40 ປີຊາວລາວສ່ວນຫຼາຍ ທົນທຸກ

ສິດນີ
2015.11.26
F-Laos ໝາກຜົນຂອງ 40 ປີ ແຫ່ງການພັທນາ
Citizen journalist

40 ປີ ຜ່ານມາ ເທົ່າເຖິງ ປັດຈຸບັນ ຣັຖບານ ລາວ ມີເປົ້າຫມາຍ ໃນການ ພັທນາ ເສຖກິດ ສັງຄົມ ດ້ວຍການ ໃຫ້ ສຳປະທານ ທີ່ດິນ ແລະ ຊັພຍາກອນ ທັມມະຊາດ ໃຫ້ ແກ່ ນັກລົງທຶນ ຕ່າງຊາດ ຍ້ອນວ່າ ລາວ ບໍ່ມີທຶນ ໃນ ການພັທນາ ເພື່ອໃຫ້ ຄົນລາວ ຫລຸດພົ້ນ ຈາກຄວາມ ທຸກຍາກ ໃນປີ 2020 ດັ່ງ ການສ້າງ ເຂື່ອນ ໄຟຟ້າ ການຂຸດ ຄົ້ນ ແຮ່ທາດ ການປູກ ຕົ້ນໄມ້ ເສຖກິດ ແລະ ການສ້າງ ເຂດ ເສຖກິດ ພິເສດ ຫລື ເຂດ ເສຖກິດ ສເພາະ ຫຼາຍແຫ່ງ ໃນລາວ.

ການພັທນາ ຂອງ ຣັຖບານ ໄດ້ ສົ່ງ ຜົລກະທົບ ຕໍ່ ສະພາບ ແວດລ້ອມ ແລະ ວິຖິຊີວິດ ຂອງ ປະຊາຊົນ ທ້ອງຖິ່ນ ຢ່າງ ໃຫຽ່ຫຼວງ ປະຊາຊົນ ຫຼາຍພັນ ຄອບຄົວ ຖືກ ໂຍກຍ້າຍ ຈາກ ບ່ອນຢູ່ອາສັຍ ຍ້ອນ ໂຄງການ ພັທນາ ດັ່ງກ່າວ ຂອງ ຣັຖບານ ແລະ ເທົ່າເຖິງ ປັດຈຸບັນ ບາງ ຄອບຄົວ ຍັງຂາດ ບ່ອນຢູ່ ອາສັຍ ຂາດ ທີ່ດິນ ທຳມາ ຫາກິນ ແລະ ຍັງ ບໍ່ສາມາດ ຕັ້ງຕົວໄດ້ ກໍມີ.

ໂຄງການ ສ້າງເຂື່ອນ ທີ່ ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ກໍມີ ເຂື່ອນ ໄຊຍະບູຣີ ປະຊາຊົນ ກວ່າ  2 ແສນ ຄົນ ທີ່ອາສັຍ ການທຳມາ ຫາກິນ ຕາມລຳ ແມ່ນ້ຳຂອງ ຂ້າງເທິງ ແລະ ຂ້າງລຸ່ມ ເຂື່ອນ ຈະໄດ້ຮັບ ຜົລກະທົບ. ຊາວບ້ານ ຢ່າງຫນ້ອຍ ກວ່າ 2 ພັນ ຄົນ ໃນ ຈຳນວນ ກວ່າ 10 ບ້ານ ຈະຖືກ ໂຍກບ້າຍ.

ເຂື່ອນ ປາກແບງ ຖ້າມີການ ສ້າງ ຈະ ສົ່ງຜົລ ກະທົບ ຕໍ່ ປະຊາຊົນ ຢ່າງຫນ້ອຍ ກວ່າ 1 ແສນ ຄົນ ທີ່ອາສັຍ ຢູ່ຕາມລຳ ແມ່ນ້ຳ ໃກ້ເຂດ ດັ່ງກ່າວ ຂ້າງເທິງ ແລະ ຂ້າງລຸ່ມ, ໃນ ຈຳນວນ 10 ກວ່າ ບ້ານ ແລະ ປະຊາຊົນ ຢ່າງນ້ອຍ 5 ພັນ ຄົນ ຈະຖືກ ໂຍກຍ້າຍ ເຂື່ອນ ນ້ຳເທີນ 2 ທີ່ ສ້າງແລ້ວ ໄດ້ໂຍກຍ້າຍ ປະຊາຊົນ ຢ່າງຫນ້ອຍ 6 ພັນ ຄົນ ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ໃນເຂດລຸ່ມ ນ້ຳ ເຊບັ້ງໄຟ ກວ່າ 1 ແສນ ຄົນ ແຕ່ ບໍຣິສັດ ນ້ຳເທີນ ເບິ່ງແຍງ ຊາວບ້ານ ເປັນຢ່າງດີ.

ນອກຈາກນັ້ນ ກໍຍັງມີ ອີກຫຼາຍ ເຂື່ອນ.ໃນເຂດ ພາກກາງ ນອກຈາກ ເຂື່ອນ ນ້ຳເທີນ ສອງ ແລ້ວ ກໍຍັງມີ ເຂື່ອນ ເທີນຫີນບູນ ແລະ ເຂື່ອນ ເລັກ ເຂື່ອນ ນ້ອຍ ຫຼາຍເຂື່ອນ.

ທາງພາກ ໃຕ້ ກໍມີ ເຂື່ອນ ດອນສະໂຮງ ປະຊາຊົນ 13 ບ້ານ ຈະຖືກ ໂຍກຍ້າຍ ເທົ່າເຖິງ ປັດຈຸບັນ ຍັງບໍ່ໄດ້ ຮັບຄ່າ ຊົດເຊີຍ ເທື່ອ. ດັ່ງ ຊາວບ້ານ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 24 ເດືອນ ພຶສຈິກາ ປີ 2015 ວ່າ: --ສຽງ--

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.