ວັນຈາຣຶກຄຸນຄວາມດີ ນັກຣົບ ເກົ່າ

ສົມເນ
2015.05.18
F-Hmong-Lao ນັກຣົບເກົ່າລາວ-ລາວເຜົ່າມົ້ງ ສລອງວັນຈາຣຶກ ຄຸນງາມຄວາມດີ ທີ່ ວໍຊິງຕັນ ດີຊີ
RFA

ເມື່ອ ວັນທີ 14 ພຶສພາ ຜ່ານມາ ນີ້ ນັກຣົບ ເກົ່າ ລາວ ແລະ ລາວມົ້ງ, ຢູ່ ສະຫະຣັຖ ອະເມຣິກາ ໄດ້ ຮ່ວມກັນ ສລອງ ວັນ ຈາຣຶກ ຄຸນງາມ ຄວາມດີ ທີ່ມີຊື່ ເປັນ ພາສາ ອັງກລິດ ວ່າ Appreciation Day, ທີ່ ອະດີດ ທະຫານ ຣາຊອານາຈັກ ລາວ, ປະກອບ ດ້ວຍ ຫລາຍ ຊົນເຜົ່າ ເປັນຕົ້ນ ຊົນເຜົ່າ ລາວລຸ່ມ ລາວມົ້ງ ລາວ ຂະມຸ ແລະ ຊົນເຜົ່າ ອື່ນໆ ໄດ້ ຮ່ວມມື ຊ່ວຍ ສະຫະຣັຖ ອະເມຣິກາ ໃນ ສົງຄາມ ຕ້ານ ການຂຍາຍ ຂອງ ລັດທິ ຄອມມູຍນິສ ໃນລາວ ປາງ ສົງຄາມ ວຽດນາມ ເມື່ອ 40 ປິີ ກ່ອນ.

ການສລອງ ວັນ ຈາຣຶກ ຄຸນງາມ ຄວາມດີ ມີຂຶ້ນ ທຸກໆ ປີF ຢູ່ ຣັຖ Wisconsin ຣັຖ Minnesota ແລະ ຣັຖ California. ວັນ ຈາຣຶກ ຄຸນງາມ ຄວາມດີ ທີ່ວ່ານີ້ ໄດ້ ຮັບການ ອະນຸມັດ ຈາກ ສະພາ ສູງ ສະຫະຣັຖ ອະເມຣິກາ ຫລັງຈາກ ອະດີດ ຜູ້ນໍາ ການ ທະຫານ ແຫ່ງ ຣາຊອານາຈັກ ລາວ ຫລາຍໆຄົນ ໄດ້ ຕໍ່ສູ້ ເພື່ອ ໃຫ້ ສະຫະຣັຖ ຮັບຮູ້ ຄຸນງາມ ຄວາມດີ ຂອງ ພວກຕົນ ທີ່ ໄດ້ ປະກອບ ສ່ວນ ຄຽງບ່າ ຄຽງໄລ່ ກັບ ກອງ ກໍາລັງ ທະຫານ ສະຫະຣັຖ ແຕ່ ການ ຮັບຮູ້ ຄຸນງາມ ຄວາມດີ ບໍ່ທັນ ຜ່ານ ເປັນ ກົດໝາຍ ເທື່ອ. ດັ່ງ ທ່ານ ເມົາຊົວຊົງ ປະທານ ສະມາຄົມ ນັກຣົບ ເກົ່າ ລາວ-ມົ້ງ ອະເມຣິກັນ ສາຂາ ຣັຖ Wisconsin ໄດ້ ເລົ່າ ຄວາມ ເປັນມາ ຂອງການ ສລອງ ໃຫ້ຟັງ ໃນ ວັນທີ່ 17 ພືສພາ ນີ້: ..ສຽງ..

ນັກຣົບ ເກົ່າ ລາວ ແລະ ລາວ-ມົ້ງ ຖືເອົາ ວັນທີ 14-15 ພືສພາ ເປັນ ວັນ ໄວ້ ອາໄລ ຄົບຮອບ 40 ປີ ທີ່ ກໍາລັງ ທະຫານ ຄອມມູຍນິສ ເຂົ້າ ຍຶດຄອງ ຣາຊອານາຈັກ ລາວ. ໃນ ວັນທີ 15 ພຶສພາ ນັກຣົບ ເກົ່າ ຊາວລາວ ລາວ-ມົ້ງ ຈາກ ຣັຖ ຄາລີຟໍເນັຽ, ອາລັສກາ ແລະ ມິນນີໂຊຕາ ທີ່ ພາກັນ ເດີນທາງ ມາ ນະຄອນ ຫລວງ ວໍຊິງຕັນ ດີຊີ ນັ້ນ ອັນນຶ່ງ ເພື່ອ ສະແດງ ຄວາມ ເຄົາຣົບ ແລະ ໄວ້ອາໄລ ນໍາ ນັກຣົບ ທີ່ ລົ້ມຫາຍ ຕາຍຈາກ ປາງ ສົງຄາມ ວຽດນາມ ທີ່ ແພ່ລາມ ມາ ລາວ ຢູ່ທີ່ ສຸສານ ແຫ່ງຊາຕ ເມືອງ ອາກລິງຕັນ ເຂດ ນະຄອນ ຫລວງ ວໍຊິງຕັນ ດີຊີ ບ່ອນທີ່ ອານຸສອນ ຂອງ ນັກຣົບ ນິຣະນາມ ລາວ ແລະ ລາວ-ມົ້ງ ຖືກ ຈາຣຶກ ໄວ້.

ພ້ອມດຽວ ກັນນັ້ນ ໄດ້ ພາກັນ ເດີນທາງ ໄປ ຫໍ ຣັຖສະພາ ສະຫະຣັຖ ເພື່ອ ຮ່ວມການ ເປັນ ພິຍານ ທີ່ ສະມາຊິກ ສະພາ ຫລາຍໆ ທ່ານ ໄດ້ ນໍາສະເໜີ ຮ່າງ ກົດໝາຍ ການ ຮັບຮູ້ ຄຸນງາມ ຄວາມດີ ຂອງ ນັກຣົບເກົ່າ ມົ້ງ ຫລັງຈາກ ຮ່າງ ກົດໝາຍ ນີ້ ບໍ່ຖືກ ສະພາ ສູງ ຮັບຜ່ານ ແລະ ແກ່ຍາວ ມາ ປະມານ 4 ປີ ກ່ວາໆ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.