນອກຈາກນີ້ ເຈົ້າໜ້າທີ່ແຂວງວຽງຈັນ ກ່າວວ່າ ເລື້ອງແຈ້ງການຂອງຄນະຈັດຕັ້ງສູນກາງພັກ ເພື່ອລົງໂທດທາງວິນັຍ ຕໍ່ພະນັກງານຂັ້ນສູງ ຂອງແຂວງວຽງຈັນ 7 ຄົນນັ້ນ ແມ່ນກໍຣະນີ ທີ່ຕ່າງກັນກັບເລື້ອງທີ່ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ໄດ້ອອກຂໍ້ຕົກລົງຍົກເລີກ ການຈັດຕັ້ງປະຕິບັດ ໂຄງການສຶກສາສຳຣວດ ຄວາມເປັນໄປໄດ້ ໃນການພັທນາແຫລ່ງທ່ອງທ່ຽວ ຢູ່ບ້ານຫ້ວຍສະເຫງົ້າ, ບ້ານພູດິນແດງ ແລະ ບ້ານປາກເປາະ, ເມືອງວັງວຽງ.

ທ່ານ ພູຄຳ ຫົວໜ້າຫ້ອງວ່າ ການແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ຂໍ້ມູນຕ່າງໆເຮົາກະບໍ່ຮູ້, ເພິ່ນ [ຈັດຕັ້ງສູນກາງ] ກະບໍ່ໄດ້ແຈ້ງມາໃຫ້ພວກເຮົາຮູ້ໝົດ ເປີດເຜີຍຂໍ້ມູນຕ່າງໆ ເພິ່ນກະບໍ່ໄດ້ເປີດເຜີຍ ໃຫ້ທາງແຂວງຮັບຊາບວ່າ ທາງສູນກາງເພິ່ນໄດ້ລົງວິນັຍແກ່ການນຳບາງຜແນກການຢູ່ຂັ້ນແຂວງຫັ້ນ ຂໍ້ມູນລະອຽດຕ່າງໆ ເພິ່ນກະ ບໍ່ໄດ້ແຈ້ງມາໃຫ້ເຮົາ ເປີດເຜີຍຫັ້ນນະ ມີແຕ່ຣາຍລະອຽດ ອັນນັ້ນຫັ້ນນະຈັດຕັ້ງສູນກາງພຸ້ນແຫລະເພິ່ນຮູ້ດີ.

ທີ່ຜ່ານມາ ກະຊວງການເງິນໄດ້ອອກຂໍ້ຕົກລົງໄລ່ພະນັກງານ ອອກຈາກໜ້າທີ່ຕຳແໜ່ງ ໃນວັນທີ 6 ກັນຍາ 2018 ຜ່ານມາ. ພະນັກງານ ກະຊວງການເງິນ ທີ່ຖືກໄລ່ອອກ ລວມມີ:

1. ທ້າວ ສາຍສະໝອນ ໄຊຊຸລຽນ ອາດີດຊ່ວຍວຽກ ຄນະນຳກະຊວງ

2. ນາງ ບຸນໄທ ເລືອງວິໄລ ອາດີດຮອງຫົວໜ້າສະຖາບັນເສຖກິດ-ການເງິນ

3. ນາງ ບຸດສະບາ ໄຊປະເສີດ ອາດີດ ຫົວໜ້າຜແນກ ກົມງົບປະມານ

4. ທ້າວ ອາລັດ ຈັນທະວົງ ອາອີດຫົວໜ້າຜແນກຫ້ອງການກະຊວງ

5. ທ້າວ ສຸທົດ ໂສດາຈັນ ອາດີດ ຫົວໜ້າຜແນກຄຸ້ມຄອງ ວິສາຫະກິດ ຣັດລົງທຶນ ແລະ ປະກັນໄພ

6. ທ້າວ ສົມໃຈ ສີຫານຸວົງ ອາດີດຮອງຫົວໜ້າຜແນກ ຄຸ້ມຄອງວິສາຫະກິດ ຣັດລົງທຶນ ແລະ ປະກັນໄພ

7. ທ້າວ ບົວໄລ ຫລວງອາໄພ ອາດີດຫົວໜ້າຜແນກກົມງົບປະມານແຫ່ງຣັດ

8. ທ້າວ ພູຄຳ ແສງສຸລິຈັນ ວິຊາການກົມຄຸ້ມຄອງວິສາຫະກິດ ຣັດລົງທຶນ ແລະ ປະກັນໄພ

ການເງິນໄລ່ພະນັກງານອອກ ໃນຄັ້ງນີ້ ບໍ່ໄດ້ເວົ້າເຖິງເຫດຜົນທີ່ຊັດເຈນ ວ່າເຂົາເຈົ້າ ມີຄວາມຜິດຫຍັງ ແລະ ຖືກສານຕັດສິນຍ້ອນ ບັນຫາຫຍັງ. ແຕ່ ແຫລ່ງຂ່າວທີ່ໃກ້ຊິດ ເຈົ້າໜ້າທີ່ອາວຸໂສ ກະຊວງການເງິນ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ ເອເຊັຍເສຣີ ວ່າ ພະນັກງານ ທັງ 8 ຄົນ ແມ່ນໄດ້ຖືກດຳເນີນຄະດີ ມີສ່ວນໂຄງການບໍ່ມີຕົວຕົນ ຫລື ໂຄງການຜີ.

ໂຄງການບໍ່ມີຕົວຕົນເກີດຂຶ້ນທຳອິດ ໃນປີ 2014 ໃນເວລາທີ່ມີການສ້າງໂຄງການ ສ້າງສະໜາມກິລາ, ສິ່ງອຳນວຍຄວາມສະດວກ ແລະຖະໜົນ ຢູ່ແຂວງອຸດົມໄຊ ເພື່ອຮອງຮັບການແຂ່ງຂັນກິລາ ແຫ່ງຊາດ ຊຶ່ງເຮັດໃຫ້ມີຄວາມເສັຍຫາຍຫຼາຍ 100 ຕື້ ກີບ ແລະ ຍັງມີອີກຫລາຍແຂວງ ມີກໍຣະນີຄ້າຍຄືກັນ.

ໂຄງການບໍ່ມີຕົວຕົນ ໝາຍເຖິງ ບັນດາບໍຣິສັດ ທີ່ໄດ້ສຳປະທານ ໂຄງການກໍ່ສ້າງຕ່າງໆ ຈາກຣັຖບານແລ້ວຣັຖບານ ອອກພັນທະບັດ ໃຫ້ກ່ອນ, ແຕ່ບໍຣິສັດເຫລົ່ານັ້ນ ໄປສົມຮູ້ຮ່ວມ ຄິດກັບເຈົ້າໜ້າທີ່ ກະຊວງການເງິນ ຈຳນວນນຶ່ງທີ່ຖືກຈັບ ກັບ ເຈົ້າໜ້າທີ່ ຣັຖຈຳນວນນຶ່ງ ກໍແລ່ນວິ້ງເຕັ້ນ ເອົາເງິນໄປໃຊ້ກ່ອນ ແລະ ບໍ່ມີການກໍ່ສ້າງຫຍັງໝົດ ຫລື ບາງກໍຣະນີກໍແມ່ນການຈ່າຍເງິນ ຊ້ຳຊ້ອນກັນ ຄື ກໍຣະນີ ທີ່ເກີດຂຶ້ນຢູ່ແຂວງວຽງຈັນນີ້ ກໍເຊັ່ນດຽວກັນ.